Startup ລະວັງຮັບມືບໍ່ທັນ!!! ທຸລະກິດຂະຫຍາຍໄວເກີນໄປ ອາດເປັນອັນຕະລາຍ…

ທຸລະກິດຂະຫຍາຍໄວຈົນເປັນອັນຕະລາຍ…

Startup ມືໃໝ່ມັກຈະພາວະນາໃຫ້ທຸລະກິດຂອງຕົວເອງກ້າວໜ້າ ແລະ ເຕີບໃຫຍ່ຢ່າງໄວວາ. ແຕ່ບາງຄັ້ງການທີ່ເຮົາປະສົບຄວາມສໍາເລັດແບບກ້າວກະໂດດກໍຈະເປັນອັນຕະລາຍໃຫ້ກັບທຸລະກິດໄດ້ ເຊັ່ນ ບໍ່ມີຄວາມພ້ອມໃນການຮັບມືກັບຄວາມປ່ຽນແປງ, ຕັດສິນໃຈແກ້ໄຂບັນຫາບໍ່ທັນ, ບໍ່ມີແຜນຮັບມືໃນເລື່ອງຕ່າງໆ ແລະ ຫຼາຍໆເລື່ອງ ໂດຍເຮົາສາມາດສຶກສາໄດ້ຈາກບົດຮຽນຂອງຜູ້ປະກອບການທີ່ເຕີບໃຫຍ່ຢ່າງໄວວາ ຈະສົ່ງຜົນທະໃນທາງລົບຕໍ່ທຸລະກິໄດ້ ເລີ່ມຈາກ:

  1. ວັດທະນະທໍາອົງກອນໄດ້ຮັບຜົນກະທົບ

ໜຶ່ງບັນຫາສໍາຄັນທີ່ບໍ່ມີໃຜຄາດຄິດກໍຄື ເມື່ອບຸກຄະລິກກະພາບ ແລະ ວັດທະນະທໍາອົງກອນຍັງບໍ່ແຂງແຮງ ຫຼືຍັງບໍ່ເປັນໄປຕາມໂຄສະນາ ຫຼືປະຊາສໍາພັນອອກໄປ. ແບຣນຍ່ອມໄດ້ຮັບຜົນກະທົບ ແລະ ຖືກກ່າວຫາວ່າສ້າງພາບໄດ້ງ່າຍໆ ຕົວຢ່າງ: ເຮົາບອກໄປເວົ້າວ່າ ທຸລະກິດຂອງເຮົາໃນຕອນນີ້ເປັນສັງຄົມແຫ່ງຄວາມສະເໝີພາບ, ຍຶດໝັ້ນຫຼັກຄວາມເທົ່າທຽມກັນ. ແຕ່ຄົນໃນບໍລິສັດກີດກັນເພດທີສາມ ຫຼືບໍ່ໃຫ້ໂອກາດຜູ້ພິການເຂົ້າເຮັດວຽກດ້ວຍອັກຄະຕິສ່ວນຕົວ ແບບນີ້ເອີ້ນວ່າຂັດກັບຄວາມເປັນຈິງ ແລະ ຈະຖືກໂຈມຕີໃນທີ່ສຸດ.

ສິ່ງທີ່ຕ້ອງເຮັດ: ໃນໄລຍະທໍາອິດ ເຮົາສາມາດຫຼໍ່ຫຼອມວັດທະນະທໍາອົງກອນໄດ້ບໍ່ຍາກ ເພາະມີຈໍານວນພະນັກງານບໍ່ເທົ່າໃດຄົນ ແລະ ເມື່ອຕ້ອງຂະຫຍາຍທຸລະກິດ ພະຍາຍາມຊອກວິທີໃຫ້ແນ່ໃຈວ່າໄດ້ປູກຝັງວັດທະນະທໍາທີ່ດີ ແລະ ແບບດຽວກັນໃຫ້ພະນັກງານທຸກຄົນແລ້ວ.

  1. ຄວາມຊັບຊ້ອນທາງດ້ານການເງິນ

ຫາກທຸລະກິດຂອງເຮົາເຕີບໃຫຍ່ຂຶ້ນຢ່າງໄວວາດ້ວຍເງິນຈາກນັກລົງທຶນ ເຊິ່ງຫຼາຍຄົນເບິ່ງວ່າເປັນເລື່ອງທີ່ດີ, ໃນຂະນະທີ່ບາງຄົນເບິ່ງວ່າເປັນຝັນຮ້າຍ. ຄວາມຈິງທຸລະກິດກໍມີທັງດ້ານບວກ ແລະ ດ້ານລົບ ໂດຍໃນດ້ານລົບນັ້ນຜູ້ໃຫ້ເງິນສະໜັບສະໜູນຍ່ອມຫວັງຜົນຕອບແທນ, ອາດຈະຄອຍເບິ່ງເຮົາທຸກກ້າວຍ່າງ, ຄອຍຄວບຄຸມ ແລະ ຮ້າຍແຮງໄປກວ່ານັ້ນຄືອອກຄໍາສັ່ງກັບເຮົາໂດຍກົງ.

