ໃນວັນທີ 17 ທັນວາ 2018 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ, ມີບັນດາລັດຖະມົນຕີ ຕ່າງປະເທດ ພ້ອມດ້ວຍຄະນະ ຈາກບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສສ.ຫວຽດນາມ. ສປ.ຈີນ, ກຳປູເຈຍ, ມຽນມາ ແລະ ໄທ ເຂົ້າຮ່ວມ. ພາຍຫຼັງສຳເລັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ມີການຖະແຫຼງຂ່າວຮ່ວມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ ໃນການຖະແຫຼງຂ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມ ຄັ້ງກ່ອນ ...
Read More »ຂ່າວ ພາຍໃນປະເທດ
ຢາກໄດ້ທຶນໄປສຶກສາຕໍ່ທີ່ປະເທດຈີນ ອ່ານດ່ວນ…..
ເປີດແລ້ວ ຮັບສະໝັກ ທຶນການສຶກສາ Chongqing Municipal Government Mayor Scholarship 2019 ທີ່ປະເທດຈີນ ປິດຮັບສະໝັກ: 15/04/2019 ລາຍລະອຽດ ແລະ ວິທີການສະໝັກທີ່: http://english.cqupt.edu.cn/…/Chongqing_Municipal_Governmen… 2019 Chongqing Municipal Government Mayor Scholarship at CQUPT (For Undergraduate and Graduate Students) In order to encourage more outstanding international students to pursue a higher education in Chongqing, Chongqing Municipal Government launches the Chongqing Municipal Government Mayor Scholarship. 1. University Name: Chongqing University of Posts and Telecommunications 2. ...
Read More »ປະດັບຫຼຽນໄຊ ຜົນງານ 10 ປີ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ
ລັດຖະບານ ສປປ ລາວ ຕົກລົງມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ໂຮງງານ ເບຍລາວ ແຂວງຈຳປາສັກ ພິທີປະດັບຫຼຽນໄຊ ຈັດຂຶ້ນໃນຄໍ່າຄືນຂອງວັນທີ 15 ທັນວາ ປີ 2018 ຜ່ານມາທີ່ໂຮງແຮມ ເອລະວັນຣີເວີໄຊ ນະຄອນປາກເຊ ແຂວງຈຳປາສັກ. ໃນໂອກາດງານລ້ຽງສະເຫຼີມສະຫຼອງ ບໍລິສັດເບຍລາວ ຈຳກັດ ຄົບຮອບ 45 ປີ ແລະ ຄົບຮອບ 10 ປີ ການສ້າງຕັ້ງໂຮງງານເບຍລາວ ແຂວງຈຳປາສັກ, ນອກຈາກການປະດັບຫຼຽນໄຊແຮງງານຊັ້ນ 1 ແລ້ວຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນຈຳນວນ 10 ສະຫາຍ,ຫຼຽນກາແຮງງານ 11 ສະຫາຍ,ໃບຍ້ອງຍໍລັດຖະບານ,ຂັ້ນກະຊວງ,ຂັ້ນແຂວງ ອີກທັງໜົດ 107 ສະຫາຍ. ໃຫ້ກຽດຕາງໜ້າລັດຖະບານ ປະດັບຫຼຽນໄຊ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ ຄັ້ງນີ້,ແມ່ນ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ. ຂໍ້ມູນຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz
Read More »ອົງການພັດທະນາສາກົນ ອາເມຣິກາ ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ
ອົງການພັດທະນາສາກົນ ອາເມຣິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 11 ທັນວາ 2018 ທີ່ຜ່ານມາ. ງານມອບຮັບ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາບູທີກ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະນັກງານລັດ, ຜູ້ປະກອບການ ແລະ ຕາງໜ້າຈາກບັນດາບໍລິສັດເອກະຊົນຫຼາຍກ່ວາ 20 ທ່ານ. ທ່ານ ດຣ. ຮູເອຕ້າ ກ່າວວ່າ: ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີ່ປະໂຫຍດໃຫ້ແກ່ບັນດາຜູ້ປະກອບການທົ່ວສປປ ລາວ ແລະ ການເຝິກອົບຮົມ ຫຼື ການສໍາມະນາໃນອະນາຄົດ. ການພັດທະນາທັກສະການຍ້ອມສີທຳມະຊາດນີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບ ໃຫ້ແກ່ຄອບຄົວ, ສ້າງຄວາມເຂັ້ມໃຫ້ແກ່ຊຸມຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ. ໃນເດືອນມິຖຸນາ ...
