ພາກລັດ-ທຸລະກິດ ຮ່ວມມືກັນພັດທະນາ ແຂວງສະຫວັນນະເຂດ

ເພື່ອເປັນການລະດົມແນວ ຄວາມຄິດຈາກພາກສ່ວນ ຕ່າງໆທັງພາກລັດ ແລະ ພາກທຸລະກິດໃນການພັດທະນາ ແຂວງສະຫວັນນະເຂດໃຫ້ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງ, ບັນດາພາກສ່ວນຕ່າງໆທັງ ພາກລັດ ແລະ ພາກທຸລະກິດ ໄດ້ເຂົ້າຮ່ວມກອງປະຊຸມ ສຳມະນາ ເພື່ອລະດົມຄວາມ ຄິດເຫັນກ່ຽວກັບທິດທາງໃນການພັດທະນາດ້ານເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ພາຍໃຕ້ການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ສຈ ອອດ ພົງສະຫວັນ ກຳມະການສູນກາງແນວລາວສ້າງຊາດ ພ້ອມຄະນະສະມາຊິກ ສູນກາງແນວລາວສ້າງຊາດ, ບັນດາທ່ານຜູ້ຊົງຄຸນວຸດທິ, ມີຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ,ຄະນະສະພາການຄ້າ-ອຸດສາຫະກໍາແຂວງ, ບັນດານັກທຸລະກິດ ແລະບໍລິສັດຫ້າງຮ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບທິດທາງໃນການພັດທະນາເສດຖະກິດ ຢູ່ແຂວງສະຫວັນນະເຂດ ແລະ ທິດທາງໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ.

ໂອກາດນີ້, ກອງປະຊຸມໄດ້ຮັບຟັງການ ນຳສະເໜີຈາກວິຊາການທີ່ມີຄວາມຮູ້ ແລະ ປະສົບການຈາກ ສູນກາງແນວລາວສ້າງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ພ້ອມທັງຂໍ້ແນະນຳການສະເໜີຂໍສິນເຊື່ອສຳລັບທຸລະກິດ ຊຶ່ງໃຫ້ຮູ້ໂດຍສັງເຂບວ່າ:

ສໍາລັບເປົ້າໝາຍໃນການພັດທະນາດ້ານເສດຖະກິດຢູ່ແຂວງ ສະຫວັນນະເຂດໃນຕໍ່ໜ້ານີ້ ແມ່ນແນໃສ່ການພັດທະນາ ແລະເສີມສ້າງທຸລະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງໃຫ້ມີຄວາມຫຼາກຫຼາຍ ແລະ ເຂັ້ມແຂງທຽບເທົ່າກັບ ບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ ໂດຍຜ່ານ ບັນດາກິດຈະກຳ ແລະ ໂຄງການຕ່າງໆເຊັ່ນ:

ການສ້າງ ເຂດການຄ້າຊ່ວຍທຸລະກິດ ຂະໜາດນ້ອຍ-ກາງຄ້າຍກັບ ເຂດເມືອງໄຊນາທາວ (ຊຸມ ຊົນຄົນຈີນ), ສ້າງເປັນເຂດ ທ່ອງທ່ຽວ, ຮ້ານຂາຍຄຳໂດຍ ນຳໃຊ້ຊ່າງລາວ, ພັດທະນາ ທຸລະກິດເຄື່ອງຫັດຖະກຳ, ພັດທະນາທຸລະກິດອາຫານ ພື້ນເມືອງຂອງແຂວງ,

ພັດທະນາແຫຼ່ງທ່ອງທ່ຽວ ຊຶ່ງຄາດຄະເນຈະນຳເອົານັກທ່ອງທ່ຽວ ເຂົ້າມາ 1 ລ້ານຄົນພາຍໃນ 3 ປີ, ພັດທະນາທຸລະກິດສິລະປະຂອງແຂວງສະຫວັນນະເຂດ, ສ້າງຕັ້ງວິສາຫະກິດຄຸ້ມຄອງທຸລະກິດຕ່າງໆ ເພື່ອເກັບລາຍຮັບ ແລະ ບໍລິຫານຈັດການຕະຫຼອດ ເຖິງໂຄງການພັດທະນາກະສິກຳຜ່ານກອງທຶນບ້ານ.

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ.

Comments