ສິ່ງທີ່ຕ້ອງເຮັດ: ກ່ອນຈະຂໍເງິນຈາກແຫຼ່ງທຶນໃດໆ ພະຍາຍາມເຮັດວຽກບ້ານໃຫ້ດີວ່າ ຜູ້ໃຫ້ເງິນຕ້ອງການຫຍັງຈາກເຮົາ ແລະ ພະຍາຍາມລາຍງານສິ່ງທີ່ເຮົາຄາດຫວັງວ່າຈະໄດ້ຍິນ ເພາະຖ້າເຮົາຄວບຄຸມເກມໄດ້, ສ້າງກໍາໄລ ຫຼືຜົນລັບຕາມທີ່ຜູ້ໃຫ້ເງິນຕ້ອງການ ເຂົາຍ່ອມບໍ່ຈໍາເປັນຕ້ອງລົງທຶນມາຄຸມເກມທຸລະກິດນີ້ດ້ວຍຕົນເອງ

  1. ຈ່າຍເງິນບໍ່ທັນ

ການທີ່ທຸລະກິດເຕີບໃຫຍ່ ຍ່ອມມີເລື່ອງຂອງລາຍຈ່າຍທີ່ເພີ່ມຫຼາຍຂຶ້ນເຂົ້າມາ. ຕົວຢ່າງ ການປັບແຕ່ງຫ້ອງການໃຫ້ງາມ, ຊື້ເຟີນີເຈີໃໝ່, ວັດສະດຸອຸປະກອນໃໝ່ໆ, ຄ່າໂຄສະນາ ຫຼືປະຊາສໍາພັນເພື່ອສ້າງພາບລັກໃຫ້ກັບອົງກອນ. ສິ່ງເຫຼົ່ານີ້ຄືຕົ້ນທຶນທີ່ຜູ້ປະກອບການບາງຄົນບໍ່ທັນຄິດ ແລະ ກາຍເປັນໜີ້ຈາກຄ່າໃຊ້ຈ່າຍເຫຼົ່ານີ້ໂດຍບໍ່ຮູ້ຕົວ

ສິ່ງທີ່ຕ້ອງເຮັດ: ກວດສອບກະແສເງິນສົດ ແລະ ເງິນໝູນວຽນທາງທຸລະກິດໃຫ້ດີ ແລະ ພະຍາຍາມຮອບຄອບໃຫ້ໄດ້ທີ່ສຸດ ວິເຄາະວ່າແມ່ນຫຍັງສໍາຄັນ ຫຼືບໍ່ສໍາຄັນ ເພາະເມື່ອເຮົາມາເຮັດທຸລະກິດແລ້ວຕ້ອງຄິດສະເໝີວ່າ ຈ່າຍເງິນໄປແລ້ວ ຄວນຈະໄດ້ກັບຄືນມາເທົ່າໃດ ຖ້າຈ່າຍໄປແລ້ວບໍ່ມີເຫດຜົນດີຫຍັງ ບໍ່ໄດ້ເງິນກັບຄືນມາ ກໍແປວ່າຄ່າໃຊ້ຈ່າຍນັ້ນຍັງບໍ່ຈໍາເປັນຕ້ອງຈ່າຍ

  1. ຕ້ອງຈ້າງພະນັກງານເພີ່ມຢ່າງເໝາະສົມ

ການຂະຫຍາຍຕົວຂອງທຸລະກິດທີ່ໄວວາເກີນໄປ ຈະເຮັດໃຫ້ພະນັກງານຈໍານວນເທົ່າເກົ່າ ຕ້ອງຮັບພາລະວຽກທີ່ຫຼາຍຂຶ້ນໄປນໍາ. ພະນັກງານເທົ່າເກົ່າກັບປະລິມານວຽກທີ່ຫຼາຍເກີນໄປຍ່ອມເຮັດໃຫ້ຄຸນນະພາບຫຼຸດລົງ ສົ່ງຜົນກະທົບທັງຕໍ່ລູກຄ້າທີ່ມາໃຊ້ບໍລິການ ແລະ ສຸຂະພາບຈິດຂອງພະນັກງານ. ດັ່ງນັ້ນ ຕ້ອງພະຍາຍາມຮັບພະນັກງານໃໝ່ໃນປະລິມານທີ່ເໝາະສົມ.

ສິ່ງທີ່ຕ້ອງເຮັດ: ພະນັກງານເປັນຮາກຖານຂອງຄວາມສໍາເລັດໃນທຸລະກິດຂອງເຮົາ ຢ່າພະຍາຍາມປະຢັດໃນສິ່ງທີ່ບໍ່ຄວນປະຢັດ. ສິ່ງທີ່ຈໍາເປັນຄືແຜນວຽກຂອງພະນັກງານທີ່ຈະເຂົ້າມາ ວ່າເຂົາມີໜ້າທີ່ຫຍັງ, ເໝາະສົມກັບຕໍາແໜ່ງທີ່ໄດ້ຮັບ ຫຼືບໍ່ຕ່າງຫາກ. ຫຼືຖ້າສະຖານະການເງິນຍັງບໍ່ພ້ອມ ອາດຈະຈ້າງພະນັກງານ Part time ມາກໍໄດ້.

ຂອບໃຈຂໍ້ມູນຈາກ: www.smethailandclub.com

Comments