ຂ່າວ ພາຍໃນປະເທດ

ອາເມລິກາ ຊ່ວຍເຫຼືອ 1 ແສນໂດລາ ໃຫ້ັບຜູ້ປະສົບໄພນ້ຳຖ້ວມ ພາກກາງ-ໃຕ້ ຂອງ ສປປ ລາວ

ທ່ານ ຣີນາ ບິດເຕີ, ເອກອັກຄະລັດຖະທູດຂອງສະຫະລັດອາເມລິກາ ປະຈຳ ສ ປ ປ ລາວ ໄດ້ປະກາດແຈ້ງການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງ ສ ປປ ລາວ ເປັນມູນຄ່າຈຳນວນ 100,000 ໂດລາສະຫະລັດ. ພ້ອມກັນນີ້, ປະຊາຊົນສະຫະລັດອາເມລິກາທຸກຄົນ ມີຄວາມເປັນຫ່ວງເປັນໄຍ ແລະ ພ້ອມທີ່ຈະຊ່ວຍເຫຼືອປະຊາຊົນລາວ ໂດຍສະເພາະໃນໄລຍະທີ່ປະສົບໄພ ດັ່ງກ່າວ. ໂດຍຜ່ານອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID)ການຊ່ວຍເຫຼືອໄດ້ແບ່ງອອກເປັນແຕ່ລະໄລຍະ, ເຊິ່ງໃນຂະນະນີ້ແມ່ນກຳລັງດຳເນີນການຈັດຊື້ອາຫານ ແລະ ເຄື່ອງສຸຂະອະນາໄມ ເພື່ອຈັດສົ່ງໃຫ້ຜູ້ປະສົບໄພ ໃຫ້ທ່ວງທັນ.   ເຄື່ອງຊ່ວຍເຫຼືອດັ່ງກ່າວຈະນຳໄປມອບໃຫ້ຄອບຄົວຂອງຜູ້ຖືກກະທົບຈາກນ້ຳຖ້ວມ ທີ່ຍ້າຍມາອາໄສໃນບ່ອນພັກເຊົາຊົ່ວຄາວ, ອາໄສກັບຍາດຕິພີ່ນ້ອງ ແລະ ຜູ້ທີ່ຍັງຕິດຄ້າງຢູ່ໃນເຂດນ້ຳຖ້ວມ. ນອກຈາກນີ້, ສະຫະລັດອາເມລິກາ ຍັງໄດ້ສົ່ງທິມງານຜູ້ຊ່ຽວຊານ ເພື່ອເຮັດວຽກຮ່ວມກັບລັດຖະບານສປປລາວ ໃນການປະເມີນສະຖານະການ ແລະ ຄວາມຕ້ອງການຊ່ວຍເຫຼືອໃນຂົງເຂດປະສົບໄພ. ໃນຕົ້ນອາທິດທີ່ຜ່ານມາ, ໂດຍຜ່ານອົງການ Norwegian People’s Aid, ລັດຖະບານສະຫະລັດອາເມລິກາ ໄດ້ນຳໃຊ້ກອງທຶນ ເກັບກູ້ລະເບີດບໍ່ທີ່ທັນແຕກ (UXO funding) ເພື່ອຊ່ວຍເຫຼືອ ແຈກຢາຍນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ ...

Read More »

ເຂື່ອນໄຟຟ້ານໍ້າງຽບ 1 ກໍ່ສ້າງສຳເລັດແລ້ວ ເລີ່ມຜະລິດກະແສໄຟຟ້າ ຂາຍໃຫ້ປະເທດໄທ

ພາຍຫຼັງທີ່ໃຊ້ເວລາເກືອບຫ້າປີໃນການກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ຕັ້ງຢູ່ແຂວງບໍລິຄຳໄຊ  ກໍໄດ້ເລີ່ມຕົ້ນຜະລິດກະແສໄຟຟ້າສົ່ງອອກໃຫ້ປະເທດໄທແລ້ວ ໃນວັນທີ 5 ກັນຍາ 2019 ຜ່ານມາ. ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນໃນທ້າຍປີ 2014 ແລະ ວຽກງານທີ່ກ່ຽວຂ້ອງຕ່າງໆ ເຊັ່ນ: ວຽກງານໂຄງສ້າງ, ໄຟຟ້າ ແລະ ກົນຈັກໄດ້ສຳເລັດໃນເດືອນສິງຫາ 2019. ການທົດລອງຄັ້ງສຸດທ້າຍໃນການຜະລິດກະແສໄຟໄດ້ສຳເລັດໃນທ້າຍເດືອນສິງຫາ 2019 ແລະ ສັນຍາຊື້-ຂາຍໄຟ ລະຫວ່າງ EGAT ແລະ ບໍລິສັດ ໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ຮັບຮອງເອົາ ວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນຜະລິດໄຟ. ທ່ານ ໂທຊິຮິໂຣ ທາກາໂນະ (Mr. Toshihiro Takano) ຜູ້ອຳນວຍການ ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນເຂົ້າໃນໂຄງການ ແລະ ໃນໄລຍະປະມານ 5 ປີ ທີ່ຜ່ານມານີ້ກໍເປັນຊ່ວງເວລາທີ່ໜ້າຊື່ນຊົມຫຼາຍ ແລະ ຂອບໃຈສໍາລັບຄວາມທຸ້ມເທຂອງທຸກຄົນ. ທ່ານ ກ່າວຕື່ມອີກວ່າ: ...

