ຂ່າວ ພາຍໃນປະເທດ

ສະຖານທູດຍີ່ປຸ່ນ ຈັດງານລ້ຽງສົ່ງນັກສຶກສາລາວ 16 ຄົນ.

ໃນວັນທີ 12 ມີນາ 2019, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສົ່ງນັກສຶກສາທີ່ເຮືອນພັກທ່ານເອກອັກຄະຣາຊະທູດຍີ່ປຸ່ນ, ນະຄອນຫຼວງວຽງຈັນ, ໃຫ້ແກ່ນັກສຶກສາ 16 ຄົນທີ່ຈະໄດ້ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນລັດຖະບານຍີ່ປຸ່ນ (MEXT: Ministry of Education, Culture, Sports, Science and Technology of Japan). ສຳລັບປີນີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນແກ່ນັກສຶກສາລາວຈຳນວນ 16 ຄົນ (8 ຄົນ ຈະເຂົ້າຮຽນໃນລະດັບປະລິນຍາໂທ, 2 ຄົນໃນລະດັບວິຊາຊີບຊັ້ນສູງທາງດ້ານເຕັກໂນໂລຊີ ແລະ 6 ຄົນໃນລະດັບວິຊາຊີບຊັ້ນສູງທົ່ວໄປ) ຜູ້ທີ່ຈະຖືກຕ້ອນຮັບຢ່າງອົບອຸ່ນເມື່ອໄປຮອດ ຍີ່ປຸ່ນ. ນັກສຶກສາເຫຼົ່ານີ້ມີຄວາມໂດດເດັ່ນໃນສາຂາວິຊາທີ່ພວກເຂົາເລືອກຮຽນ ແລະ ໄດ້ຜ່ານການສອບເສັງແຕ່ລະລະດັບຂອງ MEXT. On 12 March 2019, the Embassy of Japan held a send-off reception at the Japanese Ambassador’s Residence, Vientiane ...

Read More »

ຍີ່ປຸ່ນ ຊ່ວຍເຫຼືອລ້າ 65 ຕື້ກ່ວາກີບ ຟື້ນຟູຈາກໄພພິບັດນ້ຳຖ້ວມ ປີ 2018

ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ​ສຳ­ລັບ​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ ໃຫ້­ການ​ຟື້ນ​ຟູ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່ ສປປ ລາວ ໃນ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 6 ມີ­ນາ 2019 ຢູ່​ຫ້ອງ­ການ​ສະ­ຫະ​ປະ­ຊາ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ທາ​ເຄ​ຊິ ຮີ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ກັບ​ທ່ານ Octavian Bivol ຜູ້­ຕາງ­ໜ້າ​ອົງ­ການ UNICEF ປະ­ຈຳ ສປປ ລາວ ທ່ານ Avi Sarkar ທີ່​ປຶກ­ສາ​ພາກ​ພື້ນ​ອົງ­ການ UN-Habitat ປະ­ຈຳ ສປປ ລາວ ທ່ານ Nasar Hayat ຜູ້­ຕາງ­ໜ້າ​ອົງ­ການ FAO ປະ­ຈຳ ສປປ ລາວ ໂດຍ​ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ລ້າ​ຄັ້ງ​ນີ້ 7.6 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 65.23 ຕື້​ກີບ ປະ­ກອບ​ມີ ໂຄງ­ການ​ດ້ານ​ການ​ສຶກ​ສາ ໂດຍ​ອົງ­ການ UNICEF ຈະ​ໃຫ້­ການ​ສະ­ໜັບສະໜູນ​ເພື່ອ​ສົ່ງ­ເສີມ​ການ​ລົງ­ທະ­ບຽນ​ໂຮງ­ຮຽນ ການ​ເຂົ້າ​ຮຽນ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ການ​ຮຽນ​ຮູ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ໃຫ້​ເດັກ­ນ້ອຍ​ກ່ອນ ແລະ ...

