ພິທີປະກາດເມືອງໝື່ນ ແຂວງວຽງຈັນ ເປັນເມືອງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນບຳລຸງ ທົ່ວເມືອງ ໄດ້ຈັດຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2019 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ ຫ້ອງວ່າການປົກຄອງເມືອງໝື່ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ຜູ້ຊີ້ນໍາວຽກງານຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູອາຈານ ນັກຮຽນ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອາຈານ ລີຕົວ ລີເລ່ຍນູ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝື່ນ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ – ການສອນ ມໍຕົ້ນບຳລຸງ ແລະ ແຜນພັດທະນາ ການສຶກສາໃນຕໍ່ໜ້າ, ເມືອງໝື່ນ ແມ່ນໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ ຫ່າງຈາກເທດສະບານແຂວງ 140 ກິໂລເເມັດ, ຢູ່ລະຫວ່າງກາງເມືອງເຟືອງ ເເລະ ເມືອງຊານະຄາມ ເມືອງໝື່ນ ມີ 22 ບ້ານ,ເເບ່ງ ເປັນ 4 ກຸ່ມບ້ານພັດທະນາ , ...
Read More »ຂ່າວ ພາຍໃນປະເທດ
ມອບ-ຮັບແລ້ວ ໂຄງການກໍ່ສ້າງຈຸດພັກລົດ 3 ແຍກເຊໂນ
ພິທີມອບ-ຮັບ ແລະ ນຳໃຊ້ຈຸດພັກລົດ 3 ແຍກເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ມີນາ 2019 ຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ທາເກຊິ ຮີກີຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສ.ປ.ປລາວ, ມີບັນດາຄະນະນຳຈາກກະຊວງ ຍທຂ, ພະແນກການທີ່ ກ່ຽວຂ້ອງຂອງແຂວງ, ເມືອງ ອຸທຸມພອນ ແລະ ບັນດາຂະແໜງການຈາກ ພະແນກ ຍທຂ ແຂວງສະຫວັນນະເຂດເຂົ້າຮ່ວມ. ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງກະຊວງ ຍທຂ ໄດ້ລາຍງານກ່ຽວ ກັບໂຄງການດັ່ງກ່າວນີ້ວ່າ: ໂຄງການດັ່ງກ່າວນີ້ ໄດ້ຮັບງົບປະມານຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 2.220.000 ໂດລາສະຫະລັດ, ໃນນັ້ນ ໄດ້ຕົກລົງນຳໃຊ້ງົບປະມານຄັ້ງນີ້ປະກອບດ້ວຍ 3 ກິດຈະກຳຄື: ໂຄງການກໍ່ສ້າງຈຸດ ພັກລົດ ...
Read More »ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ ຄຊກລ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໃຫ້ສຳເລັດ.
ໂອກາດທີ່ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ປະທານ ຄຊກລ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ປີ 2018 ແລະ ປຶກສາຫາລືເພື່ອຈັດຕັ້ງປະຕິບັດແຜນການ ປີ 2019 , ໃນວັນທີ 19 ມີນາ 2019 ຜ່ານມານີ້, ທີ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມ, ຫຼັກ 5, ນະຄອນຫຼວງວຽງຈັນ. ທ່ານໄດ້ມີຄຳເຫັນໃຫ້ ຄຊກລ ໄດ້ສືບຕໍ່ປັບປຸງ, ແກ້ໄຂດັ່ງນີ້: 1. ປັບປຸງຄືນໃໝ່ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ (ລບຕ) ໃຫ້ກວມລວມທົ່ວປະເທດ. 2. ສໍາລັບການສໍາຫຼວດ (ລບຕ) ແຫ່ງຊາດ ພື້ນຖານແລ້ວ ແມ່ນເຫັນດີຕາມຄວາມເຫັນຂອງວິຊາການ ແລະ ບັນດາທ່ານ ກໍໄດ້ປະກອບຄວາມເຫັນແລ້ວ. ເຫັນດີໃຫ້ລະດົມທຶນນໍາປະເທດຜູ້ໃຫ້ທຶນ ໂດຍສະເພາະແມ່ນ ສ. ອາເມລິກາ ປະກອບທຶນໃຫ້ບັນດາອົງການປະຕິບັດງານຂອງລາວ ແລະ ຕ່າງປະເທດ ໃຫ້ເຂົ້າໄປເຮັດການສໍາຫຼວດ (ລບຕ) ...
