ກວດພົບຜູ້ສໍ້ລາດບັງຫຼວງ 1.000 ກ່ວາຄົນ ໃນປີຜ່ານມາ

ປີ 2018 ສະພາແຫ່ງຊາດ (ສພຊ) ກວດພົບເຫັນຜູ້ສໍ້ລາດບັງຫຼວງ 1.002 ຄົນໃນຈຳນວນທົ່ວປະເທດ ເຊິ່ງຂໍ້ມູນດັ່ງກ່າວໄດ້ເຜີຍແຜ່ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019 ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018 ໂດຍຈັດຂຶ້ນໃນວັນທີ 18 ມີນາ 2019 ທີ່ຫ້ອງວ່າການສູນກາງພັກ ຫຼັກ 6 ໂດຍການເປັນປະທານຂອງ ທ່ານ ສົມພູ ດວງສະຫວັນ ປະທານກວດກາພັກ-ລັດ ສພຊ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ຄະນະປະຈຳພັກ ສພຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິນທະລາ ຫຼ້າສຸກສະໄໝ ກຳມະການກວດກາຄະນະພັກ ຫົວໜ້າກົມກວດກາ ຄະນະເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ ຄະນະກວດກາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນຳໆພາການຄົ້ນຄວ້າເຊື່ອມຊືມ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກົດລະບຽບ ແລະ ບັນດານິຕິກຳກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດແຕ່ລະດ້ານເປັນຕົ້ນການຕິດຕາມກວດກາວຽກງານການບໍລິຫານລັດຂັ້ນຕ່າງໆໃນປີ 2018 ຜ່ານມາ ສາມາດປະຕິບັດໄດ້ທັງໝົດ 1.213 ເປົ້າໝາຍ ໃນນີ້ກວດກາປົກກະຕິໄດ້ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນການກວດສອບ 545 ເປົ້າໝາຍ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 131 ເປົ້າໝາຍ ແລະ ພົບເຫັນຜົນເສຍຫາຍທັງໝົດ 999,02 ຕື້ກີບ 67.144 ໂດລາສະຫະລັດ ແລະ 80 ພັນບາດ ສາມາດເກັບກູ້ຄືນໄດ້ 26,51 ຕື້ກີບ 17.389 ໂດລາສະຫະລັດ ພ້ອມນັ້ນໄດ້ເປັນເຈົ້າການປະສານສົບທົບກັບພາກສ່ວນກ່ຽວຂ້ອງສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ໂດຍໄດ້ມີການຕິດຕາມກວດກາເປົ້າໝາຍພຶດຕິກຳຂອງບຸກຄົນທັງໝົດ 1.285 ຄົນໃນນີ້ ເປັນພະນັກງານລັດ 970 ຄົນ ຜູ້ປະກອບການ 315 ຄົນ ສາມາດພົບເຫັນພຶດຕິກຳການສໍ້ລາດບັງຫຼວງ 1.002 ຄົນ, ໃນນີ້ຖືກປະຕິບັດວິໄນດ້ານການບໍລິຫານ 849 ຄົນ ຖືກສືບສວນ-ສອບສວນ 153 ຄົນ ໃນນັ້ນໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການ 113 ຄົນ ໄອຍະການຖະແຫຼງໃຫ້ສານ 61 ຄົນ ແລະ ສານຕັດສິນ 55 ຄົນ.

ວຽກງານຕິດຕາມແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ 1 ປີ ໄດ້ຄໍາຮ້ອງ-ຄໍາສະເໜີໄດ້ຮັບຮອງ ທັງໝົດ 980 ສະບັບໃນນີ້ ໄດ້ຄົ້ນຄວ້າແກ້ໄຂ 502 ສະບັບ ສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂ 169 ສະບັບ ເກັບມ້ຽນເພື່ອຕິດຕາມ 16 ສະບັບ ພວມດໍາເນີນການຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ 293 ສະບັບ ເພື່ອການຕິດຕາມແກ້ໄຂໃຫ້ຖືກສອດຄ່ອງ.

ຂອບໃຈຂໍ້ມູນຈາກ: Laospost.com

Comments