Read More »

ເລັ່ງສ້ອມແປງເສັ້ນທາງເລກທີ​ 13​ ໃຕ້ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນວັນທີ 12 ກັນຍາ 2019 ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງເລັ່ງສຸມໃສ່ໃນການປັບປຸງປົວແປງເສັ້ນທາງເລກທີ​ 13​ ເຂດກິໂລແມັດທີ 11-13​ ບໍລິເວນເຂດທາງເຂົ້າບ້ານສະຜ່າຍ​ ເມືອງຊະນະສົມບູນ​ ແຂວງຈຳປາສັກທີ່ເປ້ເພຈາກໄພນ້ຳຖ້ວມ ເຮັດໃຫ້ເສັ້ນທາງຂາດບາງສ່ວນ.​ ປັດຈຸບັນເຮັດໃຫ້ການສັນຈອນໄປ-ມາໄດ້ແລ້ວ. ​ແຕ່ຍັງມີຄວາມຫຍຸ້ງຍາກໃນການໄປ-ມາ. ​ເຊິ່ງເຈົ້າທີ່ຈະລາຈອນໄດ້ເອົາໃຈໃສ່ໃນການລະບາຍລົດເພື່ອໃຫ້ມີຄວາມສະດວກ ແລະ​ ເປັນລະບຽບຮຽບຮ້ອຍໃນການເດີນທາງ.

Read More »

“ໝໍແນ່ງ”ຕົວແທນປະເທດລາວ ຮ່ວມສະແດງຮູບເງົາ ກັບນັກສະແດງຈີນ ຊື່ດັງ…

ເປັນຮູບເງົາເລື່ອງທຳອິດທີ່ຮ່ວມມືກັນສ້າງລະຫວ່າງສອງປະເທດລາວ-ຈີນ, ສ້າງຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນຄົບຮອບ 55 ປີ ແລະ ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງບ່າວສາວສອງປະເທດອ້າຍນ້ອງລາວ-ຈີນຂອງຄົນສອງລຸ້ນ. ຍົກໃຫ້ເຫັນເຖິງຄວາມຮັກຄວາມສວຍງາມອັນຍິ່ງໃຫຍ່ຂອງທັງສອງປະເທດອ້າຍນ້ອງລາວ-ຈີນ ແລະ ຍັງສະແດງໃຫ້ເຫັນເຖິງທີວທັດທຳມະຊາດທີ່ສວຍງາມຂອງເມືອງລາວອີກດ້ວຍ. ຮູບເງົາເລື່ອງນີ້  ຮັບບົດສະແດງນຳໂດຍ ນາງ ຈັນດາລີ ສິດພະໄຊ ( ໝໍແນ່ງ ) ເປັນນັກສະແດງລາວ ຜູ້ທີ່ມີຜົນງານດ້ານການບັນເທິງຫຼາກຫຼາຍຢ່າງຂອງລາວບໍ່ວ່າຈະເປັນນາງແບບ, ນາງເອກຮູບເງົາລາວ, ເປັນພີເຊັນເຕີ້ຫຼາກຫຼາຍສິນຄ້າໃນລາວ, ເຊິ່ງໄດ້ຮ່ວມສະແດງ ນຳນັກສະແດງຂອງ ສປ ຈີນ ຄື:  Mr. Zhiluo Ma , Mr. Haozhen Wang, Miss Xinhua Chen, Mr. Liming, Mr. Xiaorui Zhao, ຂຽນບົດໂດຍ Mr. Wei Zhou, Mr. Weiting Liu ແລະ ຜູ້ກຳກັບໂດຍ Mr. Tao Jin, Mr. Quanwei Liu, ສຳລັບສະຖານທີ່ຖ່າຍທຳແມ່ນໄດ້ ສະແດງທັງ ປະເທດລາວ, ຈີນ ແລະ ປະເທດໄທ ຈະຮູ້ສຶກໄດ້ເປັນເໝືອນການເດີນທາງຂອງຈິດວິນຍານ ຈະໄດ້ສຳພັດເຖິງທີວທັດພູມຖານລຳເນົາສອງສະຖານທີ່ລຶກລັບເປັນຄັ້ງທຳອິດໃນຮູບເງົາ ທີ່ແຂວງຫຼວງພະບາງ ...

