ໃນໂອກາດສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນຕອນຄໍ່າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດຕາງໜ້າພັກແລະລັດຖະບານ ຂຶ້ນປະດັບຫຼຽນຄໍາ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ .ໂດຍທ່ານເຈົ້າເມືອງໆວຽງໄຊ ຂຶ້ນຮັບ. ຂໍ້ມູນຈາກ: ຂປລ.
Read More »News
ໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ
ໃນປີ 2017 ກະຊວງ ຍທຂ ໄດ້ດຳເນີນການຈັດຕັ້ງກວດກາ ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງໄດ້ພົບເຫັນຈຳນວນ 18 ໂຄງການ ແລະ ຈຳນວນ 12 ໂຄງການ ໃນປີ 2018 ທີ່ມີມູນຄ່າສູງເກີນຄວາມເປັນຈິງ ເຊິ່ງລັດຖະບານ ໄດ້ດຳເນີນການແກ້ໄຂ ຢ່າງທັນການ ແລະ ສາມາດປະຢັດງົບປະມານ ຂອງລັດໄດ້ ລວມເປັນເງິນປະມານ 3.560 ຕື້ກວ່າກີບ ຫຼື ປະມານ 418 ລ້ານໂດລາສະຫະລັດ. (ຮູບປະກອບ) ການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ເຫັນວ່າມີຄຸນນະພາບຕ່ຳ ແຕ່ມີມູນຄ່າການກໍ່ສ້າງສູງ ເກີນຄວາມເປັນຈິງ, ທັງແກ່ຍາວເວລາການກໍ່ສ້າງນັ້ນ ແມ່ນເກີດຈາກໂຄງການລົງທຶນກ່ອນ (ໂດຍບໍ່ຜ່ານການປະມູນ), ການອະນຸມັດໂຄງການສ່ວນຫຼາຍ ດຳເນີນການໂດຍບໍ່ໄດ້ຜ່ານ ການສຳຫຼວດ-ອອກແບບລະອຽດ, ການຊຳລະສະສາງຊັກຊ້າ, ລວມທັງຄວາມຮັບຜິດຊອບຂອງຜູ້ຮັບເໝົາ ແລະ ນັກວິຊາການ ຈຳນວນໜຶ່ງ ຍັງຂາດຈັນຍາບັນ ຈັນຍາທຳ ແລະ ຄວາມໂປ່ງໃສ. (ຮູບປະກອບ) ເພື່ອແກ້ໄຂບັນຫາດັ່ງກ່າວ ທາງກະຊວງ ຍທຂ ຈະໄດ້ສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂໃນຕໍ່ໜ້າ ໂດຍໄດ້ສ້າງເອກະສານ ສຶກສາອົບຮົມ ນຳພາດ້ານການເມືອງ-ແນວຄິດ ຂອງບັນດາສະມາຊິກພັກ, ພະນັກງານວິຊາການຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ, ນັບທັງລະບຽບການຄຸ້ມຄອງ ດ້ານວິຊາສະເພາະ ແລະຈະໄດ້ສັງລວມປຶ້ມຄູ່ມືໂດຍຫຍໍ້ເນື້ອໃນທີ່ສຳຄັນ ໂດຍສະເພາະແມ່ນລາຄາຕໍ່າສຸດ ແລະ ສູງສຸດ ເພື່ອເປັນຄູ່ມືໃຫ້ແກ່ການນຳຂອງແຂວງ, ນະຄອນຫຼວງ ແລະ ສະມາຊິກສາພາແຫ່ງຊາດ ຢູ່ຂັ້ນທ້ອງຖິ່ນ ເປັນຜູ້ຕິດຕາມກວດກາຊ່ວຍ. ຂໍ້ມູນດັ່ງກ່າວຖືກລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະເໜີໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ). ຮູບປະກອບຈາກອິນເຕີເນັດ
Read More »ຮອງປະທານປະເທດ ມອບເຮືອນຕອບບຸນແທນຄຸນ ໃຫ້ພະນັກງານເສຍອົງຄະ.
