News

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນ ກະຊວງການຕ່າງປະເທດ ເວເນຊູເອລາ

ໃນວັນທີ 5 ທັນວາ 2018, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຣູເບັນ ດາຣີໂອ ໂມລີນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ຜູ້ຊີ້ນຳວຽກງານຂົງເຂດອາຊີ, ຕາເວັນອອກກາງ ແລະ ໂອເຊອານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 4-5 ທັນວາ ນີ້. ໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຣູເບັນ ດາຣີໂອ ໂມລີນາ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ...

Read More »

ຊ້ອມການເດີນສວນສະໜາມ ກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ

ກະຊວງປ້ອງກັນປະເທດ ຈັດພິທີຊ້ອມການເດີນສວນສະໜາມ ຂຶ້ນວັນທີ 6 ທັນວາ 2018 ທີ່ວິທະຍາຄານກົມມະດຳ ເພື່ອກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ (20/1/1949-20/1/2018) ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ບັນດາຄະນະພັກ ຄະນະບັນຊາ ພ້ອມດ້ວຍຄະນະຮັບຜິດຊອບການເດີນສ່ວນສະໜາມ 70 ປີ ກອງທັບເຂົ້າຮ່ວມ. ສຳລັບການຊ້ອມເດີນສວນສະໜາມປະກອບມີທັງໝົດ 19 ກ້ອນກຳລັງ ໃນນັ້ນມີ ກ້ອນທຸງໄຊ ກອງທັບປະຊາຊົນລາວ, ກ້ອນກອງທັບລາວອິດສະຫຼະ, ກ້ອນແມ່ຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນກໍາລັງທະຫານຊາຍແດນ, ກ້ອນກໍາລັງທະຫານຮາບ, ກ້ອນກໍາລັງທະຫານຕີພິເສດ, ກ້ອນເຫຼົ່າຮົບລົດຕັງ-ຍານເກາະ, ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ, ກ້ອນເຫຼົ່າຮົບປ້ອງກັນອາກາດ, ກ້ອນເຫຼົ່າຮົບເສນາຮັກ, ກ້ອນກອງຫຼອນ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນກໍາລັງປ້ອງກັນຕົວ, ກ້ອນເຫຼົ່າຮົບສື່ສານ, ກ້ອນກໍາລັງທະຫານທ້ອງຖິ່ນ ແລະ ກ້ອງກ້ອງແກວົງ.   ຂໍ້ມູນຈາກ:ເຟສບຸກວຽງຈັນໃໝ່ ພາບ-ຂ່າວ ລັດເວລາ

Read More »

ແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”

ໃນວັນທີ 28 ພະຈິກ 2018 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດໄດ້ຈັດການແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”ຄັ້ງທີ 1 ໃນການເປີດພິທີແຂ່ງຂັນ, ຮອງຄະນະບໍດີຄະນະອັກສອນສາດ – ທ່ານ ບຸນເລືອນ ແສງສຸລິນ ໄດ້ຊີ້ໃຫ້ເຫັນວ່າຫຼັງຈາກການລົ້ມສະລາຍຂອງສະຫະພາບໂຊວຽດ ແລະ ໄດ້ຢຸດການສອນພາສາຣັດເຊຍ, ດ້ວຍເຫດນີ້ກໍໄດ້ຕັດສິນໃຈທີ່ຈະຟື້ນຟູພະແນກພາສາຣັດເຊຍຂຶ້ນ. ຜູ້ນໍາຂອງປະເທດ ແລະ ມະຫາວິທະຍາໄລເຊື່ອວ່າພາສາຣັດເຊຍ, ແມ່ນຫນຶ່ງໃນພາສາທີ່ເປັນທາງການຂອງສະຫະປະຊາຊາດ, ມີຄວາມຫມາຍຄວາມສໍາຄັນໃນໂລກທີ່ທັນສະໄຫມ. ໃນປີ 2011, ວຽກງານຂອງພະແນກໄດ້ສືບຕໍ່ຟື້ນຟູ ແລະປະຈຸບັນນັກສຶກສາຈຳນວນ 60 ຄົນໄດ້ສຶກສາຢູ່ທີ່ ມຊ. ໃນການຕ້ອນຮັບທັກທາຍ, ຜູ້ຕາງຫນ້າ Rossotrudnichestvo, ທ່ານ ຊາອູຣ໌ ເລຕິຟອບ, ໄດ້ສະແດງຄວາມຂອບໃຈມາຍັງ ມຊ ສໍາລັບການເຮັດວຽກຂອງຕົນຢ່າງຫ້າວຫັນ, ການຮ່ວມມືທີ່ດີກັບ ສວວຣ ປະຈຳນະຄອນຫລວງວຽງຈັນ ແລະມະຫາວິທະຍາໄລຕ່າງໆຂອງຣັດເຊຍ. ຜູ້ແຂ່ງຂັນໄດ້ຖືກປະເມີນໂດຍຄະນະກໍາມະການ, ຄູອາຈານທີ່ສອນຫຼັກສູດພາສາຣັດເຊຍທີ່ໄດ້ຖືກເຊື້ອຈາກ ສວວຣ ປະຈຳ ນະຄອນຫຼວງວຽງຈັນ – ທ່ານ ນາງ ເອເລນາ ອັນເດຼຍເຈນໂກະ ແລະ ທ່ານ ນາງ ນາຕາເລຍ ສິງດາຣາ. ພ້ອມດຽວກັນນັ້ນອາຈານຂອງມະຫາວິທະຍາໄລເສດຖະກິດ ແລະການບໍລິການແຫ່ງລັດວະລາດີວາສ໌ຕົກ, ອາຈານຝຶກຫັດພະແນກພາສາຣັດເຊຍຂອງ ...

