ພິທີວາງສິລາລືກ ໂຄງການກໍ່ສ້າງອາຄານຮຽນຂອງໂຮງຮຽນມັດທະຍົມສົມບູນ ຫຼັກ 35 (ອີ່ຕູ້) ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2018 ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຂອງ
ທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ຫງວຽນ ວັນ ຮາຍ ຕາງໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການຂອງແຂວງ, ການນໍາຂອງເມືອງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທອງຫຼອມ ຄໍາພົມມີ ອໍານວຍການ ມ.ສ ຫຼັກ 35 ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກແຂວງບິງດິ້ງ ສສ ຫວຽດນາມ ມູນຄ່າ 10 ຕື້ດົ້ງ (3.673.405.056 ກີບ) ເຊິ່ງເປັນອາຄານເປຕົງເສີມເຫຼັກ 2 ຊັ້ນ, ມີ 10 ຫ້ອງຮຽນ, 2 ຫ້ອງການ, ນໍ້າບາດານ 1 ບໍ່, ຫ້ອງນໍ້າ 8 ຫ້ອງ, ພ້ອມໂຕະຕັ່ງຂອງຄູ ແລະ ນັກຮຽນຄົບຊຸດ, ໂດຍແມ່ນບໍລິສັດ ຈະເລີນເຊກອງກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ໃນໄລຍະເວລາ 7 ເດືອນໃຫ້ສໍາເລັດ.
ໃນສົກຮຽນ 2018-2019 ມ.ສ ຫຼັກ 35 ມີນັກຮຽນທັງໝົດ 560 ຄົນ, ຍິງ 286 ຄົນ, ສະເລ່ຍນັກຮຽນຕໍ່ຫ້ອງແມ່ນ 32-40 ຄົນຕໍ່ຫ້ອງ, ມີອາຄານຮຽນ 5 ຫຼັງ, ໃນນັ້ນເປັນອາຄານຮຽນເກົ່າແກ່ຊຸດໂຊມ 2 ຫຼັງ, ມີ 10 ຫ້ອງຮຽນ.
ຂໍ້ມູນຈາກ: ນສພ ຈໍາປາໃໝ່.