ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ. ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ. ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ. ທີ່ມາ: Lao Youth Radio ...
Read More »ຂ່າວ ພາຍໃນປະເທດ
ແຈ້ງການປັບລາຄານໍ້າແອັດຊັງລົງ ແຕ່ນໍ້າມັນກາຊວນຂຶ້ນ!!! ທົ່ວປະເທດໃນມື້ອື່ນຕອນເຊົ້າ!!!
ແຈ້ງການປັບລົງລາຄາ ນ້ຳມັນແອັດຊັງພິເສດ 50 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 50 ກີບ/ລິດ ແລະ ປັບຂຶ້ນນ້ຳມັນກາຊວນ 80 ກີບ/ລິດ ເລີ່ມຈັດຕັ້ງປະຕິບັດ ແຕ່ເວລາ 6:00 ໂມງ ຂອງວັນທີ 31 ພຶດສະພາ 2019 ເປັນຕົ້ນໄປ.
Read More »ລາວ-ຈີນ ຮ່ວມພັດທະນາທາງດ່ວນວຽງຈັນ -ບໍ່ເຕ່ນ-ບໍ່ຫານ
ພິທີເຊັນສັນຍາຮ່ວມມື ວ່າດ້ວຍການພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ສປປ ລາວ ກັບ ສປ ຈີນ (ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ) ໄດ້ມີຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວແຜນການ ແລະ ການລົງທຶນ ແລະ ທ່ານ ເສິນ ເວີນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈຳກັດ ສປ ຈີນ. ຊຶ່ງມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ຮວນ ເສີງຢາ ເຈົ້າແຂວງຢຸນນານ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມນໍາດ້ວຍ. ໂຄງການທາງດ່ວນດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ...
Read More »ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ
ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ. ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 – 28 ພຶດສະພາ 2019 ວ່າ: ເຂື່ອນນ້ຳງື່ມ 1 ສ້າງຕັ້ງຂຶ້ນໃນປີ 1968 ແລະ ສຳເລັດໃນປີ 1971 ກ່ອນຈະຍົກລະດັບການພັດທະນາມາເປັນແຕ່ລະໄລຍະ ຈົນເຮັດໃຫ້ປັດຈຸບັນມີທັງໝົດ 8 ເຄື່ອງຈັກມີກຳລັງການຜະລິດທັງໝົດ 275 ເມກາວັດ ( MW ) ເພື່ອສະໜອງໃຫ້ກັບລະບົບສົ່ງໄຟຟ້າພາກກາງ 1 ນະຄອນຫຼວງວຽງຈັນ ກ່ອນທີ່ຈະມີການແຈກຢາຍໃຫ້ກັບສັງຄົມໄດ້ຊົມໃຊ້. ແນວໃດກໍດີ, ໃນປີ 2018 ຜ່ານມາ ຈາກຝົນທີ່ຕົກລິນຕິດຕໍ່ກັນຍາວນານເຮັດໃຫ້ປະລິມານນ້ຳໃນເຂື່ອນເພີ່ມຂຶ້ນ ເຊັ່ນດຽວກັບນ້ຳຂອງ. ການເພີ່ມຂຶ້ນຂອງນ້ຳໃນໜ້າເຂື່ອນຈົນເຖິງຈຸດລະດັບທີ່ມີຄວາມສ່ຽງຈຶ່ງໄດ້ແຈ້ງການຈາກລັດຖະບານໃຫ້ປ່ອຍນ້ຳອອກເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນຫຼາຍບ້ານທີ່ອາໄສຕາມນ້ຳງື່ມໄດ້ຮັບຜົນກະທົບ, ເຄື່ອງປູກຂອງຝັງໄດ້ຮັບຄວາມເສຍຫາຍ. ຈາກບົດຮຽນປີຜ່ານມາ ເຊິ່ງລັດຖະບານກໍຄືລັດວິສາຫະກິດ ໄຟຟ້າລາວ ໄດ້ວາງທິດທາງແກ້ໄຂແຕ່ຫົວທີເພື່ອປ້ອງກັນແຕ່ຫົວທີ ໂດຍໃຫ້ເຂື່ອນໄດ້ເລີ່ມເດີນເຄື່ອງ 24 ຊົ່ວໂມງ ນັບແຕ່ເດືອນທີ່ມີຝົນຕົກຄືເດືອນພຶດສະພານີ້ ...
Read More »ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບອຸປະກອນກໍ່ສ້າງ ມູນຄ່າ 1,29 ຕື້ກີບ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ: ໃນໂອກາດ ທີ່ລົງເຄື່ອນໄຫວເຮັດວຽກ ຢູ່ 4 ແຂວງພາກໃຕ້ ເມື່ອບໍ່ດົນມານີ້, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບອຸປະກອນກໍ່ສ້າງໃຫ້ແຂວງອັດຕະປື ມູນຄ່າ 1,29 ຕື້ກີບ, ຕາງໜ້າຮັບໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ເພື່ອນຳໄປມອບໃຫ້ປະຊາຊົນ ທີ່ປະສົບໄພພິບັດໄປຕໍ່ເຕີມ ເຮັດເທີບມຸງເຮືອນ.