ພິທີມອບ-ຮັບເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະ ຈັດຂຶ້ນໃນຕອນເຊົ້າວັນທີ 29 ພະຈິກ 2018 ຜ່ານມານີ້ ທີ່ບ້ານ ນາໄກ່ ເມືອງວຽງໄຊ ແຂວງຫົວພັນ ກ່າວມອບໂດຍທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ,ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ບໍລິສັດຜູ້ຮັບເໝົາ ແລະ ຄອບຄົວທີ່ໄດ້ຮັບເຮືອນເຂົ້າຮ່ວມເປັນສັກຂີພິຍານ. ໂຄງການກໍ່ສ້າງເຮືອນຕອບບຸນແທນຄຸນໃຫ້ພະນັກງານເສຍອົງຄະຄັ້ງນີ້ປະກອບມີ 5 ຫຼັງເຊິ່ງແມ່ນທຶນລະດົມຈາກຄອບຄົວທ່ານ ພັນຄຳ ວິພາວັນ ມູນຄ່າທັງໝົດ 600 ລ້ານກີບ, ແຕ່ລະຫຼັງມູນຄ່າ 120 ລ້ານກີບ, ໂດຍແມ່ນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເປັນຜູ້ອອກແບບໃນນາມເຈົ້າຂອງໂຄງການ. ໃນນີ້ປຸກສ້າງໃຫ້ຄອບຄົວເສຍອົງຄະຢູ່ເມືອງຊຽງຄໍ້ຈຳນວນ 3 ຫຼັງ, ເມືອງຊໍາໃຕ້ ແລະ ເມືອງວຽງໄຊເມືອງລະ 1 ຫຼັງ ຄື: ຄອບຄົວທ່ານ ຈັນທາ ບ້ານມ່ວງ, ...
Read More »ສປປ ລາວ ຈັດຢູ່ໃນອັນດັບທີ 154 ຂອງປະເທດທີ່ດໍາເນີນທຸລະກິດງ່າຍ
ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154. ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ...
Read More »ສສຊ ປະກອບຄຳເຫັນໃສ່ບົດລາຍງານ ຂົງເຂດ ໄອຍະການ.
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 30 ພະຈິກ 2018 ພາຍໃຕ້ການເປັນປະທານຂອງ ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ຊຶ່ງເປັນມື້ທີ 9 ບັນດາ (ສສຊ) ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານໄລຍະກາງສະໄໝ 2 ປີເຄິ່ງ ຂອງແຜນການ 5 ປີ (2016-2020), ວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019-2020 ແລະ ວຽກງານຈຸດສຸມ ປີ 2019 ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ດຳເນີນໄປຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນ. ການປະກອບຄຳເຫັນໃນຄັ້ງນີ້, ບັນດາ ສສຊ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ເປັນຕົ້ນການປະຕິບັດພາລະບົດບາດ ໃນການຕິດຕາມກວດກາທົ່ວໄປ ຂອງອົງການໄອຍະການ ຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂົງເຂດພະນັກງານ, ທະຫານ, ຕຳຫຼວດ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ເຊິ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ເກີດຂຶ້ນຫຼາຍ ເຮັດໃຫ້ສັງຄົມຈົ່ມວ່າ ພະນັກງານສະມາຊິກພັກ ...
Read More »ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ຈະຢ້ຽມຢາມ ສປປ ລາວ.
ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 5-6 ທັນວາ 2018 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ. —————————— SPM Thongloun Sisoulith
Read More »ຄາດວ່າກາງປີ 2019 ໄຫຫີນ 999 ໜ່ວຍຈະຖືກຈົດເຂົ້າມໍລະດົກໂລກ.
