ສານອວຍພອນວັນຊາດ ສປປ ລາວ ຄົບຮອບ 43 ປີ.

ສານອວຍພອນວັນຊາດ
ໃນວັນທີ 4 ທັນວາ 2018, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ປຣັກ ໂຊ ຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານອວຍພອນວັນຊາດ

ເຖິງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ.
ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ທ່ານ ແລະ ເພື່ອນມິດປະຊາຊົນ ແຫ່ງ ສປປ ລາວ ເນື່ອງໃນໂອກາດອັນເບີກບານມ່ວນຊື່ນ ແຫ່ງການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.
ໃນຖານະເພື່ອນ ແລະ ເພື່ອນບ້ານ, ກຳປູເຈຍ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ສະແດງຄວາມຊົມເຊີຍລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ທີ່ໄດ້ບັນລຸໃນການພັດທະນາເສດຖະກິດ-ສັງຄົມ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ທ່ານ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະ ປະຕິບັດສຳເລັດເປົ້າໝາຍ ຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020).

ຂໍ້ມູນຈາກ: ຂປລ.

Comments