ຂ່າວ ພາຍໃນປະເທດ

ຢາກໄດ້ທຶນ 100% ໄປຮຽນຕໍ່ ຢູ່ອັງກິດ, ອາເມລິກາ, ເອີຣົບ ສະໝັກດ່ວນ….

ມີທຶນດີດີ ມາແນະນໍາ ! ເປັນທຶນເຕັມ 100% ! ສາມາດສະໝັກເລືອກໄປຮຽນໄດ້ ຢູ່ປະເທດອັງກິດ, ອາເມລິກາ, ເອີຣົບ, ອື່ນໆ ! ແຕ່ລະປີ ເຄີຍມີຄົນລາວສະໝັກໄດ້ 4-5 ຄົນ ! ປິດຮັບສະໝັກ: 15/05/2019 ລາຍລະອຽດການສະໝັກທີ່: www.opensocietyfoundations.org/…/civil-society-leadership-a… Civil Society Leadership Awards Deadline: May 15 Visit: www.opensocietyfoundations.org/…/civil-society-leadership-a… The Civil Society Leadership Awards (CSLA) is now open for application from candidates who want to carry out post-graduate studies. Exceptional students who have strong commitment to make positive social changes in ...

Read More »

ເປີດຕົວ!!! ສາຍການບິນໃໝ່ລາຄາປະຢັດ ສະກູ໊ດ ບິນກົງຈາກລາວ-ສິງກະໂປ

ສະກູ໊ດ(Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ເປີດຖ້ຽວບິນປະຖົມມະເລີກເສັ້ນທາງຈາກລາວຫາສິງກະໂປແລ້ວໃນມື້ວານນີ້ ວັນທີ 1 ເມສາ 2019 ແລະ ໄດ້ຈັດພິທີການຖະແຫຼງຂ່າວເປີດຖ້ຽວບິນປະຖົມມະເລິກຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂດມິນິກໂກ, ເອກອັກຄະລັດຖະທູດປະເທດສິງກະໂປປະຈຳສາທາລະນະລັດປະຊາທິປະໄຕປະຊາຊົນລາວ,  ທ່ານ ວິນັອດຄານັນ, ປະທານເຈົ້າໜ້າທີ່ບໍລິຫານຝ່າຍການຄ້າຂອງສະກູ໊ດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ. ສາຍການບິນ ສະກູ໊ດ(Scoot) ແມ່ນມີການບໍລິການສາມຖ້ຽວບິນຕໍ່ອາທິດເສັ້ນທາງຈາກນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຫາສິງກະໂປ. ການບໍລິການນີ້ຖືກໂອນມາຈາກສາຍການບິນພັນທະມິດກໍ່ຄືສາຍການບິນຊິວຄ໌ແອຣ໌ (SilkAir) ເຊິ່ງໃນປັດຈຸບັນ, ສະກູ໊ດແມ່ນສາຍການບິນດຽວເທົ່ານັ້ນທີ່ໃຫ້ບໍລິການບິນກົງເສັ້ນທາງລາວ-ສິງກະໂປ. ສະກູ໊ດໄດ້ເລີ່ມໃຫ້ບໍລິການຄັ້ງທຳອິດໃນເດືອນມິຖຸນາ 2012 ເປັນເວລາ 7 ປີມາແລ້ວ ແລະໄດ້ຮັບລາງວັນຊະນະເລີດຫຼາຍລາງວັນເຊັ່ນ: ລາງວັນສາຍການບິນລາຄາປະຢັດທີ່ດີທີ່ສຸດ (ພາກພື້ນອາຊີ-ປາຊີຟິກ) ໂດຍ AirlineRatings.com ຕັ້ງແຕ່ປີ 2015 ຫາ 2018 ແລະຕິດ 10 ອັນດັບທຳອິດຂອງສາຍການບິນລາຄາປະຢັດທີ່ດີທີ່ສຸດໃນໂລກໃນປີ 2015 ແລະ 2018 ໂດຍສະກາຍແທຼກ (Skytrax). ໃນມື້ວານນີ້ ເຮືອບິນລຸ້ນ A320 ທີ່ມີຊື່ວ່າເຢວໂລເທວ (Yellow Tail) ມາຮອດສະໜາມບິນຫຼວງພະບາງ ...

