News

ອະດີດປະທານພັກ ປະທານປະເທດເນັ້ນ ກໍ່ສ້າງສັງຄົມນິຍົມ ເລີ່ມຈາກຮາກຖານ.

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ສປປ ລາວ ໄດ້ໂອ້ລົມ ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຈຳປາສັກ ໃນວັນທີ 6 ທັນວາ 2018 ຜ່ານມາຢູ່ທີ່ສະໂມສອນຫຼັກ 4. ເນື້ອໃນໂອລົມ ທ່ານ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ພ້ອມກັນເອົາໃຈໃສ່ນຳພາກໍ່ສ້າງສັງຄົມນິຍົມ ດ້ວຍການສືບຕໍ່ເສີມຂະຫຍາຍບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ເລີ່ມຈາກຮາກຖານ; ໃນນັ້ນຕ້ອງເຮັດໃຫ້ການຈັດຕັ້ງຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ,ປະຊາຊົນແຕ່ລະບ້ານມີຢູ່ມີກິນ,ສັງຄົມມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ ແລະ ສີວິໄລ. ນອກນີ້, ອະດີດປະທານພັກ ປະທານປະເທດ ຍັງໄດ້ຊີ້ນຳບັນຫາສຳຄັນອື່ນໆອີກ ເພື່ອເປັນທິດເຍືອງທາງໃຫ້ຄະນະພັກ,ອົງການປົກຄອງແຂວງ,ນະຄອນ ແລະ ເມືອງ,ພະແນກການກົມກອງຕ່າງໆ ໄດ້ນໍາໄປຈັດຕັ້ງນຳພາໃຫ້ມີຜົນສຳເລັດ.   ຂໍ້ມູນແລະພາບຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Read More »

ໂຮງໝໍແຂວງຫຼວງນໍ້າທາ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ລົງນາມຮ່ວມມື

ໃນວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ແຂວງຫຼວງນໍ້າທາ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງ ໂຮງໝໍແຂວງຫຼວງນໍ້າທາ ສປປ ລາວ ກັບ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ສປ ຈີນ ລົງນາມໂດຍທ່ານນາງ ດຣ ສອນແກ້ວ ໝັ້ນປະດິດ ຮອງອໍານວຍການໂຮງໝໍແຂວງຫຼວງນໍ້າທາ ແລະ ທ່ານ ກວາງ ເຈິນ ຮອງອໍານວຍການ ໂຮງໝໍປະຊາຊົນ ກິ່ງແຂວງສິບສອງພັນນາ ໂດຍຊ້ອງໜ້າພະນັກງານກ່ຽວຂ້ອງສອງຝ່າຍ. ພ້ອມກັນນີ້ທາງຝ່າຍຈີນຍັງຈະໃຫ້ການຮ່ວມມືໃນການຊ່ວຍເຫຼືອຍົກລະດັບທາງດ້ານສຸກເສີນການແພດໃຫ້ກັບ ໂຮງໝໍໃນ 5 ແຂວງພາກເໜືອ ບົນພື້ນຖານການຮ່ວມມືແບບຍືນຍົງ. ກອງປະຊຸມລົງນາມບົດບັນທຶກການຮ່ວມມືລະຫວ່າງໂຮງໝໍ ກິງ ແຂວງສິບສອງພັນນາ ສປ ຈີນ ກັບໂຮງໝໍແຂວງຫລວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Thursday, December 6, 2018

Read More »

ສອງບໍລິສັດມອບລົດໂຮງໝໍ (Ambulance) 2 ຄັນ.

ໃນວັນທີ 4 ທັນວາ 2018 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ມີພິທີມອບ-ຮັບລົດໂຮງໝໍ (Ambulance) ໃຫ້ກັບໂຮງ ໝໍເມືອງພິນ ແລະ ໂຮງໝໍເມືອງ ເຊໂປນ. ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນແຂວງເປັນກຽດຮັບ ແລະ ມອບຕໍ່ໃຫກັບໂຮງໝໍເມືອງທັງສອງແຫ່ງ. ໂດຍທ່ານ ລຽງ ຫົງ ຈິງ ຮອງຜູ້ອຳນວຍການ ບໍລິສັດຊັນເປເປີ ໂຮນດິ້ງລາວ ຈຳກັດ ແລະ ກຸ່ມບໍລິສັດດາວສະຫວັນ ລົງທຶນ ເປັນຜູ້ມອບ, ຊຶ່ງລົດໂຮງໝໍ (Ambulance) ຈຳນວນ ສອງຄັນ ລວມມູນຄ່າ 60.800 ໂດລາສະຫະລັດ. ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງທັງສອງບໍລິສັດ ທີ່ມີນໍ້າໃຈເພື່ອສ່ວນຮ່ວມໃຫ້ກັບສັງຄົມ ກໍຄືວຽກງານສາທາລະນະສຸກ, ເພື່ອອຳນວຍຄວາມສະດວກ ໃນການລຳລຽງຄົນເຈັບໃນຍາມສຸກເສີນໄດ້ ທ່ວງທັນເວລາ. ຂໍ້ມູນຈາກ: ນສພ ສະຫວັນພັດທະນາ.