Read More »

ຕ້ອງການງົບກວ່າ 5 ຕື້ກີບ ອະນາໄມຄອງ, ທໍ່ລະບາຍນ້ຳ ອັ່ງໃນລະດູຝົນ

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ຕ້ອງການງົບປະມານໃນການອະນາໄມຄອງນ້ຳ 4 ຕົວເມືອງໃນ ນະຄອນຫຼວງ ເພື່ອແກ້ໄຂບັນຫານ້ຳຖ້ວມອັ່ງໃນເວລາຝົນຕົກໜັກ, ຂະນະທີ່ປັດຈຸບັນງົບທີ່ສະໜອງເຂົ້າໃນໜ້າວຽກດັ່ງກ່າວມີພຽງ 10% ເທົ່ານັ້ນ. ທ່ານ ນາງ ວາດສະໜາ ອິນສີຊຽງໃໝ່ ຮອງຫົວໜ້າຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໃຫ້ສໍາພາດວ່າ: ກ່ຽວກັບບັນຫານ້ຳຖ້ວມອັ່ງເສັ້ນທາງເວລາຝົນຕົກໜັກໃນເຂດນະຄອນຫຼວງວຽງຈັນ ປັດຈຸບັນມີຈຸດສຸມເຝົ້າລະວັງຕະຫຼອດເວລາ ແລະ ແກ້ໄຂໃຫ້ທັນສະພາບການ ໂດຍສະເພາະແມ່ນບັນດາຮ່ອງແຄມທາງ 5 ຖະໜົນ ຄື: 1). ຖະໜົນຫຼວງພະບາງ ແຕ່ໄຟແດງສີໄຄ ຫາ ໜ້າໂຮງໝໍເມືອງສີໂຄດຕະບອງ; 2). ຖະໜົນສຸພານຸວົງ ( ແຕ່ຕະຫຼາດຊັ່ງຈຽງ ຫາ ວັດໄຕນ້ອຍ ); 3). ຖະໜົນກຳແພງເມືອງ ( ຈຸດໄຟແດງທາດຫຼວງ ແລະ ຈຸດໄຟແດງໂພນປ່າເປົ້າ ); 4). ຖະໜົນມິດຕະພາບ ລາວ – ໄທ ( ຈຸດຄ້ອຍຂ້າງໂຮງຮຽນການຊ່າງລາວ ...

Read More »

ຜູ້ປະກອບການໄວໜຸ່ມ ຈາກອາຊຽນ ຮຽນຮູ້ກ່ຽວກັບການທ່ອງທ່ຽວ ແບບອະນຸຮັກ.

ເມື່ອບໍ່ດົນຜ່ານມານີ້ ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນຢູ່ທີ່ຫຼວງພະບາງ ເພື່ອເຂົ້າຮ່ວມໃນງານເຝິກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນໂດຍຜ່ານໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະບານ ສ.ອາເມຣິກາ. ເປົ້າໝາຍຂອງການອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ກອບການໄວໜຸ່ມຈາກ ອາຊີຕາເວັນອອກສ່ຽງໃຕ້ ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບການທ່ອງທ່ຽວ. ໃນໄລຍະ 15ປີ ທີ່ຜ່ານມາ, ອຸດສາຫະກໍາທ່ອງທ່ຽວແບບອະນຸຮັກຢູ່ທີ່ເມືອງມໍລະດົກໂລກ ໄດ້ແຕກດອກອອກຜົນເຊິ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍເກີດຂຶ້ນ ແລະ ໄດ້ມີບົດບາດສໍາຄັນໃນການພັດທະນາເສດຖະກິດໃນຂົງເຂດນີ້ ກໍຄື ພາຍໃນປະເທດ. ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ ແລະ ການຮ່ວມມືແບບກວມລວມຂອງພວກເຮົາ ກັບ ລັດຖະບານ ສປປ ລາວ. ພວກເຮົາມີຄວາມພາກພູມໃຈໃນການນຳສະເໜີຕົວແບບທີ່ດີຂອງທຸລະກິດການທ່ອງທ່ຽວຢູ່ ສປປ ລາວ ເພື່ອວ່າບັນດານັກທຸລະກິດໄວໜຸ່ມໃນຂົງເຂດນີ້ຈະສະມາດຮຽນຮູ້ເອົາປະສົບການຈາກ ສປປ ລາວ ລວມທັງ ປະສົບການການຕ້ອນຮັບອັນອົບອຸ່ນ ...

Read More »

ງານແຂ່ງຂັນປັ່ນລົດຖີບ BIKE FOR HER 2019 ມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ກວ່າຄົນ.

ວາລະສານ ຂວັນໃຈ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະ  ສະຫະພັນລົດຖີບແຫ່ງຊາດລາວ.  ໄດ້ຈັດງານແຂ່ງຂັນປັ່ນລົດຖີບເພື່ອການກຸສົນເປັນປີທີ 2 ພາຍໃຕ້ຊື່ໂຄງການ  “Bike for her 2019” ເພື່ອຊີງຄວາມເປັນໜຶ່ງໃນແຂ່ງຂັນກິລາປັ່ນລົດຖີບຂອງນັກກິລາລາວ ແລະ ພ້ອມກັນປະກາດຈຸດຢືນ  ລົນນະລົງ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 109 ປີ.   ງານແຂ່ງຂັນປັ່ນລົດຖີບ “Bike for her 2019” ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ ...

