ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ການຍົກຍ້າຍບ້ານເຮືອນຂອງປະຊາຊົນ

ການນຳຂອງແຂວງ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການຍົກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ພ້ອມທັງລົງເບິ່ງຕົວຈິງ ການຈັດສັນບ້ານເຮືອນທີ່ຕັ້ງ ໃໝ່ ແລະ ເບິ່ງແບບມາດຕະຖານ ແລະ ການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມ ແໜ້ນໜາ ແລະ ຮັບປະກັນທາງດ້ານໂຄງສ້າງຂອງເຮືອນແຕ່ລະຫຼັງ.

ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນໍ້າເຊລະນອງ ເຊິ່ງເປັນສາຂາຂອງນໍ້າ ເຊບັ້ງຫຽງ, ຫ່າງຈາກເມືອງ ພີນປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180 ກິໂລແມັດ,ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ,

ຮອດທ້າຍເດືອນກຸມພາ 2019 ໄດ້ສໍາເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ. ສາຍສົ່ງ 115 kv, ລວງຍາວ 32,8 km ເຊື່ອມຕໍ່ກັບສະຖານີເມືອງພີນ, ປັດຈຸບັນນີ້ ທາງໄຟຟ້າລາວ ກຳລັງເຮັດວຽກເກັບກຳຂໍ້ມູນຜົນກະທົບສິ່ງແວດລ້ອມ ແລະ ສຳຫຼວດແລວສາຍສົ່ງ.

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການມີທັງໝົດ 2 ບ້ານຄື: ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ, ມີຄອບຄົວທີ່ຈະຕ້ອງໄດ້ຍົກຍ້າຍທັງໝົດ 88 ຫຼັງຄາເຮືອນ, ມີ 489 ຄົນ, ເນື້ອທີ່ກໍ່ສ້າງເຮືອນໃໝ່ມີ 6.142 m2 , ໄດ້ກໍ່ສ້າງໂຮງຮຽນລະດັບອະນຸບານຫາມັດທະຍົມ 14 ຫ້ອງ, ສຸກສາລາ 8 ຫ້ອງ, ຫ້ອງການບ້ານ ແລະ ຫ້ອງປະຊຸມບ້ານ 3 ຫ້ອງ ແລະ ຕະຫຼາດຂາຍເຄື່ອງ, ກໍ່ສ້າງ ສາຍສົ່ງ 22 kv 7 ກິໂລແມັດ, ເຈາະນ້ຳບາດານ 6 ບໍ່, ກໍ່ສ້າງທາງເຂົ້າບ້ານຈັດສັນ 9,5 ກິໂລແມັດ.

ຕາມແຜນ ໂຄງການກໍ່ສ້າງ ແລະ ການຜະລິດໄຟຟ້າແມ່ນ: ສໍາລັບການຍົກຍ້າຍບ້ານເຮືອນຂອງປະຊາຊົນ ແມ່ນຈະໃຫ້ສຳເລັດທ້າຍເດືອນເມສາ 2019, ເລີ່ມຕັນນ້ຳທ້າຍເດືອນພຶດສະພາ 2019, ກໍ່ແລວສາຍສົ່ງ ໃນທ້າຍເດືອນກັນຍາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 1 ໃນທ້າຍເດືອນຕຸລາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 2 ໃນວັນທີ 31 ທັນວາ 2019.

ປະຫວັດຄວາມເປັນມາ ຂອງໂຄງການນີ້: ໃນວັນທີ 28 ມິຖຸນາ 2011 ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ (MOU) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດຊັນເປ ເປີ້ໂຮນດິງລາວ ແລະ ກຸ່ມບໍລິສັດດາວສະຫວັນ ລົງທຶນກໍ່ສ້າງຈຳກັດ.

ໃນວັນທີ 19 ມັງ ກອນ 2015 ໄດ້ເຊັນສັນຍາພັດ ທະນາໂຄງການ (PDA), ໃນວັນທີ 28 ທັນວາ 2017 ໄດ້ເຊັນສັນຍາສໍາປະທານ ໂຄງການ (CA) ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບບໍລິສັດໄຟຟ້າເຊລະນອງ 1 ຈຳກັດ (ບໍລິສັດໂຄງການ),

ໃນວັນທີ 29 ທັນວາ 2017 ບໍລິສັດໄຟຟ້າເຊລະນອງ 1 ຈຳກັດໄດ້ເຊັນສັນຍາຊື້ຂາຍໄຟຟ້າກັບລັດວິສາຫະກິດໄຟຟ້າ ລາວ (EDL), ການກໍ່ສ້າງຢ່າງເປັນທາງການໄດ້ເລີ່ມຂຶ້ນໃນວັນທີ 1 ກໍລະກົດ 2017.

ໃນໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະຍັງໄດ້ລົງເບິ່ງຂັ້ນຕອນການກໍ່ສ້າງເຂື່ອນໃນພື້ນທີ່ຕົວຈິງ, ລົງເບິ່ງພື້ນທີ່ສຳລັບບຸກເບີກເນື້ອທີ່ປູກຝັງຂອງປະຊາຊົນ ແລະ ລົງເບິ່ງພື້ນທີ່ໃນສາຍເຊລະນອງ (ເຂດຈຸດສຸມຕັງອາໄລ) ທີ່ມີຄວາມເປັນໄປໄດ້ໃນການສ້າງເຂື່ອນ ຂະໜາດນ້ອຍໃນອະນາຄົດ.

ຂໍ້ມູນຈາກ: ຂ່າວສະຫວັນພັດທະນາ

Comments