ຂ່າວ ພາຍໃນປະເທດ

ດ່ວນ!!!! ນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແລະ ມສ ແຕ່ມີບັນຫາດ້ານການເງິນ ສາມາດແລ່ນເອົາທຶນໄດ້ອ່ານເລີຍ

ຂ່າວດີສຸດໆ ສຳລັບນັກຮຽນຕ່າງແຂວງທີ່ເສັງຕິດ ມຊ ແຕ່ມີບັນຫາທາງດ້ານການເງິນ ຢາກຮຽນລ້າໆ, ຢາກມີເງິນເດືອນເວລາຮຽນ, ຢາກຮຽນເພີ່ມໂດຍບໍ່ເສຍຄ່າຫຍັງ ແລະ ມີຄ່າຫໍພັກຄ່າອຸປະກອນໃຫ້ໃນທຸກໆປີ ກໍາລັງຈະເປັນຄວາມຈິງແລ້ວ. ຕາມການລາຍງານຂອງ Australia in Laos ຈະມີການໃຫ້ທຶນການສຶກສາ LANS ແລະ ຈະເປີດຮັບແບບຟອມສະໝັກແລ້ວ ໂດຍທຶນ LANS ຫຼື ທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ເລີ່ມເປີດໃຫ້ນັກສຶກສາຜູ້ທີ່ ສອບເສັງເຂົ້າຮຽນປີທີ 1 ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ໄດ້ແລ້ວ. ສໍາລັບຂັ້ນຕອນໃນການຢືນແບບຟອມ ແມ່ນສາມາດດາວໂຫຼດແບບຟອມສະໝັກຈາກເວັບໄຊ: www.laosaustraliainstitute.org ແລະ ໃຫ້ຍື່ນແບບຟອມດັ່ງກ່າວນີ້ໄດ້ທີ່ມະຫາວິທະຍາໄລທີ່ຕົນກໍາລັງຈະສຶກສາຢູ່ ນັບແຕ່ວັນທີ 17 ກັນຍາຈົນຮອດມື້ປິດຮັບສະໝັກ ໃນເດືອນຕຸລານີ້. #ມະຫາວິທະຍາໄລແຫ່ງຊາດ ປິດຮັບສະໝັກ ວັນທີ 12/10/2018 ໂທ 020 2243 4219 #ມະຫາວິທະຍາໄລສຸພານຸວົງ ປິດຮັບສະໝັກ ວັນທີ 19/10/2018 ໂທ 020 2862 2286 ຂໍ້ມູນຈາກ: #AustraliainLaos.

Read More »

