Freelance ເປັນອາຊີບທີ່ນິຍົມຂອງຄົນຍຸກປັດຈຸບັນ ແລະ ກໍາລັງເປັນທີ່ຕ້ອງການຂອງຕະຫຼາດ… ແຕ່ຕ້ອງເລືອກສາຍໃຫ້ຖືກ! ຖ້າເລືອກຖືກກຽມຮັບຊັບ!!!

Freelance ທີ່ຖືກຈ້າງຫຼາຍທີ່ສຸດ…

ພະນັກງານ Freelance ຍັງຄົງເປັນອາຊີບທີ່ດີທີ່ສຸດຂອງຄົນຍຸກນີ້, ເຊິ່ງຈາກສະຖິຕິລະບຸວ່າ ປັດຈຸບັນອາຊີບ Freelance ໃນບ້ານເຮົາເພີ່ມຂຶ້ນຫຼາຍ ແລະ ມີທ່າອ່ຽງວ່າຈະເພີ່ມຂຶ້ນອີກໃນອະນາຄົດ. ເຊິ່ງເຫດຜົນຫຼັກໆທີ່ເຮັດໃຫ້ອາຊີບນີ້ໄດ້ຮັບຄວາມສົນໃຈຄື ໄດ້ເປັນນາຍຕົນເອງ, ບໍ່ມີໝູ່ຮ່ວມງານຄອຍກວນໃຈ, ຫາກບໍລິຫານຈັດການເວລາໄດ້ດີ ກໍມີເວລາວ່າງຫຼາຍພໍທີ່ຈະເຮັດໃນສິ່ງທີ່ຢາກເຮັດ ແລະ ເປັນທີ່ຕ້ອງການຂອງຕະຫຼາດ. ເພາະສາມາດຊ່ວຍຜູ້ຈ້າງຫຼຸດຄ່າໃຊ້ຈ່າຍໄດ້ເຖິງ 60% ເມື່ອທຽບກັບການຈ້າງພະນັກງານປະຈໍາ.

ສໍາລັບຄົນທີ່ຢາກຍ່າງຕາມເສັ້ນທາງສາຍນີ້ ຕ້ອງກຽມຕົວໃຫ້ພ້ອມທັງໃນເລື່ອງຂອງແຟ້ມຜົນງານ ເພື່ອໃຊ້ປະກອບການສະເໜີວຽກໃຫ້ລູກຄ້າ, ຕາຕະລາງການເຮັດວຽກທີ່ຕ້ອງຈັດໃຫ້ຊັດເຈນ ເພື່ອຈະໄດ້ຮັບບໍລິຫານເວລາໄດ້ຢ່າງມີປະສິດທິພາບ ແລະ ສຶກສາເລື່ອງອື່ນໆທີ່ກ່ຽວຂ້ອງ ເພື່ອຮັກສາຜົນປະໂຫຍດຂອງຕົນເອງໃຫ້ໄດ້ຫຼາຍທີ່ສຸດ ເຊັ່ນ ເງື່ນໄຂການຈ້າງວຽກ ແລະ ການກໍານົດລາຄາຄ່າຈ້າງຢ່າງເໝາະສົມ ເປັນຕົ້ນ.

ນອກນັ້ນ Freelance ຍັງຈໍາເປັນຕ້ອງຮູ້ແນວໂນ້ມຂອງຜູ້ຈ້າງນໍາວ່າ ໄລຍະນີ້ນິຍົມຈ້າງວຽກປະເພດໃດ ເພື່ອຈະໄດ້ກຽມພ້ອມຮັບມືກັບປະລິມານວຽກທີ່ອາດຈະເພີ່ມຂຶ້ນ, ຫາກເປັນ Freelance ໃນປະເພດວຽກນັ້ນ ຫຼືຈະໄດ້ປ່ຽນສາຍວຽກໄດ້ທ່ວງທັນ ເພື່ອຮອງຮັບຄວາມຕ້ອງການຂອງຜູ້ຈ້າງ. ໂດຍຫຼ້າສຸດ Facebook Platform ທີ່ຮວບຮວມຂໍ້ມູນ Freelance ແລະ ມືອາຊີບດ້ານຕ່າງໆກວ່າ 30.000 ວຽກ. ໄດ້ເປີດເຜີຍ 5 ປະເພດວຽກທີ່ຖືກຈ້າງຫຼາຍທີ່ສຸດ ດັ່ງນີ້

ອັນດັບ 1: Graphic ແລະ Design 35%

ອັນດັບ2: ການຕະຫຼາດ ແລະ ໂຄສະນາ 20%

ອັນດັບ​ 3: ເວັບ ແລະ ໂປຣແກຣມເມີ່ 15%

ອັນດັັບ 4: ຂຽນ ແລະ ແປພາສາ 10%

ອັນດັບ 5: ວຽກຮູບ ແລະ ສຽງ 20%

ຂໍຂອບໃຈທີ່ມາ: www.smethailandclub.com

 

Comments