ເປັນຂ່າວທີ່ປະຊາຊົນລາວທົ່ວປະເທດ ຕ້ອງປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບຮອງຊະນະເລີດ ໃນການ ແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນຄັ້ງທີ 8 (8th ASEAN Quiz, regional level) ປີ 2018 ທີ່ເມືອງບາຫລີ, ປະເທດ ອິນໂດເນເຊຍ. ໃນວັນທີ 5 ທັນວາ 2018 ສ່ວນລາຍລະອຽດຈະແຈ້ງໃຫ້ຊາບຕື່ມຕາມຫຼັງ. ຂອບໃຈພາບແລະຂໍ້ມູນຈາກເຟສບຸກ Vorasack Pravong
Read More »News
ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະຜູ້ແທນຫວຽດນາມ
ໃນວັນທີ 5 ທັນວາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫວຽນ ເທ່ ຮຸ່ງ ຫົວໜ້າກົມມໍລະດົກ-ວັດທະນະທຳ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ຊ່ຽວຊານ ລາວ-ຫວຽດນາມ ກ່ຽວກັບການກະກຽມນຳເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກຮ່ວມຊາຍແດນ ກັບອຸທິຍານຟອງຍາແກບັງ ໃນລະ ຫວ່າງ ວັນທີ 4-5 ທັນວາ 2018 ທີ່ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫວຽນ ເທ່ ຮຸ່ງ ທີ່ໄດ້ນຳພາຄະນະມາມາຢ້ຽມຢາມ ...
Read More »ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ.
ໃນວັນທີ 5 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດວຽກງານ ລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອະນາຄົດ ...
Read More »ຈໍາປາສັກ ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນທີ່ທັນສະໄໝ
ກອງປະຊຸມເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ໃຫ້ແກ່ບັນດາວິສາຫະກິດ ແຂວງຈໍາປາສັກ ຈັດຂຶ້ນໃນທ້າຍເດືອນ ພະຈິິກ 2018 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການອ້ອມຂ້າງແຂວງ, ຜູ້ອໍານວຍການ, ຕາງໜ້າຜູ້ອໍານວຍການລັດວິສາຫະກິດ, ບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.ການເຜີຍແຜ່ຈະດໍາເນີນໄປເຖິງວັນທີ 7 ທັນວາ 2018. ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກສ່ວຍສາອາກອນ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ (Tax Ris) ແມ່ນເປັນລະບົບການຄຸ້ມຄອງລາຍຮັບສ່ວຍສາອາກອນລະບົບໃໝ່, ທັນສະໄໝ ທີ່ໃຊ້ແທນລະບົບ (Tmis). ທັງນີ້ກໍເພື່ອແນໃສ່ປັບປຸງການບໍລິການສ່ວຍສາອາກອນໃຫ້ດີຂຶ້ນ, ເປັນລະບົບທີ່ເພີ່ມຄວາມໂປ່ງໃສ ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ເລັງໃສ່ໃຫ້ຜູ້ມອບອາກອນ ສາມາດມອບດ້ວຍຕົນເອງຢູ່ສໍານັກງານຫົວໜ່ວຍທຸລະກິດ ແທນການເຂົ້າມາມອບຢູ່ສໍານັກງານສ່ວຍສາອາກອນ ເຊິ່ງຈະສ້າງຄວາມສະດວກ, ວ່ອງໄວທັນສະໄໝ ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ສາມາດກວດກາປະຫວັດການຊໍາລະອາກອນດ້ວຍຕົນເອງ ໂດຍຜ່ານສ່ອງທາງຕ່າງໆທີ່ລະບົບໄດ້ກໍານົດໄວ້. ທ່ານ ສຸກກະເສີມ ສີຫານຸວົງ ໃຫ້ຮູ້ຕື່ມວ່າ: ການນໍາໃຊ້ລະບົບ (Tax Ris) ແມ່ນເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດ ຫັນການຈັດເກັບາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ...
Read More »ຖະແຫຼງການຮ່ວມ ລະຫວ່າງ ສອງລັດຖະບານລາວ-ກຳປູເຈຍ
ໃນວັນທີ 5 ທັນວາ 2018 ພາຍຫຼັງສຳເລັດການພົບປະສອງຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ກຳປູເຈຍ, ໄດ້ມີຖະແຫຼງການຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຊິ່ງທັງສອງຝ່າຍ ຕ່າງກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ກໍຄືສອງລັດຖະບານ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານເຄົາລົບອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ສອງຝ່າຍໄດ້ເຫັນດີ ໃຫ້ບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມເນື້ອໃນສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ເຊັນກັນຜ່ານມາ ໃຫ້ນັບມື້ແຕກດອກອອກຜົນຫຼາຍຂຶ້ນ, ໂດຍຜ່ານກົນໄກການຮ່ວມມືສອງຝ່າຍ ຄື: ຄະນະກໍາມະການຮ່ວມມືວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC), ກໍຄື ກົນໄກຮ່ວມມືອື່ນໆ. ພ້ອມນັ້ນ, ຍັງໄດ້ເຫັນດີເປັນເອກະພາບ ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈ ...
Read More »ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ເຂົ້າຮ່ວມ ພິທີລົງນາມເອກະສານ ການຮ່ວມມື
ໃນວັນທີ 5 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກໍາປູເຈຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ໃນຂົງເຂດວັດທະນະທຳ ແລະ ສິລະປະກຳ, ການສຶກສາ, ກະສິກຳ ແລະ ດ້ານພະລັງງານໄຟຟ້າ. ຂໍ້ມູນຈາກ: ຂປລ.