Read More »

ເສັ້ນທາງເຂົ້າສູ່ເມືອງວັງວຽງ ຕະຫຼອດເສັ້ນທາງ ກຳລັງປູຢາງໝາກຕອຍ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ເສັ້ນທາງເຂົ້າສູ່ເມືອງວັງວຽງ ເກືອບຕະຫຼອດເສັ້ນທາງ ໄດ້ຮັບການປູຢາງໝາກຕອຍແລ້ວ ແຕ່ໃຫ້ມີຄວາມລະມັດລະວັງ ບັນຫາ ຄາບຢາງໝາກຕອຍ ດີດໃສ່ລົດ ພ້ອມນັ້ນ ໃຫ້ລະມັດລະມັງ ບັນຫາ ເສັ້ນທາງໝື່ນ ໂດຍສະເພາະ ຜູ້ຂີ່ລົດຈັກ ລົດໃຫຍ່. ສະເພາະໃນວັນທີ 8 ມີນາ 2019 ຜ່ານມາ ມີອຸບັດຕິເຫດທັງຫມົດ 11 ຄັ້ງ ຈາກປັນຫາທາງໝື່ນ! ແນະນໍາ ໃຫ້ຜູ້ຂັບຂີ່ ຫລຸດຜ່ອນຄວາມໄວ ເມື່ອເຂົ້າເຂດດັ່ງກ່າວ ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ລັດປະກາດຍົກເລີກ ໂຄງການພັດທະນາແຫຼ່ງທ່ອງທ່ຽວວັງວຽງ ຍ້ອນ…

ວັງວຽງທີ່ເປັນແຫຼ່ງທ່ອງທ່ຽວຂຶ້ນຊື່ຂອງລາວ ຍ້ອນມີທິວທັດທຳມະຊາດທີ່ຈັບອົກຈັບໃຈຜູ້ທີ່ໄດ້ໄປພົບເຫັນ ແຕ່ດ້ວຍແນວຄວາມຄິດທີ່ຢາກຕອບສະໜອງຄວາມສະດວກສະບາຍ ແລະ ເພີ່ມທາງເລືອກແກ່ແຂກນັກທ່ອງທ່ຽວ, ປີ 2018 ຜ່ານມາ ຈິ່ງໄດ້ມີການອະນຸມັດໃຫ້ສຶກສາສໍາຫຼວດໂຄງການພັດທະນາແຫຼ່ງທ່ອງທ່ຽວໃນເມືອງດັ່ງກ່າວ ແລະ ກາຍເປັນຂ່າວຢ່າງໂດ່ງດັງໃນວົງສັງຄົມ ເຊິ່ງສ່ວນໃຫຍ່ແລ້ວບໍ່ເຫັນດີໃນການສ້າງອາຄານຫຼູຫຼາບົດດບັງຄວາມສວຍງາມຂອງທຳມະຊາດໃນເມືອງວັງວຽງ. ໃນເບື້ອງຂອງພັກ-ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈຕໍ່ບັນຫາດັ່ງກ່າວ ຫຼ້າສຸດນີ້ທາງການແຂວງວຽງຈັນ ແມ່ນໄດ້ປະກາດລົບລ້າງການສຶກສາສຳຫຼວດພັດທະນາແຫຼ່ງທ່ຽວເມືອງວັງວຽງໄປແລ້ວ. ອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ສະບັບເລກທີ 074/ຈຂ.ວຈ ລົງວັນທີ 1 ກຸມພາ 2019 ວ່າດ້ວຍການລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສໍາຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ເຊິ່ງຂໍ້ຕົກລົງສະບັບນີ້ ແມ່ນເຫັນດີໃຫ້ລົບລ້າງການຈັດຕັ້ງປະຕິບັດ ໂຄງການສຶກສາສຳຫຼວດ ຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານ ນູດິນແດງ ແລະ ບ້ານປາກເປາະ, ເມືອງ ວັງວຽງ, ແຂວງວຽງຈັນ ຂອງກຸ່ມບໍລິສັດ ພັດທະນາເຂດເສດຖະກິດສະເພາະບໍ່ເຕັນລາວ ຈຳກັດ ທີ່ໄດ້ເຊັນລົດບັນທຶກຄວາມເຂົ້າໃຈ (MOU) ສະບັບລົງວັນທີ 19 ສິງຫາ 2018. ເຫັນດີລົບລ້າງຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆວຽງຈັນ ວ່າດ້ວຍ ...