ວິທະຍຸກະຈາຍສຽງແຫ່ງຊາດລາຍງານໃນວັນທີ 28 ພະຈິກ 2018 ວ່າ: (ຮູບປະກອບ) ທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສຳພາດວ່າ: ຫຼັງຈາກທີ່ລາວເຮົາໄດ້ຍື່ນເອກະສານຕ່າງໆ ຢ່າງຄົບຖ້ວນຕໍ່ອົງການ UNESCO ເພື່ອສະເໜີເອົາໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກໄປແລ້ວກ່ອນໜ້ານີ້, ຫຼັງຈາກນັ້ນ ໃນຕົ້ນເດືອນ ຕຸລາ 2018 ນີ້ ອົງການດັ່ງກ່າວໄດ້ສົ່ງຄະນະວິຊາການກ່ຽວຂ້ອງມາກວດກາຕົວຈິງຢູ່ ແຂວງຊຽງຂວາງ ເປັນທີ່ຮຽບຮ້ອຍແລ້ວ. ໃນຂະນະດຽວກັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ສົ່ງຄະນະວິຊາການກ່ຽວຂ້ອງໄປປ້ອງກັນບົດ ກ່ຽວກັບການຂໍສະເໜີ ໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ຮຽບຮ້ອຍແລ້ວ, ຄາດວ່າໃນກາງປີ 2019 ອົງການ UNESCO ຈະຮັບຮອງເອົາໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ຊຶ່ງຈະກາຍເປັນມໍລະດົກໂລກແຫ່ງທີ 3 ຂອງລາວ ຖັດຈາກ ນະຄອນຫຼວງພະບາງ ແລະ ວັດພູຈຳປາສັກ. ໄຫຫີນຊຽງຂວາງ ທີ່ສະເໜີເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງ ...
Read More »ສາກົນ ຊ່ວຍເຫຼືອການແກ້ໄຂໄພພິບັດຢູ່ໃນລາວ ລວມມູນຄ່າ…… ເປັນມະຫາສານ
ການແກ້ໄຂໄພພິບັດຢູ່ລາວ ຮັບການຊ່ວຍເຫຼືອຈາກສາກົນ ມີມູນຄ່າມະຫາສານ ອີງຕາມບົດລາຍງານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະພາ ຄັ້ງວັນທີ 27 ພະຈິກນີ້, ໃຫ້ຮູ້ວ່າ: ການຊ່ວຍເຫຼືອຂອງສາກົນໃນວຽກງານແກ້ໄຂໄພພິບັດຢູ່ລາວເຮົາ ແຕ່ວັນທີ 24 ກໍລະກົດ-18 ພະຈິກ 2018 ມີມູນຄ່າຢ່າງມະຫາສານຄື: ມີ 20 ຕື້ກີບ, 93 ລ້ານບາດ (ສະກຸນເງິນໄທ) ແລະ 14 ລ້ານໂດລາສະຫະລັດ ແລະ ໃນກອງປະຊຸມພົບປະເຈລະຈາສອງຝ່າຍລາວ-ເຢຍລະມັນ ເມື່ອເດືອນກັນຍາຜ່ານມາຊຶ່ງຝ່າຍເຢຍລະມັນກໍໄດ້ປະກາດຈະໃຫ້ການຊ່ວຍເຫຼືອຟື້ນຟູຫຼັງໄພພິບັດຕື່ມອີກ 10 ລ້ານເອີໂຣ ແລະ ຜູ້ໃຫ້ທຶນຍັງໃຫ້ຄວາມສໍາຄັນຕໍ່ວຽກງານການຟື້ນຟູຫຼັງໄພພິບັດ ໂດຍຈະເຂົ້າມາສຶກສາປະເມີນຜົນຊ່ວຍເຫຼືອຝ່າຍລາວຕື່ມອີກ ຊຶ່ງບັນຫານີ້ ຈະໄດ້ນໍາໄປປຶກສາຫາລືຮ່ວມກັນ ໃນກອງປະຊຸມການຈັດຕັ້ງປະຕິບັດຂະບວນການໂຕະມົນ ປະຈໍາປີ 2018 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້ ທີ່ນະຄອນຫຼວງວຽງຈັນ. ນອກນີ້, ກໍໄດ້ມີການປຶກສາຫາລືສອງຝ່າຍຮ່ວກັບ ສ ເກົາຫຼີ ໃນການວາງແຜນໃຫ້ແກ່ການຊ່ວຍເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບດັ່ງກ່າວຕື່ມອີກ. ທີ່ມາ: Support Prime Minister Thongloun Sisoulith ຂໍຂອບໃຈ ...