Read More »ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສານດີກາ ແຫ່ງ ຣາຊະອານາຈັກໄທ
ໃນວັນທີ 17 ທັນວາ 2018 ທີ່ທໍານຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສານດີກາ ແຫ່ງ ຣາຊະອານາຈັກໄທ, ຊຶ່ງນຳໂດຍ ທ່ານ ຊີບ ຈຸລະມົນ ປະທານສານດີກາ ແຫ່ງ ຣາຊະອານາ ຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14 -17 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ຂອບໃຈຂໍ້ມູນຈາກ: ຂປລ.
Read More »ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມ ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ
ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ຈາກໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ຢູ່ຈຸດພັກຊົ່ວຄາວ ຈຸດດົງບາກ, ຈຸດປິນດົງ ແລະ ຈຸດຕະມໍຢອດ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ. ການໄປແຕ່ລະສະຖານທີ່ ທ່ານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ກ່າວສະແດງຄວາມເປັນຫ່ວງເປັນໄຍ ຕໍ່ປະຊາຊົນ ໂດຍໄດ້ຖາມເຖິງສະພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນ ຂອງຄູອາຈານ ແລະ ລູກຫຼານນັກຮຽນ, ຄວາມຄືບໜ້າ ໃນການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ, ແຜນການປັບປຸງ ...
Read More »ເຈົ້າຫນ້າທີ່ລົງກວດກາ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ, ວ່າດ້ວຍສັດປ່າ ກອງກວດກາປ່າໄມ້
ຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ບອກໃຫ້ຮູ້ວ່າ ໃນວັນທີ 13 ທັນວາ 2018 ທີ່ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໜ່ວຍງານບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ກອງກວດກາປ່າໄມ້ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ພ້ອມດ້ວຍທະຫານ-ຕໍາຫຼວດ, ພາສີ, ສານ, ໄອຍາການ ແລະ ປກສ ເຂດເສດຖະກິດພິເສດ ສາມລ່ຽມຄໍາ ເຂົ້າກວດຄົ້ນບັນດາຮ້ານຄ້າໃນເຂດເສດຖະກິດພິເສດ (Chinatown) ຕໍ່ວຽກງານບັງຄັບໃຊ້ກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ກວດຄົ້ນ ການຄ້າ-ຂາຍສັດປ່າ ໂດຍສະເພາະຜະລິດຕະພັນທີ່ມາວາງຂາຍ ທີ່ອາດເຮັດຈາກຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ. ຜົນສະຫຼຸບໂດຍລວມ ຈາກກອງກວດກາປ່າໄມ້ ແຂວງບໍ່ແກ້ວ ກ່ຽວກັບການເຂົ້າກວດຄົ້ນຮ້ານຄ້າເປົ້າໝາຍ ໃນເຂດເສດຖະກິດພິເສດ ສາມລ່ຽມຄໍາ ແລະ ຮ້ານຄ້າ ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລວມທັງໝົດມີ 5 ຮ້ານ ພ້ອມຍຶດຂອງກາງທັ້ງໝົດ 32 ຢ່າງ ສ່ວນໃຫຍ່ເປັນຊິ້ນສ່ວນສັດປ່າ ທີ່ຜິດກົດໝາຍ. ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແຂວງບໍ່ແກ້ວ ພ້ອມເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 50 ທ່ານ ເຂົ້າກວດຄົ້ນ 5 ...
