News

ຮອງນາຍົກ ຮ່ວມປ່ອຍຄືນສູ່ທຳມະຊາດ ຈຳນວນ 2 ແສນກວ່າໂຕ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາທູດຕານຸທູດ, ຮອງລັດຖະມົນຕີ ແລະ ພໍ່ແມ່ປະຊາຊົນ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ, ອະນຸລັດສັດນ້ຳ ແລະ ສັດປ່າ ແຫ່ງຊາດ ທີ່ອ່າງນ້ຳຊ່ວງ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 13 ກໍລະກົດ 2019. ສຳລັບປີ 2019 ນີ້ ມີແຜນຈະປ່ອຍປາ ຄືນສູ່ທຳມະຊາດຈຳນວນ 50 ລ້ານໂຕ ໃນຂອບເຂດທົ່ວປະເທດ, ສະເພາະ ນະຄອນຫຼວງວຽງຈັນ ມີເປົ້າໝາຍປ່ອຍປາ ຈຳນວນ 580.000 ໂຕ ແລະ ສຳລັບມື້ນີ້ໄດ້ປ່ອຍປາ ທັງໝົດຈຳນວນ 250.000 ໂຕ, ຊຶ່ງປະກອບມີ ປາປາກ, ປາເຂັງ, ປາເກັດແລບ, ປານິນ ແລະ ປາໄນ, ນອກຈາກນີ້ຈະໄດ້ປ່ອຍພໍ່ພັນ ແລະ ແມ່ພັນປາທໍາມະຊາດ ຈຳນວນ 550 ...

Read More »

ງານເປີດໂຕລົດລຸ້ນໃຫມ່ ຟອດ ເອັກໂຄສະປອດ ຄວາມປອດໄພລະດັບ 5 ດາວ

ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ ໂດຍທ່ານນາງ ສີວິໄລ ສຸດທຳມະວົງ ຕາງໜ້າທີ່ປຶກສາທາງດ້ານການຂາຍ, ມີບັນດາຄະນະຜູ້ບໍລິຫານລາວຟອດຊີຕີ້ ແລະ ລູກຄ້າເຂົ້າຮ່ວມງານເບິກບານມ່ວນຊື່ນ ພ້ອມກັບແຈກຂອງຂວັນລາງວັນຫຼາກຫຼາຍຢ່າງໃຫ້ກັບຜູ້ເຂົ້າຮ່ວມງານ. ຟອດເອັກໂຄ ສະປອດ ໃໝ່ ທີ່ເປັນລົດ SUV ຂະໜາດນ້ອຍທີ່ດີທີ່ສຸດສຳລັບຄົນໃຊ້ຊີວິດໃນເມືອງ ແລະ ມາພ້ອມກັບເຄື່ອງຈັກໃຫມ່ 1.oL EcoBoost ທີ່ໃຫ້ພະລັງ ແລະ ຄວາມປະຢັດນໍ້າມັນສຸດໆ 23 ກິໂລແມັດ ຕໍ່ລິດ ແຕ່ຈະມີຄວາມແຮງກວ່າລຸ້ນເກົ່າ ເຮັດໃຫ້ຂັບໄດ້ໃຈກວ່າເກົ່າ ສົມກັບໄດ້ຮັບລາງວັນເຄື່ອງຈັກດີເດັ່ນ 6 ປີຊ້ອນ (2012-2017) ເຊິ່ງເຮັດໃຫ້ມີການຍອມຮັບກັນທົ່ວໂລກ. ເອັກໂຄ ສະປອດ ...

Read More »

13 ກໍລະກົດ 2019 ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 110 ປີ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9 ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫຼວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ເພິ່ນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ...

Read More »

ສປປ ລາວ ແລະ ສະຫະລັດອາເມລິກາ ຮ່ວມມືສະໜັບສະໜູນຊາວກະສິກອນ ແລະ ເສີມຂະຫຍາຍດ້ານການຄ້າ

ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ເສີມຂະຫຍາຍການຄ້າ ໃຫ້ແກ່ຜົນຜະລິດທາງດ້ານກະສິກໍາຂອງລາວ. ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການວິນຣັອກ ສາກົນ (WinrockInternational) ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ ຂອງ ກະຊວງກະສິກໍາ ແຫ່ງ ສ. ອາເມລິກາ (CLEAN) ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ. ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານນາງ ຣີນາບິດເຕີແລະ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນສັກຂີພະຍານ ໃນການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ວິໄລສຸກ ເຄນນາວົງ ຫົວໜ້າກົມປູກຝັງ ແລະ ທ່ານ ອາເລັກຊານເດີ ດາຮານ ຫົວໜ້າໂຄງການ CLEAN. ໂຄງການ CLEAN ແມ່ນໂຄງການໄລຍະ ...

