News

ກະຊວງ ຮສສ ຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນ ປະຈຳປີ 2018

ວັນທີ 13 ກຸມພາ 2019 ຜ່ານມານີ້, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່, ຄອບຄົວ ແລະ ບຸກຄົນດີເດັ່ນ ຂຶ້ນຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີບັນດາກົມ, ຄອບຄົວ ແລະ ພະນັກງານລັດຖະກອນ ອອ້ມຂ້າງກະຊວງ ຮສສ ເຂົ້າຮ່ວມ. ການຍ້ອງຍໍຄັ້ງນີ້ປະກອບມີ ກົມກອງດີເດັ່ນປະເພດ I ,ມີ 8 ກົມກອງ, ປະເພດ II ມີ 2 ກົມກອງ ແລະ ປະເພດ III ມີ 8 ກົມກອງ; ຍ້ອງຍໍຄອບຄົວດີເດັ່ນປະເພດ I ມີ 28 ຄອບຄົວ, ປະເພດ II 38 ຄອບຄົວ ແລະ ປະເພດ ...

Read More »

ສະພາການຄ້າ ຕັ້ງໂຕະ ໃຫ້ຄຳປຶກສາ ແກ່ຜູ້ປະກອບການ SME ຟຣີ ເຊີນເຂົ້າຮ່ວມໄດ້!!!!

ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ ເຊິ່ງຈະ ?ເລິ່ມຕົ້ນຕັ້ງແຕ່ວັນທີ 13 ກຸມພາ 2019 ເປັນຕົ້ນໄປ ?ສະຖານທີ່: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ?ພິເສດໄປກວ່າຈະມີການໃຫ້ບໍລິການເຮັດທຸລະກຳຕ່າງໆຂອງທະນາຄານພັດທະນາລາວເຊັ່ນ: ການເປີດບັນຊີ, ການອອກບັດ ATM, ການຕິດຕັ້ງແອພພີເຄຊັນ LDB Trust ແລະ ອື່ນໆ ❗ໝາຍເຫດ: ຮັບໃຫ້ຄຳປຶກສາຈຳນວນຈຳກັດ (8 ຄົນຕໍ່ຄັ້ງ) ຕ້ອງສົ່ງແບບຟອມກ່ອນມື້ທີ່ຈະຈັດງານ 1 ວັນ ລັດຖະການ ສຳລັບການບໍລິການທົ່ວໄປ ຂອງ ທະນາຄານພັດທະນາລາວແມ່ນບໍ່ມີຈຳກັດ ຕິດຕໍ່ສອບຖາມປະກອບຟອມໄດ້ທີ່ ☎021 416266, 021 416267 ຫຼື Inbox ເຂົ້າມາໄດ້ ທີ່ມາ: Laos SME Service Center ກັບມາອີກແລ້ວກັບການຕັ້ງໂຕະໃຫ້ຄຳປຶກສາຕົວຕໍ່ຕົວຟຣີ???ໃຫ້ແກ່ຜູ້ປະກອບການທຸລະກິດ SME ເຊິ່ງທາງເຮົາຈະຈັດທຸກໆວັນພຸດ ຂອງ ທຸກໆເດືອນ… Posted by Laos SME Service Center on Friday, February ...

Read More »

ຢາກໄປສຶກສາຕໍ່ປະລິນຍາຕີ ຢູ່ມະຫາວິທະຍາໄລທີ່ມີຊື່ສຽງອັນດັບ 1 ຂອງໄທ ສະໝັກດ່ວນ….

