ການນຳພັກ-ລັດ ວາງພວງມາລາ ລະນຶກເຖິງນັກຮົບປະຕິວັດ ສະຫຼອງວັນຊາດ 2 ທັນວາ

ໃນວັນທີ 2 ທັນວາ 2018 ນີ້, ການ​ນຳ​ພັກ​-ລັດ ນຳ​ໂດຍ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ໄດ້​ເຂົ້າ​ວາງພວງມາລາ ຢູ່​ອານຸສາ​ວະລີ ນັກຮົບ​ນິລະນາມ (ດາວ​ແດງ) ນະຄອນຫຼວງ​ວຽງ​ຈັນ, ​ເນື່ອງ​ໃນ​ໂອກາດ​ ສະຫຼອງ​ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ.

ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ​ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່​ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພາຍຫຼັງສຳເລັດການວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອານຸສາວະລີ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າ ຕະຫຼອດກາລະນານ.

ທີ່ມາ: ຂ່າວສານປະເທດລາວ.
ຂ່າວ: ສິງຄຳ

Comments