ຂ່າວ ພາຍໃນປະເທດ

ປະກາດການຈັດຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່

ວັນທີ 19 ເມສາ 2019 ທີ່ຜ່ານມາ, ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ຈັດພີທີປະກາດການຈັດຕັ້ງຮອງເຈົ້າຄອງນະຄອນຫຼວງວຽງຈັນ (ຜູ້ໃໝ່) ໂດຍເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ ຮອງເຈົ້າຄອງ ຄະນະປະຈຳພັກ ສະມາຊິກອົງການປົກຄອງ ຫົວໜ້າຫ້ອງການອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. ໃນພິທີ ທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂື້ນຜ່ານບັນດານິຕິກຳສຳຄັນກ່ຽວກັບການແຕ່ງຕັ້ງ ມີດັ່ງນີ້: ໂດຍປະຕິບັດຕາມ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 01/ຄລສພ, ລົງວັນທີ 27 ກຸມພາ 2019; ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ, ລົງວັນທີ 27 ກຸມພາ 2019; ອີງຕາມແຈ້ງການ ຂອງຄະະນຈັດຕັ້ງສູນກາງພັກ ສະບັບເລກທີ 39/ຄຈສພ, ລົງວັນທີ 20 ກຸມພາ 2019. ເຈົ້າຄອງນະຄອນຫຼວງວຽງຈັນ ຈື່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 0267/ຈນວ, ລົງວັນທີ 4 ເມສາ 2019. ເຫັນດີແຕ່ງຕັ້ງ: ຕົກລົງ ...

Read More »

ສະຖານທູດໄທ ສະເຫຼີມສະຫຼອງປີໃໝ່ ພສ 2562 “ສົງການໄທ ປີໃໝ່ລາວ”

“ສົງການໄທ ປີໃໝ່ລາວ” ໃນຕອນແລງວັນທີ 9 ເມສາ 2019, ທີ່ນະຄອນຫຼວງວຽງຈັນ, ສະຖານເອກອັກຄະຣາຊະທູດໄທປະຈໍາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດງານສະເຫຼີມສະຫຼອງບຸນກຸດສົງການໄທ ປີໃໝ່ລາວ ປະຈໍາປີ 2562. ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ, ທ່ານ ສິນລະວົງ ຄຸດໄພທູນ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຽມ ພົມມະຈັນ ປະທານສາມະຄົມລາວ-ໄທ ເພື່ອມິດຕະພາບ, ທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ແຂກຮັບເຊີນອີກຈໍານວນຫລາຍ. ຝ່າຍເຈົ້າພາບໄທມີ ທ່ານ ກຽດຕິຄຸນ ຊາດປະເສີດ, ເອກອັກຄະຣາຊະທູດ ໄທປະຈໍາ ສປປ ລາວ, ທ່ານ ນັດທະວັດ ວິຣິຍານະພາພອນ , ທ່ານສຸຊົນ ໄພທິຣາດ ຮອງເຈົ້າແຂວງໜອງຄາຍ, ແລະ ທ່ານວັນໄຊ ຈັນພອນ, ຮອງເຈົ້າແຂວງອຸດອນທານີ. ນອກຈາກນັ້ນ, ຍັງມີບັນດາທູຕານຸທູດຕ່າງປະເທດ ແລະ ຜູ້ຕາງຫນ້າອົງການຈັດຕັ້ງສາກົນປະຈຳລາວ, ນັກທຸລະກິດ ແລະ ມວນຊົນລາວ ...

Read More »

ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ?