Read More »

ການແຂ່ງຂັນ carlsberg golf classic 2019 ຈົບລົງດ້ວຍຜົນສຳເລັດຢ່າງຍິ່ງໃຫຍ່….

ວັນທີ 30 ມີນາ 2019 ຜ່ານມາ, ມີການແຂ່ງຂັນກ໊ອຟລາຍການ ຄາລສະເບີກ ກ໊ອຟ ຄລາສສິກ 2019 ( Carlsberg Golf Classic 2019 ) ທີ່ ສປປ ລາວ ຢູ່ສະໜາມກ໊ອຟຊີເກມ ຫຼັກ 16 ເຊິ່ງເປັນສະໜາມທໍາອິດຂອງປີ ແລະ ປິດສາກການແຂ່ງຂັນລົງຢ່າງຈົບງາມ ໂດຍການຊະນະເລີດສາຍບໍ່ມີແຕ້ມຕໍ່ເປັນຂອງ ທ່ານ Choi Jong Sik, ສ່ວນສາຍມີແຕ້ມຕໍ່ຕົກເປັນຂອງ ທ່ານ ສຸລະເພັດ ແກ້ວວຽງຄໍາ. ພິທີປິດການແຂ່ງຂັນງານດັ່ງກ່າວ,  ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມິເກລ ໂອເລີມານ ຜູ້ອໍານວຍການດ້ານການຂາຍ ແລະ ການຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ວິດເຕີ ຊ໊ອງ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ...

Read More »

ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫລີໃຕ້ ! ຄົນລາວ ສະໝັກໄດ້ ທຶນ 100%

ເປີດຮັບສະໝັກແລ້ວ ! ທຶນການສຶກສາ POSCO Asia Fellowship ທີ່ປະເທດ ເກົາຫຼີໄຕ້ ! ຄົນລາວ ສະໝັກໄດ້ ທຶນ 100% ສາມາດເລືອກຮຽນ ສາຂາໃດກໍ່ໄດ້ ! ປິດຮັບສະໝັກ: 15/04/2019 ລາຍລະອຽດເພີ່ມຕື່ມທີ່: www.postf.org Call for Application forPOSCO Asia Fellowship Overseas Scholarship Program Scholarship covers * tuition fees and living expenses (approx 900USD/month) for masters or doctoral degree study for 2 years in S. Korea Korean School Enrollment Fall semester 2019 and Spring semester 2020 ...

Read More »

ມູນຄ່າກໍ່ສ້າງເສັ້ນທາງສູງ ແຕ່ຄຸນນະພາບຕ່ຳ ບັນຫາທີ່ ຍທຂ ຈະສຸມໃສ່ແກ້ໄຂ

ຫາງສຽງຈົ່ມວ່າຂອງສັງຄົມຈາກກໍລະນີເສັ້ນທາງທີ່ມີມູນຄ່າສູງແຕ່ຄຸນນະພາບຂອງເສັ້ນທາງຕໍ່າ, ທາງເປ່ເພໄວກວ່າກຳນົດ, ເສັ້ນທາງສ້າງແລ້ວຊ້າກວ່າກຳນົດ ເປັນບັນຫາສຳຄັນທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຕ້ອງໄດ້ປະເມີນຄົ້ນຄວ້າ ແລະ ຫາທາງແກ້ໄຂໂດຍໄວ. ແນວໃດກໍຕາມ, ສັນຍາລະ ຫວ່າງ ຍທຂ ກັບ ບໍລິສັດຮັບເໝົາກໍ່ສ້າງຍັງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ມີການເຈລະຈາຄືນ. ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນລະຫວ່າງວັນທີ 28 – 29 ມີນາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຍທຂ ທົ່ວປະເທດເຂົ້າຮ່ວມ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວປະເທດ ປີ 2017 ແລະ 2018 ຜ່ານມາ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ປະຈຳປີ 2019 ...

Read More »

ມືທຶນໃຫ້ໄປສຶກສາຕໍ່ຟຣີ 100% ທີ່ປະເທດຍີ່ປຸ່ນ ສະໝັກເລີຍ….

