News

4 ສາເຫດຫຼັກ ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງ (ແລ້ວເຮົາຈະມີວິທີແກ້ໄຂໄດ້ແນວໃດ?)

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1. 85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ. ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1.85 ລ້ານກີບຕໍ່ເດືອນ.  ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ. ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ: ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019. ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%. ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື: ...

Read More »

ປະເທດຍີ່ປຸ່ນ ວາງແຜນ ຈະຜະລິດເງິນ ດິຈິຕອລ J-Coin ຂອງຕົນເອງ ພ້ອມເປີດໃຊ້ ປີ 2020 !!!

ປະເທດຍີ່ປຸ່ນ ຖືເປັນປະເທດໜຶ່ງ ທີ່ມີຄວາມຈະເລີນກ້າວໜ້າ ທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນ ໃນຂະແໜ່ງ ການເງິນ ເຕັກໂນໂລຊີ ( FinTech) ໂດຍມີການນໍາໃຊ້ Blockchain ແລະ Crytocurrencies ເຂົ້າມາ ພ້ອມມີກົດໝາຍຮັບຮອງເປັນທາງການ ກ່ຽວກັບການນໍາໃຊ້ Bitcoin ໃນຕົ້ນປີນີ້. ມີຫຼາຍຫ້າງຮ້ານບໍລິສັດ ໃນປະເທດຍີ່ປຸ່ນ ທີ່ໄດ້ເລີ້ມນໍາໃຊ້ ເງິນອີເລັກໂຕນິກ ເຂົ້າໃນການຈ່າຍເງິນ. ເຫັນໄດ້ຄວາມສໍາຄັນດັ່ງກ່າວ, ລັດຖະບານຍີ່ປຸ່ນ ຈຶ່ງຕັດສິນໃຈ ພັດທະນາໄປອີກຂັ້ນ ພັດທະນາເງິນອີເລັກໂຕຮນິກ ຂອງຕົນເອງ ໂດຍມີເປົ້າໝາຍ ສ້າງໃຫ້ສັງຄົມຍີ່ປຸ່ນ ກາຍເປັນສັງຄົມ ທີ່ບໍ່ໃຊ້ເງິນສົດ. ລະບົບເງິນອີເລັກໂຕຮນິກ J-Coin ນີ້ ຈະເປີດນໍາໃຊ້ເປັນທາງການ ກ່ອນການເປີດງານແຂ່ງຂັນ ກິລາໂອລິມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ !!! Japan Plans To Launch Their Own Digital Currency “J-Coin” By 2020 ! Japan is one of ...

Read More »

ວິຊາ ເລືອກສອບເສັງ ຊັ້ນ ມ 7 ອອກມາແລ້ວ!!! ເອກະພາບກັນທົ່ວປະເທດ

ວິຊາເລືອກ ສອບເສັງ ຂອງນ້ອງນັກຮຽນຊັ້ນ ມ 7 ເອກະພາບ ທົ່ວປະເທດ ອອກມາແລ້ວ!! ສາຍທຳມະຊາດໄດ້ແກ່ ວິຊາ ເຄມີສາດ ແລະ  ສາຍສັງຄົມໄດ້ແກ່ ວິຊາ ປະຫວັດສາດ !!! ສ່ວນວິຊາຫຼັກໆທີ່ຈະເສັງແມ່ນ: ວິຊາຄະນິດສາດ ແລະ ວິຊາ ພາສາລາວ-ວັນນະຄະດີ ຢູ່ແລ້ວ ລວມເສັງໃນປີນີ້, ນ້ອງນັກຮຽນຈະໄດ້ສອບເສັງທັງໝົດ 4 ວິຊານັ້ນເອງ. ຫວັງວ່າຈະ ຖືກໃຈນ້ອງນັກຮຽນ ຊັ້ນ ມ7 ກັນໝົດທຸກຄົນ.

Read More »

ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ວັນທີ 1 ມິຖຸນາ 2019

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫຼາຍ ! ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນເດັກສາກົນ ວັນ​ທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ...