Read More »ລັດຖະມົນຕີ ຮສສ ຕ້ອນຮັບປະທານກິດຕິມະສັກ ອົງການ ເອັສໂອເອັສ ສາກົນ.
ວັນທີ 4 ທັນວາ 2018 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ (SOS) ໄດ້ຕ້ອນຮັບ ທ່ານ ເຮວມຸດ ກຸຕິນ ປະທານກິດຕິມະສັກ ອົງການເອັສໂອເອັສ ສາກົນ, ພ້ອມດ້ວຍຜູ້ອຳນວຍການໂຄງການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ເພື່ອປຶກສາຫາລື ພິທີມອບຫຼຽນກາສູງສຸດ ໃຫ້ທ່ານນາຍົກລັດຖະມົນຕີ ປະທານກິດຕິມະສັກ ຄະນະກຳມະການຄຸ້ມຄອງ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສ ລາວ ໃນວັນທີ 9 ກຸມພາ 2019. ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ເຮວມຸດ ກຸຕິນ ທີ່ໄດ້ເດີນທາງມາປຶກສາຫາລືວຽກງານສຳຄັນດັ່ງກ່າວ, ພ້ອມທັງສະແດງຄວາມຂອບອົກຂອບໃຈ ມາຍັງອົງການ ເອັສໂອເອັສ ສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ...
Read More »ເຊີນຮ່ວມເຝິກອົບຮົມ ຫົວຂໍ້: E-Commerce Web Design Course ສະໝັກດ່ວນມີທຶນຈຳນວນຈຳກັດ
ເຊີນສະໝັກເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້: E-Commerce Web Design Course ໃນວັນທີ 17-21 ທັນວາ 2018 ທີ່ ເມືອງ ຊຽງແສນ, ແຂວງ ຊຽງລາຍ, ປະເທດໄທ. ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ,ສຄອ ແຫ່ງຊາດລາວ ຂໍຖືເປັນກຽດເຊີນທ່ານ ເຂົ້າຮ່ວມເຝິກອົບຮົມສຳມະນາໃນຫົວຂໍ້:. E-Commerce Web Design Course ໃນວັນທີ 17-21 ທັນວາ 2018. ຈຸດປະສົງ ເພື່ອສົ່ງເສີມນັກພັດທະນາ – ອອກແບບ ກ່ຽວກັບ e-commerce web design ລາວເຮົາໃຫ້ມີປະສົບການ ແລະ ເປີດຄວາມຄິດໃໝ່ໆພ້ອມທັງ ການສ້າງເພື່ອນຮ່ວມງານໃນຕ່າງແດນ. ສຳລັບເງື່ອນໄຂຜູ້ສະໝັກມີລາຍລະອຽດດັ່ງນີ້: – ຜູ້ສະໝັກຕ້ອງມີອາຍຸ ບໍ່ເກີນ 35 ປີ – ມີຄວາມຮູ້ໃນດ້ານການພັດທະນາ-ອອກແບບເວັບໄຊ ໃນລະດັບພື້ນຖານຂື້ນໄປ – ມີທັກສະໃນການສ້າງເພື່ອນຮ່ວມງານຕ່າງແດນ ໝາຍເຫດ: ທຶນມີຈຳນວນຈຳກັດ ສະໝັກມາເລີຍ ພົວພັນກັບທີມງານສູນ ແລະສົ່ງໂປຟາຍບໍລິສັດທີ່ທ່ານສັງກັດຢູ່ມາ. ...
Read More »ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ໃນວັນດຽວກັນ ເວລາ 14:30 ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປພົບປະກັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ຫຼັງຈາກນັ້ນ, ເວລາ 15:30 ຈະໄດ້ເດີນທາງໄປພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ຂໍ້ມູນຈາກ: ຂປລ.
Read More »ຍິນດີນຳ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່
ສະພາຮັບຮອງແລ້ວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຖືກແຕ່ງຕັ້ງຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ ປ່ຽນແທນທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ. ເຊົ້າວັນທີ 5 ທັນວາ 2018 ທີ່ກອງປະຊຸມສະພາແຫ່ງຊາດໄດ້ມີການແຕ່ງຕັ້ງລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ຕາມໜັງສືສະເໜີຂອງທ່ານນາຍົກລັດຖະມົນຕີ, ໃຫ້ບັນດາສະມາຊິກສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນນາມທີ່ເປັນຕົວແທນສິດ ແລະຜົນປະໂຫຍດຂອງປະຊາຊົນ. ກອງປະຊຸມສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບດ້ວຍຄະແນນສຽງ 90% ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມຈຳນວນ 126 ທ່ານ ໃນນັ້ນບໍ່ເຫັນດີ 9 ທ່ານເທົ່າກັບ 7% ແລະບໍ່ອອກສຽງ 2%. ໃນນັ້ນໄດ້ມີການປະກອບຄຳເຫັນຕໍ່ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ສຽງສ່ວນຫຼາຍແມ່ນສະແດງຄວາມເຫັນດີເປັນເອກະພາບຕໍ່ການສະເໜີແຕ່ງຕັ້ງ, ສະໜັບສະໜູນ ແລະໄວ້ວາງໃຈ ເຊື່ອໝັ້ນວ່າຈະມີອັນໃໝ່ກ້າວໜ້າໃນກຳລັງປ້ອງກັນຄວາມສະຫງົບ ພາຍຫຼັງທ່ານລັດຖະມົນຕີຄົນໃໝ່ເຂົ້າປະຕິບັດໜ້າທີ່ຕາມພາລະບົດບາດ. ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily
Read More »