News

ທ່ານ ຄໍາແພງ ໄຊສົມແພງ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ. ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ...

Read More »

ລັດຖະບານ ຈະເປີດໃຫ້ຈອງພັນທະບັດ ຜ່ານຕະຫຼາດຫຼັກຊັບລາວ

ກະຊວງການເງິນ ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ຮ່ວມກັບ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ ໄດ້ຈັດງານນຳສະເໜີຂໍ້ມູນໃຫ້ຜູ້ລົງທຶນ ( Road show ) ໃນການອອກຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີແຜນເປີດໃຫ້ຈອງໃນລະຫວ່າງວັນທີ 11 – 17 ທັນວາ 2018 ຜ່ານ ຕລຊລ. ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 7 ທັນວາ 2018 ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຕາງໜ້າທະນາຄານ ແຫ່ງ ສປປ ລາວ, ສຳນັກງານຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ພ້ອມດ້ວຍແຂກກິດຕິມະສັກ ແລະ ...

Read More »

ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈະສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ

ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ໄດ້ປັບປຸງທຶນຈົດທະບຽນ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ, ປັບປຸງການລົງທຶນຕ່ຳສຸດ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ມແຂງ ທັງໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີເພື່ອແກ້ໄຂພາວະວິກິດທະນາຄານທຸລະກິດ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 7 ທັນວາ 2018 ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າຍັງມີຫຼາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນ ຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສອດຄ່ອງກັບສະພາບການພັດທະນາເສດຖະກິດ – ...

Read More »

ກອງປະຊຸມ ຄະນະກໍາມະການ ແຫ່ງຊາດ ດ້ານໂພຊະນາການ ປະຈໍາປີ 2018

ສະຫະພາບເອີຣົບ ຮ່ວມກັບ ອົງການ ຢູນີເຊບ ແລະ ລັດຖະບານ ສປປ ລາວໄດ້ຈັດກອງປະຊຸມ ແຫ່ງຊາດ ດ້ານໂພສະນາການ ຄັ້ງທີ IV ແລະ ກອງປະຊຸມ ຄະນະກໍາມະການແຫ່ງຊາດ ດ້ານໂພສະນາການ ປະຈໍາປີ 2018 ຂຶ້ນໃນວັນທີ 7 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍອົງການຈັດຕັ້ງສາກົນ ບັນດາກະຊວງກ່ຽວຂ້ອງ ແລະ ພະນັກງານວິຊາການ. ໃນກອງປະຊຸມໄດ້ເຊັນສັນຍາທີ່ຈະເສີມຂະຫຍາຍການປະຕິບັດດ້ານໂພຊະນາການ ແລະ ເສີມຂະຫຍາຍຄວາມພະຍາຍາມຈະເຮັດໃຫ້ປະເທດລາວ ທີ່ມີຄວາມຈະເລີນຮຸ່ງເຮືອງ ທີ່ມີປະຊາກອນທີ່ມີສຸຂະພາບດີ. ໂພສະນະການແມ່ນການຄັດເລືອກອາຫານ,ກຽມອາຫານ ແລະ ການຍ່ອຍ ເພື່ອໃຫ້ຮ່າງກາຍດູດຊຶມ,ການກິນອາຫານເພື່ອສຸຂະພາບ ສາມາດຫຼີກບັນຫາການເຈັບເປັນໄດ້ຫຼາຍຢ່າງ. ການກິນໂດຍບໍ່ມີຄວາມຮູ້ ຍ່ອມເປັນເຫດໃຫ້ເຈັບໄຂ້ໄດ້ປ່ວຍ ແລະ ສຸຂະພາບຊຸດໂຊມໄດ້ງ່າຍ ເນື່ອງຈາກການຂາດສານອາຫານ. ຄວາມຮູ້ໃນເລື່ອງໂພສະນາການ ຊ່ວຍໃຫ້ຄົນອາຍຸຍືນຍາວ,ຊ່ວຍໃຫ້ສູງຂຶ້ນ ແລະ ນໍ້າໜັກເພີ້ມຂຶ້ນ. ດັ່ງນັ້ນອາຫານເປັນສິ່ງຈໍາເປັນຕໍ່ຊີວິດ ຄວາມຮູ້ເລື່ອງອາຫານ ແລະ ໂພສະນາການ ເປັນສິ່ງທີ່ຊ່ວຍໃຫ້ຊີວິດສົມບູນ ແລະ ເປັນເລື່ອງທີ່ປະຊາຊົນທຸກຄົນຄວນເອົາໃຈໃສ່, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝວດຢ່າງພຽງພໍ. ...

Read More »

ຂ່າວດີ !!! ປັບລົງອີກແລ້ວລາຄານໍ້າມັນຂາຍຍ່ອຍ ທົ່ວປະເທດ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1728/ອຄ.ກຄພນ ລົງວັນທີ 7 ທັນວາ 2018 ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ແມ່ນໃຫ້ເລີ່ມປະຕິບັດ ວັນທີ 10 ທັນວາ 2018 ເວລາ 6ໂມງ00 ໃນຂອບເຂດທົ່ວປະເທດ, ສໍາລັບນໍ້າມັນແອ໊ດຊັງພິເສດ 270 ກີບ/ລິດ,ນໍ້າມັນແອ໊ດຊັງທໍາມະດາ 240 ກີບ/ລິດ,ນໍ້າມັນກາຊວນ 190 ກີບ/ລິດ. ຂອບໃຈພາບປະກອບຈາກ: ອິນເຕີເນັດ.