Read More »

ພາກລັດ-ທຸລະກິດ ຮ່ວມມືກັນພັດທະນາ ແຂວງສະຫວັນນະເຂດ

ເພື່ອເປັນການລະດົມແນວ ຄວາມຄິດຈາກພາກສ່ວນ ຕ່າງໆທັງພາກລັດ ແລະ ພາກທຸລະກິດໃນການພັດທະນາ ແຂວງສະຫວັນນະເຂດໃຫ້ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງ, ບັນດາພາກສ່ວນຕ່າງໆທັງ ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາ ເພື່ອລະດົມຄວາມ ຄິດເຫັນກ່ຽວກັບທິດທາງໃນການພັດທະນາດ້ານເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພາຍໃຕ້ການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ ອອດ ພົງສະຫວັນ ກຳມະການສູນກາງແນວລາວສ້າງຊາດ ພ້ອມຄະນະສະມາຊິກ ສູນກາງແນວລາວສ້າງຊາດ, ບັນດາທ່ານຜູ້ຊົງຄຸນວຸດທິ, ມີຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ,ຄະນະສະພາການຄ້າ-ອຸດສາຫະກໍາແຂວງ, ບັນດານັກທຸລະກິດ ແລະບໍລິສັດຫ້າງຮ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບທິດທາງໃນການພັດທະນາເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ. ໂອກາດນີ້, ກອງປະຊຸມໄດ້ຮັບຟັງການ ນຳສະເໜີຈາກວິຊາການທີ່ມີຄວາມຮູ້ ແລະ ປະສົບການຈາກ ສູນກາງແນວລາວສ້າງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ພ້ອມທັງຂໍ້ແນະນຳການສະເໜີຂໍສິນເຊື່ອສຳລັບທຸລະກິດ ຊຶ່ງໃຫ້ຮູ້ໂດຍສັງເຂບວ່າ: ສໍາລັບເປົ້າໝາຍໃນການພັດທະນາດ້ານເສດຖະກິດຢູ່ແຂວງ ສະຫວັນນະເຂດໃນຕໍ່ໜ້ານີ້ ແມ່ນແນໃສ່ການພັດທະນາ ແລະເສີມສ້າງທຸລະກິດຂະໜາດນ້ອຍ ແລະ ...

Read More »

ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ສະມາຊິກສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ

ໃນວັນທີ 7 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ສະມາຊິກສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ເພື່ອເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງ ຕໍ່ການບໍລິຫານເຄື່ອນໄຫວ ຂອງສະມາຄົມໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງຍິ່ງຂຶ້ນໄປເລື້ອຍໆ ກ້າວໄປເຖິງການສ້າງຕັ້ງ ຜູ້ອາຍຸສູງລະດັບຊາດ ຫຼື ສະຫະພັນຜູ້ອາຍຸສູງແຫ່ງຊາດ.  ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ທີ່ໄດ້: ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຈົນໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍນຳໃຈເສຍສະຫລະສູງ, ປະຕິບັດໜ້າທີ່ຕາມກົດລະບຽບ ແລະ ແຜນການທີ່ວາງໄວ້ດ້ວຍຄວາມຮັບຜິດຊອບ, ມີຜົນງານທີ່ເປັນຮູບປະທຳຢ່າງໜ້າເພິງພໍໃຈ. ສາມາດເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ສັງຄົມພາຍນອກໄດ້ຮັບຮູ້ ແລະ ໄດ້ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ສາມາດເວົ້າໄດ້ວ່າ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທັງເປັນການແບ່ງເບົາພາລະຂອງພັກ-ລັດ ນຳອີກ.  ພ້ອມກັນນັ້ນ, ທ່ານ ນາຍົກຍັງໄດ້ອະທິບາຍ ແລະ ລາຍງານ: ສະພາບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໃນທຸກຂະແໜງການ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ...

