ລັດຖະມົນຕີກະຊວງ ຮສສ ເນັ້ນໃຫ້ ຄຊກລ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໃຫ້ສຳເລັດ.

ໂອກາດທີ່ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ປະທານ ຄຊກລ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ປີ 2018 ແລະ ປຶກສາຫາລືເພື່ອຈັດຕັ້ງປະຕິບັດແຜນການ ປີ 2019 , ໃນວັນທີ 19 ມີນາ 2019 ຜ່ານມານີ້, ທີ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມ, ຫຼັກ 5, ນະຄອນຫຼວງວຽງຈັນ. ທ່ານໄດ້ມີຄຳເຫັນໃຫ້ ຄຊກລ ໄດ້ສືບຕໍ່ປັບປຸງ, ແກ້ໄຂດັ່ງນີ້:


1. ປັບປຸງຄືນໃໝ່ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກ (ລບຕ) ໃຫ້ກວມລວມທົ່ວປະເທດ.
2. ສໍາລັບການສໍາຫຼວດ (ລບຕ) ແຫ່ງຊາດ ພື້ນຖານແລ້ວ ແມ່ນເຫັນດີຕາມຄວາມເຫັນຂອງວິຊາການ ແລະ ບັນດາທ່ານ ກໍໄດ້ປະກອບຄວາມເຫັນແລ້ວ. ເຫັນດີໃຫ້ລະດົມທຶນນໍາປະເທດຜູ້ໃຫ້ທຶນ ໂດຍສະເພາະແມ່ນ ສ. ອາເມລິກາ ປະກອບທຶນໃຫ້ບັນດາອົງການປະຕິບັດງານຂອງລາວ ແລະ ຕ່າງປະເທດ ໃຫ້ເຂົ້າໄປເຮັດການສໍາຫຼວດ (ລບຕ) ໃຫ້ກວມລວມທົ່ວປະເທດ. ຖ້າບໍ່ດັ່ງນັ້ນ, ພວກເຮົາຈະບໍ່ສາມາດສໍາເລັດແຜນການສໍາຫຼວດ (ລບຕ) ແຫ່ງຊາດໄດ້.
3. ການກວດກູ້ (ລບຕ) ຮັບໃຊ້ໂຄງການພັດທະນາຂອງສູນກາງ ແລະ ທ້ອງຖິ່ນ ລວມທັງດິນປຸກສ້າງທີ່ຢູ່ອາໄສ ແລະ ດິນທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່ານັ້ນ ແມ່ນເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ກວດກູ້ ເຖິງແມ່ນວ່າພື້ນທີ່ດັ່ງກ່າວ ບໍ່ເຄີຍໄດ້ຮັບການຢືນຢັນວ່າມີ (ລບຕ) ຕົກຄ້າງມາກ່ອນກໍ່ຕາມ, ແຕ່ເພື່ອເປັນການປະຢັດງົບປະມານນັ້ນ ກ່ອນຈະກວດກູ້ ບັນດາອົງການປະຕິບັດງານ ຕ້ອງໄດ້ດໍາເນີນການສໍາຫຼວດຊອກຫາ (ລບຕ) ກ່ອນ.


