ຂ່າວ ພາຍໃນປະເທດ

ການນຳຂັ້ນສູງຕ້ອນຮັບຄະນະຜູ້ແທນພັກກອມມູນິດເນປານ

ໃນວັນທີ 1 ກຸມພາ 2019 ທີ່ສຳນັກງານສູນກາງພັກ ປປ ລາວ ສະຫາຍ ພັນຄຳ ວິພາວັນເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ນຳໂດຍສະຫາຍ ມາດດັບ ກຸມ ມານ ເນປານ ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກຳມະການຄະນະປະຈຳສູນກາງພັກກອມມູນິດເນປານ, ອາດີດນາຍົກລັດຖະມົນຕີເນປານ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມລາວ ໃນລະຫວ່າງທີ 31 ມັງກອນ ຫາ ວັນທີ 4 ກຸມພາ 2019. ທີມາ: ຂ່າວສານປະເທດລາວ.  

Read More »

ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

ພາຍຫຼັງທີ່ໄດ້ດຳເນີນວຽກງານມາເປັນເວລາ 3 ວັນ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ມັງກອນ 2019 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາທ່ານການນຳ ແລະ ອະດີດການນໍາພັກ-ລັດແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆ. ໃນກອງປະຊຸມ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ເຊີດຊູນໍ້າໃຈຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແລະ ປະກອບຄວາມຄິດຄວາມເຫັນ ພ້ອມພິຈະລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາສໍາຄັນຕ່າງໆຂອງແຂວງ ເຊັ່ນ: ບົດລາຍງານຂອງຮອງເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,ແຜນງົບປະມານຂອງແຂວງ ປະຈໍາ ປີ 2018, ທິດທາງແຜນ ການ ປີ 2019 ແລະ ແຜນງົບປະມານຂອງແຂວງ ປີ 2019, ຮັບຟັງການຊີ້ແຈງອະທິບາຍ 3 ບັນຫາທີ່ພົ້ນເດັ່ນໃນສັງຄົມພາຍໃນແຂວງວຽງຈັນ ...

Read More »

ປະດັບຫຼຽນກາ 70 ປີ ໃຫ້ແກ່ພະນັກງານອະວຸໂສ ບໍານານ ເສຍອົງຄະ

ພະນັກງານອະວຸໂສ,ບໍານານ,ເສຍອົງຄະ, ສູນເສຍອົງຄະພິເສດ 790 ຈໍານວນ 81 ທ່ານໄດ້ຮັບຫຼຽນກາ 70 ປີ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ຍ້ອງຍໍຜົນງານປະຈຳປີ ຂອງສູນຟື້ນຟູເສຍອົງຄະ 686. ພິທີທາງການຈັດຂຶ້ນ ໃນຕອນເຊົ້າ ວັນທີ 31 ມັງກອນ 2019ນີ້, ທີ່ສູນເສຍອົງຄະພິເສດ 790 , ບ້ານໄຮ່ທ່າງ່ອນ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນທ່ານຫົວໜ້າກົມ, ຮອງກົມ,ຄະນະບັນຊາກະຊວງປ້ອງກັນປະເທດ, ຄະນະສູນ, ພາກສວ່ນທຸລະກິດ ແລະ ພ້ອມດວ້ຍລຼກຫຼານພະນັກງານອະວຸໂສ,ບຳນານ,ເສຍອົງຄະ ແລະ ວິຊາການຂອງສູນເຂົ້າຮ່ວມ. ທ່ານ ພົງທະວີ ໂຄດໂຍທາ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານລັດຖະດຳລັດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບ ຫຼຽນກາ 70 ປີ ຈຳນວນ 81 ...

Read More »

ຄະນະຜູ້ແທນພັກກອມມູນິດ ເນປານ ຢ້ຽມຢາມລາວ ເພື່ອ…..

ຕອບສະໜອງຕາມການເຊື້ອເຊີນຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ນໍາໂດຍ ສະຫາຍ ມາດດັບ ກຸມມານ ເນປານ, ຜູ້ນຳອາວຸໂສ, ເລຂາທິການສູນກາງ, ກໍາມະການຄະນະປະຈໍາສູນກາງພັກກອມມູນິດ ເນປານ, ອະດີດນາຍົກລັດຖະມົນຕີ ເນປານ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 31 ມັງກອນ – 04 ກຸມພາ 2019. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໄດ້ພົບປະເຮັດວຽກກັບ ສະຫາຍ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນການພົບປະດັ່ງກ່າວ, ບັນດາສະຫາຍການນໍາລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກກອມມູນິດ ເນປານ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເນປານ; ພ້ອມນັ້ນ ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ  ໃນໄລຍະມໍ່ໆມານີ້ ໃຫ້ຄະນະຊາບ, ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 6 ຊຸດທີ I ສະພາປະຊາຊົນແຂວງບໍລິຄໍາໄຊ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ)ບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ, ບັນດາການນຳຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເຖິງວັນທີ 1 ກຸມພາ 2019 ເພື່ອສຸມໃສ່ຄົ້ນຄວ້າ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຕ່າງໆ ຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການ ພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2018 ແລະ ແຜນງານຈຸດສຸມ ປະຈຳປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ...

