News

3 ເທັກນິກ! ຊື້ໂຄສະນາ “Facebook” ແນວໃດ? ບໍ່ຕ້ອງເສຍເງິນຟຣີໆ…

ສະຫຼາດ! ຊື້ໂຄສະນາ Facebook… ຫຼັງຈາກເມື່ອຕົ້ນປີ Facebook ໄດ້ປະກາດປັບ Algorithm ຄັ້ງໃຫຍ່! ເຮັດໃຫ້ຫຼຸດຈໍານວນຄົນເຂົ້າເຖິງ (Reach) ເພຈຫຼຸດລົງເລື້ອຍໆ ເຊິ່ງສົ່ງຜົນກະທົບໂດຍກົງເຮັດໃຫ້ຜູ້ບໍລິໂພກ ຫຼືຜູ້ໃຊ້ Facebook ເຫັນບົດຄວາມ, ຜະລິດຕະພັນ ແລະ ສິນຄ້າຫຼຸດລົງເຊັ່ນດຽວກັນ… ຈົນເຮັດໃຫ້ເຈົ້າຂອງສິນຄ້າຍອມທີ່ ຊື້ໂຄສະນາ ເພື່ອແລກກັບການເຂົ້າເຖິງຂອງຜູ້ໃຊ້ Facebook; ແຕ່ການຊື້ໂຄສະນານັ້ນບໍ່ແມ່ນວ່າຈະໄດ້ຮັບຜົນດີສະເໝີໄປ ເພາະປະສິດທິພາບຂອງ ໂຄສະນາ ຂຶ້ນຢູ່ກັບຫຼາຍອົງປະກອບ ບໍ່ວ່າຈະເປັນຮູບ, ຂໍ້ຄວາມໂຄສະນາ ແລະ ການກໍານົດກຸ່ມເປົ້າໝາຍເປັນຕົ້ນ. ມື້ນີ້ຜູ້ຂຽນເລີຍຢາກຈະຍົກໃຫ້ເຫັນ 3 ເທັກນິກສໍາຄັນ ທີ່ຈະເຮັດໃຫ້ການຊື້ໂຄສະນາຈາກ Facebook ມີປະສິດທິພາບຫຼາຍຂຶ້ນ (ອ້າງອິງຈາກ: Digimusketeers (ປະເທດໄທ) ສະຖານບັນອົບຮົມຕະຫຼາດອອນລາຍ ບຸກຄະລາກອນມືອາຊີບ ແລະ ມີປະສົບການຫຼາຍກວ່າ 10 ປີ) Say NO for “Boost Post” ຫຼາຍຄົນມັກຕິດກັບດັກປໍ້າ Like-Comment-Share ການມີ Like/Comment/Share ທີ່ຫຼາຍ ບໍ່ໄດ້ໝາຍຄວາມວ່າຍອດການຂາຍຂອງທ່ານຈະຫຼາຍໄປນໍາ… ເຮົາສາມາດແບ່ງປະຊາກອນໃນ Facebook ອອກເປັນ 2 ...

Read More »

ສະຫຼຸບຜົນການແຂ່ງຂັນ Carlsberg Golf Classic 2018

ໃນວັນເສົາ ທີ 10 ພະຈິກ 2018 ທີ່ຜ່ານມາ ຢູ່ທີ່ສະໜາມກ໊ອຟ Lakeview ນະຄອນຫຼວງວຽງຈັນ, ບໍລິສັດເບຍລາວ, ໂດຍຜະລິດຕະພັນຂອງເບຍຄລາສເບີກ ໄດ້ຈັດການແຂ່ງຂັນ ຄລາສເບີກ ກ໊ອບ ຄລາສສິກ 2018 ຂຶ້ນເປັນຄັ້ງທີ 2.  ໃຫ້ກຽດເຂົ້າຮ່ວມແຂ່ງຂັນ ໂດຍທ່ານ ກິດສະໜາ ວົງໄຊ ປະມນສະພາບໍລິຫານ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ຈຳກັດ ແລະ ທ່ານ ເຮັນຣິກ ແອນເດິຊັນ ຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ, ພ້ອມມີນັກກິລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ  100 ຄົນ. ຜູ້ຊະນະເລີດສາຍ ມີແຮນດີເເຄັບ (handicap) ໄດ້ແກ່:  ທ່ານ ລັດຕະນະວົງ ກິນດາວົງ  5 ຄະແນນລວມ: -3 ຮອງຊະນະເລີດອັນດັບ 1  ໄດ້ແກ່ ທ່ານ ທະນູສັກ ພົມມະຈັກ  17 ຄະແນນລວາມ: -2 ຮອງຊະນະເລີດອັນດັບ 2 ໄດ້ແກ່ ທ່ານ ...

Read More »

ກອງປະຊຸມ ປະທານອົງການພຸດທະສາສະໜາ 3 ປະເທດ ຄັ້ງທີ 1

ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ກຳປູ-ລາວ-ຫວຽດນາມ ຄັ້ງທີ 1 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງເພື່ອສືບຕໍ່ຮັດແໜ້ນສາຍໃຍຄວາມສຳພັນໃຫ້ດີຍິ່ງຂຶ້ນກວ່າເກົ່າ, ພ້ອມທັງເຮັດບົດບັນທຶກຊ່ວຍຈຳ ຮ່ວມມືດ້ານການຄຸ້ມຄອງ ພະສົງສາມະເນນ, ການສຶກສາສົງ, ການເຜີຍແຜ່ສິລະທຳຄຳສັ່ງສອນຂອງພຸດທະສາສະໜາ ການສ້າງວັດວາອາຮາມ ແລະ ການແລກປ່ຽນວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງທັງສາມຊາດໃຫ້ເປັນຮູບປະທຳ, ໂດດເດັ່ນ ແລະ ແຜ່ກວ້າງອອກໄປຕະຫລອດກາລະອັນຍາວນານ. ຮູບພາບບັນຍາກາດ ຕ້ອນຮັບຂະບວນ ປະທານອົງການພຸດທະສາສະໜາ 3 ປະເທດ ກຳປູ-ລາວ-ຫວຽດນາມ. ຂໍ້ມູນຈາກ: ຂປລ. ຮູບພາບ:ພຣະອາຈານແກ້ວ ສຸທັມໂມ.    

Read More »

ຜູ້ນໍາເຮົາ ຕ້ອນຮັບ ແລະ ພົບປະ ປະທານສະພາແຫ່ງ ລັດ ສ.ກູບາ

ໃນໂອກາດ ເດີນທາງມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 11 ພະຈິກ 2018 ຜ່ານມານີ້ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ. ການພົບປະຄັ້ງນີ້, ຝ່າຍລາວໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດໃນອະນາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງ ສອງປະເທດໄດ້ສືບຕໍ່ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ. ຝ່າຍ ກູບາ ກໍໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ...

Read More »

ທ່ານ ທອງລຸນ ສີສຸລິດ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ, ໃນລະຫວ່າງວັນທີ 12-15 ພະຈິກ 2018 ທີ່ ປະເທດສິງກະໂປ. ທີ່ມາ: ແຈ້ງການຂອງກະຊວງການຕ່າງປະເທດ.

Read More »

ກອງປະຊຸມຈະເປີດເປັນທາງການ ທີ່ຫໍປະຊຸມແຫ່ງຊາດ.

ກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ ລາວ-ກຳປູເຈຍ-ຫວຽດນາມ ຄັ້ງທີ 1 ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 12 ພະຈິກ 2018, ຢູ່ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ເພີ່ມທະວີມູນເຊື້ອສາຍພົວພັນ ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອົງການພຸດທະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ”.     ຂ່າວແຈ້ງໃຫ້ຊາບຕື່ມວ່າ: ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາ ຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ ໃນວັນທີ 10 ພະຈິກ 2018 ເພື່ອກຽມເຂົ້າຮ່ວມກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ: ກໍາປູເຈຍ-ລາວ-ຫວຽດນາມ. ພິທີຕ້ອນຮັບຄະນະຜູ້ແທນຢ່າງເປັນທາງການ ຈັດຂຶ້ນທີ່ໂຮງແຮມອ່າງຄຳ, ໂດຍມີພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພຣະສົງ ແລະ ຝ່າຍຄະລາວາດຈຳນວນໜຶ່ງເຂົ້າຮ່ວມ. ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ນໍາໂດຍພຣະອາຈານໃຫຍ່ ທິກ ...

Read More »

ຜົ້ງສາລີ ຄາດຫວັງລາຍຮັບຈາກການເປີດ ປີທ່ອງທ່ຽວລາວ 2018.

