ຍິນດີນຳ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່

ສະພາຮັບຮອງແລ້ວ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ  ເລຂາທິການສູນກາງພັກ ອງລັດຖະມົນຕີກະຊວງປ້ອງກັນປະເທດ ຖືກແຕ່ງຕັ້ງຂຶ້ນເປັນລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ ປ່ຽນແທນທ່ານ ພົນຕີ ສົມແກ້ວ ສີລາວົງ ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ. 

 

ເຊົ້າວັນທີ 5 ທັນວາ 2018 ທີ່ກອງປະຊຸມສະພາແຫ່ງຊາດໄດ້ມີການແຕ່ງຕັ້ງລັດຖະມົນຕີປ້ອງກັນຄວາມສະຫງົບຜູ້ໃໝ່ຕາມໜັງສືສະເໜີຂອງທ່ານນາຍົກລັດຖະມົນຕີ, ໃຫ້ບັນດາສະມາຊິກສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນນາມທີ່ເປັນຕົວແທນສິດ ແລະຜົນປະໂຫຍດຂອງປະຊາຊົນ.

ກອງປະຊຸມສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບດ້ວຍຄະແນນສຽງ 90% ຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມປະຊຸມຈຳນວນ 126 ທ່ານ ໃນນັ້ນບໍ່ເຫັນດີ 9 ທ່ານເທົ່າກັບ 7% ແລະບໍ່ອອກສຽງ 2%.
ໃນນັ້ນໄດ້ມີການປະກອບຄຳເຫັນຕໍ່ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ສຽງສ່ວນຫຼາຍແມ່ນສະແດງຄວາມເຫັນດີເປັນເອກະພາບຕໍ່ການສະເໜີແຕ່ງຕັ້ງ, ສະໜັບສະໜູນ ແລະໄວ້ວາງໃຈ ເຊື່ອໝັ້ນວ່າຈະມີອັນໃໝ່ກ້າວໜ້າໃນກຳລັງປ້ອງກັນຄວາມສະຫງົບ ພາຍຫຼັງທ່ານລັດຖະມົນຕີຄົນໃໝ່ເຂົ້າປະຕິບັດໜ້າທີ່ຕາມພາລະບົດບາດ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments