ຂ່າວ ພາຍໃນປະເທດ

ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານ

ເສັ້ນທາງເປ່ເພ ແມ່ນສາເຫດຫຼັກທີ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມເປົ້າໝາຍຢູ່ດ່ານ ແຂວງຄຳມ່ວນ ການເກັບລາຍຮັບຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 3 ຢູ່ແຂວງຄຳມວ່ນແມ່ນມາຈາກ 10 ພາກສ່ວນໃຫ່ຍເຊັ່ນ : ຈາກຄ່າເຊັກພິເສດ, ນ້ຳມັນເຊື້ອໄຟ, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ສິນຄ້ານຳເຂົ້າ-ສົ່ງອອກຕໍ່, ທຳນຽມພາຫະນະເຂົ້າ, ທຳນຽມພາຫະນະອອກ, ທຳນຽມຜ່ານດ່ານສາກົນ ແລະ ຈາກຄັງແຮນ້ຳມັນເຊື້ອໄຟ. ຜ່ານການປະຕິບັດການເກັບລາຍຮັບ 2 ເດືອນຕົ້ນປີ 2019, ປະຕິບັດໄດ້ 38.655.292.300 ກີບ. ທ່ານ ສົມຫວັງ ສົມຈິນດາ ຫົວໜ້າພາສີ ຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແຂວງຄຳມວ່ນໄດ້ກ່າວຕໍ່ທິມງານວຽງຈັນທາມຫວ່າງມໍ່ໆນີ້ວ່າ : ສິ່ງທ້າທາຍຫຼືທີ່ເປັນອຸປະສັກໃນການເກັບລາຍຮັບຢູ່ດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ແມ່ນ ບັນຫາພື້ນຖານໂຄງຮ່າງໂດຍສະເພາະແມ່ນເສັ້ນທາງເລກທີ 12 ຢູ່ເຂດນາພ້າວຊຶ່ງມີໄລຍະທາງ 15 ກິໂລແມັດ, ເຂດດັ່ງກ່າວ ໄດ້ກໍ່ໃຫ້ເກີດອຸບັດເຫດ ແລະ ການຂົນສົ່ງສິນຄ້າຫຼ້າຊ້າຫຼາຍຍ້ອນເສັ້ນທາງເປ່ເພ, ທາງນ້ອຍ ແລະ ຄົດລ້ຽວຫຼາຍຖ້າເສັ້ນທາງດີຈະເຮັດໃຫ້ການເກັບລາຍຮັບເພີ່ມຂື້ນຍ້ອນດ່ານຂົວມິດຕະພາບລາວ-ໄທແຫ່ງທີ 3 ມີຂໍ້ໄດ້ປຽບຍ້ອນວ່າເປັນສູນກາງສົ່ງອອກສິນຄ້າໄປປະເທດທີ 3 ເຊັ່ນ: ສິນຄ້າໄທຜ່ານລາວໄປປະເທດຫວຽດນາມ ແລະ ສົ່ງຕໍ່ໄປຈີນ, ສິນຄ້າຫວຽດນາມ ຜ່ານລາວໄປປະເທດໄທ, ນອກນັ້ນສິນຄ້າຢູ່ລາວຍັງໄດ້ສົ່ງອອກໄປສອງປະເທດດັ່ງກ່າວຊຶ່ງໄປໄທແມ່ນຜ່ານຂົວມິດຕະພາບ, ...

Read More »

ເຊີນຜູ້ປະກອບການລາວ ຮ່ວມເຈລະຈາທຸລະກິດ ໃນງານສະແດງສິນຄ້າ-ອາຫານ ລະດັບໂລກທີ່ປະເທດໄທ

ກົມສົ່ງເສີມການຄ້າ ລະຫວ່າງປະເທດກະຊວງພານິດ ຮ່ວມມືກັບ ຫໍການຄ້າໄທ ແລະ Coelnmesse ປະເທດເຢຍລະມັນ ຈັດງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມລະດັບໂລກ  “THAIFEX – World of Food ASIA 2019” ທີ່ປະເທດໄທ. ໃນວັນທີ 15 ມີນາ ທີ່ຜ່ານມາ ຢູ່ທີ່ສູນການຄ້າໄອເຕັກ ນະຄອນຫຼວງວຽງຈັນ. ໄດ້ຈັດງານຖະແຫຼງຂ່າວ ເພື່ອເຊີນຊວນ ຜູ້​ປະ​ກອບກ​ານ ສ ປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ-ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກປະເທດໄທ ແລະ ທົ່ວໂລກຫຼາຍກວ່າ ໂດຍງານຈະຈັດຂຶ້ນລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger 1-3 ແລະ ຕຶກ IMPACT EXHIBITION HALL 5-12 ສູນສະແດງສິນຄ້າ ແລະ ...