Read More »ຂ່າວດີ !!! ມີເຝິກອົບຮົມ ຟຣີ…ຟຣີ…ຟຣີ ສະໝັກເລີຍ.
ເຝິກອົບຮົມສຳລັບແມ່ຍິງທີ່ເປັນເຈົ້າຂອງທຸລະກິດຂະໜາດນ້ອຍ ຫຼື ຂະໜາດນ້ອຍໆ…….ມີໜ້າຮ້ານ ຫຼື ບໍ່ມີໜ້າຮ້ານ ທ່ານກໍ່ສາມາດເຂົ້າຮ່ວມເຝິກອົບຮົມໄດ້. ຫົວຂໍ້ການເຝິກອົບຮົມ: “ການຕະຫຼາດ ແລະ ການຕະຫຼາດອອນໄລ” #marketing ວັນທີເຝິກອົບຮົມ 27-29 ມີນາ (3) 2019 ເວລາ: 8:30 – 16,00 ສົນໃຈລົງທະບຽນໄດ້ເລີນຕາມລິ້ງນີ້ https://goo.gl/forms/WpR96TeK8IjQrlMk1 ຈັດໂດຍ: Women’s Entrepreneurial Center ສູນຜູ້ປະກອບການແມ່ຍິງ ຂໍ້ມູນເພີ່ມເຕີມໂທ: 021451669
Read More »ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການຍົກຍ້າຍບ້ານເຮືອນຂອງປະຊາຊົນ
ການນຳຂອງແຂວງ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການຍົກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ພ້ອມທັງລົງເບິ່ງຕົວຈິງ ການຈັດສັນບ້ານເຮືອນທີ່ຕັ້ງ ໃໝ່ ແລະ ເບິ່ງແບບມາດຕະຖານ ແລະ ການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມ ແໜ້ນໜາ ແລະ ຮັບປະກັນທາງດ້ານໂຄງສ້າງຂອງເຮືອນແຕ່ລະຫຼັງ. ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນໍ້າເຊລະນອງ ເຊິ່ງເປັນສາຂາຂອງນໍ້າ ເຊບັ້ງຫຽງ, ຫ່າງຈາກເມືອງ ພີນປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180 ກິໂລແມັດ,ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ຮອດທ້າຍເດືອນກຸມພາ 2019 ໄດ້ສໍາເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ. ສາຍສົ່ງ 115 kv, ລວງຍາວ 32,8 km ...
Read More »ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ
ໃນຕອນແລງວັນທີ 18 ມີນາ 2019 ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ Francisco Vazpatto ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ. ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ. ທ່ານ ນາງ ຈັນທະຈອນ ວົງໄຊ ມີທຸລະກິດຄອບຄົວໃນກຸ່ມ KC Group ແລະ ເຮັດທຸລະກິດຮ່ວມທຶນນຳພາຍໃນ ແລະ ຕ່າງປະເທດ ເປັນເວລາ 20 ...
Read More »ກວດພົບຜູ້ສໍ້ລາດບັງຫຼວງ 1.000 ກ່ວາຄົນ ໃນປີຜ່ານມາ
ປີ 2018 ສະພາແຫ່ງຊາດ (ສພຊ) ກວດພົບເຫັນຜູ້ສໍ້ລາດບັງຫຼວງ 1.002 ຄົນໃນຈຳນວນທົ່ວປະເທດ ເຊິ່ງຂໍ້ມູນດັ່ງກ່າວໄດ້ເຜີຍແຜ່ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019 ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018 ໂດຍຈັດຂຶ້ນໃນວັນທີ 18 ມີນາ 2019 ທີ່ຫ້ອງວ່າການສູນກາງພັກ ຫຼັກ 6 ໂດຍການເປັນປະທານຂອງ ທ່ານ ສົມພູ ດວງສະຫວັນ ປະທານກວດກາພັກ-ລັດ ສພຊ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ຄະນະປະຈຳພັກ ສພຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສິນທະລາ ຫຼ້າສຸກສະໄໝ ກຳມະການກວດກາຄະນະພັກ ຫົວໜ້າກົມກວດກາ ຄະນະເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ ຄະນະກວດກາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນຳໆພາການຄົ້ນຄວ້າເຊື່ອມຊືມ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກົດລະບຽບ ແລະ ບັນດານິຕິກຳກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດແຕ່ລະດ້ານເປັນຕົ້ນການຕິດຕາມກວດກາວຽກງານການບໍລິຫານລັດຂັ້ນຕ່າງໆໃນປີ 2018 ...