Read More »

ປິນີ້!!! ທົ່ວປະເທດ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ ແລ້ວ 28 ຄົນ

ປັດຈຸບັນສະພາບ ການລະບາດຂອງພະຍາດ ໄຂ້ຍຸງລາຍ ຢູ່ຫລາຍແຂວງ ໃນ ທົ່ວປະເທດ ແມ່ນມີທ່າອ່ຽງມເພີ່ມຂຶ້ນ ນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖຸນາ 2019 ນີ້, ມີຜູ້ຕິດເຊື້ອ 12.550 ຄົນ, ເສຍຊີວິດ 28 ຄົນ, ໃນນັ້ນ ແຂວງ ທີ່ຕິດເຊື້ອຫລາຍກວ່າໝູ່ ແມ່ນ ແຂວງ ຈຳປາສັກ 2.532 ຄົນ, ເສຍຊີວິດ 5 ຄົນ. ດັ່ງນັ້ນ ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ ກຳຈັດ ແລະ ທຳລາຍ ແຫລ່ງເພາະພັນ ໜອນນ້ຳຍຸງລາຍ ທີ່ເປັນພາຫະນຳເຊື້ອ ໄຂຍຸງລາຍ ເປັນວຽກງານໜຶ່ງທີ່ສຳຄັນ ທີ່ຈະຕ້ອງໄດ້ ຈັດຕັ້ງປະຕິບັດ ໃຫ້ເປັນປະຈຳທຸກອາທິດ ແນໃສ່ເຮັດໃຫ້ ການລະບາດ ຂອງ ໄຂ້ຍຸງລາຍໃຫ້ຫລຸດລົງ ເທື່ອລະກ້າວ. ການທຳລາຍແຫລ່ງ ເພາະພັນ ໜອນນ້ຳຍຸງລາຍ ບໍ່ພຽງແຕ່ ແມ່ນໜ້າທີ່ ຂອງສຳນັກງານ, ອົງ ການໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ ຂອງໝົດທຸກຄົນໃນທົ່ວສັງຄົມ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ ກຳຈັດ ...

Read More »

ເຂົ້າສານ ໃນຕະຫຼາດລາຄາແພງຂຶ້ນ ເຂົ້າບາງປະເພດເລີ່ມຂາດຕະຫຼາດ ຍ້ອນ…

ເຂົ້າບາງປະເພດເລີ່ມຂາດຕະຫຼາດເຮັດໃຫ້ລາຄາເຂົ້າແພງຂຶ້ນ ໂດຍສະເພາະແມ່ນເຂົ້າເປືອກທີ່ໂຮງສີຊື້ຈາກຊາວນາໃນໄລຍະຕົ້ນປີຢູ່ທີ່ລະດັບ 2.500 ກີບ ຫາ 2.800 ກີບຕໍ່ກິໂລ ຕົກມາຮອດປັດຈຸບັນປັບຂຶ້ນເປັນ 3.500 ກີບ ຫາ 3.800 ກີບຕໍ່ກິໂລ ສ່ວນເຂົ້າສານຂາຍຍ່ອຍຢູ່ຕາມທ້ອງຕະຫຼາດ 90 ພັນກີບຕໍ່ໝື່ນ ປັບຂຶ້ນຈາກຕົ້ນປີ 10.000 ກີບ. ຈາກການລົງຕິດຕາມຮ້ານຂາຍເຂົ້າເຂດຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງຈັນ ຂອງທີມຂ່າວເຫັນວ່າລາຄາເຂົ້າປະເພດຕ່າງໆທີ່ຕິດລາຄາຂາຍຕາມໜ້າຮ້ານນັ້ນແມ່ປັບຕົວຂຶ້ນສູງຫຼາຍຖ້າທຽບໃສ່ຕົ້ນປີ ເຊັ່ນ: ເຂົ້າໜຽວບ້ານໂດນ ລາຄາ 90.000 ຫາ 110.000 ກີບຕໍ່ໝື່ນ, ເຂົ້າໄກ່ນ້ອຍ ລາຄາ 110.000 ກີບຕໍ່ໝື່ນ, ເຂົ້າຈ້າວ ລາຄາ 100.000 ຫາ 110.000 ກີບຕໍ່ໝື່ນ. ແມ່ ຈັນມະລິ ຂາຍເຂົ້າສານສົ່ງ ແລະ ຂາຍຍ່ອຍ ກ່າວວ່າ: ລາຄາເຂົ້າປີນີ້ແມ່ນສູງຂຶ້ນຫຼາຍ ຂາຍເຂົ້າຍາກ, ມີກຳໄລໜ້ອຍ ເພາະຊື້ມາໃນລາຄາແພງ ເຊັ່ນ: ເຂົ້າສານໜຽວບ້ານໂດນ ລາຄາປັດຈຸບັນຊື້ 380.000 ກີບຕໍ່ເປົາ ນຳມາຂາຍຍ່ອຍໄດ້ກຳໄລພຽງໝື່ນລະ 2.000 ຫາ 3.000 ກີບເທົ່ານັ້ນ, ...