ສຽງຈາກປະຊາຊົນ ສະເໜີຂັ້ນເທິງແກ້ໄຂ

ຈາກການລົງສຳພາດປະຊາຊົນຈຳນວນໜຶ່ງຂອງທີມງານ ທາເກັດຂອງພວກເຮົາ ກ່ຽວກັບຄວາມຄິດເຫັນຂອງເຂົາເຈົ້າທີ່ຢາກຂໍສະເໜີ ເພື່ອໃຫ້ລັດຖະບານແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ຕ່າງໆດັ່ງນີ້: ທ້າວ ນໍ້າ ອາຍຸ 25 ປີ ຈົບການສຶກສາລະດັບ ປ.ຕີ ແຕ່ບໍ່ໄດ້ເຮັດວຽກ ຈຶ່ງຫັນໄປເຮັດອາຊີບຄ້າຂາຍ ລາວໃຫ້ຄວາມເຫັນວ່າ: ຈະເວົ້າແລ້ວອາຊີບຄ້າຂາຍບໍ່ຈໍາເປັນຕ້ອງຈົບເຖິງ ປ.ຕີ ກໍສາມາດເຮັດໄດ້, ຂ້າພະເຈົ້າຂໍສະ ເໜີວ່າ: ລັດຖະບານຕ້ອງແກ້ໄຂດ່ວນບັນຫານັກສຶກສາຈົບໃໝ່ແລ້ວບໍ່ມີວຽກເຮັດ ເພາະພວກເຂົາເຫຼົ່ານີ້ເປັນກຳລັງແຮງໜຶ່ງທີ່ຈະຂັບເຄື່ອນປະເທດໃຫ້ພັດທະນາໃນອະນາຄົດ. ແຕ່ທຸກມື້ນີ້ ໄປສະໝັກວຽກບ່ອນໃດ ກໍວ່າເຕັມແລ້ວ ແລະ ບາງບ່ອນຕ້ອງໃຊ້ເງິນເປັນໃບເບີກທາງ, ແລ້ວຜູ້ທີ່ທຸກຍາກເດ? ເຖິງແມ່ນວ່າຈະຮຽນເກັ່ງກໍຕາມ ໃບຄະແນນ ໃບປະລິນຍາ ກໍຊ່ວຍບໍ່ໄດ້,ບາງຄົນກໍເປັນອາສາສະໝັກ 4-5 ປີບໍ່ມີເງິນເດືອນ ແຕ່ຄ່າຄອງຊີບສູງ ໂດຍບໍ່ຮູ້ວ່າປີໃດຈະໄດ້ເຂົ້າເປັນລັດຖະກອນສົມບູນ, ບາງຄົນຮຽນຈົບມາໄປເປັນກໍາມະກອນ ຫຼື ເຮັດວຽກສາຂາອື່ນທີ່ຕົນບໍ່ໄດ້ຮຽນມາ. ພະນັກງານ ບໍລິສັດເອກະຊົນແຫ່ງໜຶ່ງຂໍໃຊ້ນາມສົມມຸດວ່າ: ສາວຊະນະຄາມ ມີຄວາມເຫັນວ່າ: ຢາກໃຫ້ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ ເຊັ່ນ: ຄ່າຄອງຊີບກັບລາຍໄດ້ ຖ້າຄ່າຄອງຊີບຍັງສູງຄືທຸກມື້ນີ້ ແລ້ວລາຍໄດ້ພັດໜ້ອຍແບບນີ້ ກະບໍ່ຕ້ອງເວົ້າເຖິງການພັດທະນາ ເອົາພຽງວ່າຊອກເງິນຊື້ເຂົ້າ ເຊົ່າບ່ອນຢູ່ໃຫ້ມັນໄດ້ກ່ອນ. ຖ້າເວົ້າເລື່ອງລາຍໄດ້ປະຊາຊົນໂດຍສະເພາະຊາວນາ ແລະ ຄໍາເວົ້າທີ່ວ່າ “ຊາວນາເປັນກະດູກສັນຫຼັງຂອງຊາດ” ດຽວນີ້ກະດູກສັນຫຼັງຂອງຊາດໃກ້ຈະຫັກແລ້ວ ຍ້ອນເຮັດຫຼາຍ ແຕ່ລາຍໄດ້ໜ້ອຍ. ກໍາມະກອນຜູ້ເອົາເຫື່ອແຮງແລກເງິນກົ້ມໜ້າເຮັດວຽກຕາມນາຍສັ່ງ ...

Read More »

ຜົນກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ II ປີ 2018

ກອງປະຊຸມລັດຖະບານເປີດກວ້າງ ເທື່ອທີ II ປີ 2018 ໄດ້ເປີດຂຶ້ນໃນວັນທີ 17 ແລະ ປິດລົງ ໃນວັນທີ 18 ກັນຍາ 2018 ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນຕອນແລງວັນທີ 18 ກັນຍາ 2018, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກໂຄສົກລັດຖະບານ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມຖະແຫລງຂ່າວ ຜົນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ວ່າ: ກອງປະຊຸມລັດຖະບານ ເປີດກວ້າງຄັ້ງນີ້, ...

