ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຄືບໜ້າ ແລະ ສໍາເລັດການວາງຄານໂຕທໍາອິດ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ແລວທາງລົດໄຟທີ່ຜ່ານແຂວງອຸດົມໄຊ 126.6 ກິໂລແມັດ ໃນນີ້ປະກອບມີ 09 ສະຖານນີ,ແຕ່ໄລຍະທຳອິດແມ່ນກໍ່ສ້າງພຽງ 3 ສະຖານນີຄື: ສະຖານີເມືອງນາໝໍ້, ສະຖານີເມືອງໄຊ ແລະ ສະຖານີເມືອງງາ.

ຈຸດກໍ່ສ້າງຂົວ ໃໝ່ 60 ແຫ່ງ, ຄວາມຍາວລວມ 12.695 ກິໂລແມັດ ກວມອັດຕາສ່ວນ 34.33 %ຂອງຂົວທັງໝົດ, ມີອຸມົງ 32 ອຸມົງ, ຄວາມຍາວລວມ 84,869 ແມັດ, ກວມອັດຕາສ່ວນ ເທົ່າກັບ 44.00 % ຂອງອຸໂມງທັງໝົດ.

ການຈັດຕັ້ງປະຕິບັດການກໍ່ສ້າງອຸມົງທາງລົດໄຟມາຮອດປະຈຸບັນ ສາມາດສັງລວມດັ່ງນີ້:

– ສັນຍາທີ່ 1 : ມີຄວາມຍາວ 35.10 Km ເລີ່ມແຕ່ ກມ 16+900 ຫາ ກມ 52+000 ສາມາດເຈາະອຸໂມງໄດ້ 20ຈຸດກໍ່ສ້າງ, ໃນຈຳນວນ 8 ອຸມົງ, ຄວາມຍາວລວມ 14,897 ແມັດ.
– ສັນຍາທີ່ 2 : ມີຄວາມຍາວ 67.00 Km ເລີ່ມແຕ່ ກມ 52+000 ຫາ ກມ 119+000 ສາມາດເຈາະອຸໂມງໄດ້ 43ຈຸດກໍ່ສ້າງ, ໃນຈຳນວນ 13 ອຸມົງ, ຄວາມຍາວລວມ 26,306 ແມັດ.
– ສັນຍາທີ່ 3 : ມີຄວາມຍາວ 24.5 Km ເລີ່ມແຕ່ ກມ 119+000 ຫາ ກມ 143+500 ສາມາດເຈາະອຸມົງໄດ້ 14ຈຸດກໍ່ສ້າງ, ໃນຈຳນວນ 5 ອຸມົງ, ຄວາມຍາວລວມ 7,715 ແມັດ.