Read More »

ພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ບໍລິສັດພົງສະຫວັນປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດ

ວັນທີ 24 ພຶດສະພາ 2019 ທີ່ໂຮງແຮມ ຄລາວພຣາຊ່າ,  ບໍລິສັດພົງສະຫວັນປະກັນໄພ (ເອພີເອ) ໄດ້ເຕີບໃຫຍ່ໄປອີກບາດກ້າວໜຶ່ງໃນການຂະຫຍາຍທຸລະກິດປະກັນໄພໃນລາວໂດຍໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດນາຍໜ້າປະກັນໄພທີ່ໃຫຍ່ທີ່ສຸດໃນລາວ ທີ່ມີຄວາມຊໍານານໃນການໃຫ້ບໍລິການປະກັນໄພໃຫ້ແກ່ບໍລິສັດ ແລະ ສະມາຄົມຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໃສຢູ່ໃນສປປລາວ. ຂໍ້ຕົກລົງເຊັນສັນຍາຮ່ວມດັ່ງກ່າວໄດ້ລົງນາມໂດຍທ່ານໂດມິນິກວິນລ້ຽມຜູ້ອໍານວຍການໃຫຍ່ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ)  ແລະ ທ່ານ ສະເຕຟານແອັສແບັກຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ຂອງບໍລິສັດເຈແອນຊີເຊີວິດ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມງານ ໂດຍ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນໃຫຍ່ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ), ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ເຂົ້າຮ່ວມ. ທ່ານ ໂດມິນິກ ວິນລ້ຽມ ໄດ້ກ່າວວ່າ “ນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນ ແລະ ຍິນດີທີ່ສຸດໃນການຂະຫຍາຍທຸລະກິດຂອງ ບໍລິສັດພົງສະຫວັນປະກັນໄພ, ເຊິ່ງການຮ່ວມມືຄັ້ງນີ້ ແມ່ນຈະເຮັດໃຫ້ໄດ້ຮັບໃຊ້ ແລະ ບໍລິການ ລູກຄ້າໄດ້ຫຼາກຫຼາຍກຸ່ມຍິ່ງຂຶ້ນ ແລະ ແນ່ໃຈໄດ້ວ່າຜະລິດຕະພັນຂອງພົງສະຫວັນປະກັນໄພ ທີ່ໄດ້ມີການຮ່ວມມືຈາກບໍລິສັດ ເຈແອນຊີ ເຊີວິດຜູ້ດຽວແມ່ນ ຈະກາຍເປັນຜູ້ນຳໃນຕະຫຼາດປະກັນໄພ ທີ່ສາມາດຕອບສະໜອງຄວາມຕ້ອງການແກ່ລູກຄ້າໄດ້ຢ່າງທົ່ວເຖິງ ແລະ ...

Read More »

ວາງສີລາເລີກ ການກໍ່ສ້າງສະໜາມກິລາ ເບສບອນ ແຫ່ງທໍາອິດ ຂອງ ສປປ ລາວ !

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ. ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ. ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ. ທີ່ມາ: Lao Youth Radio ...

Read More »

ແຈ້ງການປັບລາຄານໍ້າແອັດຊັງລົງ ແຕ່ນໍ້າມັນກາຊວນຂຶ້ນ!!! ທົ່ວປະເທດໃນມື້ອື່ນຕອນເຊົ້າ!!!

ແຈ້ງການປັບລົງລາຄາ ນ້ຳມັນແອັດຊັງພິເສດ 50 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 50 ກີບ/ລິດ ແລະ ປັບຂຶ້ນນ້ຳມັນກາຊວນ 80 ກີບ/ລິດ ເລີ່ມຈັດຕັ້ງປະຕິບັດ ແຕ່ເວລາ 6:00 ໂມງ ຂອງວັນທີ 31 ພຶດສະພາ 2019 ເປັນຕົ້ນໄປ.