ເປີດແລ້ວ ທຶນການສຶກສາ ລະດັບປະລິນຍາຕີ ສອນເປັນພາສາອັງກິດ ?? ຫຼັກສູດບໍລິຫານທຸລະກິດບັນດິດ(Bachelor of Business Administration” ຢູ່ທີ່ມະຫາໄລ ທີ່ມີຊື່ສຽງ ອັນດັບ 1 ຢູ່ປະເທດໄທ ຈຸລາລົງກອນ ມະຫາວິທະຍາໄລ. ນັກຮຽນຕ່າງປະເທດ ໄດ້ຮັບທຶນຮຽນຟຣີ ໃນປີທໍາອິດ ແລະ ຈະໄດ້ຮັບເງິນສະໜັບສະໜູນຄ່າເທີມ ໃນປີຕໍ່ໆໄປອີກ 4 ໝື່ນກ່ວາບາດ ຫຼື ປະມານເຄິ່ງໜຶ່ງ ຂອງຄ່າຮຽນ ທັງໝົດ ! ຜູ້ສະຫມັກ ພຽງແຕ່ໃຊ້ຄະແນນ TOEFL ຫຼື IELTS ກັບຄະແນນ SAT ຂັ້ນຕໍ່າ 1,170 ຄະແນນ ຂຶ້ນໄປ ເທົ່ານັ້ນ. ສົນໃຈສະໝັກ: Search ຊອກຫາ ຄໍາວ່າ “BBA Chula” ກົດເບິ່ງບ່ອນ Admission for International Students. ປິດຮັບສະໝັກ: 29 ມີນາ 2019 ທີ່ມາ: Lao Youth Radio FM ...

Read More »

ເບຍລາວໄວ້ທ ໄດ້ໄປຕໍ່ ສ່ວນເບຍລົດຊາດອື່ນໆຈະຜະລິດຮອດ…..

ກະປ໋ອງເບຍລາວ Limited Edition  ປີໃໝ່ລາວ 2562 ໃນປີ 2019 ນີ້ບໍລິສັດເບຍລາວຍັງຄົງສືບຕໍ່ມີສ່ວນຮ່ວມໃນການ​ສະ​ເຫຼີມ​ສະຫຼອງບຸນປີໃໝ່ລາວໃຫ້ຄຶກຄື້ນມ່ວນຊື່ນ ໂດຍຜ່ານການຈັດກິດຈະກຳທີ່ໜ້າຕື່ນເຕັ້ນຢ່າງຫຼວງຫຼາຍ ແລະ ຍັງເປີດໂຕກະປ໋ອງປີໃໝ່ລາວລຸ້ນພິເສດ ເພື່ອໃຫ້ຜູ້ບໍລິໂພກໄດ້ສະສົມ ແລະ ສະເຫຼີມສະຫຼອງປີໃໝ່ລາວໄປພ້ອມໆກັນ. ຮູບແບບຂອງກະປ໋ອງເບຍລາວປີນີ້ ຍັງຄົງເນັ້ນການນຳເອົາກິດຈະກຳເດັ່ນໆ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວມາເປັນແຮງບັນດານໃຈໃນການອອກແບບ. Beerlao Limited Edition Can 2019 ມີໃຫ້ທ່ານໄດ້ເລືອກສະສົມເຖິງ 3 ລວດລາຍຄື:  ຮູບໄວໜຸ່ມຜູ້ຊາຍທີ່ກໍາລັງດີດກີ້ຕ້າຢູ່ນັ້ນ: ເພື່ອສື່ເຖິງຄວາມມ່ວນຊື່ນແລະບົ່ງບອກໃຫ້ເຫັນເຖິງຄົນລາວທີ່ມີດົນຕີເປັນສື່ກາງໃນການສະເຫຼີມສະຫຼອງ ບຸນປະເພນີຕ່າງໆ ແລະ ເພື່ອໃຫ້ແທດເໝາະກັບຍຸກສະໄໝເຮົາຈຶ່ງໄດ້ເລືອກໃຊ້ເຄື່ອງດົນຕີສາກົນໃຫ້ເປັນຕົວແທນ. 2 ຮູບແມ່ຍິງຍໍມືນົບເພື່ອບົ່ງບອກເຖິງຂະໜົບທໍານຽມ ຄວາມຮູ້ບຸນຄຸນ ແລະ ການນອບໜ້ອມຖ່ອມຕົນ, ມີເອກະລັກຈົບງາມຂອງຄົນລາວ. 3 ຮູບຄົນກໍາລັງຫົດນໍ້າ: ທີ່ສະແດງໃຫ້ເຫັນເຖິງບຸນປະເພນີອັນດີງາມ ທີ່ມີເອກກະລັກສະເພາະໂຕຂອງປວງຊົນລາວທີ່ພົ້ນເດັ່ນ ທີ່ດຳລົງມາຕັ້ງແຕ່ຄົນສະໄໝກ່ອນຈົນມາຮອດປະຈຸບັນ. ກິດຈະກຳທັງໝົດທີ່ທາງບໍລິສັດເບຍລາວໄດ້ເຮັດນີ້ ແມ່ນສອດຄ່ອງກັບປະເພນີ, ວັດທະນະທຳ ແລະ ລະບຽບກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດກໍຄຳນືງເຖີງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ສ້າງໃຫ້ຄົນລາວ ພູມໃຈໃນສີ່ງທີ່ເຮົາມີ, ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ. ໃນປີ 2018 ເປັນປີທີ ບໍລິສັດ ເບຍລາວ ​ຄົບ​ຮອບ 45 ປີ. ...