Read More »

ການນໍາແຂວງສາລະວັນ ເຂົ້າວາງກະຕ່າດອກໄມ້ ເພື່ອລະນຶກເຖິງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ

ໃນວັນທີ 31 ມັງກອນ 2019 ການນໍາແຂວງສາລະວັນ ນໍາໂດຍ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມຄະນະ ແລະ ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມຄະນະສະຫະພັນພັນກໍາມະບານແຂວງ, ກຸ່ມພັກ-ພະນັກງານ, ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມປົກປ້ອງກົດໝາຍ, ກຸ່ມເສດຖະກິດ, ກຸ່ມສະຫະພັນກໍາມະບານຂະແໜງ ແລະ ກຸ່ມສະຫະພັນກໍາມະບານເມືອງສາລະວັນ, ໄດ້ເຂົ້າວາງກະຕ່າງດອກໄມ້ຢູ່ 3 ຈຸດສຳຄັນຂອງແຂວງຄື: ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີອົງແກ້ວ. ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956- 1 ກຸມພາ 2019) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ ແລະ ການສ້າງສາ ພັດທະນາ ປະເທດຊາດ ກໍຄືຂອງຊາວຜູ້ອອກແຮງງານບັນດາເຜົ່າ ໃນການປະກອບສ່ວນໃນພາລະກິດປະຕິວັດ ຂອງອົງການຈັດຕັ້ງກຳມະບານລາວຕະຫຼອດໄລຍະຜ່ານມາ. ຂໍ້ມູນຈາກ: ໜັງສືພິມສາລະວັນ

Read More »

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊື່ອມຊຶມມະຕິ 7ແລະ ເປີດຂະບວນການແຂ່ງຂັນ

ໃນວັນທີ 30-31 ມັງກອນ 2018 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປີດຂະບວນການແຂ່ງຂັນ ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍການເປັນປະທານ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ບັນດາສະຫາຍຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ທົ່ວ ຫສນຍ ໄດ້ຮັບຮູ້, ເຊື່ອມຊຶມ ຕໍ່ເນື້ອໃນຈິດໃຈ ຂອງມະ ຕິ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 56/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ...

Read More »

ກວດພົບ ພັນກວ່າຄອບຄົວ ຍັງບໍ່ທັນຈົດທະບຽນສໍາມະໂນຄົວ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປີ 2018 ແລະ ວາງທິດທາງວຽກງານຈຸດສຸມໃນປີ 2019 ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະນໍາຂັ້ນສູງຂອງກະຊວງທີ່ກ່ຽວຂ້ອງ, ຄະນະຊີ້ນໍາ, ຂະແໜງການ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ 270 ສະຫາຍເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:ໃນໄລຍະ 1 ປີຜ່ານມາ ໄດ້ສຸມໃສ່ 4 ວຽກຄື: ວຽກງານຄຸ້ມຄອງສຳມະໂນຄົວ ຕິດພັນກັບການຈັດສັນລະບຽບສັງຄົມ ແມ່ນໄດ້ກວດກາ, ຈົດທະບຽນສຳມະໂນຄົວ ພາຍໃນ 6 ເມືອງ, ມີ 28 ກຸ່ມ, ມີ 212 ບ້ານ, ...

Read More »

ຢາກໄປສຶກສາຕໍ່ ທີ່ມະຫາວິທະຍາໄລດັງ ຂອງປະເທດໄທ ສະໝັກດ່ວນໆໆໆ

ເປີດໃຫ້ນັກສຶກສາລາວທຸກຄົນສາມາດ ສົ່ງໃບສະໝັກຂໍທຶນໄປສຶກສາ ຕໍ່ ທີ່ມະຫາວິທະຍາໄລ ຂອນແກ່ນ ທີ່ປະເທດໄທ.  ຢູ່ບໍ່ໄກຈາກ ສປປ ລາວ ! ເໝາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ ! ມະຫາວິທະຍາໄລ ຂອນແກ່ນ ປະເທດໄທ ເປີດໃຫ້ຄົນລາວ ສະໝັກເອົາທຶນການສຶກສາ 100% ມີຫຼາຍສາຂາ ໃຫ້ສະໝັກເລືອກຮຽນ! ປິດຮັບສະໝັກ ວັນທີ 05/04/2019 ລາຍລະອຽດ ແລະ ວິທີການສະໝັກທີ່: https://iad.kku.ac.th/scholarships.php?id=205 ແຊຣ໌ຕໍ່ກັນເລີຍ !!! ?? ?? ?? ເປີດຮັບສະຫມັກແລ້ວ ! ຢູ່ບໍ່ໄກຈາກ ສປປ ລາວ !ເຫມາະສົມແກ່ຜູ້ທີ່ຢາກເດີນທາງກັບເຮືອນ ດຸດຸ !ມະຫາວິທະຍາໄລ ຂອນແກ່ນ… Posted by Lao Youth Radio FM 90.0 Mhz on Monday, January 28, 2019

Read More »

ຮອງປະທານປະເທດ ໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ມັງກອນ 2019 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ,ມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 325 ທ່ານ, ຍິງ 90 ທ່ານ. ໃນໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍທ່ານໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານຍຸຕິທໍາໃນໄລຍະທີ່ຜ່ານມາ, ກະຊວງຍຸຕິທຳໃນຖານະເປັນເສນາທິການໃຫ້ແກ່ລັດຖະບານໃນວຽກງານກົດໝາຍ ແລະ ຍຸຕິທຳ ໄດ້ຕັ້ງໜ້າປະຕິບັດພາລະບົດບາດໜ້າທີ່ຂອງຂະແໜງການຍຸຕິທໍາໃນວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ເປັນຢ່າງດີ, ອັນເປັນການປະກອບສ່ວນທີ່ສໍາຄັນຂອງຂະແໜງການຍຸຕິທໍາ ເຂົ້າໃນການຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນບາງຈຸດທີ່ສຳຄັນ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ດັ່ງນີ້: ບັນຫາທີໜຶ່ງ: ຕ້ອງກຳແໜ້ນຖານະບົດບາດໜ້າທີ່ຂອງຂະແໜງຍຸຕິທຳ ...

Read More »