ເມືອງໝື່ນ ປະກາດເປັນເມືອງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນບຳລຸງ

ພິທີປະກາດເມືອງໝື່ນ ແຂວງວຽງຈັນ ເປັນເມືອງຈົບຊັ້ນມັດທະຍົມສຶກສາ ຕອນຕົ້ນບຳລຸງ ທົ່ວເມືອງ ໄດ້ຈັດຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2019 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ ຫ້ອງວ່າການປົກຄອງເມືອງໝື່ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ຜູ້ຊີ້ນໍາວຽກງານຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູອາຈານ ນັກຮຽນ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ອາຈານ ລີຕົວ ລີເລ່ຍນູ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝື່ນ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ – ການສອນ ມໍຕົ້ນບຳລຸງ ແລະ ແຜນພັດທະນາ ການສຶກສາໃນຕໍ່ໜ້າ, ເມືອງໝື່ນ ແມ່ນໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ ຫ່າງຈາກເທດສະບານແຂວງ 140 ກິໂລເເມັດ, ຢູ່ລະຫວ່າງກາງເມືອງເຟືອງ ເເລະ ເມືອງຊານະຄາມ ເມືອງໝື່ນ ມີ 22 ບ້ານ,ເເບ່ງ ເປັນ 4 ກຸ່ມບ້ານພັດທະນາ ,

ຕະຫຼອດໄລຍະຜ່ານ ມາຄະນະພັກ ຄະນະນຳຂອງເມືອງໄດ້ເອົາໃຈໃສ່ ໃນວຽກງານການສຶກສາ ໄດ້ດີຕະຫຼອດມາ ເຫັນວ່າວຽກງານການສຶກສາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ການສຶກສາກ່ອນໄວຮຽນເຫັນວ່າ ເມືອງໝື່ນ ມີ ໂຮງຮຽນລ້ຽງເດັກອະນຸບານ 21 ແຫ່ງ 48 ຫ້ອງຮຽນ,ມີໂຮງຮຽນປະຖົມ 23 ແຫ່ງ ,60 ຫຼັງ,181 ຫ້ອງຮຽນ ແລະ ມີໂຮງຮຽນມັດທະຍົມ ສົມບູນ 4 ແຫ່ງ ຍ້ອນຄວາມເອົາໃຈໃສ່ສູງ ຂອງຄະນະພັກ ອົງການປົກຄອງ, ຄະນະພັດທະນາການສຶກສາທຸກຂັ້ນ ລວມເຖິງພະນັກງານໜ່ວຍງານສຶກສານອກໂຮງຮຽນ ຄູສອນທຸກຄົນ,ອຳນາດການປົກຄອງຂັ້ນທ້ອງຖິ່ນໄດ້ຕັ້ງໜ້າ ປຸກລະດົມຂົນຂວາຍ ພໍ່ – ເເມ່ປະຊາຊົນ ເກນອາຍຸ 15 – 30 ປີ ໃຫ້ເຂົ້າມາຮຽນຢ່າງທົ່ວເຖິງ ແລະ ໄປຕາມບາດກ້າວ ຈຶ່ງເຮັດໃຫ້ການຈັດຕັ້ງການຮຽນ – ການສອນບຳລຸງມັດທະຍົມຕອນຕົ້ນທົ່ວເມືອງໝື່ນສຳເລັດ ແລະ ມີເງື່ອນໄຂຄົບຖ້ວນໃນການປະກາດເມືອງໝື່ນ ເປັນເມືອງຈົບຊັ້ນມັດທະຍົມຕົ້ນທົ່ວເມືອງ.

ທ່ານ ພູວອນ ບຸນວິໄລ ກຳມະການພັກເເຂວງ ເລຂາພັກເມືອງ ເຈົ້າເມືອງ – ເມືອງໝື່ນ ໄດ້ຂຶ້ນຮັບໃບຢັ້ງຢືນສຳເລັດການສຶກສາຊັ້ນມັດທະຍົມຕົ້ນລະບົບບຳລຸງ ເຊິ່ງໃຫ້ກຽດຂຶ້ນມອບໂດຍທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກ ກະຊວງ ຜູ້ຊີ້ນຳວຽກງານຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ.

ຂໍ້ມູນຈາກ:ສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ.

 

Comments