Read More »

ໃຊ້ມາດຕະການເດັດຂາດແລ້ວ!!! ຕໍ່ກັບ ຮ້ານບັນເທີງ,ຮ້ານກິນດື່ມທີ່ເມີນເສີຍ

ຄະນະສະເພາະກິດຈາກພະ ແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ຈາກກອງ ບັນຊາການ ປກສ ແຂວງ, ນະຄອນໄກສອນ ພົມວິຫານ ແລະ ຫ້ອງການ ຖວທ ນະຄອນໄກ ສອນພົມວິຫານ ໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການທີ່ ເດັດຂາດແລ້ວຕໍ່ກັບຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມ ທີ່ບໍ່ປະຕິບັດຕາມລະບຽບການ ຫຼື ວ່າເມີນເສີຍ ກັບຄໍາແຈ້ງການເລກທີ 0749/ຖວທ, ລົງວັນທີ 6 ພຶດ ສະພາ 2019 ຊຶ່ງກໍໄດ້ຮັບສະແດງຄວາມຊື່ນຊົມຈາກສັງຄົມເປັນຈໍານວນຫຫຼວງຫຼາຍ ໃນນີ້ຄໍາແຈ້ງການດັ່ງກ່າວແມ່ນມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ. ຊຶ່ງໃນວັນທີ 5 ກໍລະກົດ 2019 ເລີ່ມແຕ່ເວລາ 20 ໂມງ 30 ນາທີ ຄະນະສະເພາະ ພະແແນກ ຖວທ ແຂວງ, ປະກອບມີ: ຫ້ອງການບໍລິຫານພະແນກ, ຂະແໜງວັດທະນະທໍາ, ທ່ອງທ່ຽວ, ກວດກາ, ເຈົ້າໜ້າທີ່ ...

Read More »

ສປປ ລາວ ເປີດນຳໃຊ້ ວີຊາອອນລາຍ (eVisa) ຢ່າງເປັນທາງການ ຢູ່ 2 ດ່ານ

ພາຍຫຼັງລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດ ດຳເນີນໂຄງການອອກວີຊາຜ່ານລະບົບອີເລັກໂຕຣນິກ ຫຼື eVisa ເພື່ອຄວາມສະດວກ ແລະ ວ່ອງໄວໃຫ້ແກ່ນັກທ່ອງທ່ຽວທີ່ມີຄວາມປະສົງຂໍວີຊາເຂົ້າ ສປປ ລາວ. ຫຼ້າສຸດ, ໃນວັນທີ 9 ກໍລະກົດ 2019 ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວວ່າ: ມາເຖິງປັດຈຸບັນ ສປປ ລາວ ​ໄດ້​ມີ​ຂໍ້ຕົກລົງ​ຍົກເວັ້ນວີ​ຊາປະ​ເພດ​ຕ່າງໆແບບສອງ​ຝ່າຍ ແລະ ຍົກ​ເວັ້ນຝ່າຍ​ດຽວ ກັບ 46 ປະ​ເທດໃນທົ່ວໂລກ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຍັງ​ໄດ້​ບໍລິການ​ອອກ​ວີ​ຊາ​ໃຫ້​ແກ່​ຄົນ​ຕ່າງປະ​ເທດ ທີ່​ມີ​ຈຸດປະສົງ​ເຂົ້າມາ ສປປ ລາວ ຜ່ານ​ ບັນ​ດາສະ​ຖານ​ທູດ, ສະ​ຖານ​ກົ​ງ​ສຸນ​ໃຫຍ່ ​ແລະ ຫ້ອງ​ການ​ກົງ​ສຸນຂອງ​ ສປປ ລາວ ຢູ່​​ຕ່າງ​ປະ​ເທດ​ ກໍຄື​ຜ່ານ​ໜ່ວຍ​ງານອອກ​ວີ​ຊາປະ​ຈຳ​ຢູ່​ດ່າ​ນ​ສາ​ກົນ​ຕ່າງໆ​ 21 ດ່ານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ເປັນ​ທາງ​ເລືອກ​ສຳ​ລັບການ​ຂໍ​ວີ​ຊາ ​ເຂົ້າສ​ປ​ປ ລາວ ຕື່ມ​ອີກ. ແຕ່​ການ​ບໍລິການ​ອອກ​ວີ​ຊາ​​ໃຫ້ແກ່​ຄົນ​ຕ່າງປະ​ເທດ ...