ທຶນການສຶກສາຂອງລັດຖະບານ ແຂວງ ໄອຈິ ປະເທດຍີ່ປຸ່ນ  ເປີດໃຫ້ທ່ານໄດ້ສະໝັກຮຽນແລ້ວ ! ຟຣີ ທຸກຢ່າງ ! ໄລຍະເວລາຮຽນ 2 ປີ ປິດຮັບສະໝັກ: 05/05/2019 ລາຍລະອຽດ ແລະ ວິທີການສະໝັກທີ່:  https://www.pref.aichi.jp/…/…/aichi-scholarship-program.html ທີ່ມາ: Lao Youth Radio FM 90.0 Mhz ທຶນການສຶກສາຂອງລັດຖະບານ ແຂວງ ໄອຈິ ປະເທດຍີ່ປຸ່ນ ເປີດໃຫ້ທ່ານໄດ້ສະຫມັກຮຽນແລ້ວ ! ຟຮີທຸກຢ່າງ ! ໄລຍະເວລາຮຽນ 2… Posted by Lao Youth Radio FM 90.0 Mhz on Wednesday, March 27, 2019

Read More »

ລັດຖະບານ ເປີດໃຫ້​ຈອງ​ພັນທະບັດ​ຈຳນວນ​ 700 ​ຕື້​ກ່ວາກີບ

ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ​ຮ່ວມ​ກັບ ບໍລິສັດ ຫຼັກ​ຊັບ ​ທຄຕລ-​ກທ ຈຳກັດ ແລະ ບໍລິສັດ ຫຼັກ​ຊັບ​ລາວ-ຈີນ ຈັດ​ພິທີ​ຖະແຫຼງ​ຂ່າວ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ທີ່​ອອກ​ໂດຍ​ກະຊວງ​ການ​ເງິນ​ໂດຍ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ​ໃນ​ມູນ​ຄ່າ 714.870.000.000 ກີບ ໃນ​ວັນ​ທີ 25 ມີນາ 2019 ທີ່ ຕະຫຼາດ​ຫຼັກ​ຊັບ​ລາວ ເປັນ​ກຽດ​ຖະແຫຼງ​ຂ່າວ​ຂອງ​ທ່ານ ສົມບູນ ອິນ​ທະ​ປັດ​ຖາ ຫົວໜ້າ​ຫ້ອງການ​ກະຊວງ​ການ​ເງິນ ແລະ ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ຮັກສາ​ການ​ຜູ້ອຳນວຍການ​ບໍລິສັດ ຫຼັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ ມີ​ທ່ານ​ນາງ ວຽງ​ດາ​ລີ ສຸ​ພານຸ​ວົງ ຮອງ​ຫົວໜ້າ​ສຳນັກງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ພ້ອມ​ດ້ວຍ​ສື່​ມວນ​ຊົນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ທ່ານ ອາ​ນຸ​ກອນ ສຸ​ທຳ​ມະ​ວົງ ໄດ້​ຖະແຫຼງ​ຂ່າວ​ວ່າ: ວັນ​ທີ 25 ມີນາ 2019 ເປັນ​ມື້​ທຳ​ອິດ​ໃນ​ການ​ເປີດ​ຈອງ​ພັນທະບັດ​ລັດຖະບານ​ຜ່ານ​ຕະຫຼາດ​ຫຼັກ​ຊັບ​ລາວ ເຊິ່ງ​ການ​ເປີດ​ຈອງ​ນີ້​ແມ່ນ​ຈະ​ດຳເນີນ​ຮອດ​ວັນ​ທີ 5 ເມສາ 2019 ເລີ່ມ​ແຕ່ 8:30-15:30 ໂມງ ສາມາດ​ຈອງ​ຊື້​ໄດ້​ທີ່​ສຳນັກງານ​ຂອງ​ບໍລິສັດ​ຫຼັກ​ຊັບ​ທັງ 3 ແຫ່ງ ທີ່​ອາຄານ​ຕະຫຼາດ​ຫຼັກ​ຊັບ​ລາວ ນະຄອນຫຼວງ​ວຽງ​ຈັນ ການ​ອອກ​ພັນທະບັດ​ຄັ້ງ​ນີ້​ມີ​ມູນ​ຄ່າ 714.870.000.000 ກີບ ລາຄາ​ກຳນົດ ...

