News

ຊົມເຊີຍ ນັກຮຽນຊັ້ນມ 4 ສາມາດຍາດໄດ້ຫຼຽນທອງແດງ ໃນການແຂ່ງຂັນ Humanoid Mission

ນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດຊາດ ອີກແລ້ວ ໂດຍສາມາດຍາດໄດ້ຫຼຽນທອງແດງ ຈາກການແຂ່ງຂັນໃນງານ 5 International Youth Robot Competition (IYRC) 2018 ທີ່ປະເທດໄທ. ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ ປີທີ 5 International Youth Robot Competition (IYRC) ເຊິ່ງຈັດຂຶ້ນຢູ່ບາງກອກປະເທດໄທ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາ 2018 ໄດ້ສໍາເລັດລົງດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ ໂດຍມີນັກຮຽນເກືອບ 600 ຄົນຈາກ 25 ປະເທດທີ່ເດີນທາງເຂົ້າຮ່ວມໃນ 11 ລາຍການຂອງແຂ່ງຂັນໃນຄັ້ງນີ້ ໃນນັ້ນກໍມີຕົວແທນນັກຮຽນລາວເຂົ້າຮ່ວມ ແລະ ສາມາດຍາດໄດ້ລາງວັນຫຼຽນທອງແດງ 1 ລາງວັນ ເປັນຂອງຂວັນສະເຫຼີມສະຫຼອງວັນຊາດໃນປີນີ້. ການແຂ່ງຂັນນານາຊາດໃນຄັ້ງນີ້ ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມຈໍານວນ 5 ຄົນ ຍິງ 1 ຄົນ ໃນ 5 ລາຍການຄື: ການແຂ່ງຂັນ Bowling Item RecycleAnimal Kingdom Soccer ...

Read More »

ຣາຊະອານາຈັກໄທ ສົ່ງໂທລະເລກອວຍພອນເຖິງ ທ່ານ ບຸນຍັງ ວໍລະຈິດ

ວັນທີ 4 ທັນວາ 2018 ນີ້, ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ. ເນື້ອໃນສານລະບຸໄວ້ວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍສົ່ງຄໍາອວຍພອນ ແລະ ຄວາມປາຖະໜາດີມາຍັງ ທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກ ແລະ ຂໍໃຫ້ປະເທດ ແລະ ປະຊາຊົນລາວ ມີຄວາມຜາສຸກ ແລະ ຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ. ຂ້າພະເຈົ້າເຊື້ອໝັ້ນວ່າ ການທີ່ປະເທດຂອງພວກເຮົາທັງສອງມີສາຍພົວພັນມິດຕະພາບມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ຄວາມປາຖະໜາດີຕໍ່ກັນຕະຫຼອດມາ ຈະເປັນປັດໄຈສໍາຄັນຊ່ວຍເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນກິດຈະການທຸກໆດ້ານ ໃຫ້ແໜ້ນແຟ້ນ ...

Read More »

ສານອວຍພອນວັນຊາດ ສປປ ລາວ ຄົບຮອບ 43 ປີ.

ສານອວຍພອນວັນຊາດ ໃນວັນທີ 4 ທັນວາ 2018, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ປຣັກ ໂຊ ຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ. ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ທ່ານ ແລະ ເພື່ອນມິດປະຊາຊົນ ແຫ່ງ ສປປ ລາວ ...

Read More »

ເລີ່ມການກໍ່ສ້າງອາຄານຮຽນ ມ.ສ ຫຼັກ 35 ເມືອງປາກຊ່ອງ.

ພິທີວາງສິລາລືກ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ ຫຼັກ 35 (ອີ່ຕູ້) ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2018 ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຂອງ   ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ຫງວຽນ ວັນ ຮາຍ ຕາງໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການຂອງແຂວງ, ການນໍາຂອງເມືອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ທ່ານ ບຸນທອງຫຼອມ ຄໍາພົມມີ ອໍານວຍການ ມ.ສ ຫຼັກ 35 ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງບິງດິ້ງ ສສ ຫວຽດນາມ ມູນຄ່າ 10 ຕື້ດົ້ງ (3.673.405.056 ກີບ)  ເຊິ່ງເປັນອາຄານເປຕົງເສີມເຫຼັກ 2 ຊັ້ນ, ມີ 10 ຫ້ອງຮຽນ, 2 ...