Read More »

ສະຖານທູດອາເມຣິກາ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000 ດາງ ໃຫ້ກັບຄອບຄົວຢູ່ຊົນນະບົດ

ຂ່າວດີຂ່າວດີ! ຕອນນີ້ມຸ້ງກັນຍຸງຈຳນວນຫຼາຍ ກຳລັງເດີນທາງໄປຫາຫຼາຍໆຄອບຄົວທີ່ຢູ່ໃນຊຸມຊົນ ເພື່ອເປັນການປ້ອງກັນພວກເຂົາຈາກໄຂ້ຍຸງ. ໃນວັນທີ່ 9 ກໍລະກົດ, ທ່ານທູດ ຣີນາ ບິດເຕີ ໄດ້ຕາງໜ້າ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000ດາງ ໃຫ້ກັບທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ. ມຸ້ງກັນຍຸງດັ່ງກ່າວ ແມ່ນຈະໄດ້ແຈກຢາຍໃຫ້ກັບບັນດາຄອບຄົວທີ່ອາໄສຢູ່ເຂດຊົນນະບົນຂອງແຂວງຈຳປາສັກ ເຊິ່ງສະຖິຕິ ຜູ້ຕິດເຊື້ອມາໄຂ້ຍຸງຍັງຄົງຢູ່ໃນລະດັບສູງ. ອົງການ USAID ໂດຍຜ່ານ President’s Malaria Initiative ໄດ້ໃຫ້ການຊ່ວຍເຫຼືອຫຼາຍກວ່າ 1.9 ລ້ານໂດລາ ໃນຂົງເຂດທາງດ້ານເຕັກນິກ ແລະ ເຄື່ອງມືຕ່າງໆ ພ້ອມທັງແຈກຢາຍມຸ້ງກັນຍຸງຫຼາຍກວ່າ 600.000ດາງ ໃຫ້ກັບລັດຖະບານແຫ່ງ ສປປ ລາວ ເພື່ອຕໍ່ສູ້ກັບມາເລເລຍ ແລະ ພະຍາດຕ່າງໆທີ່ເກີດຈາກຍຸງ. ການມີສ່ວນຮ່ວມດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ໄປເຖິງເປົ້າໝາຍໃນການປາບປາມມາເລເລຍໃຫ້ໝົດໄປໃນລາວພາຍໃນປີ 2030. Great news! More mosquito nets are coming to families in rural communities to ...

Read More »

ລັດຖະບານລາວ ໄດ້ຮັບເງິນກູ້ຍຶມ 300 ລ້ານໂດລາ ຈາກ ສປ ຈີນ ເພື່ອ…

ສປປລາວ ໄດ້ຮັບເງິນກູ້ຈຳນວນ 300 ລ້ານໂດລາສະຫະລັດ ຈາກລັດຖະບານແຫ່ງ ສປ ຈີນ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເມື່ອວັນທີ 9 ກໍລະກົດ 2019 ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ສປປລາວ ໄດ້ມີພິທີເຊັນສັນຍາເງິນກູ້ລະຫວ່າງ ທະນາຄານແຫ່ງ ສປປລາວ (ທຫລ) ກັບທະນາຄານ CDB ແຂວງຢູນນານ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຊຸກຍູ້ສົ່ງເສີມບົດບາດຂອງ SMEs ໃນການຂັບເຄື່ອນເສດຖະກິດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວ, ໂດຍສະເພາະໃນເງື່ອນໄຂຂອງ ສປປລາວ ທີ່ບັນດາຫົວໜ່ວຍ SMEs ມີຄວາມຕ້ອງການແຫຼ່ງທຶນຈຳນວນຫຼວງຫຼາຍ  ດັ່ງນັ້ນ, ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ຈຶ່ງມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ ເພື່ອສົ່ງເສີມພັດທະນາ SMEs ແກ່ ສປປລາວ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ວົງເງິນ 300 ລ້ານໂດລາສະຫະລັດ ...

Read More »