ປີທ່ອງທ່ຽວລາວ 2018 ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ຕາມການລາຍງານຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ໃນປີ 2018 ຈຳນວນ 4.186.432 ເທື່ອຄົນ. ຖ້າທຽບໃສ່ປີ 2017 ຜ່ານມາເພີ່ມຂຶ້ນ 8,2%. ສາມາດສ້າງ ລາຍຮັບໄດ້ເຖິງ 755 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ເພື່ອສືບຕໍ່ກະຕຸ້ນໃຫ້ເສດຖະກິດຂອງລາວຂະຫຍາຍຕົວຢ່າງຕໍ່ເນື່ອງ, ລັດຖະບານລາວ ແລະ ຈີນໄດ້ຕົກລົງກັນຈັດຕັ້ງປີທ່ອງທ່ຽວລາວ- ຈີນຂຶ້ນໃນປີ 2019 ນີ້. ເພື່ອຫວັງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍຂຶ້ນ. ອຸດສາຫະກຳການທ່ອງທ່ຽວ ເປັນອຸດສາຫະກຳທີ່ ສ້າງລາຍຮັບມະຫາສານ ແລະ ມີຜົນກຳໄລໄວ.ແຕ່ບັນຫາຕັ້ງຂຶ້ນຄືວ່າ, ເປັນຫຍັງ ຈຶ່ງຈັດຕັ້ງໃຫ້ມີປີທ່ອງທ່ຽວ ລາວ-ຈີນ ຫາກບໍ່ແມ່ນກັບປະເທດອື່ນ? ດັ່ງທີ່ພວກເຮົາ ຮູ້ນຳກັນ, ປະເທດຈີນ ເປັນປະເທດທີ່ມີປະຊາກອນຫຼວງຫຼາຍ ແລະ ຍັງເປັນເພື່ອນບ້ານ ທີ່ໃກ້ຄຽງມີເສັ້ນຊາຍແດນຕິດກັບລາວ. ເສດຖະກິດ ຂອງຈີນ ມີຄວາມເຂັ້ມແຂງ ເປັນອັນດັບຕົ້ນໆຂອງໂລກ, ຊີວິດການເປັນຢູ່ຂອງປະຊາຊົນຈີນນັບມື້ຈະເລີນ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນຈີນນັບມື້ນັບສູງ, ເສດຖີລະດັບໂລກຂອງຈີນ ກໍນັບມື້ຫຼາຍ. ການໄປມາຫາສູ່ກັບລາວກໍເປັນເລື່ອງທີ່ສະດວກສະບາຍ ...

Read More »

ງານເປີດໂຕ Huawei P30 Series-Super Camera Smartphone ຢ່າງເປັນທາງການໃນລາວ

ໃນວັນທີ 6 ເມສາທີ່ຜ່ານມາ, ຢູ່ທີ່ວຽງຈັນເຊັນເຕີ. ຫົວເຫວີຍລາວ ໄດ້ຈັດງານເປີດໂຕ Huawei P30 Series ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ,  ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series  ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນງານ, ຫົວເຫວີຍໄດ້ໃຫ້ລູກຄ້າ ໄດ້ສຳພັດກັບປະສົບການຕົວຈິງຂອງຟັງຊັ້ນສຸດລ້ຳໃນການຖ່າຍຮູບຂອງ Huawei P30 SeriesSuper Camera Smartphone ດ້ວຍ Experience zone ທີ່ໃຫ້ລູກຄ້າໄດ້ສຳພັດການຟັງຊັ້ນໃໝ່ໆດັ່ງນີ້ Super Zoom, Super Portrait bokeh, ...

Read More »

MK ຮ່ວມມືກັບ Goteddy ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທົ່ວນະຄອນຫຼວງວຽງຈັນ

ຈະເກີດຫຍັງຂຶ້ນຖ້າທ່ານສາມາດກິນ MK ພຽງແຕ່ກົດປາຍນິ້ວມືໃນໂທລະສັບ? ປັດຈຸບັນ,  MK ໄດ້ຮ່ວມມືກັບ Goteddy ເພື່ອຈະສົ່ງຄວາມສຸກ ເເລະ ຄວາມເເຊບໃຫ້ທ່ານເຖີງທີ່ເຖີງເຮືອນເລີຍ  ໂດຍຜ່ານລະບົບ Application ຂອງ Goteddy, application ທີ່ໃຫ້ບໍລິການ Delivery ທົ່ວນະຄອນຫຼວງວຽງຈັນໂດຍມ ລະບົບ GPS ເເລະ Tracking ທີ່ທັນສະໄໝທຽບເທົ່າກັບມາດຕະການສາກົນ. ທຸກເມນູຂອງເອັມເຄບໍ່ວ່າຈະເປັນ Hot Pot, ປີ້ງເປັດ, ຕິມຊຳ ຫຼື ອາຫານຈານດ່ຽວຕອນນີ້ທຸກລາຍການມີຢູ່ໃນ Goteddy ເເລ້ວ ນອກຈາກນີ້ທາງ MK ເຮົາເອງກະຍັງມີ Promotion ພິເສດສຳລັບລູກຄ້າທີ່ສັ່ງຜ່ານ  Goteddy ຖ້າທ່ານສັ່ງອາຫານຜ່ານແອັບ Goteddy ຄົບ 190,000 ກີບຮັບໄປເລີຍ  Gift Vocher ມູນຄ່າ 25.000 ກີບ!! ເລີ່ມຕັ້ງແຕ່ 8 ເມສາ 2019 ເປັນຕົ້ນໄປ (ບັດມີຈຳນວນຈຳກັດ) ບັດສ່ວນຫຼຸດນີ້ສາມາດນຳໃຊ້ໄດ້ທີ່ຮ້ານອາຫານ MK  ສາຂາວັດນາກ ເເລະ ນາຄຳເທົ່ານັ້ນ ຖ້າຫຍັງຢູ່ ...