Read More »ຄັ້ງທຳອິດຂອງໂລກ!! ຜ່າຕັດສະໝອງຄົນໄລຍະໄກ 3.000 ກິໂລແມັດ ຜ່ານລະບົບ 5ຈີ
ສຳນັກຂ່າວ ອາຣທີ ລາຍງານ ເມື່ອວັນທີ 17 ມີນາ 2019 ວ່າ ດຣ ຫລິງ ຈື້ເປ່ຍ ເຮັດການຜ່າຕັດຝັງອຸປະກອນກະຕຸ້ນເສັ້ນປະສາດລົງໃນສະຫນອງຂອງຄົນເຈັບໂລກພາກິນສັນຄົນຫນື່ງທີ່ຢູ່ໂຮງຫມໍກອງທັບປົດປ່ອຍປະຊາຊົນໃນນະຄອນປັກກິ່ງ ເມື່ອວັນເສົາທີ 16 ມີນາຜ່ານມາ ໃນຂະນະທີ່ໂຕທ່ານຢູ່ທີ່ເກາະໄຫຫລຳ ຊື່ງຫ່າງອອກໄປກວ່າ 3.000 ກິໂລແມັດ ໂດຍການຜ່າຕັດໃຊ້ເວລາປະມານ 3 ຊົ່ວໂມງ ແລະປະສົບຄວາມສຳເລັດ ຂ່າວລະບຸວ່າ ດຣ ຫລິງໃຊ້ຫຸ່ນຍົນທີ່ເຊື່ອມຕໍ່ກັບເຄືອຂ່າຍ 5ຈີ ທີ່ພັດທະນາໂດຍບໍລິສັດ ຫົວເວີ່ຍ ຜູ້ຜະລິດອຸປະກອນໂທລະຄົມມະນາຄົມລາຍໃຫ່ຍຂອງຈີນ ຊື່ງລະບົບໃຫ່ມນີ້ເຮັດໃຫ້ເວລາໃນການຮັບສົ່ງຂໍ້ມູນໃກ້ຄຽງກັບເວລາແທ້ຫລາຍທີ່ສຸດໂດຍ ດຣ ຫລິງລະບຸວ່າ “ເກືອບບໍ່ຮູ້ສຶກເລີຍວ່າຄົນເຈັບຢູ່ຫ່າງອອກໄປເຖິງ 3.000 ກິໂລແມັດ” ທັງນີ້ ສະຖາບັນການແພດທົ່ວໂລກທົດລອງໃຊ້ຫຸ່ນຍົນເຮັດການຜ່າຕັດໄລຍະໄກ (telesurgery) ມາແລ້ວຫລາຍຄັ້ງລວມທັງລະບົບ “da vinci Surgical System” ຂອງອາເມຣິກາ ແຕ່ເທັກໂນໂລຢີເຫຼົ່ານີ້ຍັງບໍ່ແຜ່ຫລາຍໃນເຊີງພານິດເນື່ອງຈາກ ມີສຽງວິພາກວິຈານກ່ຽວກັບບັນຫາໃນການໃຊ້ງານຫລາກຫລາຍ ແຕ່ການມາຂອງເທັກໂນໂລຢີ 5ຈີ ເຮັດໃຫ້ບັນຫາການ “ດີເລ” ໃນການຮັບສົ່ງຂໍ້ມູນລະຫວ່າງການຜ່າຕັດຫລຸດລົງຢ່າງຫລາຍດ້ວຍຊ່ວງຄວາມຖີ່ຄລື່ນທີ່ກ້ວາງແລະຄວາມຫນ່ວງຕ່ຳ ໂດຍ 5ຈີ ເປີດໂຕໃນການຜ່າຕັດໄລຍະໄກຄັ້ງທຳອິດເມື່ອເດືອນມັງກອນເມື່ອແພດຊາວຈີນຄົນຫນື່ງປະສົບຄວາມສຳເລັດໃນການຜ່າຕັດຕັບຂອງສັດທົດລອງທີ່ມະຫາວິທະຍາໄລແພດຝູຈ້ຽນ ໃນຊ່ວງກາງເດືອນມີນາ ເຄືອຂ່າຍ 5ຈີ ກໍ່ຖືກໃຊ້ໃນການຜ່າຕັດຕັບມະນຸດຈາກໄລຍະໄກເປັນຄັ້ງທຳອິດ ໂດຍຫມໍຢູ່ທີ່ນະຄອນປັກກິ່ງ ...