Read More »

ຂັ້ນຕອນງ່າຍໆ!!! ລາຄາບໍ່ແພງ ໃນການເຮັດບັດປະຈໍາຕົວປະຊາຊົນລາວ

ຕື່ນເຕັ້ນຫຼາຍ ທີ່ກະຫາກໍມີໂອກາດໄດ້ໄປເຮັດບັດປະຈໍາຄັ້ງທໍາອິດໃນຊີວິດ ສໍາຫຼັບນ້ອງໆຜູ້ໃດທີ່ກ້າວຍ່າງເຂົ້າເປັນໄວໜຸ່ມ 16 ປີ ຫຼື ຜູ່ໃດທີ່ບັດປະຈໍາຕົວປະຊາຊົນລາວໝົດອາຍຸແລ້ວ ກໍໄດ້ໄປເຮັດບັດໃໝ່ , ຊິມາບອກວ່າ ມັນງ່າຍດາຍຫຼາຍ ແລະ ບໍ່ໄດ້ເສຍເວລາຫຍັງດົນເລີຍ!!! ເລີ່ມຈາກໄປຊື້ : 1; ປຶ້ມຟອມຄໍາຮ້ອງ ຂໍເຮັດບັດປະຊາຊົນ, ທີ່ ປກສ ເມືອງ ລາຄາ 10.000 ກີບ       ຂຽນຂໍ້ມູນລົງໃສ່ຟອມ 2; ໄປເຊັນ ແລະ ປະທັບການາຍບ້ານຮຽບຮ້ອຍຈ່າຍຄ່າທໍານຽມບ້ານ10.000 ກີບ ຈາກນັ້ນກໍຖືເອກະສານພ້ອມດ້ວຍສໍາເນົາປຶ້ມສໍາມະໂນຄົວ ແລະ ສະບັບແທ້ , ບັດປະຈໍາຕົວປະຊາຊົນເກົ່າ ( ສໍາຫຼັບຜູ້ເຄີຍມີແລ້ວ ) 3; ກັບໄປ ປກສ ເມືອງ ຊື້ຟອມອີກໃບໜຶ່ງ ລາຄາ 5.000 ກີບ ( ເຈົ້າໜ້າທີ່ເພີ່ນຫາກຊິແນະນໍາ ) ແລ້ວໃສ່ຂໍ້ມູນປະຫວັດສ່ວນຕົວ ແລະ ສາຍພົວພັນຂອງເຮົາ , ຊື່ພໍ່ -ແມ່ ,ເອື້ອຍນ້ອງ , ...

Read More »

ລາວ-ກຳປູເຈຍ ຖອນກຳລັງທະຫານອອກຈາກຊາຍແດນ ທີ່ຍັງເປັນບັນຫາຄົງຄ້າງ

ພາຍຫຼັງສຳເລັດການພົບປະສອງຝ່າຍ  ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 13 ກັນຍາ 2018,  ນາຍົກລັດຖະມົນຕີ ລາວ-ກຳປູເຈຍ  ໄດ້ຮ່ວມກັນຖະແຫຼງຜົນ ການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ,  ໂດຍທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ ເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ  ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ. ທ່ານສົມເດັດຮຸນເຊນ ໄດ້ກ່າວວ່າ:  ເປັນການແຈ້ງຂ່າວຢ່າງຊັດເຈນ ຕໍ່ປະຊາຊົນຂອງສອງປະເທດ ເພື່ອເປັນຫຼັກຖານອັນໜຶ່ງ  ໃຫ້ແກ່ປະຊາຊົນ ກໍຄືທະຫານກອງທັບສາມາດປະຕິບັດ.  ເທື່ອນີ້ເປັນຄັ້ງທີສາມ,  ທີ່ລາວ ແລະ ກຳປູເຈຍ ໄດ້ຮ່ວມຖະ ແຫຼງການຮ່ວມ  ມີຢູ່ນະຄອນຫຼວງວຽງຈັນ,  ພະນົມເປັນ ແລະ ຮ່າໂນ້ຍ.  ຂ້າພະເຈົ້າຖືໂອກາດນີ້  ເພື່ອຊີ້ແຈງກ່ຽວກັບເຂດຫ້ວຍຕະເງົ້າ  ເຊິ່ງພວກເຮົາຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ,  ໃນນັ້ນພວກເຮົາມີເງື່ອນໄຂສາມຢ່າງ ກ່ຽວກັບ ເຂດທີ່ຍັງ ບໍ່ທັນ ແກ້ໄຂນີ້ຄື:  ອັນໜຶ່ງ ບໍ່ໃຫ້ມີກອງທັບທະຫານ,  ສອງບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ,  ສາມຕ້ອງລາດຕະເວນຮ່ວມກັນ.  ການລາດຕະເວນຮ່ວມກັນ,  ພວກເຮົາສາມາດເດີນທາງທາງບົກ ແລະ ໃຊ້ໂດຣນໄດ້;  ການລາດຕະ ເວນທາງ ບົກກໍຕ້ອງຮ່ວມກັນ,  ການ ໃຊ້ໂດຣນກໍຕ້ອງໃຊ້ຮ່ວມກັນ. ກ່ຽວກັບການຖອນທະຫານ ຂອງຝ່າຍກຳປູເຈຍ, ຂ້າພະເຈົ້າ ໄດ້ລົມກັນກັບນາຍົກລັດຖະມົນຂອງລາວ ...