Read More »

ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມ ຖວທ ທົ່ວປະເທດ

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 12 ກຸມພາ 2019 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານເດັ່ນໃຂຂົງເຂດ ຖວທ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເປັນເຂັມທິດເຍືອງທາງ ການຈັດຕັ້ງປະປະຕິວຽກງານ ຖວທ ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດເປັນກ້າວໆ ທ່ານໄດ້ເນັ້ນໃຫ້ ຖວທ ເອົາໃສ່ໃນ 7 ບັນຫາຄື: –ດ້ານການເມືອງແນວຄິດເປັນບັນຫາສຳຄັນ ຄະນະນໍາທຸກຂັ້ນຕ້ອງມີແນວຄິດເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ມີຄວາມເປັນເອກະພາບພາຍໃນຢ່າງແທ້ຈິງໃນການດຳເນີນວຽກງານຕ່າງໆ, -ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ,ກໍາໄດ້ມະຕິ,ຄໍາສັ່ງສໍາຄັນຕ່າງໆ ໂດຍສະເພາະແມ່ນມະຕິ 057. –ເອົາໃຈໃສ່ທາງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຊຶ່ງກະຊວງ ຖວທ ເປັນກະຊວງທີ່ໃຫຍ່ ປະກອບດ້ວຍຫຼາຍໜ້າວຽກ ສະນັ້ນການຈັດວາງລະບົບການຈັດຕັ້ງພາຍໃນ ແລະ ການຈັດວາງບຸກຄະລາກອນໃຫ້ແທດເໝາະກັບວຽກງານ ແມ່ນບັນຫາສຳຄັນເພື່ອຫຼີກບັນຫາພະນັກງານເຫຼືອບໍ່ພໍ, ກໍ່ສ້າງພະນັກງານຢ່າງມີຈຸດສຸມ ໄປຕາມໂຄງປະກອບ,ເອົາໃຈໃສ່ຍົກລະດັບວຽກງານການເມືອງ ການປົກຄອງ,ລະດັບວິຊາສະເພາະ. -ດ້ານບໍລິຫານ,ຄຸ້ມຄອງ ຕ້ອງໄດ້ຫັນໄປສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ. -ດ້ານວຽກງານຖະແຫຼງຂ່າວໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມມະຕິຂອງສະພາທີ່ໄດ້ຮັບຮອງຄື: ສູ້ຊົນຫັນຈາກລະບົບ “ອະນາລອກ” ມາເປັນລະບົບ “ດີຈີຕອນ” ທີ່ທັນສະໄໝໃນທົ່ວປະເທດ, ປັບປຸງທາງດ້ານເນື້ອໃນຂ່າວ ...

Read More »

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບທູດຄົນໃໝ່ເຂົ້້າຍື່ນສານຕາຕັ້ງ