Read More »

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ

ໃນຕອນຄໍ່າຂອງວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວວ່າ: ວັນທີ 5 ທັນວາ ຂອງທຸກປີ ນອກຈາກວັນຊາດແລ້ວ ຍັງເປັນວັນສະເຫຼີມພຣະຊົນມະພັນສາຂອງພຣະບາດສົມເດັດ ພຣະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ນຳອີກ. ພາຍໃນງານຍັງມີການສະແດງສິລະປະວັນນະຄະດີ ແລະ ງານລ້ຽງອາຫານຄໍ່າແບບບຸບເຟ ໂດຍມີບັນດາຮ້ານອາຫານຈາກປະເທດໄທ ແລະ ລາວ ...

Read More »

ເມືອງຈຳປາສັກ ກະກຽມບູລະນະ ວັດບ້ານເມືອງກາງ

ເມືອງຈຳປາສັກ ກະກຽມບູລະນະ ວັດບ້ານເມືອງກາງ (ພຸດທະວັນນະຣາມ) ເຊິ່ງເປັນວັດເກົ່າແກ່ທີ່ສຸດ ໃນເມືອງຈຳປາສັກທີ່ສ້າງຂຶ້ນໃນສະຕະວັດທີ່ 19 (ຄສ 2042) ໃນວັນທີ 1 ທັນວາ 2018 ທີ່ຜ່ານມາ ອໍານາດການປົກຄອງເມືອງ ຈໍາປາສັກ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ລະດົມທຶນ ບູລະນະ ວັດບ້ານເມືອງກາງ (ພຸດທະວັນນະຣາມ) ຝ່າຍສົງນໍາໂດຍພຣະອາຈານ ມະຫາສຸວັນ ທະລາດ ປະທານ ອພສ ແຂວງຈໍາປາສັກ ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ ເມືອງຈຳປາສັກກະກຽມບູລະນະວັດບ້ານເມືອງກາງເຊິ່ງເປັນວັດທີ່ເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ເມືອງຈຳປາສັກກະກຽມບູລະນະວັດບ້ານເມືອງກາງເຊິ່ງເປັນວັດທີ່ເກົ່າແກ່ທີ່ສຸດໃນເມືອງຈຳປາສັກ Posted by ສະຖານິໂທລະພາບແຂວງຈຳປາສັກ on Wednesday, December 5, 2018 ຂອບໃຈສະຖານີໂທລະພາບແຂວງຈໍາປາສັກ

Read More »

ຕົວເລກຂອງນັກທ່ອງທ່ຽວ ແມ່ນເພີ່ມຂຶ້ນເປັນທະວີຄູນ ຖ້າສົມທຽບໃສ່ 8 ປີຜ່ານມາ.

ພາຍຫຼັງທີ່ທາງແຂວງ ຊຽງຂວາງ ໄດ້ມີການປັບປຸງ ແລະ ພັດທະນາບັນດາແຫຼ່ງທ່ອງທ່ຽວ ພາຍໃນແຂວງ ເພຶ່ອຮອງຮັບນັກທ່ອງທ່ຽວ ພາຍໃນ-ຕ່າງປະເທດ ໄດ້ຮັບຄວາມສະດວກສະບາຍກວ່າເກົ່າ ເຫັນໄດ້ວ່າ ຕົວເລກຂອງນັກທ່ອງທ່ຽວແມ່ນເພີ່ມຂຶ້ນເປັນທະວີຄູນຖ້າສົມທຽບໃສ່ 8 ປີຜ່ານມາ. ໂດຍສະເພາະ ຜ່ານການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຢູ່ແຂວງຊຽງຂວາງ ເພີ່ມຂຶ້ນໃນແຕ່ລະປີຄືປີ 2010 ມີນັກທ່ອງທ່ຽວເຂົ້າໄປແຂວງຊຽງຂວາງ 33 856 ຄົນ, ປີ 2017 ມີ 130 261 ຄົນ,ປີ 2018 ມີື 144 728 ຄົນ ເຊິ່ງສາມາດສ້າງລາຍຮັບໄດ້ 12 ລ້ານກວ່າໂດລາ. ໃນອີກບໍ່ດົນ ປະມານກາງປີ 2019 ໄຫຫີນ ຊຽງຂວາງ ຈະຖືກບັນທຶກເປັນມໍລະດົກໂລກ ສິ່ງດັ່ງກ່າວນີ້ ຈະສົ່ງຜົນໃນທາງບວກໃຫ້ແກ່ການທ່ອງທ່ຽວຂອງແຂວງ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍລວມພາຍໃນແຂວງ ຊຽງຂວາງ. ນີ້ຄືຄໍາກ່າວຂອງທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆ ຊຽງຂວາງ ໃນງານບຸນປະເພນີເຂົ້າໄກ່ນ້ອຍ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 5 ...

