ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ໃນຕອນແລງວັນທີ 18 ມີນາ 2019  ໄດ້ມີິພິທີເປີດໂຕ ແລະ ຫ້ອງການກົງສຸນກິດຕິມະສັກປະເທດ ໂປຕູເກດ ທີ່ນະຄອນຫຼວງວຽງຈັນ, ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ຢູ່ທີ່ຕຶກ ເຄແອນຊີ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່່ວມຂອງ ເອກອັກຄະລັກສະທູດ ໂປຕຸເກດ ທ່ານ  Francisco Vazpatto  ປະຈຳບາງກອກ, ແຂກການນຳຈາກກະຊວງການຕ່າງປະເທດ, ສະຖານທູດຕ່າງໆປະຈຳລາວ, ຄອບຄົວວົງໄຊ ແລະ ແຂກຈາກພາກສ່ວນທຸລະກິດເຂົ້າຮ່ວມງານ.

ໃນການປະຕິບັດໜ້າທີ່ກົງສຸນກິດຕິມະສັກຢູ່ໃນຂອບເຂດການເຄື່ອນໄຫວກວມເອົາທັງໝົດສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລັດຖະບານໄດ້ຮັບຮອງ  ທ່ານ ນາງ ຈັນທະຈອນ ວົງໄຊ ຈະໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມຄອງ ເປັນທາງກົງສຸນທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ໃນຖານະເປັນກົງສຸນກິດຕິມະສັກຂອງຕ່າງປະເທດ ໂດຍການຮັບຮອງຂອງລັດຖະບານ ສປປ ລາວ ແລະ ປະເທດ ໂປຕຸເກດ.

ທ່ານ ນາງ ຈັນທະຈອນ ວົງໄຊ ມີທຸລະກິດຄອບຄົວໃນກຸ່ມ KC Group ແລະ ເຮັດທຸລະກິດຮ່ວມທຶນນຳພາຍໃນ ແລະ ຕ່າງປະເທດ ເປັນເວລາ 20 ກວ່າປີແລ້ວ ແລະ ໜ້າທີ່ຕໍາແໜ່ງປັດຈຸບັນຄື ເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເປັນປະທານສະມາຄົມນັກທຸລະກິດດແມ່ຍິງລາວ, ເປັນກຳມະການສູນກາງແນວລາວສ້າງຊາດ, ເປັນຄະນະກຳມະການສະພາທຸລະກິດອາຊຽນ (ABAC).

ສຳລັບ ຫ້ອງການຂອງກົງສຸນກິດຕິມະສັກ ໂປຕຸເກດ ແມ່ນຕັ້ງຢູ່ຕຶ້ກ ເຄແອນຊີ, ເລກທີ 140, ຖະໜົກ ສນຍ,​ ບ້ານ ສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

Comments