ອາເມຣິກາ ສົ່ງເສີມໂຄງການປ້ອງກັນພະຍາດ ໃນ ສປປ ລາວ

ໃນວັນທີ 6 ທັນວາ 2018 ທ່ານ ດຣ ໂຣເບີດ ອາ ເຣດເຟວ (Robert R. Redfield) ອໍານວຍການ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (CDC) ໄດ້ພົບກັບ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ອະວຸໂສຄົນອື່ນໆ ເພື່ອປຶກສາຫາລືກ່ຽວກັບການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ທີ່ພວມສືບຕໍ່ ແລະ ຂະຫຍາຍຕົວ.

ທັງສອງຝ່າຍສົນທະນາກ່ຽວກັບກອງປະຊຸມລະດັບລັດຖະມົນຕີຂອງວຽກ​ງານຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA)  ເຊິ່ງແມ່ນໂຄງການລິເລີ່ມໂດຍ  ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມຣິກາ ທີ່ມາຢ້ຽມຢາມ ສປປ ລາວ ໃນວັນທີ 9 ພະຈິກ.

GHSA ແມ່ນຄວາມພະຍາຍາມລະດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ຍົກລະດັບຄວາມໝັ້ນຄົງດ້ານສຸຂະພາບໂລກ ໃຫ້ກາຍເປັນບຸລີມະສິດແຫ່ງຊາດ ແລະ ສາກົນ.  ຜ່ານມາມໍ່ນີ້, ສະຫະລັດອາເມລິກາ ຕົກລົງໃຫ້ການສະໜັບສະໜູນ 150 ລ້ານໂດລາ ແກ່ GHSA.

ສູນ CDC ສະຫະລັດອາເມຣິກາ ກໍາລັງຮ່ວມເຮັດວຽກກັບບັນດາເຈົ້າໜ້າສາທາລະນະສຸກຂອງລາວ ໃນບັນດາໂຄງການຮ່ວມມືຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ເຊິ່ງລວມທັງ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານ​ຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ ແລະ HIV/AIDS.

ທ່ານ ຄໍລິນ ຄຼອສບີ ວ່າການເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈໍາ ສປປ ລາວ ກ່າວວ່າ: ສປປ ລາວ ແລະ  ສະຫະລັດອາເມຣິກາ ໄດ້ຮ່ວມມືກັນຢ່າງສະໝໍ່າສະເໝີ ໃນການຈັດການເຝິກອົບຮົມຕ່າງໆດ້ານສາທາລະນະສຸກ ແລະ ເຮັດວຽກດ້ານການປ້ອງກັນພະຍາດ, ເຝົ້າລະວັງ ແລະ ຕອບ​ໂຕ້ຕໍ່ພະຍາດ, ຄວາມພະຍາຍາມຕ່າງໆ ເພື່ອປົກປ້ອງ ປະຊາຊົນລາວ ແລະ ສະຫະລັດອາເມຣິກາ.

 

ນອກຈາກນັ້ນ, ສະຫະລັດອາເມຣິກາ ຍັງຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຫຼາຍໂຄງການດ້ານສາທາລະນະສຸກເພື່ອສົ່ງເສີມດ້ານໂພຊະນາການ, ນໍ້າ​ສະ​ອາດ, ວິດຖ່າຍ ແລະ ສຸຂະອານາໄມ, ສຸຂະພາບແມ່ ແລະ ເດັກ ສະໜັບສະໜູນຄົນພິການ ແລະ ໂຄງການອາຫານສຳລັບໂຮງຮຽນ ເຊິ່ງແມ່ນໂຄງການທີ່ນໍາຜົນປະໂຫຍດມາສູ່ບັນດາຄອບຄົວທົ່ວໄປຢູ່ ສປປ ລາວ.

ທ່ານ ດຣ ໂຣເບີດ ໄດ້ຢ້ຽມຢາມຫ້ອງວິ​ເຄາະ​ການ​ແພດ ແລະ ຫ້ອງການສາທາລະນະສຸກຕ່າງໆ ເພື່ອເບິ່ງ ໂຄງການເຝິກອົບຮົມທີ່ສະໜັບສະໜູນໂດຍລັດຖະບານສະຫະລັດອາເມຣິກາ ຈັດຂຶ້ນໃຫ້ສໍາລັບວິຊາການດ້ານສາທາລະນະສຸກ.

ທ່ານຍັງໄດ້ຢ້ຽມຢາມ ໂຄງການສັກຢາກັນພະຍາດແຫ່ງຊາດ ເຊິ່ງແມ່ນສູນເກັບມ້ຽນ ແລະ ຈໍາໜ່າຍວັກແຊງທັງໝົດ ໃນ ສປປ ລາວ ເພື່ອຮຽນຮູ້ກ່ຽວກັບການລົງທຶນຂອງ CDC ເຊິ່ງໄດ້ປັບປຸງການຈັດສົ່ງວັກແຊງ ແລະ ການກຽມພ້ອມຕໍ່ພະຍາດລະບາດ ຢູ່ ສປປ ລາວ.

ການນໍາໃຊ້ວັກແຊງຕ້ານພະຍາດໄຂ້ຫວັດສັດປີກ ເປັນເວລາດົນນານ ໄດ້ແມ່ນພື້ນຖານຂອງໂຄງການດ້ານສາທາລະນະສຸກ ເພື່ອປ້ອງກັນພະຍາດໄຂ້ຫວັດສັດປີກຕາມລະດູການ ແລະ ແມ່ນພາກສ່ວນສໍາຄັນຂອງການຕອບໂຕ້ພະຍາດລະບາດ.

ນອກຈາກນັ້ນ, ທ່ານ ດຣ ໂຣເບີດ ຍັງໄດ້ສົນທະນາກ່ຽວກັບ ໂຄງການ “ສຸຂະພາບໜຶ່ງດຽວ” ຢູ່ທີ່ຫ້ອງວິ​ເຄາະ​ການ​ແພດແຫ່ງຊາດ ເຊິ່ງແມ່ນແນວຄວາມຄິດຂອງ CDC ທີ່ເນັ້ນການເຊື່ອມຕໍ່ລະຫວ່າງສຸຂະພາບຂອງປະຊາຊົນ, ສັດ ແລະ ສິ່ງແວດລ້ອມ.

ໃນການຢ້ຽມຢາມລະດັບສູງຄັ້ງນີ້ ແລະ ການສະໜັບສະໜູນຂອງ ສະຫະລັດອາເມຣິກາ ຕໍ່ກັບຂະແໜງສາທາລະນະສຸກ ຂອງ ສປປ ລາວ ແມ່ນດ້ານສໍາຄັນຂອງຂອງຍຸດທະສາດ ອິນໂດ-ປາຊິຟິກ ຂອງສະຫະລັດອາເມຣິກາ ໄດ້ປະກອບສ່ວນດ້ານຄວາມຊຳນິຊໍານານ ແລະ ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງສາທາລະນະສຸກ ຂອງບັນດາຄູ່ຮ່ວມງານໃນທົ່ວພາກພື້ນ.

ຂໍ້ມູນ-ພາບຈາກ: ສະຖານທູດອາເມຣິກາ.

Comments