Read More »

ລັດຖະບານ ຕີມໍ-ເລສເຕ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມຢູ່ ລາວ.

ໃນວັນທີ 6 ມີນາ 2019, ສະຖານເອກອັກຄະລັດຖະທູດ ຕີມໍ-ເລສເຕ ປະຈຳ ລາວ ຕາງໜ້າລັດຖະບານ ຕີມໍ-ເລສເຕ ໄດ້ນຳເງິນສົດ 750.000 ໂດລາສະຫະລັດ ໄດ້ນໍາເງິນມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອຟື້ນຟູ ຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຕາງໜ້າມອບໂດຍ ທ່ານ Natalia Carrascalao ເອກອັກຄະລັດຖະທູດ ແຫ່ງ ຕີມໍ-ເລສເຕ ປະຈຳລາວ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ

Read More »

ຄະນະຈັດຕັ້ງສູນກາງພັກ ລົງວິໄນພະນັກງານຂັ້ນສູງ ແຂວງວຽງຈັນ 7 ຄົນ 

ຄະນະຈັດຕັ້ງສູນກາງພັກ ແຈ້ງການ ເລກທີ 48/ຄຈສພ ລົງວັນທີ 22/2/2019 ເຖິງຄະນະປະຈຳພັກແຂວງວຽງຈັນ ເລື່ອງ: ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ ຄະນະຈັດຕັ້ງສູນກາງພັກຖືເປັນກຽດແຈ້ງມາຍັງຄະນະປະຈຳພັກແຂວງວຽງຈັນ ໃຫ້ຈັດສັນເວລາປະຊຸມຄົບຄະນະບໍລິຫານງານພັກແຂວງ ແລ້ວແຈ້ງໃຫ້ໜ່ວຍງານສະເພາະກິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ທີ່ກ່າວມາຂ້າງເທິງນັ້ນ ເພື່ອເຂົ້າຮ່ວມຕິດຕາມ ແລະ ຜ່ານມະຕິຕົກລົງວ່າດ້ວຍການລົງວິໄນຕໍ່ພະນັກງານລັກຂັ້ນສູນກາງຄຸ້ມຄອງນຳພາຢູ່ໃນອົງຄະນະພັກແຂວງຂອງຕົນ ມອບໃຫ້ສະຫາຍເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເປັນເຈົ້າການເຮັດວຽກງານນຳພາແນວຄິດຕໍ່ບັນຫາດັ່ງກ່າວ. ລາຍຊື່ເປົ້າໝາຍທີ່ຈະປະກາດວິໄນມີດັ່ງນີ້: 1. ສະຫາຍນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ 2. ສະຫາຍດາວເຮືອງ ນັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າພະແນກການເງິນແຂວງ 3. ສະຫາຍ ບຸນມີພຸດທະວົງ ອາດີດ ຮອງເຈົ້າແຂວງໆວຽງຈັນ ປັດຈຸບັນເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ 4. ສະຫາຍ ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງ ປັດຈຸບັນເປັນກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ 5. ສະຫາຍ ພູວອນ ບຸນວິໄລ ອາດີດຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປັດຈຸບັນເປັນກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ...

Read More »

ຢາກໄປຮຽນຕໍ່ໂທ ຢູ່ຊຽງໃໝ ສະໝັກດ່ວນ….

ສົນໃຈສະໝັກຮຽນຕໍ່ໂທ ຫຼັກສູດສາກົນ ສາຂາ ວິທະຍາສາດສັງຄົມ ທີ່ມະຫາວິທະຍາໄລຊຽງໄໝ ປະເທດໄທ ອ່ານທາງນີ້ ! ສິດທິພິເສດ ແກ່ຜູ້ສະໝັກ ຈາກ ສປປ ລາວ ດ້ວຍທຶນຮຽນ 100% ! ປິດຮັບສະໝັກ: 31/3/2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://rcsd.soc.cmu.ac.th/home/ Call for applicants: MA in Social Science (Development Studies) – Specialization in Land Issues – at Chiang Mai University. SCHOLARSHIPS ARE AVAILABLE Want to work in Development? Looking for a career as a sustainability professional, social researcher, development ...

Read More »