News

ລັດຖະບານ ຈະຍົກເລີກ ແລະ ປັບໃໝ ຕໍ່ຜູ້ສຳປະທານດິນ 201 ໂຄງການ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ ໄດ້ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ເຖິງມາດຕະການຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ກວມເນື້ອທີ່ຈໍານວນ 81.879 ເຮັກຕາ. ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ແລະ ພິລາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງ ການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ) ຕໍ່ບັນ ຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດ ຖະບານ ເປັນຕົ້ນ ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 5 ຂໍ້ ສະເໜີວິທີແກ້ໄຂ ...

Read More »

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ໜິງ ຈີເຈີ ພ້ອມຄະນະ

ໃນວັນທີ 20 ກຸມພາ 2019 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໜິງ ຈີເຈີ ຮອງປະທານ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືອັນເປັນມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄປ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມດີໃຈ ທີ່ເຫັນວ່າການຮ່ວມມືໃນດ້ານຕ່າງໆ, ໂດຍສະເພາະດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ...

Read More »

ມີທຶນໃຫ້ສຶກສາຕໍ່ທີ່ປະເທດຈີນ ພາຍໃຕ້ທຶນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ສະໝັກດ່ວນ….

ສົນໃຈສະໝັກເອົາທຶນການສຶກສາ ໄປຮຽນຕໍ່ ປະເທດຈີນ ພາຍໃຕ້ທຶນການສຶກສາ ໜຶ່ງແລວທາງ ໜຶ່ງເສັ້ນທາງ ສາມາດສະໝັກໄດ້ ທຶນເຕັມ 100% !!! ປິດຮັບສະໝັກ: 31 ມີນາ 2019 Belt and Road Scholarship in China 2019 For International Students [Apply NOW] Deadline: 31st March 2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://english.ucas.ac.cn/…/5052-call-for-2019-cas-the-belt…   Call for 2019 CAS “The Belt and Road” Master Fellowship Programme Introduction “The Belt and Road” Master Fellowship Programme is launched in connection with the ...

Read More »

ປະເທດລາວ ກຽມຈັດງານເທສະການໂຄມໄຟນາໆຊາດ ເປັນຄັ້ງທຳອິດ

ໃນຕອນບ່າຍ ໃນວັນທີ 19 ກຸມພາ 2019 ທີ່ຜ່ານມາ,  ຟາມພູຕາເວັນ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງລາວ, ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງບໍລິຄຳໄຊ. ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການກຽມຄວາມພ້ອມຂອງງານເທສະການໂຄມໄຟນາໆຊາດ ຄັ້ງທຳອິດໃນ ສປປ ລາວ. ໂດຍການເຂົ້າຮ່ວມຂອງ ທ່ານ  ທະວີເພັດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ, ທ່ານ ເຄນ ຫຼໍ່ມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ນາງ ດາລູນີ ດວງປະເສີດ ອຳນວຍການຟາມພູຕາເວັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເທສະການໂຄມໄຟ ນານາຊາດ ຄັ້ງທີ 1 (International Lantern Festival 2019) ແມ່ນຈະຈັດຂຶ້ນລະຫວ່າງວັນທີ 7 – 10 ມີນາ ...

Read More »