Read More »ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ເປັນແບບຢ່າງນຳໜ້າ ເຕົ້າໂຮມຄວາມສາມັກຄີ
ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນວັນທີ 13 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ມີພະເຖລານຸເຖລະ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ບັນດາການນຳພັກ-ລັດ ອະດີດການນຳພັກ-ລັດຂັ້ນສູງ ແນວລາວສ້າງຊາດຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ຜູ້ຕາງໜ້າເຊື້ອຊາດລາວຈາກ 11 ປະເທດເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາບັນຫາທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ຂອງການຈັດຕັ້ງປະຕິບັດຜົນກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາຊົນເຜົ່າທົ່ວປະເທດ ຄັ້ງທີ 2 ປີ 2015 ເຫັນວ່າມີຫຼາຍບັນຫາທີ່ຈະຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍມີບາງບັນຫາ ແລະ ທິດທາງໜ້າທີ່ຈຸດສຸມ ແລະ ມາດຕະການປະຕິບັດ ເປັນຕົ້ນ ການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໃນການກໍ່ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ຊັ້ນຄົນ ເພດ-ໄວ ນັກຮຽນຮູ້ ປັນຍາຊົນ ນັກທຸລະກິດ ກຳມະກອນ ຊາວກະສິກອນ ແລະ ສາສະໜາຕ່າງໆ ພາຍໃຕ້ການນຳພາຂອງພັກເປັນມູນເຊື້ອອັນດີງາມຂອງຊາດລາວເຮົາ ເປັນກຳລັງແຮງຊະນະເລີດຂອງປະຊາຊົນ ໃຫ້ທົ່ວສັງຄົມເຂົ້າໃຈ ປະກອບສ່ວນເຂົ້າໃນການສ້າງຄວາມເປັນປຶກແຜ່ນພາຍໃນຊາດ ບັນດາຜູ້ຊົງຄຸນວຸດທິ ນັກຮຽນຮູ້ ...
Read More »ການຄ້າທາງເອເລັກໂຕຣນິກ ສາມາດຊ່ວຍຫຼຸດຊ່ອງວ່າງ ໃນການພັດທະນາຊົນນະບົດ-ຕົວເມືອງ
ກອງປະຊຸມ Lao Digital Forum ຄັ້ງທີສາມ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອສຸ່ມໃສ່ໂອກາດການຄ້າທາງເອເລັກໂຕຣນິກ (e-commerce) ຢູ່ ສປປ ລາວ ແລະ ວິທີການກະຕຸ້ນການຈະເລີນເຕີບຂອງການຄ້າດັ່ງກ່າວ. ໃນບົດກ່າວເປີດຂອງ ທ່ານນາງ ເຂັມມະນີ ໄດ້ໃຫ້ຮູ້ວ່າ ການຄ້າທາງເອເລັກໂຕຣນິກ ເປັນສ່ວນໜຶ່ງຂອງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍຂອງລັດຖະບານລາວໃນການສ້າງກອບແຜນວຽກທາງດ້ານກົດໝາຍສໍາລັບການຄ້າທາງເອເລັກໂຕຣນິກໃນປີໜ້າ. ທ່ານນາງ ເຂັມມະນີ ກ່າວຕື່ມວ່າ “ພວກເຮົາເນັ້ນໃສ່ສອງບັນຫາ” “ບັນຫາທີໜຶ່ງຄືພວກເຮົາຕ້ອງການໃຫ້ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການພາຍໃນຂອງພວກເຮົາມີສ່ວນຮ່ວມໃນຕະຫຼາດທີ່ໃຫຍ່ຂຶ້ນ ແລະ ບັນຫາທີສອງຄື ເຮັດໃຫ້ຜູ້ຊົມໃຊ້ພາຍໃນຂອງພວກເຮົາສາມາດເຂົ້າເຖິງຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ.” ທ່ານ ທູດອາເມຣິກາ ຣີນາ ບິດເຕີ ໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ເຂັ້ມແຂງການຄ້າທາງເອເລັກໂຕຣນິກໃນ ສປປ ລາວ, ທ່ານຍົກໃຫ້ເຫັນວ່າ “ການຄ້າທາງເອເລັກໂຕຣນິກ ສ້າງວຽກເຮັດງານທຳ ແລະ ເພີ່ມປະສິດທິພາບທາງດ້ານເສດຖະກິດ. ສິ່ງທີ່ສຳຄັນທີ່ສຸດຄືການຄ້າທາງເອເລັກໂຕຣນິກ ສາມາດຊ່ວຍຫຼຸດຊ່ອງວ່າງ ໃນການພັດທະນາຊົນນະບົດ-ຕົວເມືອງ ຊຶ່ງການຄ້າທາງເອເລັກໂຕຣນິກ ໄດ້ສົ່ງເສີມການເຕີບທາງດ້ານເສດຖະກິດທົ່ວປະເທດ.” ທ່ານ ເຈັນ ປີເຕີ ລູເກັນເຮີມ ເອກອັກຄະລັດຖະທູດ ເຢຍລະມັນ ກ່າວວ່າ “ການຄ້າທາງເອເລັກໂຕຣນິກ ແມ່ນກຳລັງເຕີບໂຕໃນສາກົນ ...
Read More »ຫຼາຍບັນຫາໜີ້ສິນ ທີ່ນະຄອນຫຼວງ ສະເໜີໃຫ້ສູນກາງຊ່ວຍແກ້ໄຂ
ກອງປະຊຸມພົບປະລະຫວ່າງຄະນະປະຈຳພັກ ນະຄອນຫຼວງວຽງຈັນ (ນວ) ແລະ ຄະນະພັກກະຊວງການເງິນ ໄດ້ຈັດຂຶ້ນ ເມື່ອສັບປະດາຜ່ານມາ ທີ່ຫ້ອງວ່າການປົກຄອງ ນວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຄຳຊີ້ນຳຕໍ່ຂໍ້ສະເໜີຂອງ ນວ ວ່າ: ສຳລັບໜີ້ສິນໂຄງການລົງທຶນຂອງລັດໃນ 46 ໂຄງການນັ້ນ ໃຫ້ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ຂຶ້ນກັບພາກສ່ວນໃດ ມອບໃຫ້ພາກສ່ວນນັ້ນຮັບຜິດຊອບ ສຳລັບໜີ້ກະແສໄຟຟ້າ ທີ່ຄ້າງຈ່າຍໃນຜ່ານມານັ້ນ ແມ່ນມອບໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆແມ່ນຈະນຳພິຈາລະແກ້ໄຂຮ່ວມກັບພາກສ່ວນກ່ຽວຂ້ອງ. ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາສຳຄັນຢູ່ ນວ ເປັນຕົ້ນ ບັນຫາໜີ້ສິນໂຄງການລົງທຶນຂອງລັດທີ່ ນວ ສະເໜີໃຫ້ແບ່ງຄວາມຮັບຜິດຊອບໜີ້ສິນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຊິ່ງໂຄງການໃຫຍ່ມີລັກສະນະລວມ ຂອງປະເທດໃນ ນວ ມີ 46 ໂຄງການ ມູນຄ່າຕາມສະພາຮັບຮອງ 4.000 ຕື້ກວ່າກີບ ມູນຄ່າຕາມສັນຍາ 4.510 ຕື້ກວ່າກີບ ປະຕິບັດໄດ້ 70,60% ຍັງຄ້າງຊຳລະ 3.515 ຕື້ກວ່າກີບ ແລະ ຍັງຄ້າງຊຳລະຕາມວຽກສຳເລັດ 2.189 ຕື້ກວ່າກີບ ...
Read More »