ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດຢ້ຽມຢາມແຂວງ Aichi

ໃນວັນທີ 20 ມີນາ 2019, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ ຂອງ ບໍລິສັດ Inochio Holding Inc  ຢູູ່ເມືອງ Toyohashi, ແຂວງ Aichi (ເຊິ່ງຫ່າງຈາກໂຕກຽວ ໄປທາງທິດຕາເວັນຕົກ ໃຊ້ເວລາປະມານໜຶ່ງຊົ່ວໂມງເຄິ່ງໂດຍລົດໄຟ).

ບໍລິສັດ Inochio Holding Inc ເປັນບໍລິສັດກະສິກໍາທັນສະໄໝຍີ່ປຸ່ນ ແລະ ຈະໄດ້ລົງທຶນ ຢູູ່ ສປປ ລາວ ດ້ານກະສິກໍາ. ທ່ານ Isao Ishiguro, ປະທານບໍລິສັດ Inochio Holdings Inc. ໄດ້ຍິນດີຕ້ອນຮັບ ຄະນະສະພາແຫ່ງຊາດລາວ ແລະ ໄດ້ນໍາສະເໜີ ອະທິບາຍກ່ຽວກັບແຜນການທຸລະກິດ ແລະ ການລົງທຶນຢູູ່ລາວ ໂດຍສະເພາະ ແຜນການ ການລົງທຶນຢູູ່ແຂວງ ເຊກອງ ໃຫ້ຄະນະຝ່າຍລາວຊາບ.

 ທ່ານ ປະທານສະພາ ແຫ່ງຊາດ ໄດ້ທັດສະນະສຶກສາ ສວນກະສິກໍາ ເປັນເຮືອນກະຈົກເຕັກໂນໂລຢີທັນສະໄຫມລະດັບສູງ (High Technology Greenhouse) ຂອງ ບໍລິສັດ Inochio Holding Inc.(ປູກຫມາກເລັ່ນ cherry tomatoes).

ໃນຕອນແລງວັນດຽວກັນນີ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະກັບທ່ານ Hideaki Ohmura, ເຈົ້າແຂວງ ແຂວງ Aichi ແລະ ໄດ້ແລກປ່ຽນທັດສະນະ ກ່ຽວກັບ ບັນດາບັນຫາຕ່າງໆເຊັ່ນ: ການຮ່ວມມືລາວ – ແຂວງAichi.

ຄະນະສະພາແຫ່ງຊາດລາວ ຍັງໄດ້ພົບກັບ ທ່ານ Masayoshi Yamashita, ເຈົ້າເມືອງ ເມືອງ Tahara, ແຂວງ Aichi. ທ່ານເຈົ້າເມືອງ Tahara ໄດ້ນໍາສະເໜີ ອະທິບາຍກ່ຽວກັບ ສະພາບລວມ ຂອງ ເມືອງ Tahara ແລະ ໄດ້ອະທິບາຍວ່າ ມູນຄ່າການຜະລິດກະສິກໍາຂອງເມືອງ Tahara ໃນປີ 2016 ແມ່ນ ລະດັບສູງທີ່ສຸດ ໃນບັນດາເມືອງຕ່າງໆ ຂອງ ປະເທດຍີ່ປຸ່ນ.

ທ່ານເຈົ້າເມືອງTahara ຍັງໄດ້ກ່າວວ່າ ເມືອງ Tahara ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນັ້ນ ໄດ້ຮ່ວມດໍາເນີນກິດຈະກໍາ ການແລກປ່ຽນ ໃນຂົງເຂດການສຶກສາ ແລະ ກະສິກໍາ.

ຄະນະສະພາແຫ່ງຊາດລາວ ຍັງໄດ້ພົບປະກັບທ່ານ Koichi Sahara, ເຈົ້າເມືອງ ເມືອງToyohashi, ແຂວງ Aichi. ທ່ານເຈົ້າເມືອງ Toyohashi ໄດ້ອະທິບາຍກ່ຽວກັບ ໂຄງການພະລັງງານທົດແທນ ຊີວະພາບ ຂອງ ເມືອງToyohashi.

 

ໃນວັນທີ 19 ມີນາ 2019 ພະນະທ່ານ Shinzo Abe, ນາຍົກລັດຖະມົນຕີຍີ່ປຸ່ນ, ໄດ້ຕ້ອນຮັບ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຂອງ ສປປ ລາວ ແລະ ຄະນະ ຢູ່ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ.

ຂໍ້ມູນຈາກ: ເຟສບຸກ ສະຖານທູດຍີ່ປຸ່ນ.

Comments