Read More »

ນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມທາງການ ສາທາລະນະລັດສະຫະພັນ ເຢຍລະມັນ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະນະທ່ານ ນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຢ່າງເປັນທາງການ, ໃນວັນທີ 12-13 ມີນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລຶກ ຂອງການນໍາຂັ້ນສູງຂອງລາວ ແລະ ເປັນນິມິດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ເຂັມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນ. ໃນວັນທີ 13 ມີນາ 2019, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢ່າງສົມກຽດ ແລະ ເຄັ່ງຂຶມ ທີ່ ສໍານັກງານນາຍົກລັດຖະມົນຕີ ສສ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ນາງ ອັງເກລາ ແມກເກລ. ການພົບປະໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ ແລະ ...

Read More »

ຂ່າວດີ!!! ນາຍົກແຫ່ງ ສປປ ລາວ ພົບປະ ນາຍົກ ແຫ່ງຮົງກາລີ ມີຂໍ້ຕົກລົງ 3 ຂໍ້ດັ່ງນີ້….

ຂ່າວດີ !!! ?? ?? ກອງປະຊຸມພົບປະ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ Orbán Viktor, ນາຍົກລັດຖະມົນຕີ ແຫ່ງ ຮົງກາລີ ໃນວັນທີ 10-12 ມີນາ 2019 ທີ່ ບຸດາເປສ ປະເທດ ຮົງກາລີ ໄດ້ມີຂໍ້ຕົກລົງຮ່ວມກັນ 3 ຂໍ້ ດັ່ງນີ້: 1) ຕົກລົງຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ລາວ ແລະ ຮົງກາລີ ໂດຍໃຫ້ມີການຢ້ຽມຢາມ ແລະ ແລກປ່ຽນທຸກລະດັບ 2) ສືບຕໍ່ຮ່ວມມືທາງເສດຖະກິດ, ການຄ້າການລົງທຶນ, ການສຶກສາ, ກະສິກໍາ ແລະ ອື່ນໆ 3) ຕົກລົງເພີ່ມທຶນການສຶກສາ ຈາກ 50 ທຶນ ເປັນ 100ທຶນ ນັບແຕ່ປີ 2019 ເປັນຕົ້ນໄປ ...

Read More »

ສູ້ເຕັມທີ່ແລ້ວ! ທີມບານເຕະເຍົາວະຊົນລາວ U12 ເສຍໃຫ້ເຈົ້າພາບວຸດວິດ!

ທີມນັກກິລາບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ນະຄອນຫຼວງຽງຈັນ ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນການແຂ່ງຂັນເຕະບານເຍົາວະຊົນ ນາໆຊາດ U12 ປີ (Bangkok International Junior Thailand 2019) ໃນວັນທີ 11-14 ມີນາ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ. ຫຼັງເອົາຊະນະຄູ່ແຂ່ງ 3 ນັດລວດ ໃນຮອບແບ່ງກຸ່ມໆ A U12 ນະຄອນຫຼວງ ຊະນະ ຫວຽດນາມ 3-0 ແລະ ຊະນະ ຍີ່ປຸ່ນ 4-0 ເປັນທີ 1 ຂອງກຸ່ມ ເຂົ້າສູ່ຮອບ 4 ສຸດທ້າຍ ເອົາຊະນະ ທິມແພນເນັດ (Planet) ຈາກອັງກິດ 3-0 ເຂົ້າໄປຊິງຊະນະເລີດກັບເຈົ້າພາບໄທ ທີ່ຊະນະ ຫວຽດນາມ 7-0. ຮອບຊິງຊະນະເລີດ U12 ລາວເຮົາ ເສຍໃຫ້ເຈົ້າພາບໄທ ແບບວຸດວິດ 0-1 ໄດ້ອັນດັບ ...

Read More »

Facebook – Instagram ລົ້ມໃຊ້ງານບໍ່ໄດ້ທົ່ວໂລກ ແຕ່ຍັງມີບາງຄົນໃຊ້ງານໄດ້ຍ້ອນ…..