Read More »

ຊີວະປະຫວັດຫຍໍ້ : ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ

ຊີວະປະຫວັດຫຍໍ້ ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ (Samdech Akka Moha Sena Padei Techo HUN Sen) ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951) ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan. ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄໍາຮ້ອງຂໍຂອງເຈົ້າຊາຍ ...

Read More »

Startup ບໍ່ຢາກຕາຍເຮັດແນວໃດ? ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້…

ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້… ປັດຈຸບັນທັງຜູ້ປະກອບການທີ່ເຮັດ SME ແລະຜູ້ປະກອບການທີ່ກໍາລັງເບິ່ງຫາທຸລະກິດໃໝ່ໆຢູ່ ຕ່າງກໍຫັນມາສົນໃຈທຸລະກິດທີ່ເອີ້ນວ່າ Startup ຫຼາຍຂຶ້ນ! ເພາະຖືວ່າເປັນທຸລະກິດທີ່ເກີດຂຶ້ນໃໝ່, ປະສົບຄວາມສໍາເລັດໄດ້ງ່າຍມີຕົວຢ່າງໃຫ້ເຫັນງ່າຍໆຄື Facebook… ຜູ້ປະກອບການເບິ່ງທຸລະກິດ Startup ວ່າໃຊ້ເງິນທຶນຄ້ອນຂ້າງຕໍ່າ, ພຽງແຕ່ມີຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນການຈັດການບໍລິຫານເທົ່ານັ້ນກໍສາມາດເປັນທຸລະກິດໄດ້… ແຕ່ທ່ານຮູ້ບໍ່ວ່າ ຈາກຜົນການວິໃຈຂໍ້ມູນໃນທາງເລິກຂອງ CB Insights ພົບວ່າ Startup ມີທ່າອ່ຽງໄປບໍ່ອດພາຍໃນ 20 ເດືອນຫຼັງຈາກຊອກເງິນທຶນໄດ້ປະມານ 1.3 ລ້ານໂດລາສະຫະລັດ ເຊິ່ງສາເຫດທີ່ເຮັດໃຫ້ໄປບໍ່ລອດແມ່ນມາຈາກ ການຈັດການຄວາມສ່ຽງຕ່າງໆບໍ່ໄດ້ ໂດຍຄວາມສ່ຽງທີ່ວ່າແມ່ນມາໃນຮູບແບບຂອງ ການເງິນ: ທັງການຈັດການກະແສເງິນສົດບໍ່ໄດ້, ໜີ້ຫຼາຍເກີນໄປ ແລະ ຂະຫຍາຍທຸລະກິດໃນເວລາບໍ່ເໝາະສົມ ຕົວຢ່າງ: Cha Cha ບໍລິການຕອບກັບຜ່ານມືຖື ປິດຕົວລົງເພາະຈັດການໜີ້ສິນບໍ່ໄດ້   ລະບົບການເຮັດວຽກບໍ່ຄ່ອຍດີ: ລວມເຖິງການວາງແຜນການຕະຫຼາດບໍ່ດີ ກໍລະນີຕົວຢ່າງ: Blockbuster VDO ເຖິງວ່າຈະເປັນທຸລະກິດທໍາອິດທີ່ໃຫ້ບໍລິການເຊົ່າ VDO ແຕ່ເມື່ອໃຫ້ບໍລິການລູກຄ້າບໍ່ດີ ສຸດທ້າຍກໍຕາຍ   ບໍ່ເຮັດຕາມກົດລະບຽບ: ພົບຫຼາຍໃນ Startup ປະເພດ Fintech ເຊັ່ນ Lumosity ທີ່ໂຄສະນາວ່າ ເກມຂອງບໍລິສັດຊ່ວຍປ້ອງກັນພະຍາດສະໝອງເຊື່ອມ ...