Read More »

ເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ

ກົມໂຄສະນາເຜິຍແຜ່ກົດໝາຍ ກະຊວງຍຸຕິທຳ ຈັດຊຸດເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ ແຂວງ ຫຼວງນ້ຳທາ, ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2018 ຜ່ານມາ ຢູ່ທີ່ສະໂມສອນກອງບັນຊາການທະຫານ ເມືອງສິງໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງ ເມືອງສິງ, ທ່ານ ເພັດສະຫວັນ ຮອງຫົວໜ້າພະແນກ ຍຸຕິທຳແຂວງ, ທ່ານ ສຸວັດ ດວງຕາ ຫົວໜ້າພະແນກ ໂຄສະນາເຜີຍແຜ່ກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 09 ທ່ານ. ຊຸດເຝິກອົບຮົມຈະໄດ້ດຳເນີນໄປເປັນເວລາ 3 ວັນ. ຈຸດປະສົງ ເພື່ອເປັນການຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກຳທຳຜິດມາດຳເນີນຄະດີຕາມກົດໝາຍ.   ຂໍ້ມູນຈາກ: ນສພ ...

Read More »

ທ່ານນາງ ປານີ ຢາທໍ່ຕູ້ ຕ້ອນຮັບສົມເດັດ ຮຸນແຊນ

ວັນທີ 5 ທັນວາ 2018 ຜ່ານມານີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້. ໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງລັດຖະບານ ລາວ-ກຳປູເຈຍ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ. ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ...

Read More »

ມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ເປັນທາງການ

ໃນງານປະເພນີບຸນເຂົ້າໄກ່ນ້ອຍປະຈຳປີ 2018 ຈັດຂຶ້ນໃນວັນທີ 05 ທັນວາ 2018 ຢູ່ທີ່ເມືອງແປກ ແຂວງຊຽງຂວາງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບແຂວງຊຽງຂວາງ ໄດ້ຈັດພີທີມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ໃຫ້ແກ່ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍຊຽງຂວາງ ຢ່າງເປັນທາງການ ພິທີມອບລະຫວ່າງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ.  ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ພາຍໃຕ້ການນໍາພາຢ່າງໃກ້ສິດ ແລະ ເອົາໃຈໃສ່ ຂອງຄະນະນໍາກະຊວງ ແລະ ອໍານາດການປົກຄອງແຂວງຊຽງຂວາງ; ກົມຊັບສິນທາງປັນຍາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ເປັນເຈົ້າການໃນການຕັ້ງປະຕິບັດ;ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກອົງການພັດທະນາແຫ່ງປະເທດຝລັ່ງ (AFD) ຜ່ານອົງການອາຫານ ແລະ ກະສິກໍາ (FAO) ປະຈໍາ ສປປລາວ.  ໃນຂະບວນການຈົດທະບຽນຖິ່ນກໍາເນີດດັ່ງກ່າວ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ...

Read More »

ສະໝັກດ່ວນ!!! ຖ້າຢາກໄດ້ທຶນໄປສຶກສາຕໍ່ທີ່ Beijing ປະເທດຈີນ

ແຈ້ງການກ່ຽວກັບທຶນການສຶກສາ ຂອງມະຫາວິທະຍາໄລ Beijing Institute of Technology (BIT) ເປີດໂອກາດໃຫ້ຄົນລາວ ໄດ້ສະໝັກແລ້ວ ມີທັງລະບົບ ທີ່ຮຽນເປັນພາສາອັງກິດ ແລະ ພາສາຈີນ. ປິດຮັບສະໝັກ: 31/12/2018 ລາຍລະອຽດ ການສະໝັກ ແມ່ນຕາມແຈ້ງການຂ້າງລຸ່ມນີ້. ສົນໃຈຕິດຕໍ່ສອບຖາມຂໍ້ມູນທີ່ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ທີ່ຫ້ອງ 108. ສອບຖາມຂໍ້ມູນເພີ່ມຕື່ມໂທ:​ 021 255034 ໃນໂມງລັດຖະການ ທີ່ມາ: Lao Youth Radio FM 90.0 Mhz Posted by Lao Youth Radio FM 90.0 Mhz on Tuesday, December 4, 2018

Read More »