ວັນ​ທີ 12 ກຸມ­ພາ 2019 ຜ່ານມາ ທີ່​ທຳ​ນຽບ​ປະ­ທານ​ປະ­ເທດ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ຂອງ​ບັນ­ດາ​ທູດ​ປະ­ເທດ​ເພື່ອນ​ມິດ​ຄົນ​ໃໝ່​ປະ­ຈຳ​ລາວ ຕາມລໍາດັບ​ດັ່ງ​ລຸ່ມ​ນີ້: ເວ­ລາ 8:30 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ອານ​ໂທ​ເນຍ ຮີວ ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຈາ​ເມ​ກາ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ປັກ​ກິ່ງ ສປ ຈີນ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່ ທ່ານ ອານ​ໂທ​ເນຍ ຮີວ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ເປັນ​ທູດ​ປະ­ຈຳ ສປ ຈີນ ​ການ​ພົວ­ພັນ​ຮ່ວມ​ມື​ສອງ​ຝ່າຍ​ລາວ-ຈາ​ເມ​ກາ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ນຳ​ກັນ​ໃນ​ວັນ​ທີ 27 ສິງ­ຫາ 1999 ໂດຍ​ແມ່ນ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ຖາ­ວອນ ຂອງ​ສອງ​ປະ­ເທດ​ປະ­ຈຳ​ສະ­ຫະ​ປະ­ຊາ​ຊາດ ເປັນ​ຜູ້​ປຶກ­ສາ​ຫາ­ລື ແລະ ລົງ​ນາມ​ຮ່ວມ​ກັນ. ເວ­ລາ 9:00 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ນອກ​ແວ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ເຄີຍ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ທູດ​ປະ­ຈຳ​ສີ​ລັງ­ກາ ...

Read More »

ບໍລິສັດໄອທີຍັກໃຫຍ່ຂອງໂລກ ແຫ່ກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອເຮັດສິ່ງນີ້…

ບໍລິສັດຍັກໃຫຍ່  ໄອທີໂລກ  Microsoft, Google, Facebook   ແຫ່ພາກັນລົງທຶນຫຼາຍຮ້ອຍລ້ານໂດລາ ເພື່ອສ້າງເຮືອນ ແລະ ທີ່ຢູ່ອາໄສ ລາຄາຖືກ ໃນເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດຂອງຕົນເອງ ໂດຍທັງໝົດນີ້ມີໃຫ້ປະຊາຊົນທົ່ວໄປໃນເມືອງ ບໍ່ໄດ້ຈຳກັດສະເພາະພະນັກງານ, ພ້ອມທັງໃຫ້ສິນເຊື່ອກູ້ຍືມ ແລະ ຍັງມີເງິນຊ່ວຍເຫຼືອຄົນທຸກຍາກ ຂາດທີ່ຢູ່ອາໄສ ອີກດ້ວຍ. ຫວັງວ່າຈະຫຼຸດອາສະຍາກຳອ້ອມຮອບສຳນັກງານໃຫຍ່ ແລະ ຫຼຸດຄ່າຄອງຊີບລົງ  ມີຜົນດີທາງອ້ອມພະນັກງານທີ່ມີລາຍໄດ້ໜ້ອຍອີກດ້ວຍ. ໃນ ອາເມລິການັ້ນ ທຸລະກິດໄອທີມັກຈະມີການຈ່າຍເງິນເດືອນສູງກວ່າພາກອື່ນໆ ສົ່ງຜົນໃຫ້ເມືອງທີ່ຕັ້ງສຳນັກງານໃຫຍ່ຂອງບໍລິສັດເຫຼົ່ານັ້ນ ມັກມີຄ່າຄອງຊີບສູງ ແລະ ລາຄາເຮືອນ ແລະ ຄ່າເຊົ່າຫ້ອງພັກກໍລາຄາແພງຂຶ້ນໄປນຳ. ສຸດທ້າຍກໍສົ່ງຜົນກະທົບຕໍ່ຜູ້ທີມີລາຍໄດ້ໜ້ອຍ-ປານກາງ ໃນເຂດນັ້ນໆເຊັ່ນ:ເກີດມີບັນຫາປາກົດການຫຍໍ້ທໍ້, ເກີດອະສະຍາກຳ, ປຸ້ນຈີ່ຊິງຊັບ ແລະ ເຮັດໃຫ້ພະນັກງານທີ່ມີລາຍໄດ້ຕໍ່າຂອງບໍລິສັດເຫຼົ່ານັ້ນເອງກໍມີຄ່າຄອງຊີບສູງ. ນີ້ຄືເຫດຜົນຫຼັກໆທີ່ ບໍລິສັດໄອທີຍັກໃຫຍ່ ສ້າງທີ່ຢູ່ອາໄສ.  ລ່າສຸດ Microsoft  ເຊິ່ງມີສຳນັກງານໃຫຍ່ໃນເມືອງ  Seattle ລັດວໍຊິງຕັນ ໄດ້ມີການລົງທຶນ 500 ລ້ານໂດລາ ຮ່ວມສ້າງທີ່ຢູ່ອາໄສລາຄາປະຫຍັດໃນເມືອງ Seattle. ນອກຈາກນັ້ນ,​ຍັງມີການໃຫ້ເງິນກູ້ສິນເຊື່ອ ແລະ ໃຫ້ເງິນຊ່ວຍເຫຼືອຄົນບໍ່ມີເຮືອນຢູ່ອີກດ້ວຍ. ໃນໄລຍະ 8 ປີຜ່ານມາ ລາຄາເຮືອນໃນເມືອງຊິແອດເຕີນ ມີລາຄາສູງເພີ່ມຂຶ້ນ ສົ່ງຜົນເຖິງຄ່າເຊົ່າເຮືອນ ແລະ ຫ້ອງເຊົ່າຕ່າງໆ ສ່ວນບໍລິສັດອື່ນໆກ່ອນນີ້ກໍມີ Google ທີ່ຮ່ວມກັບບໍລິສັດອະສັງຫາລິມະຊັບ ແລະ ...