Read More »

ທ່ານ ປອ ອາດສະພັງທອງ ສີພັນດອນ ພົບປະໂອ້ລົມພະນັກງານການເງິນ ແຂວງຫຼວງນໍ້າທາ

ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນໍ້າທາ ໃນວັນທີ 6 ທັນວາ 2018 ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງ ຫຼວງນໍ້າທາ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ພົບປະໂອ້ລົມ ພະນັກງານອ້ອມຂ້າງພະແນກການເງິນແຂວງ ຫຼວງນໍ້າທາ ທ່ານ ກອນແສງ ຄັນທະວົງ ຮອງຫົວໜ້າພະແນກການເງິນ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຊຶ່ງສາມາດປະຕິບັດໄດ້ແລ້ວ 75% ຂອງແຜນການປີ. (ລາຍລະອຽດຕິດຕາມຊົມຄຣິບຂ່າວ)…. ຮອງລັດຖະມົນຕີ ກະຊວງການເງີນ ໂອລົມແລະເຮັດວຽກຢູ່ພະແນກການເງີນແຂວງຫຼວງນ້ຳທາ Posted by ໂທລະພາບ ແຂວງຫຼວງນ້ຳທາ on Friday, December 7, 2018 ຂອບໃຈຂໍໍ້ມູນຈາກ: ໂທລະພາບແຂວງຫຼວງນໍ້າທາ.

Read More »

4 ບ້ານຖືກຮັບຮອງເປັນບ້ານພັດທະນາ ຢ່າງສົມບູນ.

ພິທີປະກາດຮັບຮອງເອົາບ້ານ ໜອງສະພັງ,ບ້ານ ແກ້ງແຮດ, ບ້ານ ເຄືອເຂົາກາດ ແລະ ບ້ານ ກະຈຸ ຂອງເມືອງ ໄຊບູລີ ເປັນບ້ານພັດທະນາ ໄດ້ຈັດຂຶ້ນໃນທ້າຍເດືອນ ພະຈິກ 2018 ທີ່ສະໂມສອນຂອງ ຫ້ອງວ່າການປົກຄອງເມືອງ ໄຊບູລີ ແຂວງ ສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນພິທີຄັ້ງນີ້ ໂດຍ ມີ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ ສະຫວັນນະເຂດ, ທ່ານ ບຸນ ຍົງ ຈັນນີຍະວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າ ເມືອງໄຊບູລີ ພ້ອມດ້ວຍຄະນະນຳຂອງເມືອງ, ພາກສ່ວນ ປກຊ-ປກສ ກໍໄດ້ເຂົ້າຮ່ວມ. ໃນພິທີ, ທ່ານ ດຳດີ ຮຽງວົງສາ ນາຍບ້ານເຄືອເຂົາກາດ ໄດ້ເປັນຕົວແທນໃຫ້ກັບນາຍ ບ້ານທັງ 4 ບ້ານດັ່ງກ່າວ ຂຶ້ນຜ່ານບົດລາຍງານການຈັດ ຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 03/ກມສພ ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ຂອງຄູ່ຮ່ວມພັດທະນາ

ໃນວັນທີ 7 ທັນວາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸດລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ຊຶ່ງນໍາໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຄາລີນາ ອີມໂມເນັນ ຜູ້ປະ ສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະ ນາປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈຳປີ 2018, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການຮ່ວມມືພົວພັນ ລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນການສະໜັບສະໜູນ ...

Read More »

ນາງສາວ ML35 ຊະນະເລີດການປະກວດ

ການປະກວດນາງສາວລາວ ປະຈໍາປີ 2018 (Miss Laos 2018) ຮອບສຸດທ້າຍຈັດຂຶ້ນໃນວັນທີ 7 ທັນວາ 2018 ຜ່ານມາ, ຜົນການຕັດສິນໃຫ້ຄະແນນດັ່ງນີ້: ລາງວັນຊະນະເລີດ: ML35 ນາງ ສຸດທິດາ ອະນຸສິນ, ແຂວງສະຫວັນນະເຂດ. ຮອງອັນດັບ 01: ML14 ນາງ ກິ່ງຄໍາ ນິດສະຫວັນ, ແຂວງຫຼວງພະບາງ. ຮອງອັນດັບ 02: ML38 ນາງ ແກ້ວມຸກດາ ພີມພັກດີ, ແຂວງຈຳປາສັກ. ຮອງອັນດັບ 03: ML40 ນາງ ມະນີດາ ແໜ້ນຮວງມາລາ, ແຂວງສະຫວັນນະເຂດ. ຮອງອັນດັບ 04: ML39 ນາງ ເມທິນີ ຫຼວງປະເສີດ, ນະຄອນຫຼວງວຽງຈັນ. ຂອບໃຈຂໍ້ມູນ-ພາບຈາກ: ເຟສບຸກ

Read More »

ອາເມຣິກາ ສົ່ງເສີມໂຄງການປ້ອງກັນພະຍາດ ໃນ ສປປ ລາວ

ໃນວັນທີ 6 ທັນວາ 2018 ທ່ານ ດຣ ໂຣເບີດ ອາ ເຣດເຟວ (Robert R. Redfield) ອໍານວຍການ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (CDC) ໄດ້ພົບກັບ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ອະວຸໂສຄົນອື່ນໆ ເພື່ອປຶກສາຫາລືກ່ຽວກັບການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ທີ່ພວມສືບຕໍ່ ແລະ ຂະຫຍາຍຕົວ. ທັງສອງຝ່າຍສົນທະນາກ່ຽວກັບກອງປະຊຸມລະດັບລັດຖະມົນຕີຂອງວຽກ​ງານຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA)  ເຊິ່ງແມ່ນໂຄງການລິເລີ່ມໂດຍ  ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມຣິກາ ທີ່ມາຢ້ຽມຢາມ ສປປ ລາວ ໃນວັນທີ 9 ພະຈິກ. GHSA ແມ່ນຄວາມພະຍາຍາມລະດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ...

Read More »