ຊົມເຊີຍ ນັກຮຽນຊັ້ນມ 4 ສາມາດຍາດໄດ້ຫຼຽນທອງແດງ ໃນການແຂ່ງຂັນ Humanoid Mission

ນັກຮຽນລາວ ສ້າງຊື່ສຽງໃຫ້ກັບປະເທດຊາດ ອີກແລ້ວ ໂດຍສາມາດຍາດໄດ້ຫຼຽນທອງແດງ ຈາກການແຂ່ງຂັນໃນງານ 5 International Youth Robot Competition (IYRC) 2018 ທີ່ປະເທດໄທ.


ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ ປີທີ 5 International Youth Robot Competition (IYRC) ເຊິ່ງຈັດຂຶ້ນຢູ່ບາງກອກປະເທດໄທ ລະຫວ່າງວັນທີ 30 ພະຈິກຫາວັນທີ 1 ທັນວາ 2018 ໄດ້ສໍາເລັດລົງດ້ວຍຜົນສໍາເລັດທີ່ຍິ່ງໃຫຍ່ ໂດຍມີນັກຮຽນເກືອບ 600 ຄົນຈາກ 25 ປະເທດທີ່ເດີນທາງເຂົ້າຮ່ວມໃນ 11 ລາຍການຂອງແຂ່ງຂັນໃນຄັ້ງນີ້ ໃນນັ້ນກໍມີຕົວແທນນັກຮຽນລາວເຂົ້າຮ່ວມ ແລະ ສາມາດຍາດໄດ້ລາງວັນຫຼຽນທອງແດງ 1 ລາງວັນ ເປັນຂອງຂວັນສະເຫຼີມສະຫຼອງວັນຊາດໃນປີນີ້.


ການແຂ່ງຂັນນານາຊາດໃນຄັ້ງນີ້ ເປັນຄັ້ງທໍາອິດທີ່ ສປປ ລາວ ໄດ້ສົ່ງນັກສຶກສາເຂົ້າຮ່ວມຈໍານວນ 5 ຄົນ ຍິງ 1 ຄົນ ໃນ 5 ລາຍການຄື: ການແຂ່ງຂັນ Bowling Item RecycleAnimal Kingdom Soccer Humanoid Mission ແລະ Save the Forest ເຊິ່ງທຸກຄົນເຮັດໄດ້ດີຫຼາຍ.

ໜຶ່ງໃນນັກສຶກສາຂອງລາວເຮົາຄື ທ້າວບຸນຍາລິດ ໄຊສຸລຽນ ແມ່ນນັກຮຽນຢູ່ໂຮງຮຽນ VIS ນະຄອນຫຼວງວຽງຈັນ ຊັ້ນມັດທະຍົມປີທີ 4 ສາມາດຍາດໄດ້ຫຼຽນທອງແດງຈາກການແຂ່ງຂັນ Humanoid Mission ເປັນການສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາ ແລະ ແມ່ນຂອງຂວັນວັນຊາດອັນມີຄ່າຂອງພວກເຮົາ.

 ຄັ້ງຕໍ່ໄປ ພົບກັນທີ່ Daejeon ປະເທດ ສ ເກົາຫຼີ ສໍາລັບ IYRC 2019 ທາງສູນການຮຽນຮູ້ຈະສູ້ຊົນສືບຕໍ່ສ້າງຜົນງານໃຫ້ດີກວ່າເກົ່າ.

ຂໍ້ມູນຈາກ: ເພສບຸກ ວຽງຈັນໃໝ່.

Comments