ສຳນັກງານຂ່າວຕ່າງປະເທດລາຍງານວ່າ ເຄື່ອຂ່າຍທາງສັງຄົມອອນໄລ໌ ເຟສບຸກ ແລະ ອິດຕຣາແກຣມລົ້ມ ກະທົບຜູ້ໃຊ້ງານທົ່ວໂລກ ໂດຍເຄື່ອຂ່າຍຂາດການເຊື່ອມຕໍ່ໄປຕັ້ງແຕ່ເວລາປະມານ 23:00 ໂມງຂອງມື້ວານນີ້ ວັນທີ 13 ມີນາ 2019 ຈົນມາຮອດປັດຈຸບັນ ກໍຍັງໃຊ້ງານໄດ້ພຽງບາງສ່ວນ, ເຮັດໃຫ້ຜູ້ໃຊ້ເຟສບຸກຫຼາຍຄົນອອກມາເວົ້າຫຼາຍຄົນວ່າເປັນຍ້ອນສາເຫດໃດ. ຕໍ່ມາ ບໍລິສັດ ເຟສບຸກ ອອກມາຢືນຢັນຜ່ານອີເມວ ແລະ ທະວິດເຕີ້ວ່າ: ເຄື່ອຂ່າຍລົ້ມແທ້ “ຫຼາຍຄົນອາດກຳລັງປະສົບພົບພໍ້ບັນຫາໃນການເຊື່ອມຕໍ່ກັບແອັບພິເຄຊັນໃນເຄື່ອເຟສບຸກ ທາງເຮົາກຳລັງແກ້ໄຂບັນຫາດັ່ງກ່າວໃຫ້ໄວທີ່ສຸດ” ເຫດເຄື່ອຂ່າຍລົ້ມຄັ້ງນີ້ ໄດ້ສົ່ງຜົນກະທົບຜູ້ໃຊ້ເຟສໃນ ສະຫະລັດອາເມລິກາ, ເອີຣົບ, ອາເມລີກາໃຕ້, ອົດຕຣາລີ ແລະ ອາຊີ ຕາມການເປີເຜີຍຂອງເວັບໄຊ ‘DownDetector’  ແລະ ເຟສບຸກບໍ່ໄດ້ເປີດເຜີຍວ່າ: ເປັນຍ້ອນສາເຫດໄດ້ຈຶ່ງເຮັດໃຫ້ເຄື່ອຂ່າຍລົ້ມ ແຕ່ຢືນຢັນວ່າ ບໍ່ໄດ້ເປັນເພາະການໂຈມຕີທາງໄຊເບີ້ທີ່ເອີ້ນວ່າ ‘DDos’ ຫຼື ການທີ່ແຮັກເກີ້. ປັດຈຸບັນ,  ເຟສບຸກ ໄອຈີ ກໍຍັງໃຊ້ງານເປັນປົກກະຕິບໍ່ໄດ້ທຸກຢ່າງຄືເກົ່າ ແຕ່ຍັງພົບວ່າບາງ ບາງຢູເຊີ້ ກໍຍັງສາມາດໃຊ້ງານເຟສບຸກໄດ້ ປົກກະຕິ ໂພສ ຫຼື ແຊຣ໌ໄດ້ ເປັນເພາະຜູ້ໃຊ້ງານນັ້ນໄດ້ລ໋ອກອິນຄ້າງໄວ້ ແລະ ບາງສ່ວນໃຊ້ງານຜ່ານສະມາດໂຟນ.   

Read More »

ແຈ້ງການ!!! ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນຄັ້ງທີ 2

ເປັນຄັ້ງທີ 2 ທີ່ໄດ້ອອກ ແຈ້ງການ ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຫຼັງຈາກມີແຈ້ງການເລື່ອນງານດັ່ງກ່າວ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງວັນທີ 14 /9/2018  ໄດ້ເລື່ອນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ຈາກທີ່ຈະຈັດຂຶ້ນໃນວັນທີ 11/11/2018 ເລື່ອນໄປເປັນວັນທີ 21-30/11/2019. ແລະ ມາໃນວັນທີ 6/3/2019 ກໍໄດ້ອອກແຈ້ງການອີກ ຈາກຫ້ອງວ່າການສຳນາງານຍົກອີກຄັ້ງ ແມ່ນໃຫ້ເລື່ອນ ຈາກວັນທີ 21-30/12/2019 ແມ່ນຈະໄດ້ຂໍມີການເລື່ອນໄປເປັນ ວັນທີ 22/03/2020 -01/04/2020 ເນື່ອງຈາກສະພາບອາກາດຂອງຊຽງຂວາງທີຫນາວຈັດ ແລະເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໃນປີ 2020 ດ້ວຍ …. ເຊິ່ງກ່ອນໜ້ານີ້ ທາງຫ້ອງວ່າການສຳນັກງານນາຍົກ ກໍໄດ້ອອກແຈ້ງການ  ເຫັນດີເລື່ອນງານມະຫາກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່, ຫ້າມບໍ່ໃຫ້ສ້າງສະໜາມກິລາເພີ່ມ. ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ອອກແຈ້ງການເລກທີ 1525/ຫສນຍ.ກລຂ ລົງວັນທີ 14 ກັນຍາ 2018 ເຫັນດີເລື່ອນງານມະຫະກຳແຂ່ງຂັນກິລາລະດັບຊາດ 3 ງານໃຫຍ່ຄື: ງານມະຫາກຳກິລາມະຫາວິທະຍາໄລລາວຄັ້ງທີ ...