ສັງລວມແລ້ວເຫັນວ່າ ວຽກເຈາະອຸມົງ ທັງສາມສັນຍາ ສາມາດປະຕິບັດໄດ້ 79 ຈຸດກໍ່ສ້າງ(ປາກອຸໂມງທັງໝົດ) ຂອງ 25 ອຸມົງ, ລວມຄວາມຍາວທີ່ສາມາດເຈາະໄດ້ທັງໝົດ 48,919 ແມັດ, ໃນນີ້ສະເພາະແລວເສັ້ນແດງທາງລົດໄຟເຈາະໄດ້ 41,260 ແມັດ. ເທົ່າກັບ 48,62% ຂອງຄວາມຍາວທັງໝົດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 43 ປີ ໃນວັນອາທິດຜ່ານມາ ໄດ້ມີການວາງຄານເບຕົງຂົວ ທີ່ຈະເປັນຖານຮອງຮັບລາງລົດໄຟຄວາມໄວສູງລາວ-ຈີນ ທີ່ເລີ່ມແຕ່ບໍ່ແຕນຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນໂຕທຳອິດດ້ວຍຜົນສຳເລັດ.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງ ຍທຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກ່າວໃນກອງປະຊຸມຄົບຄະນະ ຄັ້ງທີ v ຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນວັນທີ 13 ພະຈິກຜ່ານມາວ່າ: ຕະຫຼອດແນວທາງລົດໄຟຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສ້າງຜົນກະທົບໃຫ້ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ; ໃນນີ້, ນະຄອນຫຼວງວຽງຈັນ ມີ 34 ບ້ານ ນອນຢູ່ໃນ 2 ເມືອງ ຄື: ເມືອງນາຊາຍທອງ ມີ 23 ບ້ານ ແລະ ເມືອງໄຊທານີ ມີ 11 ບ້ານ; ແຂວງວຽງຈັນ ມີ 60 ບ້ານ ຂຶ້ນກັບ 4 ເມືອງ ຄື: ເມືອງໂພນໂຮງ ມີ 24 ບ້ານ, ຫີນເຫີບ ມີ 11 ບ້ານ, ວັງວຽງ ມີ 16 ບ້ານ ແລະ ເມືອງກາສີ ມີ 9 ບ້ານ; ແຂວງຫຼວງພະບາງ ມີ 28 ບ້ານ ຂຶ້ນກັບ 3 ເມືອງ ຄື: ເມືອງຊຽງເງິນ ມີ 16 ບ້ານ, ເມືອງຫຼວງພະບາງ ມີ 5 ບ້ານ ແລະ ເມືອງຈອມເພັດ ມີ 7 ບ້ານ; ແຂວງອຸດົມໄຊ ມີ 41 ບ້ານ ຂຶ້ນກັບ 3 ເມືອງ ຄື:ເມືອງງາ ມີ 13 ບ້ານ, ເມືອງໄຊ ແລະ ເມືອງນາໝໍ້ ມີ 14 ບ້ານ; ສ່ວນແຂວງຫຼວງນໍ້າທາ ມີ 4 ບ້ານຂຶ້ນກັບເມືອງຫຼວງນໍ້າທາ.

ຕາມການປະເມີນຄ່າຊົດເຊີຍຂອງໂຄງການ ປະມານ 2.492,34 ຕື້ກີບ; ໃນນີ້, ມູນຄ່າຊົດເຊີຍສໍາລັບແຂວງຫຼວງນໍ້າທາ 247,98 ຕື້ກີບ, ແຂວງອຸດົມໄຊ 398,17 ຕື້ກີບ, ແຂວງຫຼວງພະບາງ 213,29 ຕື້ກີບ, ແຂວງວຽງຈັນ 290, 31 ຕື້ກີບ ແລະ ນະຄອນຫຼວງວຽງຈັນ 1.342,59 ຕື້ກີບ; ສ່ວນງົບປະມານສໍາລັບເບີກຈ່າຍຄ່າຊົດເຊີຍໃນໄລຍະນີ້ເຫັນວ່າຍັງມີເງິນພໍເບີກຈ່າຍໄດ້ຢູ່ ເພາະວ່າບໍລິສັດທາງລົດໄຟລາວ-ຈີນມີງົບແລ້ວ 386 ຕື້ກີບ; ພ້ອມນີ້, ບໍລິສັດຍັງເຫັນດີໃຫ້ລັດຖະບານຢືມອີກ 200 ຕື້ກີບ; ນອກຈາກນີ້, ລັດຖະບານລາວ ຍັງເຫັນດີສະໜອງງົບປະມານປີ 2019 ໃຫ້ 400 ຕື້ກີບ ແລະ ລັດຖະບານຈີນເຫັນດີໃຫ້ການຊ່ວຍເຫຼືອລ້າ ຈໍານວນ 300 ຕື້ກີບ, ລວມແລ້ວມາຮອດປັດຈຸບັນຈະມີງົບປະມານສໍາລັບການຊົດເຊີຍ 1.286 ຕື້ກີບ, ຍັງຂາດງົບປະມານ 1.200 ຕື້ກີບ ທີ່ຄະນະຍັງຈະໄດ້ສືບຕໍ່ຄົ້ນຄວ້າຈັດສັນຕື່ມອີກ.

ຂອບໃຈແຫຼ່ງຂໍ້ມູນ

ພາບຈາກ Railways ODX

Comments