Read More »

ສະຫະພາບເອີຣົບສະໜັບສະໜູນທຶນ 480 ຕື້ກ່ວາກີບ ປັບປຸງໂພຊະນາການຢູ່ລາວ

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນເປີດໂຄງການໃໝ່ ມູນຄ່າ 50 ລ້ານເອີໂຣ ຫຼື 480 ຕື້ກ່ວາກີບ, ຊຶ່ງເປັນໂຄງການສະໜັບສະໜຸນຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງ ສປປ ລາວ ແລະ ແຜນປະຕິບັດງານ ໂດຍມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 4 ປີ (2019-2022).  ຈຸດປະສົງຂອງແຜນງານນີ້ ແມ່ນເພື່ອປັບປຸງຄຸນນະພາບຂອງການໄດ້ຮັບສານອາຫານ, ເພີ່ມການເຂົ້າເຖີງ ແລະ ຄຸນນະພາບການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ເພື່ອປັບປຸງການບໍລິຫານທີ່ກ່ຽວຂ້ອງກັບໂພຊະນາການໃນປະເທດລາວ ເພາະວ່າຕະຫຼອດໄລຍະ 4 ປີຂອງແຜນງານນີ້ ຈະໃຫ້ການສະໜັບສະໜູນໂດຍກົງຕໍ່ພົນລະເມືອງລາວເພື່ອແກ້ໄຂບັນຫາຄວາມແຕກຕ່າງກັນຂອງການຂາດສານອາຫານໃນຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ໂດຍສຸມໃສ່ສະເພາະກ່ຽວກັບບົດບາດຍິງຊາຍ ແລະ ກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນຕໍ. ເຂົ້າຮ່ວມພິທີເປີດແຜນງານສະຫະພາບເອີຣົບ ເພື່ອສະໜັບສະໜູນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ຂອງ ສປປ ລາວ ໃນຄັ້ງນີ້ ມີ ທ່ານຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເນເວັນ ມິມິຊາ, ຜູ້ຕາງໜ້າຂອງຄະນະກໍາມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນຂອງສະຫະພາບເອີຣົບ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ. ໂດຍ: ບຸນຕຽງ ...

Read More »

ນາຍົກ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ແຈ້ງການຂອງກະຊວງການຕ່າງປະເທດ ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຜູ້ແທນ ສປປ ລາວ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ. ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2019 ກະຊວງການຕ່າງປະເທດ

Read More »

ກອງທັບລາວ ລຳລຽງເຂົ້າສານສົ່ງໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ວັນທີ 8 ກັນຍາ 2019 ນີ້, ພະນັກງານ-ນັກຮົບ ໜ່ວຍກູ້ໄພ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະກຳມະການປ້ອງກັນ ແລະ ຄວມຄຸມໄພພິບັດແຂວງເຊກອງໄດ້ພ້ອມກັນຂົນເຂົ້າສານຂຶ້ນ ຍົນເຮລີກັອບແຕ MI 17 ຈໍານວນ 44 ໂຕນ ທີ່ກະຊວງແຮງງານສະຫວັດດີການສັງຄົມ ນໍາມາມອບ ໃຫ້ແຂວງເຊກອງ ເພື່ອນຳໄປມອບ ຕໍ່ໃຫ້ອຳນາດການປົກຄອງ ເມືອງກະລຶມ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ. ເນື່ອງຈາກໄລຍະແຕ່ທ້າຍເດືອນສິງຫາ ເຖິງ ຕົ້ນເດືອນກັນຍາ ນີ້ ໄດ້ມີຜົນຕົກຕິດຕໍ່ກັນຫຼາຍ ວັນຢູ່ບັນດາເມືອງທີ່ຂຶ້ນກັບ ແຂວງເຊກອງ ເຮັດໃຫ້ແມ່ນໍ້າເຊ ກອງມີລະດັບສູງຂຶ້ນຢ່າງໄວວາ ສົ່ງຜົນເຮັດໃຫ້ຫຼາຍໝູ່ບ້ານຖືກ ນ້ຳຖ້ວມຂັງ, ດິນເຈື່ອນຖົມເສັ້ນ ທາງ, ລະບົບໄຟຟ້າ-ນ້ຳປະປາ, ລະບົບໂທລະຄົມ-ຄົມມະນາຄົມ ຖືກຕັດຂາດ, ທີ່ຢູ່ອາໄສ, ວັດຖຸສິ່ງ ຂອງ, ເນື້ອທີ່ທຳການຜະລິດ, ສັດ ລ້ຽງ, ໂຮງຮຽນ, ໂຮງໝໍ, ຊົນລະ ປະທານຖືກເສຍຫາຍ ເຮັດໃຫ້ພໍ່ ແມ່ປະຊາຊົນໄດ້ຮັບຜົນກະທົບ ຢ່າງໜັກໜ່ວງໃນການດຳລົງຊີ ວິດປະຈຳວັນຂາດແຄນອາຫານ, ນໍ້າດືມ, ນ້ຳໃຊ້, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ. ...

