ຈຳປາສັກ ອັດຕະປື ເຊີນຮ່ວມປະມູນຊື້ໄມ້ ຈາກລັດຖະບານທີ່ຢຶດໄດ້.

ເຊີນຮ່ວມປະມູນຊື້ໄມ້ ຮ່ວງໄມ້ຢຶດຂອງແຂວງຈຳປາສັກ.

ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ໄດ້ອອກແຈ້ງການເລກທີ 1560/ພອຄ.ຈສ, ລົງວັນທີ 04 ທັນວາ 2018 ແລະ ແຈ້ງການເລກທີ 1576/ພອຄ.ຈສ, ລົງວັນທີ 05 ທັນວາ 2018 ເພື່ອແຈ້ງເຊີນມາຍັງບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຍຶດຂອງລັດ.

Start Date/Time:04-12-2018 08:00
ມື້ປິດ:18-12-2018 16:00

ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ສາມາດຍຶດໄດ້ ຈຳນວນ 777.540 ຕັບ/ເສັ້ນ/ແຜ່ນ, ບໍລິມາດ 3.199,222 (ສາມພັນໜຶ່ງຮ້ອຍເກົ້າສິບເກົ້າຈຸດສອງຮ້ອຍຊາວສອງ) ແມັດກ້ອນ ແລະ ຈຳນວນ 84.732 ທ່ອນສັ້ນ/ຕັບ/ເສັ້ນ, ບໍລິມາດ 1.168,551(ໜຶ່ງພັນໜຶ່ງຮ້ອຍຫົກສິບແປດຈຸດຫ້າຮ້ອຍຫ້າສິບເອັດ) ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການຄ້າພາຍໃນ) ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ:

– ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 04 ຫາ 18 ທັນວາ 2018)
– ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 18 ທັນວາ 2018 ແລະ 20 ທັນວາ 2018
– ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ
– ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
– ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 18 ທັນວາ 2018 ແລະ 20 ທັນວາ 2018, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນຫາ:   ທ່ານ ທອງສຸກ ກອງແກ້ວ 020 96519888
ທ່ານ ນາງ ອຸໄທທິບ ວົງຈັນທະລາ 020 55630937
ທ່ານ ທັດສະນະເດືອນ ຄຳແກ້ວ 020 95440773
ທ່ານ ນາງ ວັນເພັງ ສຸລິຍາ 020 22028886

ເຊີນຮ່ວມປະມູນຊື້ໄມ້ ຮ່ວງໄມ້ຢຶດຂອງແຂວງອັດຕະປື

ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ໄດ້ອອກແຈ້ງການເລກທີ 1236/ອຄ.ອປ, ລົງວັນທີ 26 ພະຈິກ 2018 ເພື່ອແຈ້ງເຊີນມາຍັງບັນດາສະມາຄົມເຟີນິເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ ແລະ ທຸລະກິດໄມ້ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຍຶດຂອງລັດ.
Start Date/Time:26-11-2018 08:00
ມື້ປິດ:17-12-2018 16:00

ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື) ສາມາດຍຶດໄດ້ ຈຳນວນ 151 ທ່ອນ, ບໍລິມາດ 697,654 (ຫົກຮ້ອຍເກົ້າສິບເຈັດຈຸດຫົກຫ້າສີ່) ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື (ຂະແໜງການນຳເຂົ້າ ແລະ ສົ່ງອອກ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື:

– ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 26 ພະຈິກ ຫາ 17 ທັນວາ 2018)
– ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 18 ທັນວາ 2018
-ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື
– ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
-ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 18 ທັນວາ 2018, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນ: ທ່ານ ພະຫັດໄຊ 020 22292298
ທ່ານ ນາງ ຄານດາວອນ 02022423777
ທ່ານ ທິດປະກາຍສີ 020 55534456

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

 

Comments