Read More »

ໂອກາດ!!! ຢາກເປັນເຈົ້າຂອງທຸລະກິດມາຮອດແລ້ວ ອ່ານດ່ວນ….

?ໂອກາດດີໆມາຮອດແລ້ວ! ສຳລັບທ່ານໃດທີ່ກຳລັງຢາກຈະສ້າງທຸລະກິດເປັນຂອງຕົວເອງແຕ່ບໍ່ຮູ້ຈະເລີ່ມຕົ້ນດ້ວຍວິທີໃດ ຂໍເຊີນທາງນີ້ ໃນວັນທີ 15/9/2018 ກຽມພົບກັບ ງານສຳມະນາ ສ້າງນັກທຸລະກິດໜຸ່ມ ຄັ້ງທີ່ I ບັນຍາຍໂດຍ: 1.ທ່ານ ຫຸມພັນ ໄຊະຍາດ ຜູ້ກໍ່ຕັ້ງ ບໍລິສັດ RentsBuy 2.ທ່ານ ທອງຄຳ ໂພໃບເງິນ ຜູ້ກໍ່ຕັ້ງບໍລິສັດ YesLao 3.ທ່ານ ເອກະສິດ ສິລິຈັກ ນັກຂຽນແລະຜູ້ກໍ່ຕັ້ງ CVCONNECT, ນັກຂຽນ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່: https://bit.ly/2MxCEim ສົນໃຈລົງທະບຽນ Online ຫຼື ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ : 020 52995557 (ນາ)or WhatsApp ?ສະຖານທີ່ສຳມະນາ ສູນກາງຊາວໜຸ່ມ ສປປ ລາວ ຫ້ອງປະຊຸມຊັ້ນ 3 ຕຶກໃໝ່ ບ້ານ ໂພນທັນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຈັດໂດຍ:ສູນພັດທະນານັກທຸລະກິດໜຸ່ມ ຂອງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ

Read More »

ຮອງນາຍົກ ຕິດຕາມສະພາບຄວາມເສຍຫາຍຈາກໄພທຳມະຊາດຢູ່ແຂວງ…..

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ຢູ່ແຂວງບໍ່ແກ້ວໃນລະຫວ່າງວັນທີ 12-13 ກັນຍາ 2018 ນີ້. ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໃນຊຸມເດືອນຜ່ານມາ ຂອງປີ 2018 ໄພພິບັດ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນພາຍໃນແຂວງ ຄິດເປັນມູນຄ່າຫຼາຍກວ່າ 69 ຕື້ກີບ ໃນນີ້ ເກີດເຫດການໄຟໄໝ້ເຮືອນຂອງປະຊາຊົນ 7 ຫຼັງຄາເຮືອນໃນ 7 ບ້ານ 5 ເມືອງ ທົ່ວແຂວງມີຜູ້ຖືກຜົນກະທົບ 47 ຄົນ; ລວມມູນຄ່າເສຍຫາຍຈໍານວນ 844 ລ້ານກີບ, ພາຍຸໝາກເຫັບຕົກໃສ່ເຮືອນປະຊາຊົນເສຍຫາຍ 1 ຫຼັງ, ເກີດເຫດການລົມພາຍຸພັດແຮງກະທົບໃສ່ເຮືອນປະຊາຊົນເສຍຫາຍ 8 ຫຼັງ, ມູນຄ່າເສຍຫາຍ 56 ລ້ານກວ່າກີບ, ດິນເຊາະເຈື່ອນໃສ່ເຮືອນຂອງປະຊາຊົນເປ່ເພ ຈໍານວນ 4 ຫຼັງ, ເຮືອນຄົວເປ່ເພເສຍຫາຍ 3 ຫຼັງ, ເລົ້າເຂົ້າເສຍຫາຍ ຈໍານວນ 5 ...