Read More »

ອາເມລິກາ ຊ່ວຍເຫຼືອລາວ ເປີດໂຕໂຄງການເພື່ອປັບປຸງການສຶກສາຂັ້ນພື້ນຖານ

ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດວຽກງານການສຶກສາ ແລະ ເພີ່ມໂອກາດ ທາງດ້ານການສຶກສາໃນ ສປປ ລາວ. ໃນຄັ້ງວັນທີ 30 ສິງຫາ ທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ເປີດໂຕໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການ ຮຽນອ່ານ ເພື່ອປັບປຸງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບ ຜູ້ຈັດຕັ້ງ ປະຕິບັດ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣີດ ເປັນຂີດໝາຍສໍາຄັນ ສໍາລັບການເລີ່ມຈັດຕັ້ງປະຕິບັດ ໂຄງການຮຽນອ່ານ. ໂຄງການດັ່ງກ່າວນີ້ ມີໄລຍະຈັດຕັ້ງປະຕິບັດເປັນເວລາ 5 ປີ ເຊິ່ງໄດ້ຮັບທຶນ ຊ່ວຍເຫຼືອລ້າຈາກ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID). ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງປະເທດ ສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ...

Read More »

ເຈົ້າໜ້າທີ່ ປາກເຊ ກວດເຂັ້ມ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດ

ເຈົ້າໜ້າທີ່ກວດກາການຄ້າ​ ແຂວງຈຳປາສັກ​ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຄຽງຄູ່ກັບການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມໃນແຕ່ລະທ້ອງຖິ່ນຂອງແຂວງຈຳປາສັກ,​ ເຈົ້າໜ້າທີ່ກວດກາການຄ້າ​ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກຳ​ ແລະ​ ການຄ້າ ແຂວງຈຳປາສັກ​ ກໍໄດ້ຈັດກຳລັງເຈົ້າໜ້າທີ່ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະບ້ານເມືອງເກີດວິກິດການແບບນີ້​ ໂດຍສະເພາະແມ່ນສິນຄ້າທີ່ມີການກະທົບໄວຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ​ ບຸກຄົນຜູ້ທີ່ມີລາຍຮັບຕໍ່າ​ ເປັນຕົ້ນແມ່ນຊີ້ນ,​ ປາ,​ ອາຫານ,​ ເຂົ້າສານ​ ແລະ​ ອື່ນໆ.​ ຢູ່ບັນດາເມືອງ 9​ ເມືອງ​ ກໍຂໍໃຫ້ເຈົ້າໜ້າທີ່ກວດກາການຄ້າ ເອົາໃຈໃສ່ຕິດຕາມກວດກາການຊື້-ຂາຍຢູ່ຕາມຕະຫຼາດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ. cr: ສື່ມວນຊົນແຂວງຈໍາປາສັກ. ຂ່າວ-ພາບ ທູນທອງໃຈ.

Read More »

ປັນຍາທິບແພລນບີ ຮ່ວມໃຈກັນແບ່ງປັນໃຫ້ແກ່ນ້ອງໆ

ຄອບຄົວ ປັນຍາທິບ ແພລນ ບີ ຮ່ວມໃຈກັນແບ່ງປັນຄວາມສຸກໃຫ້ແກ່ນ້ອງໆຢູ່ທີ່ ໂຮງຮຽນປະຖົມ ໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃນວັນທີ 03/09/2019 ທີ່ຜ່ານມາ   

Read More »