Read More »

ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ຕ້ອນຮັບຫົວໜ້າການບິນກອງທັບເຮືອ ຣັດເຊຍ.

ໃນວັນທີ 2 ເມສາ 2019 ຜ່ານມານີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະການບິນກອງ ທັບເຮືອແຫ່ງ ສ.ຣັດເຊຍ ເຊິ່ງ ນໍາໂດຍ ທ່ານ ພົນຈັດຕະວາ ໂກຊິນ ອີໂກຣີ ຫົວໜ້າການ ບິນກອງທັບເຮືອ ແຫ່ງ ສ.ຣັດ ເຊຍ ພ້ອມດ້ວຍຄະນະຢູ່ສະໂມສອນຫ້ອງວ່າການກະຊວງປ້ອງ ກັນປະເທດ ເນື່ອງໃນໂອກາດ ທີ່ຄະນະເດີນທາງມາເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 1-5 ເມສາ. ໂອກາດນີ້ ທ່ານ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມ້ຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ ທ່ານ ພົນຈັດ ຕະວາ ໂກຊິນ ອີໂກຣີ ພ້ອມດ້ວຍ ຄະນະທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະ ...

Read More »

ທະນາຄານເອີຣົບ ໃຫ້ທຶນຊ່ວຍເຫຼືອລ້າແກ່ ສປປ ລາວ 48 ຕື້​ກີບ ເພື່ອບູລະນະເສັ້ນທາງ

ທະ­ນາ­ຄານ​ເອີ​ຣົບ (ຢູໂຣບ) ​ເພື່ອ​ການ​ລົງ­ທຶນ ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ລ້າ​ແກ່ ສປປ ລາວ ມູນ​ຄ່າ 5 ລ້ານ​ເອີ​ໂຣ ຫຼື​ ປະ­ມານ 48 ຕື້​ກີບ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ບູລະ­ນະສ້ອມ­ແປງ​ເສັ້ນ­ທາງ​ຫຼວງ​ໃນ​ເຂດ​ຊົນ­ນະ­ບົດ ໂດຍ​ສະ­ເພາະ ພື້ນ​ທີ່​ແຂວງ​ເປົ້າ​ໝາຍ​ຂອງ​ແຂວງ​ຜົ້ງ​ສາ­ລີ, ຫົວ­ພັນ, ອຸ­ດົມ​ໄຊ, ຊຽງ​ຂວາງ, ໄຊ​ຍະ​ບູ​ລີ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ມີ​ລະ​ໄຍ​ທາງ​ປະ­ມານ 1.400 ກິ­ໂລ­ແມັດ ເພື່ອ​ເຮັດ​ໃຫ້­ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ລາວ ໄດ້​ຮັບ​ການ​ຍົກ​ລະ­ດັບ​ດີ​ຂຶ້ນ. ພິ­ທີ​ລົງ​ນາມ​ສັນ­ຍາ​ຮັບ​ເອົາ​ທຶນ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 1 ເມ­ສາ 2019 ຢູ່​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ລະ­ຫວ່າງ​ທ່ານ ກິ​ແກ້ວ ຈັນ­ທະ​ບູ​ຣີ ຮອງ​ລັດ­ຖະມົນຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ທ່ານ Luca Lazzarolli ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ເອີ​ຣົບ​ເພື່ອ​ການ​ລົງ­ທຶນ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ທຶນ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຈະ​ນຳ​ໃຊ້​ຮ່ວມ​ກັບ​ທຶນ 20 ລ້ານ​ເອີ​ໂຣ ຫຼື ປະ­ມານ 193 ຕື້​ກີບ ທີ່​ລັດ­ຖະ­ບານ ໄດ້​ກູ້​ຢືມ​ມາ​ນຳ​ໃຊ້​ໃນ​ໂຄງ­ການ​ບູ­ລະ­ນະສ້ອມ­ແປງ​ເສັ້ນ­ທາງ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເມື່ອ​ໂຄງ­ການ​ສຳ­ເລັດ ຈະ​ຊ່ວຍ​ຍົກ​ລະ­ດັບ​ພື້ນ­ຖານ​ໂຄງ​ລ່າງ ...

