Startup ບໍ່ຢາກຕາຍເຮັດແນວໃດ? ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້…

ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້…

ປັດຈຸບັນທັງຜູ້ປະກອບການທີ່ເຮັດ SME ແລະຜູ້ປະກອບການທີ່ກໍາລັງເບິ່ງຫາທຸລະກິດໃໝ່ໆຢູ່ ຕ່າງກໍຫັນມາສົນໃຈທຸລະກິດທີ່ເອີ້ນວ່າ Startup ຫຼາຍຂຶ້ນ! ເພາະຖືວ່າເປັນທຸລະກິດທີ່ເກີດຂຶ້ນໃໝ່, ປະສົບຄວາມສໍາເລັດໄດ້ງ່າຍມີຕົວຢ່າງໃຫ້ເຫັນງ່າຍໆຄື Facebook… ຜູ້ປະກອບການເບິ່ງທຸລະກິດ Startup ວ່າໃຊ້ເງິນທຶນຄ້ອນຂ້າງຕໍ່າ, ພຽງແຕ່ມີຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນການຈັດການບໍລິຫານເທົ່ານັ້ນກໍສາມາດເປັນທຸລະກິດໄດ້… ແຕ່ທ່ານຮູ້ບໍ່ວ່າ ຈາກຜົນການວິໃຈຂໍ້ມູນໃນທາງເລິກຂອງ CB Insights ພົບວ່າ Startup ມີທ່າອ່ຽງໄປບໍ່ອດພາຍໃນ 20 ເດືອນຫຼັງຈາກຊອກເງິນທຶນໄດ້ປະມານ 1.3 ລ້ານໂດລາສະຫະລັດ ເຊິ່ງສາເຫດທີ່ເຮັດໃຫ້ໄປບໍ່ລອດແມ່ນມາຈາກ ການຈັດການຄວາມສ່ຽງຕ່າງໆບໍ່ໄດ້ ໂດຍຄວາມສ່ຽງທີ່ວ່າແມ່ນມາໃນຮູບແບບຂອງ

  1. ການເງິນ: ທັງການຈັດການກະແສເງິນສົດບໍ່ໄດ້, ໜີ້ຫຼາຍເກີນໄປ ແລະ ຂະຫຍາຍທຸລະກິດໃນເວລາບໍ່ເໝາະສົມ ຕົວຢ່າງ: Cha Cha ບໍລິການຕອບກັບຜ່ານມືຖື ປິດຕົວລົງເພາະຈັດການໜີ້ສິນບໍ່ໄດ້
  2.  
    1. ລະບົບການເຮັດວຽກບໍ່ຄ່ອຍດີ: ລວມເຖິງການວາງແຜນການຕະຫຼາດບໍ່ດີ ກໍລະນີຕົວຢ່າງ: Blockbuster VDO ເຖິງວ່າຈະເປັນທຸລະກິດທໍາອິດທີ່ໃຫ້ບໍລິການເຊົ່າ VDO ແຕ່ເມື່ອໃຫ້ບໍລິການລູກຄ້າບໍ່ດີ ສຸດທ້າຍກໍຕາຍ

     

    1. ບໍ່ເຮັດຕາມກົດລະບຽບ: ພົບຫຼາຍໃນ Startup ປະເພດ Fintech ເຊັ່ນ Lumosity ທີ່ໂຄສະນາວ່າ ເກມຂອງບໍລິສັດຊ່ວຍປ້ອງກັນພະຍາດສະໝອງເຊື່ອມ ແລະ ບັນຫາທາງຈິດ ນີ້ຄືການລະເມີດກົດລະບຽບຂອງ The Federal Trade Commission (FTC) ເພາະບໍ່ມີຜົນວິໄຈທີ່ເປັນຫຼັກຖານມາຢັ້ງຢືນ

ນອກຈາກນີ້ ສິນຄ້າ ແລະການບໍລິການທີ່ຂາດຄວາມປອດໄພ, ການເຮັດຂໍ້ມູນລູກຄ້າຮົ່ວໄຫຼ ແລະ ຊື່ສຽງບໍລິສັດທີ່ໄປໃນທາງລົບ ລ້ວນເປັນເຫດຜົນໃຫ້ Startup ຕາຍທັງໝົດ!!! ຖ້າຢາກຢູ່ລອດຕ້ອງຮີບຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້.

ທີ່ມາ: SMETHAILANDCLUB

Comments