ຊີວະປະຫວັດຫຍໍ້ : ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ

ຊີວະປະຫວັດຫຍໍ້

ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ (Samdech Akka Moha Sena Padei Techo HUN Sen)
ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951)
ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ
ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ
ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan.
ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄໍາຮ້ອງຂໍຂອງເຈົ້າຊາຍ ສີຫານຸກ ທີ່ມີຕໍ່ປະຊາຊາຊົນ ກຳປູເຈຍ ເພື່ອໃຫ້ເຂົ້າຮ່ວມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ທ່ານໄດ້ເລີ່ມເຄື່ອນໄຫວໃນຂະບວນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດແຕ່ອາຍຸ 18 ປີ, ເຊິ່ງເຮັດໃຫ້ປະເທດກຳປູເຈຍໄດ້ຮັບເອກະລາດ ໃນວັນທີ 17 ເດືອນເມສາ 1975.
ກ່ອນວັນທີ່ໄດ້ຮັບໄຊຊະນະ, ໃນວັນທີ 16 ເມສາ 1975 ສົມເດັດ ຮຸນ ແຊນ ໄດ້ຖືກບາດເຈັບທີ່ຕາຊ້າຍ. ໂດຍໄດ້ຮັບການປິ່ນປົວເປັນເວລາຫຼາຍເດືອນ.

ໃນວັນທີ 05 ມັງກອນ 1976, ທ່ານໄດ້ແຕ່ງງານກັບ ທ່ານ ນາງ Bun Rany ໂດຍໄດ້ມີລູກນໍາກັນ 06 ຄົນ: 1. Hun Komsot (10 ພະຈິກ 1976 – ເສຍຊີວິດ), 2. Hun Manet (20 ຕຸລາ 1977), 3. Hun Mana (15 ກັນຍາ 1980), 4. Hun Manit (17 ຕຸລາ 1981), 5. Hun Mani (27 ພະຈິກ 1982), ແລະ 6. Hun Mali (30 ກັນຍາ 1983).

ຂໍ້ມູນຈາກ: ຂປລ.

Comments