ໂລກປັດຈຸບັນແຕກຕ່າງຈາກເມື່ອກ່ອນ ຜູ້ປະກອບການຫຼາຍຄົນບໍ່ໄດ້ຈົດຈໍ່ຢູ່ກັບທຸລະກິດໃດໜຶ່ງ ແຕ່ພ້ອມທີ່ຈະຄວ້າໂອກາດໃໝ່ໆທີ່ເຂົ້າມາ!!!

Multipreneur ເທນມາແຮງ! ຜູ້ປະກອບການຍຸກໃໝ່…

ຜູ້ປະກອບການຍຸກນີ້ມັກ ແລະ ສົນໃຈໃນທຸລະກິດຫຼາກຫຼາຍ ມັກເຮັດຫຍັງພ້ອມໆກັນຫຼາຍຢ່າງ ດ້ວຍ Idea ທີ່ຫຼາກຫຼາຍເກີນກວ່າທີ່ຈະຢຸດພຽງແຕ່ທຸລະກິດໃດໜຶ່ງ ທັງນີ້ຍັງມີພະລັງຊີວິດ ແລະ ຄວາມຄິດພ້ອມທີ່ຈະໄປກັບທຸກບັນຫາທີ່ສົນໃຈຢ່າງເຕັມທີ່ອີກດ້ວຍ; ໂລກຈຶ່ງໃຫ້ນິຍາມຜູ້ປະກອບການເຫຼົ່ານີ້ວ່າ Multipreneur ຄື ຜູ້ປະກອບການເຈົ້າ Project ທີ່ມັກເຮັດຫຍັງຫຼາຍໆຢ່າງພ້ອມກັນ ເຊິ່ງຖືວ່າມີຈໍານວນທີ່ເພີ່ມຂຶ້ນເລື້ອຍໆ ພວກເຂົາເຫຼົ່ານີ້ບໍ່ພຽງແຕ່ເຂົ້າມາສ້າງສີສັນໃໝ່ໆ ໃຫ້ກັບໂລກທຸລະກິດ ແຕ່ຍັງເປັນການປ່ຽນນິຍາມໃນການເຮັດວຽກແບບເກົ່າໆ ໃຫ້ອອກໄປຈາກຂີດຈໍາກັດ ເພື່ອສ້າງໂອກາດໃໝ່ໆ ໄດ້ຢ່າງບໍ່ຮູ້ຈົບອີກດ້ວຍ…

ໂອກາດສ້າງເງິນດ້ວຍທຸລະກິດທີສອງ

ໃນຍຸກ Digital Technology ເຂົ້າມາປ່ຽນໂລກການເຮັດວຽກ ສາມາດທໍາລາຍລ້າງທຸລະກິດແບບເກົ່າໆໃຫ້ໝົດໄປ ກໍ່ໃຫ້ເກີດທຸລະກິດໃໝ່ເຂົ້າມາແທນທີ່ ແຕ່ໃນຂະນະດຽວກັນຍັງມອບໂອກາດໃໝ່ ໃຫ້ຜູ້ປະກອບການຍຸກນີ້ທີ່ຈະໄດ້ຄິດ ແລະ ສ້າງສັນທຸລະກິດຂອງຕົນເອງໄດ້ງ່າຍ ແລະ ຫຼາກຫຼາຍຂຶ້ນ ທີ່ສໍາຄັນບໍ່ແມ່ນພຽງແຕ່ທຸລະກິດດຽວ ແຕ່ອາດຈະເປັນທຸລະກິດທີ 2-3-4 ທີ່ອາດຈະບໍ່ມີຮູບແບບຕາຍຕົວວ່າເກີດຂຶ້ນມາໄດ້ແນວໃດ ແລະ ບໍ່ຈໍາເປັນຕ້ອງໃຊ້ເງິນທຶນຢ່າງມະຫາສານຄືໃນເມື່ອກ່ອນ ເພາະໂລກ Online ເປີດກວ້າງຫຼາຍສໍາລັບຄົນຍຸກນີ້.

ເຮັດທຸລະກິດໄດ້ຫຼາກຫຼາຍ ຖ້າໄປບໍ່ໄດ້ດີກໍ “ເຊົາ” ໄດ້

ການເຮັດທຸລະກິດ ບໍ່ວ່າທຸລະກິດໃດກໍຕາມ ສິ່ງທໍາອິດທີ່ຕ້ອງລົງທຶນກໍຄື ຄວາມຮູ້; ເພາະໃຊ້ຄວາມຮັກຢ່າງດຽວຄົງບໍ່ພໍ ຕ້ອງມີຄວາມຮູ້ນໍາ ໂດຍເຮົາຈະຕ້ອງຮູ້ແທ້ໃນສິ່ງທີ່ເຮົາຈະເຮັດ ຕໍ່ມາຖ້າເຮັດການຕະຫຼາດຜ່ານຊ່ອງທາງ Online ເຮົາຕ້ອງສ້າງສື່ໃຫ້ງາມກ່ອນ ໂດຍສະເພາະເລື່ອງຮູບຖ່າຍສິນຄ້າ ຖືວ່າສໍາຄັນຫຼາຍ ເພາະຄົນມັກເບິ່ງຮູບງາມໆ ເມື່ອຮູບງາມແລ້ວ ມີຄົນເຂົ້າມາເບິ່ງຫຼາຍຂຶ້ນກໍຈະມີໂອກາດຕໍ່ຍອດເພີ່ມຂຶ້ນ ສຸດທ້າຍຄືການເລີ່ມເທື່ອລະໜ້ອຍ ລົງທຶນແບບນ້ອຍໆ ແລະ ຕ້ອງຍ້ອນກັບໄປເບິ່ງນໍາວ່າ ເຮົາຕ້ອງການຂາຍສິນຄ້າໃຫ້ກັບໃຜ ເພາະສິນຄ້າເຮົາບໍ່ສາມາດຂາຍໃຫ້ຄົນທົ່ວໂລກໄດ້; ອາດຈະເຮັດເປັນສ່ວນນ້ອຍໆກ່ອນ ເພາະຖ້າມັນໄປບໍ່ໄດ້ດີ ເຮົາກໍຍັງສາມາດແກ້ໄຂ ຫຼືເຊົາເຮັດໄດ້.

ເຫັນບໍ່ບັນດາທ່ານວ່າ ຍຸກແຫ່ງການພັດທະນານັ້ນເຮົາຕ້ອງພັດທະນາຕົວເອງຢູ່ຕະຫຼອດເວລາ ຍິ່ງໃນໂລກຂອງທຸລະກິດແລ້ວຍິ່ງຕ້ອງໃຫ້ມີການພັດທະນາ ແລະ ນໍາເທນໃໝ່ໆໃຫ້ທັນຢູ່ຕະຫຼອດ! ຖ້າຍັງຢາກຢູ່ລອດໃນຍຸກນີ້!!! ການເຮັດທຸລະກິດໃດໜຶ່ງພຽງທຸຸລະກິດດຽວອາດຈະດີ ແລະ ພັດທະນາໄດ້ໄວໃນຍຸກກ່ອນ ແຕ່ສໍາລັບຍຸກນີ້ແລ້ວເຮົາຕ້ອງໄດ້ປັບປ່ຽນ ແລະ ສ້າງສັນສິ່ງໃໝ່ໆຢູ່ສະເໝີ ຄືກັນກັບຜູ້ປະກອບການ MultiPreneur.

ທີ່ມາ: SMETHAILANDCLUP

Comments