Read More »

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຄືບໜ້າ ແລະ ສໍາເລັດການວາງຄານໂຕທໍາອິດ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ 126.6 ກິໂລແມັດ ໃນນີ້ປະກອບມີ 09 ສະຖານນີ,ແຕ່ໄລຍະທຳອິດແມ່ນກໍ່ສ້າງພຽງ 3 ສະຖານນີຄື: ສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະ ສະຖານີເມືອງງາ. ຈຸດກໍ່ສ້າງຂົວ ໃໝ່ 60 ແຫ່ງ, ຄວາມຍາວລວມ 12.695 ກິໂລແມັດ ກວມອັດຕາສ່ວນ 34.33 %ຂອງຂົວທັງໝົດ, ມີອຸມົງ 32 ອຸມົງ, ຄວາມຍາວລວມ 84,869 ແມັດ, ກວມອັດຕາສ່ວນ ເທົ່າກັບ 44.00 % ຂອງອຸໂມງທັງໝົດ. ການຈັດຕັ້ງປະຕິບັດການກໍ່ສ້າງອຸມົງທາງລົດໄຟມາຮອດປະຈຸບັນ ສາມາດສັງລວມດັ່ງນີ້: – ສັນຍາທີ່ 1 : ມີຄວາມຍາວ 35.10 Km ເລີ່ມແຕ່ ກມ 16+900 ຫາ ກມ 52+000 ສາມາດເຈາະອຸໂມງໄດ້ 20ຈຸດກໍ່ສ້າງ, ໃນຈຳນວນ 8 ອຸມົງ, ຄວາມຍາວລວມ 14,897 ...

Read More »

ໂລກປັດຈຸບັນແຕກຕ່າງຈາກເມື່ອກ່ອນ ຜູ້ປະກອບການຫຼາຍຄົນບໍ່ໄດ້ຈົດຈໍ່ຢູ່ກັບທຸລະກິດໃດໜຶ່ງ ແຕ່ພ້ອມທີ່ຈະຄວ້າໂອກາດໃໝ່ໆທີ່ເຂົ້າມາ!!!

Multipreneur ເທນມາແຮງ! ຜູ້ປະກອບການຍຸກໃໝ່… ຜູ້ປະກອບການຍຸກນີ້ມັກ ແລະ ສົນໃຈໃນທຸລະກິດຫຼາກຫຼາຍ ມັກເຮັດຫຍັງພ້ອມໆກັນຫຼາຍຢ່າງ ດ້ວຍ Idea ທີ່ຫຼາກຫຼາຍເກີນກວ່າທີ່ຈະຢຸດພຽງແຕ່ທຸລະກິດໃດໜຶ່ງ ທັງນີ້ຍັງມີພະລັງຊີວິດ ແລະ ຄວາມຄິດພ້ອມທີ່ຈະໄປກັບທຸກບັນຫາທີ່ສົນໃຈຢ່າງເຕັມທີ່ອີກດ້ວຍ; ໂລກຈຶ່ງໃຫ້ນິຍາມຜູ້ປະກອບການເຫຼົ່ານີ້ວ່າ Multipreneur ຄື ຜູ້ປະກອບການເຈົ້າ Project ທີ່ມັກເຮັດຫຍັງຫຼາຍໆຢ່າງພ້ອມກັນ ເຊິ່ງຖືວ່າມີຈໍານວນທີ່ເພີ່ມຂຶ້ນເລື້ອຍໆ ພວກເຂົາເຫຼົ່ານີ້ບໍ່ພຽງແຕ່ເຂົ້າມາສ້າງສີສັນໃໝ່ໆ ໃຫ້ກັບໂລກທຸລະກິດ ແຕ່ຍັງເປັນການປ່ຽນນິຍາມໃນການເຮັດວຽກແບບເກົ່າໆ ໃຫ້ອອກໄປຈາກຂີດຈໍາກັດ ເພື່ອສ້າງໂອກາດໃໝ່ໆ ໄດ້ຢ່າງບໍ່ຮູ້ຈົບອີກດ້ວຍ… ໂອກາດສ້າງເງິນດ້ວຍທຸລະກິດທີສອງ ໃນຍຸກ Digital Technology ເຂົ້າມາປ່ຽນໂລກການເຮັດວຽກ ສາມາດທໍາລາຍລ້າງທຸລະກິດແບບເກົ່າໆໃຫ້ໝົດໄປ ກໍ່ໃຫ້ເກີດທຸລະກິດໃໝ່ເຂົ້າມາແທນທີ່ ແຕ່ໃນຂະນະດຽວກັນຍັງມອບໂອກາດໃໝ່ ໃຫ້ຜູ້ປະກອບການຍຸກນີ້ທີ່ຈະໄດ້ຄິດ ແລະ ສ້າງສັນທຸລະກິດຂອງຕົນເອງໄດ້ງ່າຍ ແລະ ຫຼາກຫຼາຍຂຶ້ນ ທີ່ສໍາຄັນບໍ່ແມ່ນພຽງແຕ່ທຸລະກິດດຽວ ແຕ່ອາດຈະເປັນທຸລະກິດທີ 2-3-4 ທີ່ອາດຈະບໍ່ມີຮູບແບບຕາຍຕົວວ່າເກີດຂຶ້ນມາໄດ້ແນວໃດ ແລະ ບໍ່ຈໍາເປັນຕ້ອງໃຊ້ເງິນທຶນຢ່າງມະຫາສານຄືໃນເມື່ອກ່ອນ ເພາະໂລກ Online ເປີດກວ້າງຫຼາຍສໍາລັບຄົນຍຸກນີ້. ເຮັດທຸລະກິດໄດ້ຫຼາກຫຼາຍ ຖ້າໄປບໍ່ໄດ້ດີກໍ “ເຊົາ” ໄດ້ ການເຮັດທຸລະກິດ ບໍ່ວ່າທຸລະກິດໃດກໍຕາມ ສິ່ງທໍາອິດທີ່ຕ້ອງລົງທຶນກໍຄື ຄວາມຮູ້; ເພາະໃຊ້ຄວາມຮັກຢ່າງດຽວຄົງບໍ່ພໍ ຕ້ອງມີຄວາມຮູ້ນໍາ ໂດຍເຮົາຈະຕ້ອງຮູ້ແທ້ໃນສິ່ງທີ່ເຮົາຈະເຮັດ ຕໍ່ມາຖ້າເຮັດການຕະຫຼາດຜ່ານຊ່ອງທາງ ...