Read More »

ຄຳສັ່ງ ແລະ ຂໍ້ຫ້າມ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ

ຄຳສັ່ງ ເລກທີ 002/ຈນວ, ລົງວັນທີ 2 ເມສາ 2019 ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານສົ່ງທ້າຍປີເກົ່າ ພສ 2561 ແລະ ຕ້ອນຮັບປີໃໝ່ ພສ 2562 ຢູ່ນະຄອນຫຼວງວຽງຈັນ.  

Read More »

ຊົມເຊີຍ!! ຊາວຫລວງພະບາງ ປະກາດໂຮມເງິນແປງຂົວນໍ້າຄານເກົ່າທີ່ຊຸດໂຊມ

ຂົວນໍ້າຄານເກົ່າ ນະຄອນຫຼວງພະບາງ ກໍາລັງຈະໄດ້ຮັບການບູລະນະສ້ອມແປງຄືນ ຄາດຄະເນສ້ອມແປງໃນວັນ ພຸດ ວັນທີ 10 ເມສາ 2019 ດ້ວຍການສ້າງຂະບວນອອກແຮງງານ ຂອງ ຊາວໜຸ່ມພະແນກ ໂຍທາທິການ ຂົນສົ່ງ ສົມທົບ ຊາວໜຸ່ມແຂວງ ແລະ ໂຍທານະຄອນຫຼວງພະບາງ ໂດຍໄດ້ຮັບການຊຸກຍູ້ອຸປະຖໍາຊ່ວຍເຫຼືອຈາກໝູ່ເພື່ອນຍາດມິດສະຫາຍ ແລະ ນັກທຸລະກິດ ຊາວຫຼວງພະບາງ ຜູ້ມີຈິດໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອສັງຄົມ ລວມມູນຄ່າການສ້ອມແປງໃນຄັ້ງນີ ປະມານ 30 ລ້ານ ກີບ ປັດຈຸບັນມີຜູ້ອຸປະຖໍາສົມທົບທຶນແລ້ວ ຈໍານວນໜຶ່ງ   ທ່ານໃດຕ້ອງການຊຸກຍູ້ອຸປະຖໍາຕື່ມ ຕິດຕໍ່ຫາ 020 99666666 ຊື່ ສາລິກາ ພົນປະເສີດ ຫຼື ໂອນເງີນເຂົ້າບັນຊີ 050120000035565001 ຈະປິດຮັບເງີນຊຸກຍູ້ໃນຄັ້ງນີ້ 8 ເມສາ 2019 ຫຼື ໄດ້ເງີນຄົບຕາມແຜນທີ່ວາງໄວ້

Read More »

ສະພາແຫ່ງຊາດ ຕ້ອງການລັດຖະກອນໃໝ່ 10 ຕໍາແໜ່ງດັ່ງນີ້….

ຄະນະເລຂາທິການສະພາແຫ່ງຊາດ ກົມຈັດຕັ້ງ-ພະນັກງານ ອອກແຈ້ງການໃນວັນທີ 2 ເມສາ 2019 ເລື່ອງ: ການເປີດຂາຍແບບຟອມສະໝັກ ເຂົ້າເປັນລັດຖະກອນ ປະຈໍາປີ 2019. ແຈ້ງເຖິງບັນການັກສຶກສາ ຫຼື ບຸກຄົນທີ່ຕ້ອງການສະໝັກເຂົ້າເປັນລັດຖະກອນຂອງ ສະພາແຫ່ງຊາດ ຮັບຊາບວ່າ ສະພາແຫ່ງຊາດ ຈະເປີດຂາຍແບບຟອມສະໝັກ ເພື່ອສອບເສັງເຂົ້າເປັນລັດຖະກອນ ຂອງສະພາແຫ່ງຊາດ ປະຈໍາປີ 2019 ໃນວັນສຸກທີ 5 ເມສາ 2019 ທີ່ສະພາແຫ່ງຊາດ ຕາມຕໍາແໜ່ງດັ່ງນີ້: 1.ເສດຖະສາດທົ່ວໄປ 2.ການບໍລິຫານໂຮງແຮມ-ການທ່ອງທ່ຽວ 3.ຊ້າງເຕັກນິກໄຟຟ້າ 4.ບໍລິຫານຫ້ອງການ ຫຼື ເລຂານຸການ 5.ອັກສອນສາດ ( ອັງກິດ, ຈີນ, ຫວຽດນາມ ) 6.ກົດໝາຍຍຸຕິທໍາ 7.ກໍ່ສ້າງ-ຂົວທາງ 8.ການຈັດຕັ້ງສິ່ງແວດລ້ອມ 9.ບັນຊີແຫ່ງຊາດ 10.ຊົນເຜົ່າວິທະຍາ ຫຼື ປະຫວັດສາດມະນຸດວິທະຍາ.

Read More »