Read More »

ຖືກຕ້ອງທີ່ສຸດ!!! ພະນັກງານກວດກາຕ້ອງເປັນແບບຢ່າງຕ້ານການສໍ້ລາດບັງຫຼວງ

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ: ພະນັກງານກວດສອບ-ກວດກາພັກ-ລັດທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນຕ້ອງເປັນແບບຢ່າງໃນການຕ້ານການສໍ້ລາດບັງຫຼວງ ເພື່ອເປັນພື້ນຖານໃຫ້ແກ່ປະຕິບັດວຽກງານກວດກາມີປະສິດທິຜົນສູງ. ບັນຫາດັ່ງກ່າວ, ໄດ້ຍົກຂຶ້ນໃນກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2018 ເມື່ອທ້າຍອາທິດຜ່ານມາ, ຊຶ່ງປະທານອົງການກວດສອບແຫ່ງລັດໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາອົງການກວດກາພັກ-ລັດແຕ່ລະຂັ້ນ ເພີ່ມທະວີເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດສູງ. ຕັ້ງໜ້າຕິດຕາມ-ກວດກາພັກ, ການຄຸ້ມຄອງບໍລິຫານລັດແຕ່ລະຂັ້ນທີ່ເຫັນວ່າມີປາກົດການ ຫຼື ກວດກາຕາມຄໍາສັ່ງຂອງຂັ້ນເທິງໃຫ້ມີປະສິດທິພາບ ເພື່ອ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນກົງຈັກພັກ-ລັດໃຫ້ຫຫຼຸດລົງ. ຂະນະດຽວກັນ ໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ເພື່ອພະນັກງານໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງຕາມພາລະບົດບາດ, ມີຈຸດສຸມ, ວິເຄາະ, ວິໄຈ ແລະ ມີຄຸນນະພາບສູງ. ຂອບໃຈຂໍ້ມູນຈາກ: ໜັງສືພີມ ລາວພັດທະນາ

Read More »

ເກັ່ງສຸດໆ! ເດັກນ້ອຍລາວ ຖະຫຼົ່ມ ທີມຈາກອັງກິດ ເຂົ້າໄປລໍຖ້າຊີງຊະນະເລີດ ຕອນບ່າຍມື້ນີ້!!!!

ນັກເຕະເຍົາວະຊົນລາວ ຮຸ່ນອາຍຸ 12 ປີ ນະຄອນຫຼວງວຽງຈັນ ຕົວແທນ ສປປ ລາວ ສ້າງຜົນງານໂດດເດັ່ນຕັ້ງແຕ່ນັດທໍາອິດ ດ້ວຍການຖະຫຼົ່ມ ຢູ 12 ຫວຽດນາມ 3-0 ໃນການເຂົ້າຮ່ວມແຂ່ງຂັນເຕະບານ ຢູ-12 ຊີງແຊັມນາໆຊາດ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໂດຍແມ່ນທະຫານໄທຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງ 11-14 ມີນາ 2019. ຂະນະທີ່ນັດທີ 2  ຢູ 12 ນະຄອນຫຼວງວຽງຈັນ ພົບກັບ ຍີ່ປຸ່ນ ປາກົດວ່າ: ຢຸ 12 ນະຄອນຫຼວງວຽງຈັນ ໂດດເດັ່ນຖະຫຼົ່ມ ຍີ່ປຸ່ນ 4-0 ສົ່ງຜົນໃຫ້ ຢູ 12 ນະຄອນຫຼວງວຽງຈັນ ເຂົ້າຮອບ 4 ທີມໄປພົບກັບ ທີມຈາກເອີຣົບ ປະເທດອັງກິດ ໃນວັນທີ 13 ມີນາ 2019 ປາກົດວ່າ:ຫຼ້າສຸດ ເຟສບຸກ ເຊຍລາວ ເຟສບຸກສື່ກີລາດັງຂອງລາວລາຍການວ່າ: U12 ນະຄອນຫຼວງ ສາມາດຊະນະ FC ...

Read More »

ອຸຕຸແຈ້ງເຕືອນ! ວັນທີ 14 – 17 ມີນານີ້ ລະວັງຝົນຕົກ, ຟ້າຮ້ອງ ທົ່ວທຸກພາກທົ່ວປະເທດລາວ

ໃນໄລຍະວັນທີ 14-17 ມີນາ 2019 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໝາກເຫັບຕົກ ພ້ອມມີລົມພັກແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ດັ່ງນັ້ນ ຈື່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂື້ນໃນໄລຍະ 1​ອາທິດຕໍ່ໜ້າ ແລະ ໃຫ້ຕີດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ສະບັບເລກທີ 0335/ກອຕທ ລົງວັນທີ 11​ ມີນາ 2019. ໃນໄລຍະວັນທີ 11-13 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.  

Read More »