Read More »

ການນຳພັກ-ລັດ ວາງພວງມາລາ ລະນຶກເຖິງນັກຮົບປະຕິວັດ ສະຫຼອງວັນຊາດ 2 ທັນວາ

ໃນວັນທີ 2 ທັນວາ 2018 ນີ້, ການ​ນຳ​ພັກ​-ລັດ ນຳ​ໂດຍ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ໄດ້​ເຂົ້າ​ວາງພວງມາລາ ຢູ່​ອານຸສາ​ວະລີ ນັກຮົບ​ນິລະນາມ (ດາວ​ແດງ) ນະຄອນຫຼວງ​ວຽງ​ຈັນ, ​ເນື່ອງ​ໃນ​ໂອກາດ​ ສະຫຼອງ​ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ. ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ​ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່​ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງສຳເລັດການວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ...

Read More »

ນາຍົກລັດຖະມົນຕີແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປ ລາວ ຄົບຮອບ 43 ປີ.

ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນຄົບຮອບ 43 ປີແຫ່ງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມອວຍພອນອັນປະເສີດເຖິງສະຫາຍ ແລະ ຜ່ານສະຫາຍເຖິງລັດຖະບານລາວ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ໃນໜຶ່ງປີທີ່ຜ່ານມາ, ປະເທດລາວມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພາລະກິດການສ້າງສາປະເທດຊາດ ສືບຕໍ່ໄດ້ຮັບຄວາມຄືບໜ້າໃໝ່. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນຈີນ-ລາວ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັນກັບລາວ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວເຕັມໄປດ້ວຍຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ ຫຼາຍກວ່າເກົ່າ. ຂໍອວຍພອນ ໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນມີຄວາມຜາສຸກ. ຂໍອວຍພອນ ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຫຼີເຄີ້ສຽງ ນາຍົກລັດຖະມົນຕີສາທາລະນະລັດປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງ ວັນທີ 02 ທັນວາ 2018 ຂອບໃຈຂໍ້ມູນຈາກເພສບຸກ ທ່ານ ສຸຣິອູດົງ ແສງດາຣາ.

Read More »