ແອເອເຊຍ ເຊື່ອມໂຍງປະເທດລາວສູ່ 130 ປາຍທາງທົ່ວໂລກ

ໃນວັນທີ 13 ກຸມພາ 2019 ທີ່ຜ່ານມາ, ສາຍການບິນ ແອເອເຊຍໄດ້ຈັດງານພົບປະສື່ມວນຊົນລາວ ແລະ ຖະແຫຼງຂ່າວ ກ່ຽວກັບສາຍການບິນແອເອເຊຍ ເປັນສາຍການບິນລາຄາປະຢັດ ທີ່ດີທີ່ສຸດໃນໂລກ ດ້ວຍການໄດ້ຮັບລາງວັນ 10 ປີຊ້ອນ.  ໃຫ້ກຽດເປັນປະທານໄດ້ແກ່: ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ຂອງສາຍການບິນ ແອເອເຊຍ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມງານ. 

ທ່ານ ນາງ ລັດດາວັນ ມີຊັບວັດທະນາ ຜູ້ຈັດການ ຝ່າຍການຕະຫຼາດອິນດູຈີນ ໄດ້ກ່າວວ່າ: ແອເອເຊຍພ້ອມທີ່ຈະໃຫ້ບໍລິການດ້ວຍມາດຕະຖານສາກົນ ແລະ ເປີດເສັ້ນທາງບິນໃໝ່ ເພື່ອເຊື່ອມໂຍງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ ໃຫ້ຄວບຄຸມ ເພື່ອອໍານວຍຄວາມສະດວກດ້ານການເດີນທາງໃຫ້ຊາວລາວ. ປັດຈຸບັນ, ປະເທດໄທ ເປັນແຫຼ່ງທ່ອງທ່ຽວທີ່ຄົນລາວນິຍົມເດີນທາງໄປຊື້ເຄື່ອງ ແລະ ທ່ອງທ່ຽວ. ສ່ວນປະເທດ ມາເລເຊຍ ເປັນເມືອງທາງດ້ານການຄ້າ ແລະການລົງທຶນທີ່ສໍາຄັນໃນອາຊຽນ. ແອເອເຊຍ ໄດ້ເປີດໃຫ້ບໍລິການບິນກົງສູ່ປະເທດລາວຢ່າງຕໍ່ເນື່ອງ ພ້ອມນໍາສະເໜີເສັ້ນທາງບິນເຊື່ອງໂຍງລາວສູ່ 130 ປາຍທາງ ໃນທົ່ວໂລກ ຄວບຄຸມເສັ້ນທາງບິນສູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວອາຊີ.

ປັດຈຸບັນ, ແອເອເຊຍ ໃຫ້ບໍລິການຢູ່ໃນປະເທດລາວ 2 ແຂວງ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ. ລວມທັງໝົດແມ່ນ 3 ເສັ້ນທາງການບິນ ຄື: ນະຄອນຫຼວງວຽງຈັນ-ກຸງເທບ, ນະຄອນຫຼວງວຽງຈັນ-ກົວລາລໍາເປີ ປະເທດ ມາເລເຊຍ ແລະກຸງເທບ-ຫຼວງພະບາງ. ນອກນັ້ນ, ຍັງມີສາຍການບິນທີ່ເຊື່ອມຕໍ່ໄປປະເທດອື່ນໆອີກ 71 ສາຍທາງບິນ ເຊັ່ນ: ເກົາຫຼີໃຕ້, ຍີ່ປຸ່ນ, ບາຫຼີ, ຮົງກົງ ແລະສິງກະໂປ. ເຊິ່ງ ສາຍການບິນແອເອເຊຍ ພ້ອມໃຫ້ບໍລິການດ້ວຍມາດຕະຖານສາກົນ ແລະ ພ້ອມເປີດເສັ້ນທາງບິນໃໝ່ເຊື່ອມໂຍງຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ຄວບຄຸມ ເພື່ອອຳນວຍຄວາມສະດວກດ້ານການເດີນທາງໃຫ້ກັບຄົນລາວ ໄດ້ເດີນທາງ. ປັດຈຸບັນ ທັງຄົນໄທ ແລະ ມາເລເຊຍ ກໍນິຍົມມາທ່ອງທ່ຽວເມືອງລາວ ເພື່ອທ່ຽວຊົມທຳມະຊາດທີ່ສວຍງາມ ແລະ ສຶກສາວັດທະນະທຳອັນເປັນເອກະລັກໃນປະເທດລາວ.

ແອເອເຊຍ ຍັງຄົງຮັກສາການບໍລິການດ້ວຍມາດຕະຖານລະດັບສາກົນ ເຊິ່ງມີເຄື່ອງຮັບຮອງ ຈາກຫຼາຍລາງວັນ ທີ່ແອເອເຊຍໄດ້ຮັບ ໃນປີ 2018 ໂດຍສະເພາະລາງວັນຈາກ Skytrax ທີ່ມອບໃຫ້ແອເອເຊຍ ເປັນສາຍການບິນລາຄາປະຢັດທີ່ສຸດໃນໂລກ 10 ປີ ຊ້ອນ. ນອກຈາກນີ້ ແອເອເຊຍ ຍັງພ້ອມສະໜັບສະໜູນ ກິດຈະກຳຂອງທ່ອງຖິ່ນຢ່າງເຕັມທີ່ ເພື່ອສ້າງຄວາມໃກ້ຊິດ ກັບຄົນລາວ ແລະ ພ້ອມໃຫ້ບໍລິການຄົນລາວ ໄດ້ເດີນທາງໄປທ່ອງທ່ຽວ ກັບເຄືອຂ່າຍການບິນ ຂອງແອເອເຊຍ ແລະ ບໍລິການທີ່ເປັນມາດຕະຖານລະດັບໂລກ.

Comments