ຜົນວິໄຈ ບອກວ່າ ຄົນເຮົາຈະມີຄວາມສຸກເພີ່ມຂຶ້ນ ຖ້າຢຸດຫຼິ້ນເຟສບຸກ 1 ເດືອນ.

ເຟສບຸກ “FaceBook” ກາຍເປັນສື່ສັງຄົມອອນໄລ໌ທີ່ຄົນເຮົາສ່ວນຫຼາຍນັບທັງແອັດມິນເອງກໍຕິດໂລກອອນໄລ໌ເປັນທີ່ສຸດ 5555 ຫຼາຍຕໍ່ຫຼາຍຄົນເຖິງຂັ້ນຕ້ອງໄດ້ເປີດໂທລະສັບມືຖືສະມາດໂຟນເລື່ອນເບິ່ງໜ້າຟີດຂ່າວເຟສບຸກຢູ່ຕະຫຼອດເວລາ ແບບວ່າປາສະຈາກໄປ ບໍ່ໄດ້ ບໍ່ວ່າຈະເຂົ້າຫ້ອງນໍ້າ, ກິນເຂົ້າ, ກ່ອນນອນ…..ຈົນມັນກາຍເປັນສ່ວນໜຶ່ງຂອງກິດຈະວັດປະຈຳວັນໃນການໃຊ້ຊີວິດຂອງຄົນເຮົາໄປແລ້ວ.

ມີລາຍງານວິໄຈຈາກ New York University and Stanford ຊີ້ໃຫ້ເຫັນວ່າ ຜູ້ໃຊ້ເຟສບຸກຈະມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ແລະ ມີຄວາມວິຕົກກັງວົນ,​ຄິດຫຼາຍ, ຄວາມຄຽດໜ້ອຍລົງ ຈາກການຢຸດຫຼິ້ນເຟສບຸກ ເພາະພວກເຂົາ ມີກິດຈະກຳຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດ ບໍ່ວ່າຈະເປັນການພົບປະກັບໝູ່ເພື່ອນ, ທ່ອງທ່ຽວກັບຄອບຄົວ ແລະ ເບິ່ງໂທລະພາບ ໂດຍບໍ່ຕ້ອງເສຍເວລາກັບການຕິດຕາມຂ່າວຄາວຕ່າງໆທີ່ຫຼາກຫຼາຍໃນໜ້າຟີດຂ່າວ ທີ່ມີຂ່າວດີແດ່ບໍ່ດີແດ່, ມີທັງໂຄສະນາທີ່ລໍໜ້າລໍຕາລໍໃຈເຮັດໃຫ້ເຮົາຢາກຊື້ສິນຄ້ານັ້ນນີ້ ມາໃຫ້ຄິດແບບເຈັບຫົວ.

ແຕ່ຜົນວິໄຈນີ້ ກໍບໍ່ໄດ້ໂນ້ມນ້າວໃຈໃຫ້ຄົນລົບເຟສບຸກອອກຈາກມືຖື ເນື່ອງຈາກຜົນວິໄຈນີ້ຍັງມີຫຼາຍເລື່ອງທີ່ຕ້ອງພິຈາລະນະ ໂດຍ  TechCrunch

ທີ່ມາ: https://www.blognone.com/node/107892

Comments