ສຸດຍອດຄວາມລໍ້າໜ້າ!! ຫົວເຫວີຍເປີດຕົວ 5G ເປັນຄັ້ງທຳອິດຂອງໂລກ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 18 ກຸມພາ 2019 ວ່າ ບໍລິສັດຫົວເຫວີຍ ລາຍໃຫ່ຍດ້ານເຕັກໂນໂລຊີຂອງຈີນ ເປີດຕົວລະບົບ 5 ຈີ ໃນອາຄານເປັນຄັ້ງທຳອິດຂອງໂລກ ທີ່ສະຖານີລົດໄຟຫົງສຽວຂອງນະຄອນຊຽງໄຮ້ ໜຶ່ງໃນອາຄານຜູ້ໂດຍສານທີ່ສຳຄັນໃນເຄືອຂ່າຍລົດໄຟຂອງຈີນ ໂດຍໄດ້ອັບເດດບໍລິການອິນເຕີເນັດພາຍໃນສະຖານີ ເຊິ່ງເຮັດໃຫ້ສະຖານີລົດໄຟແຫ່ງນີ້ ເປັນ Smart ສະຖານີທີ່ສຸດໃນໂລກ

ໂຄງການດັ່ງກ່າວນັບເປັນກ້າວສຳຄັນແຫ່ງວິວັດທະນາການຂອງເຄືອຂ່າຍທາງລົດໄຟແດນມັງກອນ ເຊິ່ງລວມເອົານະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝຫຼາຍຢ່າງໄວ້ດ້ວຍກັນ ເຊັ່ນການຈື່ຈຳໃບໜ້າແທນການໃຊ້ປີ້, ການໃຊ້ແອັບໃນສະມາດໂຟນສົ່ງອາຫານ ມາສົ່ງໃນລະຫວ່າງການເດີນທາງຢູ່ລົດໄຟເປັນຕົ້ນ

ຈາກຖະແຫຼງຂ່າວຢູ່ເວັບໄຊຂອງບໍລິສັດ ຈົນເຖິງທ້າຍເດືອນມັງກອນຜ່ານມາ ຫົວເຫວີຍໄດ້ເຂົ້າຮ່ວມເປັນພັນທະມິດການຄ້າກັບພາດເນີ 5 ຈີ ຫຼາຍກ່ວາ 50 ຄົນ ໃນທົ່ວໂລກ ແລະ ໄດ້ສ້າງສະຖານີ 5 ຈີ ແລ້ວຫຼາຍກ່ວາ 25.000 ແຫ່ງທົ່ວໂລກ

ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Comments