ເຈົ້າແຂວງຈຳປາສັກ ຕິດຕາມຄວາມຄືບໜ້າໂຄງການພັດທະນາແຄມຂອງ.

ໃນຕອນເຊົ້າວັນທີ 20 ມີນາ 2019 ທີ່ຜ່ານມາ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການພັດທະນາແຄມຂອງ ຢູ່ຈຸດແຄມເຊທ່າວັດຫຼວງ ແລະ ແຄມຂອງບ້ານປາກເຊ ນະຄອນປາກເຊ ພ້ອມທັງຈຸດບ້ານຫ້ວຍເພັກ ແລະ ບ້ານດອນໄລ່ ເມືອງໂພນທອງ ເຊີ່ງແຕ່ລະຈຸດໄດ້ມີຄວາມຄືບໜ້າເປັນຢ່າງດີ.

ໃນໂອກາດນີ້ທ່ານໄດ້ຮັບຟັງລາຍງານຈາກບໍລິສັດຮັບເໝົາກໍ່ສ້າງ ແລະ ຊ່ຽວຊານປະຈຳໂຄງການ ເຊິ່ງໃຫ້ຮູ້ວ່າ: ໂຄງການພັດທະນາແຄມຂອງໄດ້ເລີມຈັດຕັ້ງປະຕິບັດມາແຕ່ວັນທີ 27 ມິຖຸນາ ປີ 2017 ໂດຍນໍາໃຊ້ທຶນຊ່ວຍເຫຼືອ ແລະ ກູ້ຢືມດອກເບ້ຍຕໍ່າ ຈາກກອງທຶນພັດທະນາເສດຖະກິດຂອງ ສ ເກົາຫລີ ມູນຄ່າ 47 ລ້ານກ່ວາໂດລາ .


ປັດຈຸບັນສຳເລັດໄປແລ້ວ 25,74% ແລະ ໃນປີ 2019 ນີ້ ຈະສຳເລັດ 40% ແລະ ຕາມແຜນຈະໃຫ້ສຳເລັດ 100% ໃນປີ 2021 ທີ່ກຳນົດໄວ້.

ຂໍ້ມູນຈາກ:ສະຖານີວິທະຍຸຈໍາປາສັກ 100,7 Mhz

Comments