ແຂວງຜົ້ງສາລີ ເປັນແຂວງທີ່ຕັ້ງຢູ່ພາກເໜືອສຸດ ຂອງປະເທດ ປະກອບດ້ວຍ 7 ຕົວເມືອງ, ທິດເໜືອ ແລະ ທິດຕາເວັນຕົກມີຊາຍແດນຕິດກັບ ສີບສອງພັນນາ ປະເທດຈີນ. ທິດຕາເວັນອອກຕິດກັບ ປະເທດ ຫວຽດນາມ, ທິດໃຕ້ຕິດກັບແຂວງ ຫຼວງພະບາງ ແລະ ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງ ອຸດົມໄຊ. ພູຟ້າ ແມ່ນມິ່ງຂັວນຂອງຊາວເມືອງ ເທສະບານແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສ່ຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ. ເປັນພູທີ່ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະ ພືດພັນຫຼາຍສິ່ງຫຼາຍຢ່າງ, ພືດດັ່ງກ່າວ ສາມາດນຳໃຊ້ເປັນຢາສະໜູນໄພ.  ອາຊີບຫຼັກ ຂອງປະຊາຊົນ ແຂວງ ຜົ້ງສາລີ ແມ່ນການຜະລິດ ທາງດ້ານກະສິກໍາ.        ແຂວງ ຜົ້ງສາລີ ອຸດົມສົມບູນໄປດ້ວຍ ຊັບພະຍາກອນທໍາມະຊາດ ເຊັ່ນ: ມີ​ແມ່​ນໍ້າ​ສາຍ​ຕ່າງໆ, ​ເຊິ່ງສາມາດ​ເປັນ​ທ່າ​ແຮງ​ ແຫຼ່ງພະລັງງານ ...

Read More »

ພິທີຕ້ອນຮັບ ຈັດຂຶ້ນຢ່າງເປັນທາງການ ທີ່ທຳນຽບປະທານປະເທດ.

ຕອນເຊົ້າວັນທີ 11 ພະຈິກ 2018 ນີ້, ຢູ່ທໍານຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ສ. ກູບາ ທີ່ມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 10-11 ພະຈິກ 2018 ນີ້. ການຢ້ຽມຢາມລາວທາງລັດຖະກິດຂອງ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ຄັ້ງນີ້ ເປັນເຫດ ການສໍາຄັນທາງດ້ານປະຫວັດສາດ ແຫ່ງການພົວພັນ ລະຫວ່າງ ສປປ ລາວ ແລະ ສ.ກູບາ ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ...

Read More »

ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ພ້ອມດ້ວຍພັນລະຍາ ເດີນທາງມາເຖິງນະຄອນຫຼວງວຽງຈັນ

ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນຕອນຄໍ່າວັນທີ 10 ພະຈິກ 2018 ເພື່ອທໍາການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 11-12 ພະຈິກ 2018 ນີ້.   ຊີວະປະຫວັດ ຂອງ ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ  ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ ທ່ານ Miguel Diaz-Canel Bermudez, ເກີດເມື່ອວັນທີ 20 ເມສາ 1960 ທີ່ເມືອງ Placetas, ແຂວງ Villa Clara; ເຂົ້າເປັນສະມາຊິກພັກ ປີ 1987 ລະດັບການສຶກສາ: ປີ 1982, ຮຽນຈົບປະລິນຍາຕີ ຂະແໜງວິສະວະກໍາໄຟຟ້າ ...

Read More »

ກະຊວງສາທາລະນະສຸກ ລາວ-ອາເມຣິກາ ປຶກສາຫາລືການຮ່ວມມື

ໃນວັນທີ 9 ພະຈິກ 2018, ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ   ປຶກສາຫາລືກ່ຽວກັບ ການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສປປ ລາວ ແມ່ນຄູ່ຮ່ວມງານທີ່ສໍາຄັນໃນຄວາມພະຍາຍາມລະດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານ​ຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ, HIV/AIDS ແລະ ພະຍາດວັນ​ນະ​ໂລກປອດ.   ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຂົງເຂດສາທາລະນະສຸກ ແລະ ການພັດທະນາທີ່ຍືນຍົງ. ການຮ່ວມມືດ້ານສາທາລະນະສຸກ ແມ່ນໜຶ່ງຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງມາຢ້ຽມຢາມຂອງທ່ານຮອງລັດຖະມົນຕີ ...

Read More »