ຣາຊະອານາຈັກໄທ ສົ່ງໂທລະເລກອວຍພອນເຖິງ ທ່ານ ບຸນຍັງ ວໍລະຈິດ

ວັນທີ 4 ທັນວາ 2018 ນີ້, ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ.
ເນື້ອໃນສານລະບຸໄວ້ວ່າ: ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍສົ່ງຄໍາອວຍພອນ ແລະ ຄວາມປາຖະໜາດີມາຍັງ ທ່ານປະທານປະເທດ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກ ແລະ ຂໍໃຫ້ປະເທດ ແລະ ປະຊາຊົນລາວ ມີຄວາມຜາສຸກ ແລະ ຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.


ຂ້າພະເຈົ້າເຊື້ອໝັ້ນວ່າ ການທີ່ປະເທດຂອງພວກເຮົາທັງສອງມີສາຍພົວພັນມິດຕະພາບມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າໃຈ ແລະ ຄວາມປາຖະໜາດີຕໍ່ກັນຕະຫຼອດມາ ຈະເປັນປັດໄຈສໍາຄັນຊ່ວຍເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນກິດຈະການທຸກໆດ້ານ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນໃນອານາຄົດ.

ທີ່ມາ: ຂ່າວສານປປະເທດລາວ.

Comments