Read More »

ຈຳປາສັກ ອັດຕະປື ເຊີນຮ່ວມປະມູນຊື້ໄມ້ ຈາກລັດຖະບານທີ່ຢຶດໄດ້.

ເຊີນຮ່ວມປະມູນຊື້ໄມ້ ຮ່ວງໄມ້ຢຶດຂອງແຂວງຈຳປາສັກ. ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ໄດ້ອອກແຈ້ງການເລກທີ 1560/ພອຄ.ຈສ, ລົງວັນທີ 04 ທັນວາ 2018 ແລະ ແຈ້ງການເລກທີ 1576/ພອຄ.ຈສ, ລົງວັນທີ 05 ທັນວາ 2018 ເພື່ອແຈ້ງເຊີນມາຍັງບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຍຶດຂອງລັດ. Start Date/Time:04-12-2018 08:00 ມື້ປິດ:18-12-2018 16:00 ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ສາມາດຍຶດໄດ້ ຈຳນວນ 777.540 ຕັບ/ເສັ້ນ/ແຜ່ນ, ບໍລິມາດ 3.199,222 (ສາມພັນໜຶ່ງຮ້ອຍເກົ້າສິບເກົ້າຈຸດສອງຮ້ອຍຊາວສອງ) ແມັດກ້ອນ ແລະ ຈຳນວນ 84.732 ທ່ອນສັ້ນ/ຕັບ/ເສັ້ນ, ບໍລິມາດ 1.168,551(ໜຶ່ງພັນໜຶ່ງຮ້ອຍຫົກສິບແປດຈຸດຫ້າຮ້ອຍຫ້າສິບເອັດ) ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການຄ້າພາຍໃນ) ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ...

Read More »

ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ

ໃນວັນທີ 7 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ, ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ໂດຍມີ ທ່ານ ເອີເລນ ໂອດູນຊັນ ຟອນ ຕາງໜ້າອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳ ສປປ ລາວ(UNODC), ພ້ອມດ້ວຍທູຕານຸທູດ ອົງການຈັດຕັ້ງສາກົນ ຕາງໜ້າບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ສີໃນ ມຽງລາວັນ ກ່າວວ່າ: ການສໍ້ລາດບັງຫຼວງ ແມ່ນສະພາບຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງ ເຊິ່ງສົ່ງຜົນກະທົບ ແລະ ກົດໜ່ວງ ທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ; ການສໍ້ລາດບັງຫຼວງເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບຂອງອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ, ເປັນການບັນທອນກຳລັງແຮງ ກໍຄື ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ...

Read More »

AI ຕ້ອງຫຼີກ! ເມື່ອຜົນການສໍາຫຼວດສະແດງໃຫ້້ເຫັນວ່າ ລູກຄ້າຍັງຕ້ອງການຄົນເປັນຕົວຊ່ວຍດ້ານບໍລິການ…

AI ບໍ່ສາມາດຕອບໂຈດວຽກບໍລິການໄດ້!!! ຍຸກນີ້ບໍ່ວ່າຈະເບິ່ງໄປທາງໃດ ໃຜໆກໍເວົ້າເຖິງເທັກໂນໂລຍີ AI ຫຼືຫຸ່ນຍົນເຂົ້າມາຊ່ວຍເພີ່ມສັກກະຍະພາບວຽກດ້ານການບໍລິການ (ໃນຕ່າງປະເທດ) ແຕ່ຈາກຜົນການສໍາຫຼວດຫຼ້າສຸດຂອງ Calabrio ບໍລິສັດດ້ານຊ໊ອຟແວ ແລະວິເຄາະຜູ້ບໍລິໂພກ ຊີ້ໃຫ້ເຫັນວ່າລູກຄ້າຍັງຄົງເລືອກ ແລະມັກການບໍລິການ ຫຼືປະຕິສໍາພັນກັບພະນັກງານທີ່ເປັນຄົນຫຼາຍກວ່າເຄື່ອງມື ຫຼືລະບົບ Digital… ຈາກຜົນການສໍາຫຼວດພົບວ່າ 79% ຂອງຜູ້ບໍລິໂພກຊາວອາເມຣິກາ ແລະອັງກິດຈໍານວນ 3.000 ຄົນ ບອກວ່າ ການໄດ້ຮັບການບໍລິການ ຫຼືມີປະຕິສໍາພັນກັບມະນຸດແທນ Chatbot ຫຼືຊ່ອງທາງການໃຫ້ບໍລິການຕົວເອງແບບ Digital ນັ້ນຍັງເປັນສິ່ງສໍາຄັນ ເພາະເຊື່ອວ່າຈະໄດ້ຮັບການບໍລິການທີ່ດີກວ່າ. ນອກຈາກນີ້ 74% ຂອງຜູ້ເຮັດການສໍາຫຼວດຍັງບອກວ່າ ພວກເຂົາຈະຍັງຄົງເປັນລູກຄ້າທີ່ມັກທຸລະກິດທີ່ມີທາງເລືອກໃຫ້ໄດ້ຮັບການບໍລິການຈາກຄົນດ້ວຍກັນ ຫຼາຍກວ່າທຸລະກິດທີ່ໃຫ້ບໍລິການຜ່ານຊ່ອງທາງ Digital ຫຼືຕ້ອງໃຫ້ບໍລິການຕົວເອງພຽງຢ່າງດຽວ ແລະຖ້າບໍລິສັດໃດບໍ່ມີຕົວເລືອກໃຫ້ກັບລູກຄ້າ ແລະຢືນຢັນທີ່ຈະໃຫ້ພວກເຂົາຕ້ອງຮັບບໍລິການທີ່ຕ້ອງອາໄສເທັກໂນໂລຍີ ຫຼືລະບົບດີຈີຕອລນັ້ນ ກໍກຽມຮັບມືໄດ້ເລີຍ ເພາະວ່າ 43% ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາຈະຄິດຮອດການໃຫ້ບໍລິການຂອງຄູ່ແຂ່ງ ຫາກບໍ່ສາມາດໄດ້ຮັບການບໍລິການຈາກພະນັກງານທີ່ເປັນຄົນ ຈາກບໍລິສັດ ຫຼືຍີ່ຫໍ່ທີ່ໃຊ້ຢູ່. ນອກຈາກນີ້ ລູກຄ້າບາງສ່ວນຍັງບອກວ່າ ມີຄວາມຕ້ອງການທີ່ຈະໂອ້ລົມກັບພະນັກງານທີ່ເປັນຄົນແບບຕົວຕໍ່ຕົວ ໂດຍສະເພາະດ້ານການໄດ້ຮັບບໍລິການ ແລະແກ້ໄຂບັນຫາຕ່າງໆ ໂດຍຜົນສໍາຫຼວດບອກວ່າ 24% ຂອງຜູ້ຕອບແບບສອບຖາມມີຄວາມຄິດວ່າ ບໍລິສັດຕ່າງໆນັ້ນເປືອງເງິນໄປກັບການລົງທຶນດ້ານເທັກໂນໂລຍີ ໃນການໃຫ້ບໍລິການແບບອັດຕະໂນມັດ; ໂດຍໃຫ້ເຫດຜົນວ່າສິ່ງທີ່ລູກຄ້າຕ້ອງການນັ້ນ ຄືການໄດ້ໂອ້ລົມກັບພະນັກງານທີ່ເປັນຄົນ ...

Read More »

ລົດ​ປ້າຍ​ລັດ​ເກືອບ 2 ພັນ​ຄັນ ​ເອກະສານ​ບໍ່​ຄົບ​ຖ້ວນ

ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ຈະ​ເລັ່ງປະສານ​ສົມທົບ​ກັບ​ຂະ​ແໜງ​ກ່ຽວຂ້ອງ​ອື່ນໆ ​ເພື່ອ​ໃຫ້ການ​ຄຸ້ມ​ຄອງ​ພາຫະນະ​ຂອງ​ລັດ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ, ພາຍຫຼັງ​ເຫັນ​ວ່າ​ມີ​ລົດ​ລັດ (ປ້າຍ​ຟ້າ) ​ເກືອບ 2 ພັນ​ຄັນ ​ເອກະສານ​ຍັງ​ບໍ່​ຄົບ​ຖ້ວນ ​ແຕ່​ຂໍຂຶ້ນທະບຽນ​ລົດ​ກ່ອນ. ທ່ານ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ການ​ຂຶ້ນທະບຽນ​ພາຫະນະ​ຂອງ​ລັດ ​ເຊິ່ງ​ເປັນ​ຊັບ​ສົມບັດ​ຂອງ​ລັດ, ຕາມ​ລະບຽບ​ກົດໝາຍ​ຕ້ອງ​ໄດ້​ຈົດ​ທະບຽນ​ເປັນ​ຊັບ​ສິນ​ຂອງ​ລັດ​ ​ແຕ່​ຜ່ານ​ມາ​ມີ​ໃບ​ສະ​ເໜີ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຂໍຂຶ້ນປ້າຍ​ທະບຽນ​ລົດ​ກ່ອນ, ມາ​ຮອດ​ປັດຈຸບັນ​ຍັງ​ມີ​ລົດ​ປ້າຍ​ລັດ​ບໍ່​ທັນ​ໄດ້​ປະກອບ​ເອກະສານ​ມາ​ຄົບ​ຖ້ວນ​ຈຳນວນ 1,919 ຄັນ ​ແລະ ພາຍຫຼັງ​ປີ 2015 ​ໄດ້​ມີ​ແຈ້ງ​ການ​ຂອງ​ກະຊວງ​ການ​ເງິນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ພາຫະນະ​ຂອງ​ລັດ ​ໂດຍ​ໄດ້​ຫ້າມ​ກອງ​ຄຸ້ມ​ຄອງ​ພາຫະນະ ​ແລະ ການ​ຂັບ​ຂີ່​ແຂວງ ​ແລະ ນະຄອນຫຼວງ​ຢຸດຕິ​ອອກ​ໃບ​ທະບຽນ​ຊົ່ວຄາວ​ໃຫ້​ບຸກຄົນ ​ແລະ ການຈັດຕັ້ງຕ່າງໆ​ຕິດ​ປ້າຍ​ລົດ​ລັດ​ບໍລິຫານ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ, ຜ່ານ​ມາ​ການ​ຄຸ້ມ​ຄອງ​ພາຫະນະ​ລັດ​ແມ່ນ​ຂຶ້ນກັບ​ຫຼາຍ​ພາກສ່ວນ​ຄື: ບັນດາ​ກະຊວງ-ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປັດຈຸບັນ​ຍັງ​ບໍ່​ທັນ​ສາມາດ​ແຍກ​ບັນຊີ​ການ​ຄຸ້ມ​ຄອງ​ໄດ້​ລະອຽດ ​ໂດຍ​ກະຊວງ ຍທຂ ຈະ​ສືບ​ຕໍ່​ປະສານ​ກັບ​ກະຊວງ​ການ​ເງິນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ອື່ນໆ ​ເພື່ອ​ດຳ​ເນີນ​ການຄົ້ນຄວ້າ​ສ້າງ​ນິຕິ​ກຳ​ຄຸ້ມ​ຄອງ​ທີ່​ຮັດກຸມ​ຂຶ້ນຕື່ມ​ອີກ. ຂໍ້ມູນຈາກ : ໜັງສືພິມ ເສດຖະກິດ-ສັງຄົມ

Read More »

ລັດຖະບານ ສ.ເກົາຫລີ ແລະ ອົງການຢູນິເຊັບ ຊ່ວຍເຫຼືອເດັກນ້ອຍ ແຂວງອັດຕະປື

ໃນວັນທີ 6 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອ ແລະ ປົກປ້ອງເດັກ ທີ່ບໍ່ມີ ພໍ່, ແມ່ ແລະ ຜູ້ປົກຄອງດູແລ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເຮັດໃຫ້ເດັກເຫຼົ່ານັ້ນໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອດີຂຶ້ນກວ່າເກົ່າ, ເຊິ່ງລັດຖະບານສ.ເກົາຫລີ ໄດ້ອະນຸມັດທຶນ 3 ແສນໂດລາສະຫະລັດ ໃຫ້ອົງການຢູນິເຊັບ ເພື່ອໃຊ້ໃນການຊ່ວຍເຫຼືອດັ່ງກ່າວ, ລົງນາມໂດຍ ທ່ານ ຊິນ ຊົງ ຊູນ ເອກອັກຄະລັດຖະທູດ ສ. ເກົາ ຫລີ ປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການຢູນິເຊັບ. ພິທີເຊັນສັນຍາດັ່ງກ່າວ, ແມ່ນສໍາລັບໂຄງການ ເຮັດໃຫ້ເດັກນ້ອຍຢູ່ແຂວງອັດຕະປື ໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອທີ່ດີຂຶ້ນ ໂດຍຜ່ານລະບົບການດູແລ ແລະ ປົກປ້ອງເດັກ. ມີຈຸດປະສົງເພື່ອຮັບມືກັບພາວະສຸກເສີນ ທີ່ເກີດຈາກເຫດການສັນເຄື່ອນແຕກ ທີ່ແຂວງອັດຕະປື, ພ້ອມນັ້ນ ກໍເພື່ອຮັບປະກັນໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນໄລຍະສຸກເສີນເຂົ້າສູ່ການຟື້ນຟູໄລຍະກາງ, ໄລຍະຍາວມີຄວາມຍືນຍົງ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປົກປ້ອງເດັກໄປພ້ອມໆກັນ. ...

Read More »