Read More »

ລາວ-ຈີນ ຮ່ວມພັດທະນາທາງດ່ວນວຽງຈັນ -ບໍ່ເຕ່ນ-ບໍ່ຫານ

 ພິທີເຊັນສັນຍາຮ່ວມມື ວ່າດ້ວຍການພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ສປປ ລາວ ກັບ ສປ ຈີນ (ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ) ໄດ້ມີຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວແຜນການ ແລະ ການລົງທຶນ ແລະ ທ່ານ ເສິນ ເວີນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈຳກັດ ສປ ຈີນ. ຊຶ່ງມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ຮວນ ເສີງຢາ ເຈົ້າແຂວງຢຸນນານ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມນໍາດ້ວຍ. ໂຄງການທາງດ່ວນດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ...

Read More »

ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ

ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ. ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 – 28 ພຶດສະພາ 2019 ວ່າ: ເຂື່ອນນ້ຳງື່ມ 1 ສ້າງຕັ້ງຂຶ້ນໃນປີ 1968 ແລະ ສຳເລັດໃນປີ 1971 ກ່ອນຈະຍົກລະດັບການພັດທະນາມາເປັນແຕ່ລະໄລຍະ ຈົນເຮັດໃຫ້ປັດຈຸບັນມີທັງໝົດ 8 ເຄື່ອງຈັກມີກຳລັງການຜະລິດທັງໝົດ 275 ເມກາວັດ ( MW ) ເພື່ອສະໜອງໃຫ້ກັບລະບົບສົ່ງໄຟຟ້າພາກກາງ 1 ນະຄອນຫຼວງວຽງຈັນ ກ່ອນທີ່ຈະມີການແຈກຢາຍໃຫ້ກັບສັງຄົມໄດ້ຊົມໃຊ້. ແນວໃດກໍດີ, ໃນປີ 2018 ຜ່ານມາ ຈາກຝົນທີ່ຕົກລິນຕິດຕໍ່ກັນຍາວນານເຮັດໃຫ້ປະລິມານນ້ຳໃນເຂື່ອນເພີ່ມຂຶ້ນ ເຊັ່ນດຽວກັບນ້ຳຂອງ. ການເພີ່ມຂຶ້ນຂອງນ້ຳໃນໜ້າເຂື່ອນຈົນເຖິງຈຸດລະດັບທີ່ມີຄວາມສ່ຽງຈຶ່ງໄດ້ແຈ້ງການຈາກລັດຖະບານໃຫ້ປ່ອຍນ້ຳອອກເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນຫຼາຍບ້ານທີ່ອາໄສຕາມນ້ຳງື່ມໄດ້ຮັບຜົນກະທົບ, ເຄື່ອງປູກຂອງຝັງໄດ້ຮັບຄວາມເສຍຫາຍ. ຈາກບົດຮຽນປີຜ່ານມາ ເຊິ່ງລັດຖະບານກໍຄືລັດວິສາຫະກິດ ໄຟຟ້າລາວ ໄດ້ວາງທິດທາງແກ້ໄຂແຕ່ຫົວທີເພື່ອປ້ອງກັນແຕ່ຫົວທີ ໂດຍໃຫ້ເຂື່ອນໄດ້ເລີ່ມເດີນເຄື່ອງ 24 ຊົ່ວໂມງ ນັບແຕ່ເດືອນທີ່ມີຝົນຕົກຄືເດືອນພຶດສະພານີ້ ...

Read More »

ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບອຸປະກອນກໍ່ສ້າງ ມູນຄ່າ 1,29 ຕື້ກີບ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ: ໃນໂອກາດ ທີ່ລົງເຄື່ອນໄຫວເຮັດວຽກ ຢູ່ 4 ແຂວງພາກໃຕ້ ເມື່ອບໍ່ດົນມານີ້, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບອຸປະກອນກໍ່ສ້າງໃຫ້ແຂວງອັດຕະປື ມູນຄ່າ 1,29 ຕື້ກີບ, ຕາງໜ້າຮັບໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ເພື່ອນຳໄປມອບໃຫ້ປະຊາຊົນ ທີ່ປະສົບໄພພິບັດໄປຕໍ່ເຕີມ ເຮັດເທີບມຸງເຮືອນ.

Read More »