ລາວບັບໂຟຼໂລ ເດຣີ ຕົວແບບທຸລະກິດທີ່ດີ ຈາກອາເມຣິກາ

ໃນວັນທີ 14 ກຸມພາ 2019, ຜູ້ຕາງໜ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມຣິກາ  ໄດ້ມອບອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10.000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ.

The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມຣິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ.

ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ:  ເນີຍແຂງ, ນົມສົ້ມ ແລະ ກະແລມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການຜະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນ ທີ່ໄດ້ສັ່ງຊື້ຜະລິດຕະພັນດັ່ງກ່າວ.

ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The Laos Buffalo Dairy ໄດ້ເພີ່ມການຜະລິດໃນແຕ່ລະມື້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຳນວນເພີ່ມຂື້ນ ແລະ ນີ້ຍັງເປັນການປະກອບສ່ວນອັນສໍາຄັນດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງເສດຖະກິດທ້ອງຖິ່ນ.

ຊາວກະສິກອນທີ່ໃຫ້ເຊົ່າຄວາຍຂອງເຂົາເຈົ້າເປັນໄລຍະເວລາຫຼາຍກວ່າຫົກເດືອນໄດ້ມີລາຍໄດ້ທີ່ໝັ້ນຄົງເຊິ່ງຊ່ວຍໃຫ້ພວກເຂົາສາມາດຈ່າຍຄ່າໃຊ້ຈ່າຍຕ່າງໆພາຍໃນຄົວເຮືອນ ລວມທັງຄ່າຮຽນ ແລະ ຄ່າອາຫານ. ຄວາຍທີ່ຢູ່ໃນ Laos Buffalo Dairy ຍັງໄດ້ຮັບການສັກຢາວັກແຊ່ງ ເຊິ່ງຊ່ວຍໃຫ້ອັດຕາການຕາຍຂອງລູກສັດລ້ຽງຫຼຸດລົງຢ່າງຫຼວງຫຼາຍ ແລະ ສິ່ງທີ່ສຳຄັນຍັງເປັນການພັດທະນາສຸຂະພາບຂອງສັດລ້ຽງໃນໄລຍະຍາວ.

 ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ຮ່ວມເປັນສັກຂີພະຍານໃນພິທີມອບ ທ່ານໄດ້ກ່າວວ່າ: Laos Buffalo Dairy ເປັນຕົວແບບທຸລະກິດທີ່ດີຈາກສະຫະລັດອາເມຣິກາ ໃນການເຮັດໜ້າທີ່ຢູ່ຕ່າງປະເທດ ແລະ ສົ່ງເສີມການເປັນແບບຢ່າງທາງດ້ານທຸລະກິດທີ່ມີຄວາມຮັບຊອບຕໍ່ສັງຄົມ ແລະ ທຸລະກິດນີ້, ທຸກໆຄົນລ້ວນແຕ່ມີຜົນປະໂຫຍດ – ຊາວກະສິກອນໄດ້ມີລາຍຮັບ, ສັດລ້ຽງໄດ້ຮັບວັກແຊ່ງ ແລະ ຜູ້ບໍລິໂພກ ຄືຂ້າພະເຈົ້າເອງ ກໍໄດ້ປະໂຫຍດຈາກເນີຍແຂງ ແລະ ກະແລມ.

ຄວາຍຈຳນວນ 100ໂຕບວກກັບລູກຂອງພວກມັນຢູ່ Laos Buffalo Dairy ແຫ່ງນີ້ໄດ້ເຮັດໃຫ້ຜະລິດຕະພັນນົມເພີ່ມຂື້ນ ແລະ ສາມາດສ້າງວຽກໃໝ່ໄດ້ເກືອບຮອດ 500 ຕໍາແໜ່ງງານໃຫ້ຕະຫຼາດແຮງງານຢູ່ໃນທ້ອງຖິ່ນ.

ທ່ານ Susie Martin  ຜູ້ອໍານວຍໃຫຍ່ Laos Buffalo Dairy ໄດ້ສະແດງຄວາມຍີນດີຕໍ່ກັບການສະໜັບສະໜູນເຊິ່ງມັນເປັນການຊ່ວຍເປີດໂອກາດໃຫ້ທຸລະກິດກ້າວສູ່ຕະຫຼາດໃໝ່ໃນ ສປປ ລາວ ແລະ ຕະຫຼາດອື່ນໆນໍາອິກ. ທ່ານ ກ່າວວ່າ: ພວກເຮົາຮູ້ສຶກດີໃຈຫຼາຍຕໍ່ກັບການສະໜັບສະໜູນທີ່ພວກເຮົາໄດ້ຮັບຈາກ ອົງການ Spirit of America ແລະ ສະຖານທູດສະຫະລັດອາເມຣິກາ.

ອຸປະກອນເຫຼົ່ານີ້ຍັງຈະຊ່ວຍໃຫ້ພວກເຮົາສາມາດຜະລິດປະລິມານນໍ້ານົມທີ່ມີຄຸນນະພາບໃຫ້ຫຼາຍຂື້ນກວ່າເກົ່າເພື່ອຕອບສະໜອງຢ່າງພຽງພໍໃຫ້ແກ່ຕະຫຼາດໃນ ສປປ ລາວ ແລະ ຍັງເປັນການເປີດໂອກາດໃນການສົ່ງອອກອິກດ້ວຍ. ນອກຈາກນີ້, ພວກເຮົາຍັງສາມາດເຊົ່າຄວາຍຈຳນວນຫຼາຍຂື້ນຈາກປະຊາຊົນໃນທ້ອງຖິ່ນ.

ທ່ານ Terrell Chandler ຜູ້ບໍລິຫານຂອງ ອົງການ Spirit of America ໄດ້ກ່າວວ່າ: ການໃຫ້ສະໜັບສະໜູນໃຫ້ແກ່ Laos Buffalo Dairy ໃນເທື່ອນີ້ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າອັນສໍາຄັນດ້ານຜູ້ປະກອບການຈາກສະຫະລັດອາເມລິກາ, ສະແດງໃຫ້ເຫັນເຖິງຄວາມກ້າວຫນ້າ ແລະ ໂອກາດທີດີຂື້ນໃນຊີວິດ.

ອົງການ Spirit of America ມີຄວາມຍີນດີຕໍ່ກັບການຮ່ວມມືກັບສະຖານທູດສະຫະລັດອາເມຣິກາ ແລະ Laos Buffalo Dairy  ເພື່ອສົ່ງເສີມໃຫ້ແກ່ Laos Buffalo Dairy ໃນການສ້າງຄວາມແຕກຕ່າງອັນສໍາຄັນໃຫ້ແກ່ເສດຖະກິດໃນທ້ອງຖິ່ນ ແລະ ໃນຊຸມຊົນ. ພວກເຮົາຖືວ່ານີ້ເປັນຫົນທາງອັນສຳຄັນໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດນຳອິກ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ.

Comments