Read More »ນະຄອນຫຼວງ ເລັ່ງປ່ຽນໝໍ້ນັບໄຟທັນສະໄໝ ຈະມີຄວາມຍຸຕິທຳໃຫ້ສອງຝ່າຍ
ເພື່ອເຮັດໃຫ້ສອງຝ່າຍຄືຜູ້ສະໜອງ ແລະ ຜູ້ຊົມໃຊ້ໄຟຟ້າມີຄວາມຍຸຕິທຳບໍ່ເອົາລັດເອົາປຽບກັນລະຫວ່າງຜູ້ຂາຍ ແລະ ຜູ້ໃຊ້ ປັດຈຸບັນຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ (ນວ) ກຳລັງເລັ່ງຈັດຕັ້ງປະຕິບັດໂຄງການຕິດຕັ້ງໝໍ້ນັບໄຟສະມາດມີເຕີ (ກົງເຕີ) ຫຼື AMI ທີ່ທັນສະໄໝໃຫ້ຜູ້ຊົມໃຊ້ໃນຂອບເຂດ 4 ເມືອງໃນຄື: ເມືອງໄຊເສດຖາ ຈັນທະບູລີ ສີສັດຕະນາກ ແລະ ເມືອງສີໂຄດຕະບອງ ຕາມແຜນການ ຈະໃຫ້ສຳເລັດໃນປີ 2019. ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ມະຫາຊົນ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຄງການຕິດຕັ້ງໝໍ້ນັບໄຟທັນສະໄໝໃຫ້ປະຊາຊົນ ນວ ໂດຍສະເພາະ 4 ເມືອງໃນ ຕາມຕົວເລກທີ່ຈະຕິດຕັ້ງປ່ຽນແທນ 50.000 ໜ່ວຍທີ່ເປັນໝໍ້ນັບໄຟດິຈີຕອນ ເພື່ອປ່ຽນແທນໝໍ້ນັບໄຟອານາລອກ 130.000 ກວ່າໜ່ວຍ ກວມເອົາ 40% ໂຄງການນີ້ໄດ້ຈັດຕັ້ງປະຕິບັດຢູ່ເມືອງຈັນທະບູລີ ກ່ອນໝູ່ໂດຍກຳນົດເອົາບ້ານໜອງສ້າງທໍ່ ແລະ ບ້ານອານຸ ເລີ່ມເດືອນທັນວາ 2018 ແລະ ສຳເລັດເດືອນກຸມພາ 2019 ປະຕິບັດໄດ້ 1.000 ກວ່າໜ່ວຍ ຈາກນັ້ນ ເດືອນມີນາ 2019 ກໍສືບຕໍ່ຂະຫຍາຍໄປຍັງບ້ານອື່ນໆໃນ 4 ...
Read More »ກະຊວງການເງິນ ແຈ້ງການ!!! ໃຫ້ມາປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ
ແຈ້ງການ ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ການປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ
Read More »ຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດຕ້ອງຜ່ານການຢັ້ງຢືນມາດຕະຖານເຕັກນິກກ່ອນ
ອີງຕາມ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນ DTH ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ກ່ອນນຳເຂົ້າ ແລະ ຈຳໜ່າຍ ອຸປະກອນ DTH, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ປທສ ມີຈຸດປະສົງນຳເຂົ້າອຸປະກອນ DTH ຕ້ອງນຳເອົາອຸປະກອນຄົບຊຸດມາພ້ອມດ້ວຍຄູ່ມືນຳໃຊ້ມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຈາກ ກະຊວງ ປທສ. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ສາມາດໄປຂໍອະນຸຍາດນຳເຂົ້ານຳ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້. ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ ...
Read More »ແຈ້ງເຕືອນ!!! ກຽມຮັບມືກັບຝົນຕົກໜັກ,ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ວັນທີ 30 ພຶດສະພາ – 2 ມິຖຸນານີ້.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້ ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ່າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ...
Read More »ແຈ້ງການ!!!! ກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ
ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະ ກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ. ສະນັ້ນ, ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1051/ຫອຄ. ກທຄວ ລົງວັນທີ 27 ພຶດສະພາ 2019 ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າຂັ້ນເມືອງ ເລື່ອງກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ແຈ້ງການລະບຸໄວ້ວ່າ: ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສຍແຕ່ກິດຈະການສົ່ງອອກເປັນສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າ ທີ່ຂະແໜງກ່ຽວຂ້ອງ ມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ. ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງຂຽນໃຫ້ຈະແຈ້ງວ່າ: ສົ່ງອອກສິນຄ້າໃດເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມລະບຸແບບລວມໆ. ແນວໃດກໍ່ຕາມໃນແຈ້ງການຍັງບໍ່ມີລະບຸຊັດເຈນກ່ຽວກັບລາຍການສິນຄ້າທີ່ສາມາດສົ່ງອອກໄດ້ໂດຍບໍ່ຈຳເປັນຂໍໃບອະນຸຍາດວ່າມີຫຍັງແດ່ ໃນຈຸດນີ້ແອັດມິນຂໍຕິດໜີ້ໄວ້ຈະນຳຂໍ້ມູນມາຝາກທ່ານຜູ້ອ່ານຕາມພາຍຫຼັງ. ທີ່ມາ: ແຈ້ງການກິດຈະການສົ່ງອອກສິນຄ້າທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ Posted ...
Read More »