ຄັ້ງທຳອິດຂອງໂລກ!! ຜ່າຕັດສະໝອງຄົນໄລຍະໄກ 3.000 ກິໂລແມັດ ຜ່ານລະບົບ 5ຈີ

ສຳນັກຂ່າວ ອາຣທີ ລາຍງານ ເມື່ອວັນທີ 17 ມີນາ 2019 ວ່າ ດຣ ຫລິງ ຈື້ເປ່ຍ ເຮັດການຜ່າຕັດຝັງອຸປະກອນກະຕຸ້ນເສັ້ນປະສາດລົງໃນສະຫນອງຂອງຄົນເຈັບໂລກພາກິນສັນຄົນຫນື່ງທີ່ຢູ່ໂຮງຫມໍກອງທັບປົດປ່ອຍປະຊາຊົນໃນນະຄອນປັກກິ່ງ ເມື່ອວັນເສົາທີ 16 ມີນາຜ່ານມາ ໃນຂະນະທີ່ໂຕທ່ານຢູ່ທີ່ເກາະໄຫຫລຳ ຊື່ງຫ່າງອອກໄປກວ່າ 3.000 ກິໂລແມັດ ໂດຍການຜ່າຕັດໃຊ້ເວລາປະມານ 3 ຊົ່ວໂມງ ແລະປະສົບຄວາມສຳເລັດ

ຂ່າວລະບຸວ່າ ດຣ ຫລິງໃຊ້ຫຸ່ນຍົນທີ່ເຊື່ອມຕໍ່ກັບເຄືອຂ່າຍ 5ຈີ ທີ່ພັດທະນາໂດຍບໍລິສັດ ຫົວເວີ່ຍ ຜູ້ຜະລິດອຸປະກອນໂທລະຄົມມະນາຄົມລາຍໃຫ່ຍຂອງຈີນ ຊື່ງລະບົບໃຫ່ມນີ້ເຮັດໃຫ້ເວລາໃນການຮັບສົ່ງຂໍ້ມູນໃກ້ຄຽງກັບເວລາແທ້ຫລາຍທີ່ສຸດໂດຍ ດຣ ຫລິງລະບຸວ່າ “ເກືອບບໍ່ຮູ້ສຶກເລີຍວ່າຄົນເຈັບຢູ່ຫ່າງອອກໄປເຖິງ 3.000 ກິໂລແມັດ”

ທັງນີ້ ສະຖາບັນການແພດທົ່ວໂລກທົດລອງໃຊ້ຫຸ່ນຍົນເຮັດການຜ່າຕັດໄລຍະໄກ (telesurgery) ມາແລ້ວຫລາຍຄັ້ງລວມທັງລະບົບ “da vinci Surgical System” ຂອງອາເມຣິກາ ແຕ່ເທັກໂນໂລຢີເຫຼົ່ານີ້ຍັງບໍ່ແຜ່ຫລາຍໃນເຊີງພານິດເນື່ອງຈາກ ມີສຽງວິພາກວິຈານກ່ຽວກັບບັນຫາໃນການໃຊ້ງານຫລາກຫລາຍ
ແຕ່ການມາຂອງເທັກໂນໂລຢີ 5ຈີ ເຮັດໃຫ້ບັນຫາການ “ດີເລ” ໃນການຮັບສົ່ງຂໍ້ມູນລະຫວ່າງການຜ່າຕັດຫລຸດລົງຢ່າງຫລາຍດ້ວຍຊ່ວງຄວາມຖີ່ຄລື່ນທີ່ກ້ວາງແລະຄວາມຫນ່ວງຕ່ຳ ໂດຍ 5ຈີ ເປີດໂຕໃນການຜ່າຕັດໄລຍະໄກຄັ້ງທຳອິດເມື່ອເດືອນມັງກອນເມື່ອແພດຊາວຈີນຄົນຫນື່ງປະສົບຄວາມສຳເລັດໃນການຜ່າຕັດຕັບຂອງສັດທົດລອງທີ່ມະຫາວິທະຍາໄລແພດຝູຈ້ຽນ

ໃນຊ່ວງກາງເດືອນມີນາ ເຄືອຂ່າຍ 5ຈີ ກໍ່ຖືກໃຊ້ໃນການຜ່າຕັດຕັບມະນຸດຈາກໄລຍະໄກເປັນຄັ້ງທຳອິດ ໂດຍຫມໍຢູ່ທີ່ນະຄອນປັກກິ່ງ ສ່ວນຄົນເຈັບຢູ່ທີ່ໂຮງຫມໍໃນເມືອງເສິ່ນເຈິ້ນຊື່ງຫ່າງກັນປະມານ 2.000 ກິໂລແມັດ

Comments