Read More »ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ
ໃນໂອກາດ ສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ທາງ ກຸ່ມບໍລິສັດ ເຄແອນຊີ ແລະ ທີມງານ ວາລະສານ TARGET ຂໍສະແດງຄວາມຍິນດີ ປິຕິຊົມຊື່ນ ພ້ອມກັບປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດເພື່ອ “ຮ່ວມກັນສະເຫຼີມສະຫຼອງເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ຄົບຮອບ 50 ປີ ໃຫ້ມີຄວາມໝາຍເລິກເຊິ່ງ” ເມືອງວຽງໄຊ ເປັນເມືອງແຫ່ງປະຫວັດສາດຂອງການຕໍ່ສູ້ ແລະ ນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 30 ປີ ຢູ່ເຂດຖານທີ່ໝັ້ນຢ່າງລະອິດລະອ້ຽວ ແລະ ການເສຍສະຫຼະອັນສູງສົ່ງຂອງພວກເພິ່ນ ພວກເຮົາຈິ່ງມີ ເອກະລາດ ອິດສະຫຼະພາບ ເປັນເຈົ້າຂອງປະເທດຊາດ ຢ່າງສົມບູນ ໃນວັນທີ 2 ທັນວາ 1975 ຈົນມາເຖິງປັດຈຸບັນ. ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະ 43 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ພາຍໃຕ້ລະບອບໃໝ່ ພາຍໃຕ້ຄັນທຸງຂອງພັກ ພາຍໃຕ້ການນໍາພາຂອງລັດຖະບານແຫ່ງ ສປປ ລາວ ແມ່ນໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ...
Read More »ສົ່ງເສີມອາຊີບສີຂຽວ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ.
ກອງປະຊຸມລັດຖະມົນຕີແຮງງານ ອາຊຽນຄັ້ງທີ 25 ທີ່ໄດ້ຈັດຂື້ນ ຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໃນວັນທີ 29 ພະຈິກ 2018 ຜ່ານມານີ້, ໄດ້ມີການປຶກສາຫາລື ກຽ່ວກັບ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມຈະເລີນກ້າວໜ້າ ຕາມວິໄສທັດຮ່ວມກັນຂອງປະຊາຄົມອາຊຽນ. ໃນໂອກາດເຂົ້າຮ່ວມ ຄັ້ງນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ປັດຈຸບັນ ສາມຂະແໜງການໃຫຍ່ໃນໂຄງປະກອບເສດຖະກິດຂອງ ກະສິກຳ ແລະ ການບໍລິການ ມີຫຼາກຫຼາຍ ສາຂາຊີບ ທີ່ຕິດພັນກັບວິຖີຊີວິດ ແລະ ທ່າແຮງຂອງປະຊາກອນແຕ່ລະເທດ, ໃນນັ້ນ ອາຊີບເປັນມິດຕໍ່ສິ່ງແວດລ້ອມ ແລະ ປົກປ້ອງສັງຄົມ ຫຼື ອາຊີບສີຂຽວ ໄດ້ກາຍເປັນຂົງເຂດວຽກງານທີ່ພົ້ນເດັ່ນ ແລະ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປ່ຽນແປງຢ່າງໄວວາ ຂອງນະວັດຕະກຳ ແລະ ເຕັກໂນໂລຊີ, ເຊິ່ງ ສປປ ລາວ ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຈຸດປະສົງຂອງວຽກງານກ່ຽວກັບອາຊີບສີຂຽວດັ່ງກ່າວ ທັງເປັນຂົງເຂດໜຶ່ງພາຍໃຕ້ການເຮັດວຽກທີ່ມີຄຸນຄ່າ ...
Read More »