Read More »

ກວດພົບນ້ຳມັນບໍ່ໄດ້ຄຸນນະພາບ ຫຼາຍປໍ້າໃນນະຄອນຫຼວງວຽງຈັນ

ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດກາພົບເຫັນນ້ຳມັນຢູ່ຫຼາຍປ້ຳທົ່ວປະເທດບໍ່ໄດ້ຄຸນນະພາບໃນປີ 2018 ຜ່ານມາ, ໃນນີ້ ພົບເຫັນຫຼາຍກ່ວາໝູ່ແມ່ນບັນດາປ້ຳທີ່ຢູ່ເຂດນອກຕົວເມືອງນະຄອນຫຼວງວຽງຈັນ ແລະ ຢູ່ຕາມລຽບເສັ້ນທາງ 13 ໃຕ້, ແຕ່ໂດຍລວມການກວດພົບນ້ຳມັນບໍ່ໄດ້ຄຸນນະ ພາບມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີ 2017. ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ສໍາພາດວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນ້ຳມັນຢູ່ຕາມປ້ຳຕ່າງໆ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາຕາມການຮ້ອງຮຽນຂອງຜູ້ບໍລິ ໂພກ ກໍຄື ຜູ້ຊົມໃຊ້ນ້ຳມັນຜ່ານສາຍດ່ວນ 1513. ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນ້ຳມັນ ແອັດຊັງ ແລະ ກາຊວນ ຢູ່ຫຼາຍປ້ຳໃນທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອນປົນ, ກົດໄຂມັນ ແລະ ...

Read More »

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຂຶ້ນໃນວັນທີ 12 ກຸມພາ 2019, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງມີພະນັກງານການນຳ ແລະ ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມີເອກະສານມະຕິເລກທີ 057/ ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ເອກະສານເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.

Read More »

ກະຊວງພາຍໃນ ວາງເປົ້າສ້າງ 75 ເມືອງເຂັ້ມແຂງຮອບດ້ານ

ໃນວັນທີ 12-13 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ້ນ ສູນວິເລີດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ. ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະຂົງເຂດ ຄື: – ຂົງເຂດການບໍລິຫານລັດ ແລະ ວຽກງານປົກຄອງ: ເຫັນວ່າສະພາບກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມກະທັດຮັດ ແລະ ມີປະສິດທິພາບຫລາຍຂຶ້ນ; ມີຫຼາຍນິຕິກໍາ ແລະ ລະບຽບບໍລິຫານທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງພາຍໃນ ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃຫ້ມີຄວາມເໝາະສົມ, ກາຍເປັນເຄື່ອງມືທີ່ສໍາຄັນເພື່ອອໍານວຍໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ; ລະບົບການປົກຄອງຂັ້ນຮາກຖານກໍໄດ້ຮັບການປັບປຸງໄປຕາມທິດຊີ້ນຳ ແລະ ນິຕິກຳຂອງລັດຖະບານເທື່ອລະກ້າວ, ເຮັດໃຫ້ການບໍລິຫານຂັ້ນບ້ານມີຄວາມເຂັ້ມແຂງເທືື່ອລະກ້າວ; ...

Read More »