ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ຄະ​ນະ ເດີນ​ທາງ​ຢ້ຽມ​ຢາມ​ ປະເທດບຣູໄນ ດາຣູຊາລາມ ຢ່າງ​ເປັນທາງ​ການ ໃນລະຫວ່າງວັນ​ທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆຕະຫຼອດໄລຍະ 25 ປີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ເປັນຕົ້ນມາ(27/7/1993-27/7/2018), ເຊິ່ງໄດ້ສ່ອງແສງໃຫ້ເຫັນຜ່ານການແລກປ່ຽນການຢ້ຽມ ຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ.

ໃນໂອກາດດຽວກັນ, ສອງຝ່າຍຍັງໄດ້ປຶກສາຫາລືກັນໃນຫຼາຍດ້ານ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ.
ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນາກັນກ່ຽວກັບບັນຫາພາກພື້ນ ແລະ ສາກົນນຳອີກ.

ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມທັງເຊື້ອເຊີນ ສົມເດັດ ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ . ​ພ້ອມນີ້,​ ພະນະ ທ່ານກໍຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງ ສປປ ລາວ ທີ່ ແຂວງອັດຕະປື ໃນປີ 2018 ທີ່ຜ່ານມາ.

ພາຍຫຼັງສຳເລັດການພົບປະ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ຍັງໄດ້ເຂົ້າຮ່ວມເປັນສັກຂີພະຍານໃນການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາ.

ຄຽງຄູ່ກັນນີ້, ໃນພາກທຸລະກິດ, ກໍໄດ້ຈັດໃຫ້ມີກອງປະຊຸມຮ່ວມນັກທຸລະກິດ ລະຫວ່າງ ລາວ-ບຣູໄນ ເຊິ່ງສອງຝ່າຍໄດ້ປຶກສາຫາລືກັນເພື່ອຊອກຫາຊ່ອງທາງໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານເສດຖະກິດ ເຊິ່ງລັດຖະບານລາວໄດ້ມີນະໂຍບາຍສົ່ງເສີມການລົງທຶນໃນຂະແໜງກະສິກຳສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແລະ ເພື່ອເປັນການເຊີນຊວນໃຫ້ນັກທຸລະກິດບຣູໄນ ມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ໃນໄລຍະຜ່ານມາ, ລັດຖະບານບຣູໄນ ໄດ້ໃຫ້ການສະໜັບ ສະຫູນຊ່ວຍເຫຼືອແກ່ລາວໃນຫຼາຍດ້ານ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນແມ່ນໃຫ້ທຶນການສຶກສາ, ການຝຶກອົບຮົມພາສາອັງກິດ, ການຊ່ວຍເຫຼືອດ້ານການເງິນ ກໍຄືການສ້າງສູນສຶກສາສຳລັບເດັກພິການທາງສາຍຕາ, ການປັບປຸງຫ້ອງວາງສະແດງສິ້ນສາຍໄຫມຂອງສະຫະພັນແມ່ຍິງ ແລະ ສູນຝຶກອົບຮົມວິຊາຊີບ.

ໃນຕອນບ່າຍວັນດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍຍັງໄດ້ໄປຢ້ຽມຢາມ ສະຖານທີ່ພື້ນຖານການຜະລິດ, ໂຮງງານກຸ້ງສີຟ້າ ທີ່ ເມືອງຕູຕົງ ຂອງ ບຣູໄນ ດາຣູຊາລາມ ຕື່ມອີກ.

Comments