Read More »

ແຈ້ງການ!!! ໃຫ້ເຂັ້ມງວດ ການນຳໃຊ້ອິນເຕີ້ເນັດຂອງ ພຣະສົງ-ສາມະເນນ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການເຖິງເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອງເຂດທົ່ວປະເທດ ເພື່ອໃຫ້ເຂັ້ມງວດກວດຂັນ ພະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີອິນເຕີເນັດຕ່າງໆ ໂດຍເນື້ອໃນຂອງໜັງສືແຈ້ງການລະບຸວ່າ: ຫ້ອງການບໍລິຫານງານ ອົງການພຸເທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາຍັງພະອາຈານ ເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ ປັດຈຸບັນ ການນໍາໃຊ້ສື່ສານເຕັກໂນໂລຊີມີເດຍ, ອິນເຕີເນັດ, ເຟສບຸກ, ວັອສແອັບ ແລະ ສື່ອອນລາຍຕ່າງໆ ແມ່ນມີການນາໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນຳໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ສົມຄວນ ແລະ ບໍ່ສົມຄວນ ສໍາຫຼັບພະສົງ-ສາມະເນນ ໃນສະມະນະສັນຍາ ແລະ ສະມະນະເພດ. ດັ່ງນັ້ນ ຈຶ່ງນະມັດສະການ ແຈ້ງການມາຍັງ ອາຈານ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂຕ ທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ໂດຍເຂັ້ມງວດກວດຂັນ ກັບພະສົງ-ສາມະເນນທັງຫຼາຍ ໃຫ້ນໍາໃຊ້ຢ່າງມີສະຕິ ແລະ ເໝາະສົມ ແກ່ຄວາມເປັນສະມະນະຂອງຕົນ ຕາມທາງຄວນ ເຊິ່ງລາຍລະອຽດຕ່າງໆ ມີໃນກົດລະບຽບ ວ່າດ້ວຍການນໍາໃຊ້ອິນເຕີເນັດ, ສື່ສານອອນລາຍ ຂອງພະສົງສາມະເນນ ...

Read More »

ສປປ ລາວ ຖືກໄດ້ອັນດັບທີ 105 ເປັນປະເທດທີ່ມີຄວາມສຸກໃນໂລກ

ສະຫະປະຊາຊາດ ໄດ້ຈັດອັນດັບປະເທດທີ່ມີຄວາມສຸກທີສຸດໃນໂລກ. ຕາມບົດລາຍງານ World Happiness Report 2019 ສະບັບວັນທີ 20 ມີນາ 2019 ໂດຍຄັດເລືອກ ຈາກ 8 ຕົວຊີ້ວັດ ຂອງ 156 ປະເທດທົ່ວໂລກ ໃນໄລຍະແຕ່ປີ 2016-2018 ຄື: 1.ລວມຍອດຜະລິດຕະພັນພາຍໃນ (Log GDP per capita) 2. ສະຫວັດດີການສັງຄົມ ( Social support ) 3. ອາຍຸຍືນສະເລ່ຍ ( Healthy life expectancy at birth ) 4.ຄວາມມີອິດສະຫຼະພາບໃນການດໍາລົງຊີວິດ ( Freedom to make life choices ) 5. ຄວາມເອື້ອເຟື້ອເພື່ອແຜ່ກັນໃນສັງຄົມ ( Generosity ) 6.ການສໍ້ລາດບັງຫຼວງຕໍ່າທີສຸດ ( Perceptions of corruptoin ) ...

Read More »

ກອງປະຊຸມລັດຖະບານ ປະຈໍາເດືອນມີນາ ໄດ້ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2019 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ແລະ ປິດລົງໃນວັນທີ 21 ມີນານີ້ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນຄື: 1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດ ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະ ທິດທາງຮ່ວມມືປີ 2019. 2. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ. 3. ຮ່າງດຳລັດ ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ. 4. ຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່. 5. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ. 6. ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບສ້າງໃໝ່. 7. ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບສ້າງໃໝ່. ກອງປະຊຸມລັດຖະບານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີິນມາດຕະຖານກໍານົດ ເປັນຕົ້ນຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ ...

Read More »