ມອບ-ຮັບແລ້ວ ໂຄງການກໍ່ສ້າງຈຸດພັກລົດ 3 ແຍກເຊໂນ

ພິທີມອບ-ຮັບ ແລະ ນຳໃຊ້ຈຸດພັກລົດ 3 ແຍກເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ມີນາ 2019 ຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ທາເກຊິ ຮີກີຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສ.ປ.ປລາວ, ມີບັນດາຄະນະນຳຈາກກະຊວງ ຍທຂ, ພະແນກການທີ່ ກ່ຽວຂ້ອງຂອງແຂວງ, ເມືອງ ອຸທຸມພອນ ແລະ ບັນດາຂະແໜງການຈາກ ພະແນກ ຍທຂ ແຂວງສະຫວັນນະເຂດເຂົ້າຮ່ວມ.


ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງກະຊວງ ຍທຂ ໄດ້ລາຍງານກ່ຽວ ກັບໂຄງການດັ່ງກ່າວນີ້ວ່າ: ໂຄງການດັ່ງກ່າວນີ້ ໄດ້ຮັບງົບປະມານຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 2.220.000 ໂດລາສະຫະລັດ, ໃນນັ້ນ ໄດ້ຕົກລົງນຳໃຊ້ງົບປະມານຄັ້ງນີ້ປະກອບດ້ວຍ 3 ກິດຈະກຳຄື: ໂຄງການກໍ່ສ້າງຈຸດ ພັກລົດ 3 ແຍກເຊໂນຈຳນວນ ເງິນ 1.693.098 ໂດລາສະຫະລັດ, ໂຄງການສ້າງຄວາມປອດໄພຕາມທາງເລກ 9 (ສ້າງວົງວຽນ) ຈຳນວນເງິນ 193.148 ໂດລາສະຫະລັດ ແລະ ທົດລອງສ້າງຕັ້ງຄະນະ ກຳມະການອຳນວຍຄວາມສະດວກດ້ານການຂົນສົ່ງຂັ້ນ ແຂວງຈຳນວນ 25.753 ໂດ ລາສະຫະລັດ. ນອກນັ້ນກໍມີ ຄ່າບໍລິສັດທີ່ປຶກສາ ແລະ ຄຸ້ມຄອງໂຄງການ 298.000 ໂດ ລາສະຫະລັດ, ເງິນແຮ 10.000 ໂດລາສະຫະລັດ.

ໂຄງການກໍ່ສ້າງຈຸດພັກລົດ 3 ແຍກເຊໂນ, ການອອກແບບໂຄງການແມ່ນ ອົງການ JICS ເປັນຜູ້ຈັດຕັ້ງປະຕິບັດ ແລະ ອອກແບບໂຄງການ ດັ່ງກ່າວເອງ, ທ່ານ ວິໄລພັນ ໄຊຍະວົງ ຍັງໄດ້ກ່າວຕື່ມວ່າ: ບໍລິສັດທີ່ຊະນະການປະມູນ ເປັນຜູ້ຮັບເໝົາກໍ່ສ້າງໄດ້ແກ່ ບໍລິສັດ ຊາສີ ກຣຸບ, ເຊິ່ງໜ້າ ວຽກໃນການດໍາເນີນໂຄງການ ປະກອບດ້ວຍ: ອາຄານຮ້ານ ອາຫານ, ຫ້ອງນ້ຳ ແລະ ບ່ອນພັກລົດ ພ້ອມທັງເສັ້ນ ທາງເຂົ້າອອກ ແລະ ຕິດຕັ້ງລະບົບໄຟຟ້າ, ປູກຫຍ້າ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ຜ່ານການຈັດຕັ້ງປະຕິບັດຕົກເປັນມູນຄ່າທັງໝົດ 2.548.135 ໂດລາສະຫະລັດ, ເກີນງົບ ທີ່ມີໄວ້ 763.602 ໂດລາສະ ຫະລັດ, ໃນນັ້ນສ່ວນເກີນຂອງງົບແມ່ນໄດ້ໃຊ້ເຂົ້າໃນວຽກເກັບກູ້ລະເບີດ, ຍົກຍ້າຍ ປະຊາຊົນ, ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ວຽກຖົມດິນ. ເຊິ່ງມາຮອດປັດຈຸບັນວຽກ ທຸກຢ່າງແມ່ນໄດ້ຈັດຕັ້ງປະຕິບັດສຳເລັດ ໂດຍມອບໃຫ້ ແຂວງສະຫວັນນະເຂດ ເປັນຜູ້ສືບຕໍ່ດຳເນີນປະມູນ ເພື່ອ ຊອກຫາຜູ້ດຳເນີນການບໍລິການຢູ່ຈຸດພັກລົດແຫ່ງນີ້ໃຫ້ມີປະສິດທິຜົນ.


ໂອກາດດັ່ງກ່າວ, ທ່ານ ວຽງສະຫວັດ ສີພັນດອນ ກໍໄດ້ຂຶ້ນກ່າວມອບໂຄງການ ດັ່ງກ່າວນີ້ໃຫ້ແຂວງສະຫວັນນະເຂດນຳໃຊ້ຕໍ່ໄປ, ຈາກນັ້ນ ທ່ານ ທາເກຊິ ຮີກີຮາຣາ ກໍໄດ້ ກ່າວສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ໄດ້ທຸ້ມເທເຫື່ອແຮງ ແລະ ເຮັດໃຫ້ວຽກງານຄັ້ງນີ້ປະສົບຜົນສຳເລັດ, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ກ່າວຮັບໂຄງການດັ່ງກ່າວນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈມາຍັງທຸກພາກ ສ່ວນທີ່ເຮັດໃຫ້ຈຸດພັກລົດແຫ່ງນີ້ເກີດຂຶ້ນ ພ້ອມແລ້ວທີ່ຈະເຮັດ ໃຫ້ການບໍລິການທາງຜ່ານ ກໍຄືຈຸດພັກລົດ ກາຍເປັນຈຸດຍຸດທະສາດທາງດ້ານເສດຖະກິດ ຕໍ່ໄປ.

ຂໍ້ມູນຈາກ: ຂ່າວສະຫວັນພັດທະນາ

Comments