4. ຄວາມລະອຽດຂອງພື້ນທີ່ຈຸດສຸມພັດທະນາຂອງສູນກາງ ແລະ ທ້ອງຖິ່ນ ທີ່ຈະກວດກູ້ (ລບຕ) ເຫັນດີວ່າ ຕ້ອງມີຄວາມເປັນອັນລະອຽດ ເປັນຕົ້ນແມ່ນຕ້ອງມີຈໍານວນເຮັກຕາ, ມີຂອບເຂດ ແລະ ແຜນທີ່ຮອງຮັບຄັກແນ່ ທັງນີ້ ກໍເພື່ອຮັບປະກັນການວາງແຜນໃນການກວດກູ້ (ລບຕ) ທີ່ຊັດເຈນ. ບັນຫານີ້, ມອບໃຫ້ບັນດາທ່ານຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງວຽກງານແກ້ໄຂບັນຫາ (ລບຕ) ຂັ້ນແຂວງ ຊີ້ນໍາພາກສ່ວນກ່ຽວຂ້ອງຂອງແຂວງ ເອົາຂໍ້ມູນດັ່ງກ່າວມາໃຫ້ໄດ້. ປີ 2019 ບໍ່ທັນແລ້ວກໍຢ່າ ແຕ່ປີ 2020 ແນວໃດກໍຕ້ອງເອົາມາໃຫ້ໄດ້.
5. ການປັບປຸງການຈັດຕັ້ງບໍລິຫານຄຸ້ມຄອງວຽກງານແກ້ໄຂບັນຫາ (ລບຕ) ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສາກົນ ປະກອບທຶນເຂົ້າໃສ່ວຽກງານແກ້ໄຂບັນຫາ (ລບຕ) ໃຫ້ຫຼາຍຂຶ້ນກວ່າເກົ່າ. ສະນັ້ນ, ເຫັນດີໃຫ້ປັບປຸງລະບອບແບບແຜນວິທີເຮັດວຽກຂອງ ຄຊກລ ແນໃສ່ໃຫ້ມີລະບອບປະຊຸມ, ລະບອບລາຍງານ, ລະບອບແກ້ໄຂວຽກປະຈໍາວັນ ໃຫ້ໜັກແໝ້ນ; ປັບປຸງແບບແຜນວິທີເຮັດວຽກຂອງ ຄກລ ໃຫ້ຂຶ້ນກັບຫ້ອງການ ຄຊກລ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ຮສສ, ປະທານ ຄຊກລ ສະບັບເລກທີ 3639/ຄຊກລ, ລົງວັນທີ 21 ກັນຍາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ຄຊກລ; ປັບປຸງລະບົບການກວດກາພາຍໃນ, ລະບົບການຄຸ້ມຄອງວັດຖຸພາຫະນະ, ການຄຸ້ມຄອງຂໍ້ມູນຂ່າວສານ, ການສະໜອງຈັດຊື້, ການສະຫຼຸບລາຍງານ ແລະ ອື່ນໆ ແນ່ໃສ່ໃຫ້ ຄກລ ມີຄວາມເຂັ້ມແຂງເປັນທີ່ເຊື່ອໝັ້ນຂອງປະເທດຜູ້ໃຫ້ທຶນ ແລະ ສືບຕໍ່ແກ້ໄຂບຸກຄະລາກອນທີ່ປະຕິບັດໜ້າທີ່ຜິດພາດໃຫ້ສໍາເລັດ; ປັບປຸງການຈັດຕັ້ງຄຸ້ມຄອງແກ້ໄຂບັນຫາ (ລບຕ) ຢູ່ບັນດາແຂວງທີ່ມີ (ລບຕ) ແລະ ຫ້ອງການ ຄກລຂ ໃຫ້ຈະແຈ້ງ, ມີບຸກຄະລາກອນ, ມີລະບອບແບບແຜນວິທີເຮັດວຽກ ແລະ ມີງົບປະມານເຄື່ອນໄຫວ. ມອບໃຫ້ປະທານຄະນະກໍາມະການຄຸ້ມຄອງວຽກງານແກ້ໄຂບັນຫາ (ລບຕ) ຂັ້ນແຂວງ ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການ ຄກລຂ ແລະ ຈຸດປະສານງານ ຄກລມ.
6. ທິດທາງແກ້ໄຂເພື່ອເລັ່ງລັດຂະບວນການຄົ້ນຄ້ວາ ແລະ ຮັບຮອງຮ່າງບົດບັນທຶກຄວາມເຂົ້າໃຈນັ້ນ ມອບໃຫ້ຫ້ອງການ ຄຊກລ ຈັດກອງປະຊຸມສໍາມະນາເປິກສາຫາລືກັບທ້ອງຖິ່ນ ແລະ ບັນດາອົງການປະຕິບັດງານ ເພື່ອແກ້ໄຂຂະບວນການອະນຸມັດບົດບັນທຶກຄວາມເຂົ້າໃຈ ເພື່ອຮັບປະກັນວ່າ ເງິນຊ່ວຍເຫຼືອຂອງສາກົນ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ສາມາດກວດສອບໄດ້.
7. ຂະບວນການນໍາເຂົ້າພາຫະນະ ແລະ ອຸປະກອນຮັບໃຊ້ໂຄງການແກ້ໄຂບັນຫາ (ລບຕ) ຕາມບົດບັນທຶກຄວາມເຂົ້າໃຈ ທີ່ມີຄວາມຊັກຊ້ານັ້ນ ມອບໃຫ້ຫ້ອງການ ຄຊກລ ຈັດກອງປະຊຸມສໍາມະນາປຶກສາຫາລືກັບກະຊວງກ່ຽວຂ້ອງ ເພື່ອແກ້ໄຂຂະບວນການນໍາເຂົ້າພາຫະນະ ແລະ ອຸປະກອນຮັບໃຊ້ໂຄງການແກ້ໄຂບັນຫາ (ລບຕ). ພ້ອມນັ້ນ, ສະເໜີພາກສ່ວນກ່ຽວຂ້ອງຂອງກະຊວງການເງິນ ພິຈາລະນາອະນຸມັດພາຫະນະ ແລະ ວັດຖຸຮັບໃຊ້ໂຄງການແກ້ໄຂໃຫ້ໄວ.
8. ເພື່ອຮັບປະກັນມາດຕະຖານການ ຈັດຕັ້ງ, ມາດຕະຖານການປະຕິບັດງານ, ຊ່ຽວຊານ, ນະໂຍບາຍຕໍ່ພະນັກງານ-ກໍາມະກອນ, ອຸປະກອນ, ພາຫະນະ ແລະ ອື່ນໆ ໃຫ້ສອດຄ່ອງກັບມາດຕະຖານແຫ່ງຊາດການແກ້ໄຂບັນຫາ (ລບຕ) ຢູ່ ສປປ ລາວ ແລະ ລະບຽບກົດໝາຍຂອງ ສປປ ລາວ. ຖ້າບໍລິສັດໃດ ບໍ່ໄດ້ຕາມມາດຕະຖານແທ້ໆ ກໍບໍ່ຄວນໃຫ້ສືບຕໍ່ດໍາເນີນທຸລະກິດສໍາຫຼວດ ແລະ ກວດກູ້ (ລບຕ) ອີກຕໍ່ໄປ.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ.

Comments