ຜົນວິໄຈພົບວ່າ!!! ຜູ້ອາຍຸສູງ ມັກແຊຣ໌ຂ່າວປອມຫຼາຍກວ່າໄວອື່ນ

ທີມນກວິໄຈຈາກມະຫາວິທະຍາໄລ New York ແລະ Princeton ໄດ້ເປີດເຜີຍຜົນວິໄຈ ສຳຫຼວດກຸ່ມຕົວຢ່າງຊາວອາເມລິກາ 3.500 ຄົນ ພົບວ່າ ໄວກຸ່ມຄົນທີ່ແຊຣ໌ຂ່າວປອມຫຼາຍທີ່ສຸດຄືກຸ່ມອາຍຸ 65 ປີຂຶ້ນໄປ. ການທີ່ຈະຕັດສິນວ່າ ຂ່າວໃດປອມນັ້ນ ທີມງານໄດ້ກວດສອບລິ່ງຈ່າວທີ່ຖືກແຊຣ໌ ທຸກລິ່ງ ແລະ ຍັງສົມທຽບກັບລາຍຊື່ບັນຊີດຳທີ່ລວມຊື່ເວັບໄຊຂ່າວປອມໃນອາດີດ ເຊິ່ງລວລວມໂດຍ  Craig Silverman ນັກຂ່າວຂອງ BuzzFeed. ຜົນສຳຫຼວດຄື ຜູ້ອາຍຸສູງ ຊາວອາເມລິກັນເຫຼົ່ານີ້ ແຊຣ໌ຂ່າວປອມຫຼາຍເຖິງ 11% ສ່ວນກຸ່ມໄວທີ່ແຊຣ໌ຂ່າວປອມໜ້ອຍທີ່ສຸດໃນສະຫະລັດຄື ຄົນອາຍຸ 18-29 ປີ ເຊິ່ງມີພຽງ 3% ເທົ່ານັ້ນ. ທີ່ມາ: https://www.theverge.com/2019/1/9/18174631/old-people-fake-news-facebook-share-nyu-princeton https://gadgets.ndtv.com/social-networking/news/facebook-helps-reunite-siblings-after-65-years-317237

Read More »

ສະຫາຍ ຫງວຽນ ຟູ ຈ້ອງ ແລະ ພັນລະຍາ ພ້ອມຄະນະຈະຢ້ຽມຢາມລາວ

ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້ ການຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.  

Read More »

ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມຍຸຕິທຳ, ກະຊວງຍຸຕິທຳ ຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA). ທ່ານລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ...

Read More »

ສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການທ່ອງທ່ຽວໂລກຈັດກອງປະຊຸມສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ ສຳລັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຢູ່ທີ່ໂຮງແຮມຈຳປາສັກແກຣນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ທ່ານ ມາແຊວ ເລີຍີເຊີ ຜູ້ຈັດການຮ່ວມມືທາງດ້ານວິຊາການຂອງອົງການທ່ອງທ່ຽວໂລກ ທ່ານ ນາງ ມາລາ ຈັນທະລາມ ຮອງຫົວຫົວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ມີຜູ້ແທນຈາກປະເທດກຳປູເຈຍ, ຈີນ,ລາວ ,ໄທ,ມຽນມາ,ຫວຽດນາມ, ແລະ ຊຽນຊານ ບັນດາອົງການຈັດຕັ້ງສາກົນ ພະແນກການກົມກອງທີ່ກ່ຽວຂອງ ພາກລັດ , ພາກທຸລະກິດເຂົ້າຮ່ວມ, ໃນໂອກາດດັ່ງກ່າວ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງ ໃນການຈັດກອງປະຊຸມວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ຍົກໃຫ້ເຫັນບົດບາດຄວາມສຳຄັນໃນການພັດທະນາການທ່ອງທ່ຽວແບບຍືນຍົງ ການມີສ່ວນຮ່ວມຂອງພາກລັດ ພາກທຸລະກິດ ແລະ ຊຸມຊົນໃນການເປັນເຈົ້າການດ້ານພັດທະນາ ແລະ ...

Read More »

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ​ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (19-20 ກຸມພາ 2019) ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື: 1). ຮ່າງແຜນຜັງລວມຂອງນະຄອນຫຼວງວຽງຈັນ ຮອດ ປີ 2023; 2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ; 3). ຮ່າງກົດໝາຍ ວ່າດ້ວຍທີ່ດິນ; 4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; 5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ; 6). ບົດລາຍງານຄວາມຄືບໜ້າ ...

Read More »

ບາງທັດສະນະຂອງທ່ານທູດ ສສ ຫວຽດນາມ ຕໍ່ສາຍພົວພັນພິເສດລາວ-ຫວຽດນາມ

ໃນວັນທີ 18 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດ ຕໍ່ບັນດາສື່ມວນຊົນລາວ, ເນື່ອງໃນໂອກາດ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້, ໂດຍ ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໄດ້ມີຄວາມເຫັນ ແລະ ບາງທັດສະນະວ່າ: ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ...

Read More »