Read More »ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ
ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຢູ່ດ່ານ ແຂວງຄຳມ່ວນ ການເກັບລາຍຮັບຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 3 ຢູ່ແຂວງຄຳມວ່ນແມ່ນມາຈາກ 10 ພາກສ່ວນໃຫ່ຍເຊັ່ນ : ຈາກຄ່າເຊັກພິເສດ, ນ້ຳມັນເຊື້ອໄຟ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ສິນຄ້ານຳເຂົ້າ-ສົ່ງອອກຕໍ່, ທຳນຽມພາຫະນະເຂົ້າ, ທຳນຽມພາຫະນະອອກ, ທຳນຽມຜ່ານດ່ານສາກົນ ແລະ ຈາກຄັງແຮນ້ຳມັນເຊື້ອໄຟ. ຜ່ານການປະຕິບັດການເກັບລາຍຮັບ 2 ເດືອນຕົ້ນປີ 2019, ປະຕິບັດໄດ້ 38.655.292.300 ກີບ. ທ່ານ ສົມຫວັງ ສົມຈິນດາ ຫົວໜ້າພາສີ ຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແຂວງຄຳມວ່ນໄດ້ກ່າວຕໍ່ທິມງານວຽງຈັນທາມຫວ່າງມໍ່ໆນີ້ວ່າ : ສິ່ງທ້າທາຍຫຼືທີ່ເປັນອຸປະສັກໃນການເກັບລາຍຮັບຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແມ່ນ ບັນຫາພື້ນຖານໂຄງຮ່າງໂດຍສະເພາະແມ່ນເສັ້ນທາງເລກທີ 12 ຢູ່ເຂດນາພ້າວຊຶ່ງມີໄລຍະທາງ 15 ກິໂລແມັດ, ເຂດດັ່ງກ່າວ ໄດ້ກໍ່ໃຫ້ເກີດອຸບັດເຫດ ແລະ ການຂົນສົ່ງສິນຄ້າຫຼ້າຊ້າຫຼາຍຍ້ອນເສັ້ນທາງເປ່ເພ, ທາງນ້ອຍ ແລະ ຄົດລ້ຽວຫຼາຍຖ້າເສັ້ນທາງດີຈະເຮັດໃຫ້ການເກັບລາຍຮັບເພີ່ມຂື້ນຍ້ອນດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ມີຂໍ້ໄດ້ປຽບຍ້ອນວ່າເປັນສູນກາງສົ່ງອອກສິນຄ້າໄປປະເທດທີ 3 ເຊັ່ນ: ສິນຄ້າໄທຜ່ານລາວໄປປະເທດຫວຽດນາມ ແລະ ສົ່ງຕໍ່ໄປຈີນ, ສິນຄ້າຫວຽດນາມ ຜ່ານລາວໄປປະເທດໄທ, ນອກນັ້ນສິນຄ້າຢູ່ລາວຍັງໄດ້ສົ່ງອອກໄປສອງປະເທດດັ່ງກ່າວຊຶ່ງໄປໄທແມ່ນຜ່ານຂົວມິດຕະພາບ, ...
Read More »ເຊີນຜູ້ປະກອບການລາວ ຮ່ວມເຈລະຈາທຸລະກິດ ໃນງານສະແດງສິນຄ້າ-ອາຫານ ລະດັບໂລກທີ່ປະເທດໄທ
ກົມສົ່ງເສີມການຄ້າ ລະຫວ່າງປະເທດກະຊວງພານິດ ຮ່ວມມືກັບ ຫໍການຄ້າໄທ ແລະ Coelnmesse ປະເທດເຢຍລະມັນ ຈັດງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມລະດັບໂລກ “THAIFEX – World of Food ASIA 2019” ທີ່ປະເທດໄທ. ໃນວັນທີ 15 ມີນາ ທີ່ຜ່ານມາ ຢູ່ທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານຖະແຫຼງຂ່າວ ເພື່ອເຊີນຊວນ ຜູ້ປະກອບການ ສ ປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ-ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກປະເທດໄທ ແລະ ທົ່ວໂລກຫຼາຍກວ່າ ໂດຍງານຈະຈັດຂຶ້ນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ...
Read More »