Read More »

ສົນໃຈ!! ທຶນການສຶກສາຕໍ່ ທີ່ມະຫາວິທະຍາໄລດັງຂອງໄທ ສະໝັກດ່ວນ!!!!

ສະບາຍດີທຸກທ່ານ, ມື້ນີ້ ເວັບໄຊທາເກັດ ນຳເອົາທຶນການສຶກສາ ມາໃຫ້ທຸກທ່ານທີ່ຕ້ອງການຊອກແຫຼ່ງທຶນໄປຮຽນຕໍ່ ສົນໃຈສະໝັກເອາທຶນການສຶກສາ ເພື່ອສຶກສາຕໍ່ ທີ່ມະຫາວິທະຍາໄລ ມະຫິດົນ ປະເທດໄທ ! ?? Mahidol University Postgraduate Admissions 2018 (Second Semester 2018) 1 Aug. – 21 Sep. 2018 Scholarships and Research Funding Supports Available Online Application ສົນໃຈສະໝັກເຂົ້າຕາມລິ່ງເວັບໄຊລຸ່ມນີ້ເລີຍ. http://www.grad.mahidol.ac.th/…/prospectiv…/how-to-apply.php ທີ່ມາ: Lao Youth Radio FM 90.0 Mhz ສົນໃຈສະຫມັກເອາທຶນການສຶກສາ ເພື່ອສຶກສາຕໍ່ ທີ່ມະຫາວິທະຍາໄລ ມະຫິດົນ ປະເທດໄທ ! ?? Mahidol UniversityPostgraduate Admissions… Posted by Lao Youth Radio FM 90.0 Mhz ...

Read More »

ຊົມເຊີຍ!! ທ່ານນາຍົກ ຮ່ວມກອງປະຊຸມເວທີເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 27

ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN). ເປີດຢ່າງເປັນທາງການ ໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ. ກອງປະຊຸມຄັ້ງນີ້, ສະຫາຍ ຫງຽວນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜວຍທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວິໃສທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ ...

Read More »

ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ລວມມູນຄ່າການເສຍຫາຍ ຫຼາຍຮ້ອຍຕື້ກີບ….

ໃນວັນທີ 10-11 ກັນຍາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຕິດຕາມ ແລະ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ. ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍຕ່າງໆພາຍໃນແຂວງ ໃນລະຫວ່າງວັນທີ 16 ກໍລະກົດ ຫາທ້າຍເດືອນສິງຫາ 2018, ຊຶ່ງຜ່ານການປະເມີນຜົນກະທົບ ແລະ ຄວາມເສຍຫາຍໃນເບື້ອງຕົ້ນ ທົ່ວແຂວງ ມີບ້ານໄດ້ຮັບຜົນກະທົບທັງໝົດ 239 ບ້ານ, ມີ 11.645 ຄອບຄົວ, ພົນລະເມືອງ 68.456 ຄົນ (ບໍ່ມີຜູ້ເສຍຊີວິດ), ເຊິ່ງລວມມູນຄ່າຄວາມເສຍຫາຍທັງໝົດ 335 ຕື້ກວ່າກີບ.ມີ 25 ບ້ານ ໄດ້ຮັບຜົນກະທົບໜັກ, ຊຶ່ງມີເຮືອນຖືກຊຸໄຫຼ31 ຫຼັງ ແລະ ມີຊົນລະປະທານເປເພ 134 ແຫ່ງ,ເນື້ອທີ່ການຜະລິດກະສິກໍາເສຍຫາຍສົມຄວນ,ຈໍານວນເສັ້ນທາງທີ່ໄດ້ຮັບຜົນກະທົບ ມີທັງໝົດ 71 ເສັ້ນ ໃນນັ້ນທາງຫຼວງແຫ່ງຊາດ 3 ເສັ້ນ.

Read More »